ຣັຖບານວ່າຄົນລາວພົ້ນທຸກ ແລ້ວ

ສິດນີ
2015.09.15
F-Laos ຊີວິດ ຂອງ ຊາວລາວ ທີ່ ຫາເຊົ້າກິນຄໍ່າ
RFA

ທາງການລາວ ໄດ້ ເປີດເຜີຍ ບົດຣາຍງານ ກ່ຽວກັບ ບັນຫາ ຄວາມທຸກຍາກ ໃນລາວ ວ່າ, ຣັຖບານ ສາມາດ ບັນລຸ ເປົ້າໝາຍ ສະຫັດສວັດ ອົງການ ສະຫະ ປະຊາຊາດ ໃນການ ຫລຸດຜ່ອນ ບັນຫາ ຄວາມ ທຸກຍາກ ໃນລາວ ລົງໄດ້ ໃນ ຣະຍະ 5 ປີ ທີ່ ຜ່ານມາ.

ຣາຍງານ ວ່າ ຈຳນວນ ຄອບຄົວ ທີ່ ຍັງຖືວ່າ ທຸກຍາກ ຢູ່ ໃນລາວ ໃນປີ 2015 ນັ້ນ ໄດ້ຫລຸດລົງ ປະມານ 6.59% ຂອງ ຄອບຄົວ ທັງຫມົດ ຫລື ປະມານ 76,604 ຄອບຄົວ ຫລັງຈາກ 1 ແສນ 2 ຫມື່ນ 2 ພັນ ກວ່າ ຄອບຄົວ ຖືກ ຈັດຢູ່ເທີງ ຂີດ ຄວາມທຸກຍາກ ໃນ 5 ປີ ກ່ອນ.

ການຫລຸດລົງ ຂອງ ຄອບຄົວ ທີ່ ທຸກຍາກ ໝາຍຄວາມ ວ່າ ຣັຖບານລາວ ສາມາດ ບັນລຸ ເປົ້າຫມາຍ ທີ່ ທາງການ ກຳນົດ ໄວ້ ໃນ ກອງປະຊຸມ ສະພາ ເທື່ອທີ 9ດ ຊຶ່ງ ທາງການ ລາວ ໄດ້ວາງແຜນ ຈະ ຫລຸດ ຄວາມທຸກຍາກ ໃນລາວ ລົງໃຫ້ໄດ້ ຕ່ຳກວ່າ 10% ໃນ ປີ 2015.

ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ລາວ ໄດ້ ລົງນາມ ຮັບເອົາ ບົດ ຣາຍງານ ດັ່ງກ່າວ ຢ່າງ ເປັນ ທາງການ ໃນແຜນການ ຫລຸດຜ່ອນ ຄວາມທຸກຍາກ ໃນລາວ ທີ່ ຮວບຮວມ ໂດຍ ຄນະ ກັມມາທິການ ພັທນາ ຊົນນະບົດ ແລະ ລຶບລ້າງ ຄວາມ ທຸກຍາກ.

ອີງຕາມ ບົດຣາຍງານ ມີຄອບຄົວ ທີ່ ຖືກ ພັທນາ ທັງຫມົດ 1 ລ້ານ 162 ພັນ 388 ຄອບ ໃນ ປີ 2015 ເພີ້ມຂຶ້ນ 1 ແສນ ກວ່າ ຄອບຄົວ ຖ້າ ທຽບໃສ່ ປີ 2011 ຈຳນວນ ຄອບຄົວ ທີ່ ພັທນາ ແລ້ວ ເພີ້ມຂຶ້ນ ເປັນ 4 ແສນ ຄອບຄົວ ຮວມຄອບຄົວ ທີ່ ພັທນາ ທັງຫມົດ ເປັນ 8 ແສນ ກວ່າ ຄອບຄົວ ໃນ ສັດສ່ວນ 77% ຂອງ ຄອບຄົວ ທັງຫມົດ ໃນລາວ.

