ຜົນງານຂອງອົງການ ກວດສອບ ແຫ່ງຣັດ

ໃນ 5 ປີຜ່ານມານີ້ ອົງການ ກວດສອບ ແຫ່ງຣັຖ ຣາຍງານວ່າ ກວດສອບໄດ້ 400 ປາຍ ເປົ້າໝາຍ, ກວດພົບ ຣາຍຮັບເພີ່ມ 3 ພັນປາຍ ຕື້ກີບ ແລະ ຣາຍຈ່າຍເພີ່ມ ເກືອບເຖິງ 1 ພັນ ຕື້ກີບ.

ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ RFA/LX

ມື້ທີ 5 ຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 8 ຂອງສປປລາວ ດຣ.ວຽງທອງ ສີພັນດອນ ໄດ້ຖືກເລືອກ -ຕັ້ງ ເປັນປະທານ ອົງການ ກວດສອບ ແຫ່ງຣັຖ ອີກສະໄໝໜຶ່ງ ຊຶ່ງໃນລະຍະ ຜ່ານມາ ຜູ້ກໍາອໍານາດ ໃນພັກ ປະຊາຊົນ ປະຕິວັດລາວ ຕີຣາຄາວ່າ ຍານາງ ໄດ້ມີຜົນງານດີເດັ່ນ ໃນການ ກວດສອບ ແລະຣາຍງານໃຫ້ ສະພາແຫ່ງຊາດ ແລະ ຣັຖບາລ ຊາບ, ສາມາດເກັບກູ້ ເງິນທີ່ຖືກ ສໍ້ໂກງໄປ ທັງຢູ່ສູນກາງ ແລະທ້ອງຖິ່ນນັ້ນ ເຂົ້າງົບປະມານ ຂອງຣັຖໄດ້ ເປັນຈຳນວນ ຫລວງຫລາຍ.

ໃນລະຍະ 5 ປີຜ່ານມານີ້ ອົງການກວດສອບແຫ່ງຣັຖ ພາຍໃຕ້ການເປັນປະທານ ຂອງ ດຣ.ວຽງທອງ ສາມາດ ກວດສອບໄດ້ 448 ເປົ້າ- ໝາຍ; ໄດ້ສົ່ງຜົລ ການກວດສອບ ໃຫ້ອົງການກວດສອບ ຂອງຣັຖບາລ ເພື່ອດຳເນີນການກວດກາ ໂດຍສະເພາະ ໂຄງການ ນອກແຜນ ຂອງຫົວໜ່ວຍ ງົບປະມານ, ໂຄງການທີ່ບໍ່ໄດ້ ຜ່ານການປະເມີນ ແລະການປະມູນ, ຮວມທັງໂຄງການ ຍົກເວັ້ນ ແລະຫລຸດຜ່ອນ ພາສີ- ອາກອນ; ສາມາດ ກວດສອບ ພົບຣາຍຮັບເພີ່ມ 3 ພັນປາຍຕື້ກີບ ແລະ ຣາຍຈ່າຍເພີ່ມ ເກືອບເຖິງ 1 ພັນຕື້ກີບ ຊຶ່ງເປັນຈໍານວນເງິນ ທີ່ທາງອົງການ ກວດສອບກວດພົບ.

ໃນຣາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ວັນທີ 2 ພຶສພາ 2017 ນີ້ ດຣ.ວຽງທອງ ສີພັນດອນ ເວົ້າວ່າໃນລະຍະ 5 ປີ ທີ່ຜ່ານມາ ອົງການ ກວດສອບ ແຫ່ງຣັຖ ສາມາດ ກວດສອບໄດ້ ທັງໝົດ 448 ເປົ້າໝາຍ. ດັ່ງທີ່ຍານາງ ກ່າວໃນ ຕອນນຶ່ງວ່າ: ສຽງ...

ພ້ອມກັນນັ້ນ ຍານາງກໍເວົ້າວ່າ ໄດ້ກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງຣັຖ ຢູ່ກະຊວງ, ອົງການ, ແຂວງ ແລະນະຄອນຫລວງ ວຽງຈັນຈຳນວນ 219 ເປົ້າໝາຍ, ກວດສອບ ທະນາຄານ ແລະ ວິສາຫະກິດ 97 ເປົ້າໝາຍ, ກວດສອບ ໂຄງການເງິນກູ້ຢືມ ແລະເງິນຊ່ວຍເຫຼືອລ້າ ຈາກຕ່າງປະເທດ 113 ເປົ້າໝາຍ, ສົມທົບກັບ ພາກສ່ວນອື່ນໆ ກວດສອບ ກອງທຶນສາກົນ ເພື່ອການພັທນາ 6 ເປົ້າໝາຍ ແລະ ກວດສອບອື່ນໆ ອີກຫລາຍຢ່າງ.

ຈາກຜົລຂອງການກວດສອບທັງໝົດ ທີ່ວ່ານັ້ນ ພົບຣາຍຮັບເພີ່ມ ຈຳນວນ 3,135  ຕື້ກີບ ແລະ ຣາຍຈ່າຍເພີ່ມ ນວນ 9,819 ຕື້ກີບ. ເວົ້າເຖິງດ້ານດີ ແລະຂໍ້ຄົງຄ້າງ ຂອງອົງການ ກວດສອບແຫ່ງຣັຖ ດຣ.ວຽງທອງ ເວົ້າຕອນນຶ່ງວ່າ: ສຽງ...

