ການເຂົ້າໂຮງຮຽນແບບຊື້ຈ້າງ

ນັກຮຽນ ລາວ ສ່ວນໃຫຽ່ ເຊື່ອວ່າ ຍັງມີການ ຊື້ຈ້າງ ໃນການ ຮັບນັກຮຽນ ເຂົ້າຮຽນ ໃນໂຮງຮຽນ ທີ່ ມີຊື່ສຽງ ໃນລາວ.

ການເຂົ້າໂຮງຮຽນແບບຊື້ຈ້າງ RFA

 

ນັກສຶກສາ ມະຫາວິທຍາລັຍ ແຫ່ງຊາດ ທ່ານນື່ງ ເປີດເຜີຍວ່າ ມີຫຼາຍຄັ້ງ ລາວໄດ້ເຫັນ ມີນັກຮຽນ ທີ່ ສອບເສັງ ເຂົ້າຮຽນ ໃນໂຮງຮຽນ ທີ່ ມີຊື່ສຽງ ຫລື ໄດ້ທຶນ ການສຶກສາ ແຕ່ ເປັນນັກຮຽນ ທີ່ ຮຽນບໍ່ເກັ່ງ ບໍ່ສົມຄວນ ຈະໄດ້ທຶນ ການສຶກສາ ຈື່ງເຊື່ອວ່າ ມີ ການຊື້ຈ້າງ ຢ່າງ ແນ່ນອນ. ດັ່ງທີ່ລາວ ເວົ້າວ່າ:

"ກໍມີບາງສ່ວນ ລູກເຈົ້ານາຍ ຂະເຈົ້າ ກໍມີເງິນ ເນາະ ຂະເຈົ້າ ຈະໄປຮຽນ ໂຮງຮຽນ ທີ່ ວ່າດີເນາະ ຄວາມຮູ້ ບາງຄົນ ກໍອາດຈະ ບໍ່ດີພໍ ແຕ່ວ່າ ກໍໄດ້ໄປ ຍ້ອນ ເຂົາຈ້າງໄປ ເນາະ ມັນກໍຈະ ເປັນແນວນັ້ນ ແຕ່ວ່າ ບາງຄົນ ຫລືວ່າ ຜູ້ທີ່ ບໍ່ມີເງິນ ແຕ່ວ່າມີ ຄວາມຮູ້ ຫລື ວ່າເກັ່ງ ກໍໄດ້ ແຕ່ວ່າເປັນ ຕົວເລກ ທີ່ວ່າ ບໍ່ເຫມາະສົມ ກັບຄວາມຮູ້ ຜູ້ທີ່ມີ ໂອກາດໄປ ກໍພວກ ທີ່ມີເງິນ ຂະເຈົ້າ ຊື້ໄປ ສ່ວນຫລາຍ".

ລາວ ເວົ້າຕຶ່ມວ່າ ໃນສມັຍທີ່ ລາວຮຽນຢູ່ ຊັ້ນມັທຍົມ ລາວເອງ ແລະ ໝູ່ເພື່ອນ ຫລາຍຄົນ ໄດ້ພາກັນ ສອບເສັງ ເພື່ອ ຂໍທຶນ ການສຶກສາ ແຕ່ຕາມກົດ ແລ້ວ ຜູ້ສອບໄດ້ ຄະແນນ ສູງສຸດ ຣະຫວ່າງ ທີ 1 ຫາ 10 ອັນດັບ ແຂວງ ຈະໄດ້ ຮັບທຶນ ການສຶກສາ ແຕ່ເມື່ອ ປະກາດ ຜົລ ອອກມາ ພັດພົບວ່າ ມີນັກຮຽນ ບາງຄົນ ຄະແນນ ບໍ່ຢູ່ໃນ ອັນດັບ 1 ຫາ 10 ໄດ້ຮັບທຶນ ການ ສຶກສາ ສຳລັບ ນັກຮຽນ ຜູ້ທຸກຍາກ ສອບໄດ້ ຄະແນນດີ ກວ່າ ກັບ ບໍ່ໄດ້ທຶນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org