ໃນ ຣະຍະ 5 ປີ ຜ່ານມາ ຈຳນວນ ຄອບຄົວ ທີ່ ຖືວ່າ ທຸກຍາກ ຫລຸດລົງ ໃນ ແຕ່ລະປີ 1 ພັນ 4 ຮ້ອຍ ກວ່າ ຄອບຄົວ ໃນສັດສ່ວນ ຣະຫວ່າງ 20% ເຄິ່ງ, ຊຶ່ງ ໃນ ປັດຈຸບັນ ຍັງເຫລືອ ຄອບຄົວ ທີ່ ທຸກຍາກ ໃນລາວ ປະມານ 8 ພັນ ກວ່າ ຄອບຄົວ ໃນ ທົ່ວ ປະເທດ ຄອບຄົວ ທີ່ ຖືກພັທນາ ໄດ້ເພີ້ມຂຶ້ນ ປະມານ 42%.

ອິງຕາມ ບົດຣາຍງານ ຈຳນວນ ບ້ານ ທີ່ ມີຖນົນ ເຂົ້າໄປເຖິງ ແລະ ສາມາດ ເດີນທາງ ໄດ້ ຕຣອດປີ ເພີ້ມຂຶ້ນ 627 ບ້ານ ຣະຫວ່າງ ປີ 2011-2015 ຊຶ່ງ ໂດຍຮວມ ມີຫມູ່ບ້ານ ໃນລາວ ປະມານ 7 ພັນ ກວ່າ ບ້ານ ມີຖນົນ ໄປຮອດ ໃນ ປັດຈຸບັນ ແລະ ໃນ ສັດສ່ວນ 84% ຂອງ ຫມູ່ບ້ານ ທັງຫມົດ ໃນ ທົ່ວ ປະເທດ.

ສຳລັບ ການໃຊ້ ໄຟຟ້າ ໃນ ປັດຈຸບັນ ມີ ບ້ານ ໃນລາວ ທີ່ ມີໄຟຟ້າ ໃຊ້ ປະມານ 6  ພັນ ກວ່າ ບ້ານ ຫລື ປະມານ 80% ຂອງ ບ້ານ ທັງຫມົດ ໃນ ທົ່ວ ປະເທດ ເພີ້ມຂຶ້ນ ກວ່າ 2 ພັນ ບ້ານ ຖ້າທຽບໃສ່ ປີ 2011. ນອກຈາກ ນັ້ນ ຣັຖບານ ລາວ ຍັງໄດ້ ສ້າງບ້ານ ຈັດສັນ ໃຫ້ ປະຊາຊົນ ຜູ້ ທີ່ຖືກ ໂຍກຍ້າຍ ຈາກ ໂຄງການ ຂອງ ຣັຖບານ ແລະ ປັບປຸງ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໄດ້ ກວ່າ 7 ພັນ ບ້ານ ຫລື ປະມານ 90% ຂອງ ບ້ານ ທັງຫມົດ ໃນ ນັ້ນ ຮ່ວມດ້ວຍ 800 ບ້ານ ທີ່ ຣັຖບານ ລາວ ໄດ້ກະທຳ ໃນ ຣະຍະ 5 ປີ ທີ່ ຜ່ານມາ.

ບ້ານທີ່ ມີການປູກຝັງ ລ້ຽງສັດ ຫລື ຜລິຕພັນ ທາງດ້ານ ການກະເສດ ກໍເພີ້ມຂຶ້ນ ກວ່າ 1 ພັນ 5 ຮ້ອຍ ບ້ານ ຣະຫວ່າງ ປີ 2011 ຫາ ປີ 2015 ຊຶ່ງ ໂດຍຮວມ ບ້ານ ດັ່ງກ່າວ ເພີ້ມຂຶ້ນ ເປັນ 6 ພັນ ກວ່າ ບ້ານ ໃນ ທົ່ວ ປະເທດ ຫລື ປະມານ 80%.

ນີ້ ແມ່ນ ບົດຣາຍງານ ຂອງ ຣັຖບານ ແລະ ແຜນການ ດັ່ງກ່າວ ທັງຫມົດນີ້ ຣັຖບານ ລາວ ຈະໃຊ້ເປັນ ແວ່ນແຍງ ໃນການ ປະຕິບັດ ງານ ໃນ ນະໂຍບາຍ ການ ຫລຸດຜ່ອນ ບັນຫາ ຄວາມທຸກຍາກ ໃນລາວ ໃນ ອະນາຄົດ.

