ເປົ້າໝາຍຫຼຸດຜ່ອນຄວາມ ທຸກຍາກ

ສິດນີ
2015.12.25
F-Laos ຊີວິດຂອງແມ່ຍິງລາວ ແລະ ເດັກນ້ອຍ ໃນຊົນນະບົດ
Screen captured UNFP Asia video

ຣັຖບານລາວ ຕ້ອງ ພັທນາ ຊັພຍາກອນ ມະນຸດ ຖ້າ ຢາກຫລຸດຜ່ອນ ຄວາມທຸກຍາກ ໃຫ້ໄດ້ ແລະ ເປັນໄປຕາມ ເປົ້າຫມາຍ ໃຫມ່ ຄື 15% ພາຍໃນ ປີ 2020.

ເຈົ້າຫນ້າທີ່ ອົງການ ສຸພານິມິດ ປະຈຳລາວ ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 24 ທັນວາ ນີ້ວ່າ ຖ້າຢາກ ຫລຸດຜ່ອນ ຄວາມທຸກຍາກ ໃຫ້ໄດ້ຕາມ ເປົ້າຫມາຍ ທາງການ ລາວ ຕ້ອງ ພັທນາ ປະຊາຊົນ ໃຫ້ ມີຄວາມຮູ້ ຄວາມສາມາດ ພ້ອມທັງ ໃຫ້ທຶນແກ່ ຂະເຈົ້າ ເພື່ອເຮັດ ທຸຣະກິດ ການຄ້າ ຫລື ການກະເສດ ດັ່ງທ່ານ ກ່າວວ່າ:

"ສ້າງຂີດ ຄວາມສາມາດ ຂອງເຂົາ ແລ້ວກໍ ຕິດແທດກັບ ການໃຫ້ ຣະບົບ ກອງທຶນ ໃຫ້ ຂະເຈົ້າ ຈັດຕັ້ງເອງ ພວກເຮົາ ຝຶກອົບຮົມ ແລ້ວ ພວກເຮົາ ກໍມອບທຶນ ຈຳນວນນຶ່ງ ຂະເຈົ້າ ຈະໃຊ້ຫມູນວຽນ ຢູ່ໃນບ້ານ".

ຣັຖບານລາວ ຫາກໍ ປະກາດ ເປົ້າຫມາຍໃຫມ່ ຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ໃນອາທິດ ຜ່ານມາ ວ່າຈະຫລຸດ ອັດຕຣາ ຄວາມທຸກຍາກ ໃຫ້ ເຫລືອ 15 ສ່ວນຮ້ອຍ ພາຍໃນ 5 ປີ ຂ້າງຫນ້າ ຕາມແຜນ ພັທນາເສຖກິດ ສັງຄົມ ແຫ່ງຊາດ ຄັ້ງທີ 8 ໃນຂນະທີ່ ອົງການ ພັທນາ ສະຫະປະຊາຊາດ ຣາຍງານ ວ່າ ອັດຕຣາ ຄວາມທຸກຍາກ ໃນລາວ ປັດຈຸບັນ ຍັງມີຢູ່ 20.5 ສ່ວນຮ້ອຍ.

ໃນແຜນ ການພັທນາ ເສຖກິດ ສັງຄົມ ແຫ່ງຊາດ ສະບັບໃຫມ່ ຣັຖບານລາວ ໄດ້ຕັ້ງ ເປົ້າຫມາຍໃຫມ່ ໄວ້ຫຼາຍດ້ານ ເປັນຕົ້ນ ຈະເຮັດ ເສຖກິດ ຂຍາຍຕົວ ຢ່າງນ້ອຍ 7.5% ຕໍ່ປີ ຈະເພີ້ມຣາຍໄດ້ ປະຊາກອນ ຈາກ 1800 ໂດລາ ຕໍ່ປີ ໃຫ້ເປັນ 2450 ໂດລາ ຫລື 20 ລ້ານກີບ. ສະມາຊິກ ສະພາ ແຫ່ງຊາດ ຫລາຍທ່ານ ໃຫ້ ຄວາມເຫັນວ່າ ຖ້າຫາກ ຣັຖບານ ຢາກບັນລຸ ເປົ້າຫມາຍ ດັ່ງກ່າວ ຕ້ອງພັທນາ ຊັພຍາກອນ ມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.