ພະນັກງານຣັຖກອນເລັ່ງແຈ້ງ ຊັບສິນ

ມະນີຈັນ
2014.09.05
f-audit ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ
RFA/LX

 

ປັຈຈຸບັນ ທຸກໆ ແຂວງ ໃນລາວ ກຳລັງເລັ່ງ ປະຕິບັດ ດຳຣັດ ວ່າດ້ວຍການ ໃຫ້ ພະນັກງານ ຣັຖກອນ ແຈ້ງ ຊັບສິນ ສ່ວນຕົວ ແລະ ຂອງຜູ້ທີ່ ຢູ່ໃນ ຄວາມ ຄຸ້ມຄອງ ຂອງຕົນ ໂດຍມີການ ແຈກ ເອກສານ ໃຫ້ແຕ່ລະ ພາກສ່ວນ ເພື່ອ ຂຽນຣາຍງານ ຕາມທີ່ ຣະບຸໄວ້ ໂດຍຄາດວ່າ ຈະໃຫ້ສົ່ງ ຣາຍງານ ນັ້ນຄືນໃຫ້ ຫ້ອງການ ກວດກາ ພັກ-ຣັຖ ປະຈຳ ແຂວງ ພາຍໃນ ເດືອນນີ້. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:

"ສຳເຣັດ ກໍເປັນຂັ້ນ ເນາະ ມີ ພະນັກງານ ຂັ້ນ ສູນກາງ ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ເປັນຂັ້ນ ເປັນຕອນ ບາດນີ້ເຮົາ ກຳລັງຜັນ ຂຍາຍ ລະແມ່ນ ບັນດາເມືອງ ເອົາໄປ ຈັດຕັ້ງ ປະຕິບັດ".

ທ່ານກ່າວ ຕໍ່ໄປວ່າ ເມື່ອ ເບິ່ງລວມ ໃນແຕ່ລະ ແຂວງ ແລ້ວ ວຽກງານ ດັ່ງກ່າວ ປະຕິບັດ ໄດ້ເກີນ ແຜນການ ພະນັກງານ ຣັຖກອນ ສ່ວນໃຫຍ່ ກໍໃຫ້ ຄວາມ ຮ່ວມມື ເປັນຢ່າງດີ. ເມື່ອ ສົ່ງ ຣາຍງານ ໝົດແລ້ວ ທາງຫ້ອງການ ກວດກາ ພັກ-ຣັຖ ແຕ່ລະ ແຂວງ ກໍ ຈະຮວບຮວມ ແລ້ວສົ່ງໃຫ້ ທາງ ສູນກາງ.

ເມື່ອວັນທີ 3 ກັນຍາ ຜ່ານມາ ດຣ. ສອນໄຊ ສີພັນດອນ ຣັຖມົນຕຣີ ຫົວໜ້າ ຫ້ອງວ່າການ ຣັຖບານ ໄດ້ກ່າວຕໍ່ ສື່ມວນຊົນ ລາວ ເຖິງ ການ ເຜີຍແພ່ ດຳຣັດ ວ່າດ້ວຍ ການແຈ້ງ ຊັບສິນ ໃຫ້ ແກ່ ພະນັກງານ ເພື່ອໃຫ້ຂຽນ ຣາຍງານ ຊັບສິນ ຕາມທີ່ໄດ້ ກຳນົດໄວ້ ໃນ ຣະບຽບການ ດ້ວຍຄວາມ ຮັບຜິດຊອບ ແລະໂປ່ງໄສ.

ຊັບສິນ ທີ່ວ່ານັ້ນ ໝາຍເຖິງ ເງິນ ຄຳ ເພັດ ລົດ ເຮືອນ ທີ່ດິນ ສິ່ງ ປຸກສ້າງ ພາຫານະ ການຜລິດ ພັນທະບັດ ເງິນຝາກ ທະນາຄານ ແລະ ເງິນຝາກ ກອງທຶນ ທັງຢູ່ໃນ ແລະ ຕ່າງປະເທດ ບັນຊີ ຮຸ້ນ ແລະ ໜີ້ສິນ ຮວມທັງ ຣາຍຮັບ ຕ່າງໆ ເປັນຕົ້ນ ເງິນເດືອນ ເງິນ ອຸດໜູນ ເງິນບຳເນັດ ຣາຍໄດ້ ຄອບຄົວ. ຊັບສິນ ແລະ ຣາຍຮັບ ທີ່ ຕ້ອງແຈ້ງນັ້ນ ຕ້ອງມີ ມູນຄ່າ 20 ລ້ານກີບ ຂຶ້ນໄປ. ດຳຣັດ ທີ່ວ່າ ນີ້ມີ ເປົ້າໝາຍ ສະກັດກັ້ນ ແລະ ແກ້ໄຂ ບັນຫາ ສໍ້ຣາສ ບັງຫຼວງ ທີ່ ເປັນ ບັນຫາ ຊຳເຮື້ອ ຢູ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.