ຄິ້ງໂຣມັນ ກາຍເປັນແຫຼ່ງ ອາຊຍາກັມ ຂ້າມຊາດ

ຈໍາປາທອງ
2018.02.26
f-kingsromans ໂຮງຄາຊີໂນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
RFA

ກະຊວງການຄັງ ສະຫະຣັຖ ອະເມຣິກາ ໄດ້ອອກຖແລງຂ່າວ ໃນມື້ວັນທີ 30 ມົກກະຣາ 2018 ນີ້ວ່າ ກາຊີໂນ ຄິ້ງໂຣມັນ ຊຶ່ງແມ່ນ ທ່ານ ຈ້າວ ເຫວີຍ ເປັນເຈົ້າຂອງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແມ່ນເປັນອົງການ ອາຊຍາກັມຂ້າມຊາດ ເປັນແກັງທີ່ມີ ພຶດຕິກັມ ຜິດກົດໝາຍ ຊຶ່ງຫລາຍໆອົງການ ຈັດຕັ້ງຂອງລາວ ຢູ່ຕ່າງປະເທສ ຮວມທັງ ອົງການ ລາວເສຣີ Free Laos Campaign ທີ່ ສະຫະຣັຖ ເວົ້າວ່າ ແມ່ນເປັນຄືແນວນັ້ນແທ້ ເພາະຢູ່ທີ່ນັ້ນ ມີທັງການຟອກເງິນ, ຄ້າຢາເສບຕິດ, ຄ້າສັດປ່າ, ຄ້າມະນຸດ, ໃຫ້ສິນບົນ. ແຕ່ທ່ານ ຈ້າວ ເຫວີຍ ປະຕິເສດ ໂດຍ ຖແລງວ່າ ການກ່າວຫານັ້ນ ເປັນການກະຈາຍຂ່າວ ດ້ວຍເຈຕນາ ອັນບໍ່ດີ ທີ່ຮ້າຍແຮງ ໃສ່ພວກຕົນ.

ກ່ຽວກັບບັນຫາທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ສໍາພາດ ທ່ານ ອິນຊີທອງ ໂຄສົກ ອົງການລາວເສຣີ ໃນວັນທີ 25 ກຸມພາ 2018 ນີ້ ຊຶ່ງ ເບື້ອງຕົ້ນ ທ່ານ ຕີຣາຄາ ຄໍາຖແລງການ ຂອງກະຊວງການຄັງ ສະຫະຣັຖ ນັ້ນວ່າ ສະຫະຣັຖ ມີເຫດຜົລຫລາຍ ຍ້ອນວ່າ ກາຊີໂນ ຄິ້ງໂຣມັນ ນີ້ ມີພຶດຕິກັມ ກະທໍາຜິດ ກົດໝາຍ ມາໄດ້ຫລາຍປີແລ້ວ:

ດັ່ງນັ້ນ ກະຊວງການຄັງ ຂອງສະຫະຣັຖ ອະເມຣິກາ ຈຶ່ງໄດ້ຂຶ້ນບັນຊີດໍາ ເປັນສ່ວນບຸກຄົນ 4 ຄົນ ທີ່ມີສ່ວນກ່ຽວຂ້ອງ ໂດຍກົງກັບ ການ ກະທໍາທີ່ຜິດກົດໝາຍ ນັ້ນຄື ທ່ານ ຈ້າວ ເຫວີຍ ປະທານ ສະພາບໍຣິຫານ ເຂດເສຖກິດພິເສດ ສາມຫລ່ຽມຄໍາ, ປະທານ ກຸ່ມ ບໍຣິສັດ ດອກງິ້ວຄໍາ, ເຈົ້າຂອງ ກາຊີໂນ ຄິ້ງໂຣມັນ ແລະ ພັລຍາ ຂອງທ່ານ ຍານາງ Guiqin Su, ທ່ານ Eberahim Abbas ຄົນອອສເຕຣເລັຍ ແລະ ທ່ານ ນັດ ຣຸ່ງຕາວັນຄີຣີ ທີ່ເປັນຊາວໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.