ແຕ່ ນັກ ວິເຄາະ ເວົ້າວ່າ ເປັນໄປໄດ້ ຍາກ ທີ່ ທາງການ ລາວ ຈະບັນລຸ ເປົ້າຫມາຍ ສະຫັດສວັດ ເພາະ ທຸກມື້ນີ້ ຍັງມີຄົນ ທຸກຍາກ ຫລາຍ ຢູ່ໃນລາວ ບາງເຂດ ແຮງ ທຸກຍາກ ກວ່າເກົ່າ ຍ້ອນວ່າ ຖືກຍຶດ ທີ່ດີນ ບ່ອນ ເຮັດໄຮ່ ເຮັດນາ ທຳມາ ຫາກິນ ຍ້ອນ ໂຄງການ ຂອງ ຣັຖບານ ດັ່ງ ການ ສ້າງ ເຂື່ອນ ໄຟຟ້າ ປູກຕົ້ນໄມ້ ເສຖກິດ ແລະ ຂຸດຄົ້ນ ແຮ່ທາດ ແລະ ອື່ນໆ ທີ່ ຣັຖບານ ໃຫ້ ສຳປະທານ ແກ່ ນັກລົງທຶນ ຕ່າງຊາດ. ປະຊາຊົນ ລາວ ສ່ວນໃຫຍ່ ຂາດ ວຽກເຮັດ ງານທຳ, ຫລາຍ ຄອບຄົວ ຖືກ ໂຍກຍ້າຍ ຈາກ ບ່ອນຢູ່ ອາສັຍ ໃນຫລາຍ ໂຄງການ ຂອງ ຣັຖບານ ບາງ ຄອບຄົວ ບໍ່ມີບ່ອນຢູ່ ເທົ້າທຸກມື້ ນີ້ ແລະ ຄ່າຊົດເຊີຍ ກໍບໍ່ ສົມເຫດ ສົມຜົລ.

ໂຄງການ ພັທນາ ຊົນນະບົດ ຂອງ ຣັຖບານ ກໍຂາດ ງົປມານ ແລະ ຄວາມ ເອົາໃຈໃສ່ ຈາກ ພາກຣັດ ແລະ ຫລາຍ ໂຄງການ ກໍຫລົ້ມແຫລວ ດັ່ງ ໂຄງການ ຝຶກ ອາຊີບ ປູກຕົ້ນໄມ້ ເສຖກິດ ແລະ ໂຄງການ ປູກພືດ ທົນແທນ ແລະ ອື່ນໆ ຍ້ອນບໍ່ມີ ຕລາດໃຫ້ ແກ່ ຂະເຈົ້າ.

ໂຄງການ ກະເສດ ພັນທະ ສອງບວກສາມ ແຮງຮ້າຍ ປະຊາຊົນ ເສັຽປຽບ ໃຫ້ ນາຍທຶນ ຫລາຍ ທີ່ສຸດ ນອກຈາກ ຈະບໍ່ມີ ຣາຍໄດ້ ແລ້ວ ຍັງເຮັດໃຫ້ ຂະເຈົ້າ ຕິດຫນີ້ ກວ່າເກົ່າ. ທ່ານ ກ່າວວ່າ ໂຄງການ ຝຶກອາຊີບ ດັ່ງການ ປູກ ຢາງພາລາ ຕ່ຳຫູກ ລ້ຽງ ມ້ອນ ລ້ຽງ ປາກະຊັງ ແລະ ອາຊີບ ອື່ນໆ ເມື່ອ ຝຶກ ມາແລ້ວ ປະຊາຊົນ ກໍບໍ່ມີ ງົປມານ ໃນການ ດຳເນີນ ກິຈການ ບາງຄົນ ໄປ ຢືມເງິນ ທະນາຄານ ຫລື ກາຍເປັນ ຫນີ້ ນາຍທຶ້ນ. ໃນທີ່ສຸດ ກໍບໍ່ມີ ຕລາດ ໃຫ້ ຂະເຈົ້າ ຂາຍ ຜົລຜລິດ ແລະ ກໍ່ເລີຍ ພາກັນ ຍົກເລີກ ຫລາຍ ໂຄງການ.