ເຣຶ່ອງການປະຕິບັດງານ ຂອງອົງການກວດສອບແຫ່ງຣັຖ ທີ່ໄດ້ດໍາເນີນ ມາຫຼາຍປີນັ້ນ ທ່ານ ເລັດ ໄຊຍະພອນ ຮອງເລຂາພັກແຂວງ ສະມາຊິກ ສະພາແຫ່ງຊາດ ຈາກເຂດເລືອກ ຕັ້ງທີ 17 ແຂວງ ອັດຕະປື ຊຶ່ງຫລາຍຄົນເວົ້າວ່າ ເປັນແຂວງທີ່ມີການ ພັທນາກວ່າແຂວງ ອື່ນໆ ໃນເຂດພາກໃຕ້ຂອງລາວ ຍ້ອນຂາຍ ຊັພຍາກອນ ທັມຊາດ ຫລາຍ ເປັນຕົ້ນແມ່ນໄມ້ ທີ່ຖືກອອກໄປ ຕ່າງປະເທສ ຫຼາຍນັ້ນ ມີຄວາມເຫັນຕໍ່ ກອງປະຊຸມ ສະພາແຫ່ງຊາດ ວ່າຕົວຈິງ ຂອງການກວດສອບ ໃນລະຍະ ຜ່ານມາ ກໍມີດ້ານດີຫລາຍ ແຕ່ຂໍ້ຄົງຄ້າງ ກໍຍັງມີຫລາຍຢ່າງ ທີ່ ຈະຕ້ອງໄດ້ຮັບ ການແກ້ໄຂ ດັ່ງທີ່ທ່ານກ່າວ ໃນຕອນນຶ່ງວ່າ: ສຽງ...

ຢ່າງໃດກໍຕາມ ສຳລັບທິດທາງແຜນການວຽກງານ ກວດສອບ ແລະ ຄາດໝາຍ ຂອງອົງການກວດສອບແຫ່ງຣັຖ ໃນ 5 ປີຕໍ່ໜ້າ ແຕ່ປີ 2017 ຫາ 2021 ດຣ.ວຽງທອງ ສີພັນດອນ ກໍກ່າວວ່າ ຈະສູ້ຊົນ ກວດສອບໃຫ້ໄດ້ 590 ເປົ້າໝໝາຍ: ສຽງ...

ອົງການກວດສອບແຫ່ງຣັຖ ໄດ້ວາງແຜນການເຄື່ອນໄຫວ ວຽກງານໄວ້ 7 ຢ່າງ ຮວມທັງວ່າຈະຈັດຕັ້ງ ຜັນຂະຫຍາຍ ວຽກງານກວດສອບ ເຂົ້າສູ່ລວງເລິກ ແລະ ສອດຄ່ອງກັບ ແນວທາງ ນະໂຍບາຍຂອງ ພັກແລະຣັຖ, ກັບມະຕິ, ຄຳສັ່ງ ແລະກົດໝາຍ ຂອງຣັຖ ດ້ວຍການຫັນ ເປັນແຜນການ, ແຜນງານ ແລະ ໂຄງການລະອຽດ; ກວດສອບຣາຍຮັບ, ຣາຍຈ່າຍ ງົບປະມານ ແຫ່ງຣັຖ, ກວດສອບ ປະສິດທິພາບ, ປະສິດທິຜົນ ການເຄື່ອນໄຫວ ຂອງທະນາຄານ ແລະທຸຣະກິດ ຂອງຣັຖ,

ກວດສອບບັນດາຄາດໝາຍເສຖກິດ ມະຫາພາກ, ຫົວຂໍ້ສະເພາະ ໃນການພັທນາ ເສຖກິດ-ສັງຄົມ ແລະທັງວ່າ ຈະສ້າງ ແລະປັບປຸງ ນິຕິກັມ ລຸ່ມກົດໝາຍໃຫ້ສຳເຣັດ ແລະຄົບຖ້ວນ ເພື່ອການ ປະຕິບັດງານ ຂອງອົງການ ກວດສອບ ແຫ່ງຣັຖ ຊຶ່ງມະຕິ ກອງປະຊຸມ ໃຫຍ່ຄັ້ງທີ 10 ຂອງພັກ ປະຊາຊົນ ປະຕິວັດລາວ ກໍານົດໃຫ້ ອົງການກວດສອບ ແຫ່ງຣັຖ ດໍາເນີນການ ກວດສອບກ ານຄຸ້ມຄອງ ແລະນໍາໃຊ້ ງົບປະມານ ການເງິນ ພາກຣັຖ ແລະຊັພສົມບັດ ຂອງຣັຖ, ເຮັດໃຫ້ ບັນດາຫົວໜ່ວຍ ງົບປະມານ ມີຄວາມເຂັ້ມງວດ ໃນການເຄົາຣົບ ກົດໝາຍ ແລະຣະບຽບການ ຕ່າງໆ ດີຂຶ້ນກວ່າເກົ່າ ຂນະທີ່ ຫຼາຍຄົນເວົ້າວ່າ ການກວດສອບ ຢູ່ໃນຣະບອບ ການປົກ -ຄອງແບບຜະເດັດການ ພັກດຽວ ຜູກຂາດອໍານາດ ບໍ່ມີຈັກເທື່ອ ທີ່ຈະກວດສອບ ຜູ້ມີສິດ ມີອໍານາດ ໃນຂັ້ນນໍາ ສູງສຸດ ພັກ-ຣັຖ ໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org