ນັກສຶກສາຂແນງທ່ອງທ່ຽວ ກັງວົນ ເລື່ອງວຽກ
2021.05.18
ນັກສຶກສາ ຂແນງທ່ອງທ່ຽວ ແລະ ການໂຮງແຮມ ກັງວົນຕໍ່ອະນາຄົດຂອງຕົນເອງ ຢ້ານຊອກສມັກວຽກບໍ່ໄດ້ ເນື່ອງຈາກໃນໄລຍະ 2 ປີ ມານີ້ ອຸດສະຫະກັມ ການທ່ອງທ່ຽວ ປິດໂຕລົງ ຈໍານວນນຶ່ງ ຍ້ອນສະຖານະການ ຂອງເຊື້ອໂຄວິດ-19 ທີ່ສືບຕໍ່ຣະບາດຮຸນແຮງ ແລະ ຣະບາດໃນລາວໜັກຂຶ້ນ, ອີງຕາມຄວາມເວົ້າ ຂອງນັກສຶກສາ ຊັ້ນປີທີ 3 ພາກວິຊາ ທ່ອງທ່ຽວ ແລະ ການໂຮງແຮມ ມະຫາ ວິທຍາລັຍແຫ່ງຊາດລາວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ພຶສພາ ນີ້:
“ເຮົາເຫັນ ເຮົາກໍວ່າມັນຍາກເດ້ ເພາະວ່າ ຄັນເຮົາຈະເລັງໃສ່ ແຕ່ຮ້ານອາຫານ ພວກໂຮງແຮມນີ້ ຄັນວ່າຊ່ວງໂຄວິດແບບນີ້ແນ່ນອນ ເຂົາເຈົ້າບໍ່ຮັບຢູ່ແລ້ວ ເພາະວ່າຫຼາຍທຸຣະກິຈ ມັນກໍປິດໂຕໄປເດ້ ຄື ຮ້ານອາຫານກໍປິດໂຕ ບໍຣິສັດນໍາທ່ຽວກໍປິດໂຕ ນອກຈາກເຮົາຊິ ຫາວຽກບ່ອນອື່ນ ມັນກະຍາກຢູ່ບ່່ອນນັ້ນ.”
ນັກສຶກສາ ປີທີ 1 ພາກວິຊາທ່ອງທ່ຽວ ແລະ ການໂຮງແຮມ ມະຫາວິທຍາລັຍ ແຫ່ງຊາດລາວ ກໍເວົ້າວ່າ ປັດຈຸບັນໂຕເອງກໍຕັ້ງໃຈ ຮຽນໄປຕາມຫຼັກສູດ ແຕ່ຢ້ານວ່າຫາກອະນາຄົດ ສະຖານະການຂອງໂຄວິດ-19 ບໍ່ດີຂຶ້ນ ກໍຈະພາໃຫ້ໂຕເອງຫວ່າງງານ ເນື່ອງຈາກ 2 ປີ ມານີ້ ຣຸ້ນອ້າຍຣຸ້ນເອື້ອຍ ຈໍານວນນຶ່ງ ທີ່ຮຽນຈົບແລ້ວ ກໍຊອກສມັກວຽກຍາກ, ດັ່ງນັກສຶກສາຜູ້ນີ້ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວ ກັນນີ້ວ່າ:
“ກໍຮຽນໄປຈັ່ງຊີ້ແຫຼະ ແຕ່ວ່າຖ້າບໍ່ມີວຽກເຮັດ ຖາມວ່າຢ້ານບໍ່ ກໍໜ້າຊິຢ້ານຈັ່ງຊີ້ບໍ ຈົບໄປປີນີ້ ກໍຍັງຫາຍາກແລ້ວ ກໍກັງວົນຢູ່ ກັງວົນ ຈັ່ງຊັ້ນແຫຼະ.”
