ເຣື້ອງທີ່ເກັບບັນທຶກໄວ້
2024-08-30
ປະເທດລາວ ປະສົບບັນຫາເງິນກີບອ່ອນຄ່າຢ່າງຕໍ່ເນື່ອງ ເຮັດໃຫ້ເງິນຄ່າຈ້າງທີ່ຄົນງານ ໄດ້ຮັບໃນແຕ່ລະເດືອນຫຼຸດລົງ ທ່າມກາງສິນຄ້າ ອຸປະໂພກ-ບໍລິໂພກ ທີ່ມີລາຄາເພີ່ມສູງຂຶ້ນ ແລະຜູ້ປະກອບການໃນຫຼາຍຫົວໜ່ວຍທຸລະກິດ ບໍ່ມີນະໂຍບາຍຊ່ວຍເຫຼືອເງິນອຸດໜູນໃຫ້ແກ່ຄົນງານເທື່ອ.
2024-08-29
ການຄຸ້ມຄອງລົດຂອງລັດ ຢູ່ໃນຂອບເຂດທົ່ວປະເທດລາວ ຍັງພົບຄວາມຫຍຸ້ງຍາກ ຍ້ອນມີພະນັກງານລັດຈຳນວນໜຶ່ງ ເຮັດຜິດລະບຽບ ນໍາລົດປະຈຳຫ້ອງການ ໄປໃຊ້ເປັນລົດສ່ວນບຸກຄົນ ເພື່ອອຳນວຍຄວາມສະດວກໃຫ້ແກ່ຕົນເອງ.
2024-08-28
ເງິນກີບອ່ອນຄ່າ ຊາວລາວອ່ອນໃຈ ຫຼາຍຄົນເວົ້າວ່າ ທຸກຢ່າງຝືດເຄືອງ ຖົດຖອຍ ຕ່າງຈາກ 2-3 ປີ ທີ່ຜ່ານມາ ທີ່ພໍອ້າປາກຫາຍໃຈໄດ້ ແຕ່ທຸກມື້ນີ້ ຄືນໍ້າຖ້ວມປາກ ຫາກຂຶ້ນຖ້ວມດັງເມື່ອໃດ ແມ່ນດັບເຊື້ອສູນພັນ.
2024-08-28
ຜູ້ປົກຄອງນັກຮຽນ ຕ້ອງຊື້ຂຸດນັກຮຽນ ແລະ ອຸປະກອນການຮຽນໃນລາຄາທີ່ແພງຂຶ້ນ ສໍາລັບສົກສົກຮຽນໃໝ່ ທີ່ເປີດໃນເດືອນກັນຍານີ້.
2024-08-28
ບໍລິສັດຕ່າງປະເທດຢູ່ລາວ ຈໍານວນນຶ່ງ ຍັງຈ່າຍຄ່າແຮງງານຕາມອັດຕາເງິນເດືອນຂັ້ນຕໍ່າ ໃຫ້ຄົນງານລາວຢູ່.
2024-08-28
ໃນວັນທີ 26 ສິງຫາ ເຈົ້າໜ້າທີ່ທາງການລາວ ແລະ ພາກສ່ວນກ່ຽວຂ້ອງ ໄດ້ ກວາດລ້າງ ແກ້ງຄໍເຊັນເຕີ ໄດ້ 16 ບໍບິສັດ ແລະ ຈັບຜູ້ຕ້ອງສົງໄສຊາວຈີນໄດ້ອີກ 60 ຄົນ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ. ເຈົ້າໜ້າທີ່ຕໍາຫຼວດລາວ ສົມທົບກັບ ພາກສ່ວນກ່ຽວຂ້ອງ ທັງໝົດ 250 ຄົນ.
2024-08-27
ຄົນງານລາວ ຈຳນວນໜຶ່ງ ທີ່ເຮັດວຽກຢູ່ ໂຄງການພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ຍັງບໍ່ໄດ້ຮັບເງິນເດືອນ ຈາກນາຍຈ້າງ.
2024-08-27
ລາວ ແລະຫວຽດນາມ ຕຽມຈະສົ່ງເສີມການໃຊ້ເງິນກີບ ແລະເງິນດົງ ໃນດ້ານການຄ້າ ແລະການລົງທຶນ ລະຫວ່າງ 2 ປະເທດ.