ນັກຊ່ຽວຊານ ລາວ ທີ່ ໄປ ຝຶກ ອົບຮົມ ຂະເຈົ້າ ນັ້ນ ກໍຂາດເຂີນ ບາງ ແຫ່ງ ກໍສອນກັນ ຕາມເປັນ ຕາມມີ ຊຶ່ງ ບໍ່ແມ່ນ ນັກຊ່ຽວຊານ ຕົວຈີງ ບາງ ແຫ່ງ ປະຊາຊົນ ກໍເປັນ ຊົນເຜົ່າ ຍາກ ໃນ ການສື່ສານ ຍ້ອນເວົ້າ ພາສາລາວ ບໍ່ເຂົ້າໃຈ.

ຍ້ອນ ເຫດຜົລ ດັ່ງກ່າວ ທັງຫມົດ ນີ້ ຈຶ່ງ ເວົ້າໄດ້ວ່າ ເປັນ ການຍາກ ທີ່ ສປປລາວ ຈະບັນລຸ ເປົ້າຫມາຍ ສະຫັດສວັດ ອົງການ ສະຫະ ປະຊາຊາດ ໃນການ ຫລຸດຜ່ອນ ບັນຫາ ຄວາມ ທຸກຍາກ ໃນລາວ ໃນຣະຍະ 5 ປີ ທີ່ ຜ່ານມາ ຮ້າຍ ໄປກວ່ານັ້ນ ຄວາມທຸກຍາກ ໃນລາວ ແຮງເພີ້ມຂຶ້ນ ຍ້ອນ ຄ່າຄອງຊີບ ແພງ ພະນັກງານ ຣັດ ບາງຄົນ ເງິນເດືອນ ບໍ່ໄດ້ ຫລາຍເດືອນ ແລະ ກັມມະກອນ ລາວ ກໍຍັງໄດ້ ຮັບຄ່າຈ້າງ ຣະດັບຕ່ຳ ຢູ່ ຫລາຍຄົນ ກໍຫນີໄປ ເຮັດວຽກ ໃນ ໄທ ຖ້າ ສະພາບການ ທາງ ເສຖກິດ ໃນລາວ ດີ ພວກຂະເຈົ້າ ຄົງ ຈະບໍ່ໄດ້ ໄປ ເຮັດວຽກ ຢູ່ໄທ.

ຄວາມຫມາຍ ບ້ານ ທີ່ ຖືກ ພັທນາ ຫລື ຫລຸດພົ້ນ ຈາກ ຄວາມ ທຸກຍາກ ແລ້ວນັ້ນ ຕ້ອງ ເປັນບ້ານ ທີ່ ມີການ ບໍຣິການ ຂັ້ນ ພື້ນຖານ ດັ່ງ ສຸຂສາລາ ໂຮງຮຽນ ຖນົນ ຫົນທາງ ການ ເຊື່ອມຕໍ່ ໄຟຟ້າ ນ້ຳ ສະອາດ ແລະ ມີອາຊີບ ລ້ຽງ ຄອບຄົວ.

ປະຊາຊົນ ໃນໂຄງການ ລຶບລ້າງ ບ້ານ ທຸກຍາກ ທ່ານນຶ່ງ ເວົ້າວ່າ ໃນ ຣະຍະ ສອງປີ ຜ່ານມາ ຫລັງຈາກ ບ້ານ ຂອງລາວ ໄດ້ເຂົ້າຮ່ວມ ໂຄງການ ດັ່ງກ່າວ ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ຄວາມກ້າວຫນ້າ ເລີຍ ຍັງ ທຸກຍາກ ຫລື ຫລາຍ ກວ່າເກົ່າ ບາງ ຄອບຄົວ ກໍອອກຈາກ ໂຄງການ ໄປຫາວຽກ ຢູ່ ບ່ອນອື່ນ. ດັ່ງທ່ານ ກ່າວວ່າ: ສຽງ--