ໃນຂນະດຽວກັນ ອາຈານສອນ ຢູ່ຄະນະວິທະຍາສາດສັງຄົມ ມະຫາວິທຍາລັຍແຫ່ງຊາດລາວ ກ່າວວ່າໃນຫວ່າງ 2 ປີມານີ້ກໍເຫັນ ວ່ານັກສຶກສາ ພາຍໃນພາກວິຊາ ການທ່ອງທ່ຽວ ແລະການໂຮງແຮມ ທີ່ຈະຈົບຫຼັກສູດ ປະຣິນຍາຕຣີອອກໄປນັ້ນ ຈະຊອກວຽກຂ້ອນ ຂ້າງຍາກ ເນື່ອງຈາກອຸດສະຫະກັມ ການທ່ອງທ່ຽວລາວ ຊົບເຊົາຫຼາຍ ເຖິງແມ່ນວ່າຣັຖບານລາວ ຈະອອກນະໂຍບາຍ ສົ່ງເສີມການ ທ່ອງທ່ຽວ ລາວທ່ຽວລາວ ກໍຕາມ, ແຕ່ກໍມາຖົດຖອຍ ຍ້ອນການແຜ່ຣະບາດ ຂອງເຊື້ອໂຄວິດ-19 ຮອບ 2, ດັ່ງທ່ານກ່າວວ່າ:
“ຊົບເຊົາຫຼາຍແຫຼະເນາະ ເວົ້າເຣື່ອງວຽກທ່ອງທ່ຽວ ຫັ້ນນ່າ ຫຼາຍບໍຣິສັດ ກໍຖືວ່າປິດກິຈການໄປເນາະ ຊ່ວງນຶ່ງຫັ້ນເດ້ ປິດເນາະ ແລ້ວ ກໍກໍາລັງຊິມາຟື້ນໂຕຄືນ ເປັນເວລາທ່ຽງລາວ ຫັ້ນນ່າ ຫຼາຍໆບໍຣິສັດກໍເຣີ່ມ ເຮັດປ່ຽນໂປຼແກຣມ ໃໝ່ເນາະ ແລ້ວກໍປ່ຽນຣະບົບໃໝ່ນ່າ ເພື່ອຈະດືງດູດນັກທ່ອງທ່ຽວ ເຂົ້າມາຫັ້ນນ່າ ພາຍໃນ ແຕ່ວ່າມາເຈີໂຄວິດ ຮອບ 2 ກໍຖືວ່າ ເຂົາເຈົ້າຍັງພັກຢູ່ ຊ້ວງນີ້ຫັ້ນນ່າ.”
ຜູ້ປະກອບການໂຮງແຮມ ຢູ່ບ້ານວັດຈັນ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ກ່າວວ່າ ປັດຈຸບັນ ອຸດສະຫະກັມການທ່ອງທ່ຽວ ລາວ ໃນພາກທຸຣະກິຈ ການໂຮງແຮມ ຖືວ່າໄດ້ຮັບ ຜົລກະທົບໜັກ ເນື່ອງຈາກໄລຍະ 2 ປີ ທີ່ຜ່ານມາ ບໍ່ຄ່ອຍມີລູກຄ້າ ເຂົ້າມາ ພັກໂຮງແຮມ, ຈາກປົກກະຕິຫ້ອງພັກ ຈະເຕັມໝົດທັງ 68 ຫ້ອງ, ແຕ່ປັດຈຸບັນ ຫ້ອງຫວ່າງເກືອບໝົດ ທຸກຫ້ອງ ແລະຄາດວ່າພາຍ ໃນປີນີ້ ພາກທຸຣະກິຈ ໂຮງແຮມ ຈະຟື້ນກັບມາເປັນປົກກະຕິໄດ້ຍາກ ເນື່ອງຈາກຍັງບໍ່ເຫັນນະໂຍບາຍ ທີ່ທາງການຈະເປີດຮັບ ນັກທ່ອງທ່ຽວເຂົ້າມາໃນ ປະເທດ, ດັ່ງທ່ານກ່າວວ່າ:
“ຮ້ານອາຫານ ຫຼືວ່າການບັນເທີງມັນ ມັນໜ້າຈະເປັນໄດ້ (ຟື້ນຟູ) ເພາະວ່າເຣື່ອງໃຊ້ຊີວິດປະຈໍາວັນຂອງເຮົາ ແນ່ນອນແລ້ວ ເຮື້ອງ ການບັນເທີງມັນຮັບບໍ່ໄດ້ ແຕ່ວ່າເຣື່ອງທີ່ພັກ ມັນຂ້ອນຂ້າງທີ່ຈະຍາກ ເພາະວ່າເຮົາເຮັດທີ່ພັກ ກະເພື່ອຮອງຮັບນັກທ່ອງທ່ຽວ ບາດນີ້ ນັກທ່ອງທ່ຽວບໍ່ເຂົ້າມາ ແລ້ວຜູ້ໃດຊິພັກ ມັນຂ້ອນຂ້າງທີ່ຈະຍາກ.”