2024-08-26
ຊາວບ້ານຈໍານວນໜຶ່ງກ່າວວ່າ ບໍລິສັດ ສໍາປະທານກິດຈະການມັນຕົ້ນ AIDC ທີ່ເຂົ້າມາລົງທຶນສ້າງຕັ້ງໂຮງງານປຸງແຕ່ງແປ້ງມັນຕົ້ນ ແລະ ທັງມີກິດຈະການປູກມັນຕົ້ນ ແລະ ສົ່ງເສີມການປູກມັນຕົ້ນຢູ່ບ້ານເພັຍລາດ ແລະ ບ້ານຂັນລາຍ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໄດ້ຍາດເອົາພື້ນທີ່ດິນ ປູກມັນຕົ້ນຂອງຊາວບ້ານ.
2024-08-26
ຢູ່ຕາມສື່ສັງຄົມອ໋ອນລາຍນ໌ ຍັງມີການເປີດຮັບສະມັກພະນັກງານຕອບແຊັດ ແລະ ມີຄົນຫຼາຍສັນຊາດສະມັກໄປເຮັດວຽກນັ້ນຍ້ອນນາຍໜ້າ ຮັບປະກັນວ່າຈະບໍ່ຕົກວຽກເນື່ອງຈາກບໍລິສັດຕອບແຊັດທີ່ຍັງເປີດດຳເນີນການເປັນບໍລິສັດ ເຖິງແມ່ນວ່າ ມີການກວາດລ້າງແລ້ວຈຳນວນຫຼາຍ.
2024-08-23
ຊາວບ້ານ ຈໍານວນ 15 ຄອບຄົວ ໃນ 3 ບ້ານ ຢູ່ເມືອງໂຂງ ແຂວງຈໍາສັກ ປະກອບມີ ບ້ານບຶງງາມ, ບ້ານ ທ່າຄໍ້ ແລະ ບ້ານເສັດເຕົາເຫຼັກ ເຊິ່ງສູນເສັຍທີ່ດິນປຸກສ້າງ ໃຫ້ກັບການພັດທະນາ ສະໜາມກ໊ອບ ລວມມູນຄ່າ ໄດ້ຮັບເງິນຄ່າຊົດເຊີຍແລ້ວ ຈາກບໍລິສັດຜູ້ພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ແລະທາງການແຂວງຈໍາສັກແລ້ວ.
2024-08-22
ປັດຈຸບັນຜູ້ປະກອບການທຸລະກິດ ດ້ານການທ່ອງທ່ຽວຢູ່ເຂດຊາຍແດນ ລາວ-ຈີນ ໃນແຂວງຫຼວງນໍ້າທາໂດຍສະເພາະຢູ່ເຂດບ້ານ ບໍ່ເຕັນ ແລະ ບ້ານໄກ້ຄຽງກຳລັງປະສົບບັນຫາ ເລື່ອງຂາດລາຍໄດ້ຈາກນັກທ່ອງທ່ຽວທີ່ໂດຍສານມາກັບລົດໄຟ ລາວ-ຈີນ.
2024-08-22
ປະເທດລາວ ມີພາລະໜີ້ສິນປະມານ 13.8 ຕື້ໂດລ້າ ຈົນບໍ່ສາມາດໃຊ້ໜີ້ໄດ້ຕາມກໍານົດເວລາ ຍ້ອນວ່າ ລະບົບເສດຖະກິດ ການເງິນຂອງປະເທດ ຂາດສະເຖລະພາບ ຈຶ່ງຈະອາດສົ່ງຜົນກະທົບຕໍ່ການເປົ້າໝາຍພັດທະນາແບບຍືນຍົງໃນປີ 2030.
2024-08-21
ລັດຖະບານ ບໍ່ສາມາດແກ້ໄຂບັນຫາເງິນກີບອ່ອນຄ່າ ແລະ ເງິນກີບເຟີ້ ໄດ້ພາຍໃນນຶ່ງເດືອນ ຕາມການສະເໜີຂອງ ປະທານປະເທດ.
2024-08-21
ຄົນງານລາວ ທີ່ເຮັດວຽກ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ແຫ່ກັນກັບບ້ານ ຍ້ອນຕົກງານ ພາຍຫລັງ ແກ້ງສໍ້ໂກງ ທາງໂທລະຄົມ ຫຼື ຄອນເຊັນເຕີ (Call Center) ຂ້າມຊາດ ຖືກກວາດລ້າງ ຢ່າງໜັກ.