ດັ່ງ ຕົວຢ່າງ ໂຄງການ ນ້່ຳລິນ ທ່ານວ່າ ເຮັດມາໄດ້ ສອງປີ ແລ້ວ ແຕ່ການ ຣະບາຍນ້ຳ ກໍບໍ່ ສະດວກ ສະບາຍ ບາງມື້ ກໍໄດ້ ບາງມື້ ກໍ່ບໍ່ໄດ້ ແລະ ກໍມີການ ສ້ອມແປງ ຢູ່ຕລອດ ເຮັດໃຫ້ ຊາວບ້ານ ບໍ່ມີ ແຫລ່ງນ້ຳ ໃນການ ປູກຝັງ ແລະ ລ້ຽງຊີບ ປະເພດ ອື່ນໆ ແລະ ການຂຍາຍ ຕາຂ່າຍ ໄຟຟ້າ ກໍໄດ້ ເລີ້ມມາໄດ້ 1 ປີ ແລ້ວ ແຕ່ຍັງ ບໍ່ມີ ໄຟຟ້າໃຊ້ ເລີຍ ແລະ ອີກຫລາຍ ໂຄງການ ທີ່ ຊາວບ້ານ ບໍ່ໄດ້ຮັບ ຜົລປະໂຫຍດ. ສຳລັບ ການສ້າງ ຖນົນ ຫົນທາງ ນັ້ນ ຫລາຍບ້ານ ຍັງຂາດ ຖນົນ ຢູ່ ແລະ ບາງບ້ານ ບໍ່ມີການ ສ້າງ ຖນົນເລີຍ ຊາວບ້ານ ອີກ ທ່ານນຶ່ງ ເວົ້າວ່າ: ສຽງ--

ທະນາຄານ ໂລກ ຣາຍງານ ວ່າ ອັດຕຣາ ຄວາມ ທຸກຍາກ ໃນລາວ ສ່ວນໃຫຍ່ ແມ່ນ ໃນເຂດ ຊົນນະບົດ ແລະ ເຂດພູເຂົາ ປະມານ 43% ຖ້າທຽບໃສ່ ເຂດ ທົ່ງພຽງ 28% ເຂດ ພາກໃຕ້ ມີຄົນ ທຸກຍາກ ຫລາຍກວ່າ ຫມູ່ 59% ກຸ່ມທີ່ ທຸກຍາກ ຫລາຍ ກວ່າຫມູ່ ແມ່ນ ກຸ່ມ ຊາວນາ. ກຸ່ມ ທີ່ເຮັດ ການ ແລະ ເຮັດ ທຸຣະກິດ ສ່ວນຕົວ ທຸກຍາກ ນ້ອຍ ຫລື ມີຣາຍໄດ້ ດີ ກວ່າ.

ອິງຕາມ ຫນັງສືພິມ ລາວ ພັທນາ ສະບັບ ວັນທີ 12 ກຸມພາ ຜ່ານມາ ຣະບຸວ່າ ໂຄງການ ລຶບລ້າງ ຫມູ່ບ້ານ ທຸກຍາກ ໃນລາວ ທີ່ ເລີ້ມມາແຕ່ ປີ 2011 ນັ້ນ ສາມາດ ລຶບລ້າງ ບ້ານ ທຸກຍາກ ໄດ້ພຽງແຕ່ 886 ບ້ານ ຫລື ປະມານ 10% ຂອງບ້ານ ທັງຫມົດ ໃນລາວ ເທົ່ານັ້ນ ປັດຈຸບັນ ໃນລາວ ຍັງເຫລືອ ບ້ານ ທີ່ ທຸກຍາກ ທັງຫມົດ ປະມານ 2289 ບ້ານ ຊຶ່ງ ຣັຖບານ ລາວ ໄດ້ ຕັ້ງເປົ້າ ໄວ້ວ່າ ພາຍໃນ ປີ 2015 ຈະຕ້ອງ ໃຫ້ ເຫຼືອ ບ້ານ ທຸກຍາກ ໃນລາວ ຢ່າງນ້ອຍ 960 ບ້ານ ຫລື ປະມານ 11% ແລະ ໃນປີ 2020 ຈະລຶບລ້າງ ໃຫ້ຫມົດ ອາດ ເປັນໄປໄດ້ ຍາກ ຍ້ອນ ສາເຫດ ຕາມທີ່ ກ່າວມາ ຂ້າງ ເທິງ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.