ຜູ້ປະກອບການໂຮງແຮມ ແຫ່ງນຶ່ງ ຢູ່ແຂວງຫຼວງພຣະບາງ ກ່າວວ່າ ໃນໄລຍະ 2 ປີຜ່ານມາ ທາງໂຮງແຮມໄດ້ຮັບຜົລກະທົບຢ່າງ ໜັກຈາກການຣະບາດ ຂອງເຊື້ອໂຄວິດ-19 ຈຶ່ງໃຫ້ພະນັກງານພັກວຽກ ແລ້ວບໍ່ໄດ້ຮັບເງິນເດືອນ ຮວມທັງບໍ່ໄດ້ຈ່າຍເງິນຕາມ ໂມງການ ມາເຮັດວຽກໃນແຕ່ລະມື້ ເໝືອນດັ່ງທີ່ຜ່ານມາ ແລະຄາດວ່າພາຍໃນປີນີ້ ຖ້າສະພາບການ ຂອງ ເຊື້ອໂຄວິດ-19 ທັງ ພາຍໃນ ແລະຕ່າງປະເທດດີຂຶ້ນ ກໍຈະເຮັດໃຫ້ອຸດສະຫະກັມ ການທ່ອງທ່ຽວລາວ ກັບມາດໍາເນີນການ ປົກກະຕິ ຄືທີ່ຜ່ານມາ, ດັ່ງທີ່ທ່ານກ່າວວ່າ:
“ຊ້ວງນີ້ ໃຫ້ພະນັກງານພັກ ປະຈໍາປີ ຕາມນະໂຍບາຍ ຂອງເຮົາເນາະ ແລ້ວໃຫ້ມື້ນຶ່ງຫັ້ນ ໃນຜແນກນຶ່ງຫັ້ນ ມີພະນັກງານແຕ່ 3 ຄົນເຈົ້າ ມັນກໍຂຶ້ນກັບພຍາດໂຄວິດ-19 ຂອງເຮົາ ຖ້າວ່າມັນມີສະພາບຫຼຸດລົງ ບໍ່ມີຫຍັງເກີດຂຶ້ນ ຄືຜ່ານມານີ້ ການທ່ອງທ່ຽວ ຈະສະດວກສະບາຍ ຄືຜ່ານມາເນາະ.”
ເຖິງຢ່າງໃດກໍຕາມ ອີງຕາມຄວາມເຫັນ ຂອງອາຈາກສອນ ຢູ່ຄະນະ ວິທຍາສາດສັງຄົມ ມະຫາວິທຍາລັຍແຫ່ງຊາດລາວ ທ່ານດຽວ ກັນນີ້ກໍໄດ້ໃຫ້ຄວາມເຫັນວ່າ ອຸດສະຫະກັມ ການທ່ອງທ່ຽວໃນລາວ ຈະຟື້ນໂຕຫຼືບໍ່ນັ້ນ ກໍຂຶ້ນຢູ່ກັບຣັຖບານ ວ່າຈະມີນະໂບບາຍ ຟື້ນຟູ ທຸຣະກິຈໂຮງແຮມ, ການທ່ອງທ່ຽວ ແລະ ຮ້ານອາຫານແນວໃດ ໃນໄລຍະນີ້ ຫຼືໃນໄລຍະ ຜ່ອນຜັນ ມາຕການປ້ອງກັນໂຄວິດ-19, ຫາກອຸດສະຫະກັມ ການທ່ອງທ່ຽວໃນລາວ ກັບມາດໍາເນີນການ ໄດ້ຕາມປົກກະຕິ ກໍເຮັດໃຫ້ນັກສຶກສາ ຂແນງທ່ອງທ່ຽວ ແລະການ ໂຮງແຮມ ທົ່ວປະເທດລາວ ຮວມເຖິງປະຊາຊົນ ໃນເຂດທ້ອງຖິ່ນ ກໍຈະມີວຽກເຮັດງານທໍາເພີ້ມຂຶ້ນ ຢ່າງແນ່ນອນ.