ແຜນພັທນາເສຖກິດ ຂ.ຈໍາປາສັກ
2017.09.07
ແຂວງຈຳປາສັກ ມີແຜນການຈະພັທນາ ເຂດເສຖກິດພິເສດ ສີ່ແຫ່ງໃນເວລານີ້ ຫລັງຈາກ ໄດ້ຮັບອະນຸຍາດ ຈາກຣັຖບານ ໂດຍໄດ້ເປີດໃຫ້ ນັກລົງທຶນ ຈາກຍີ່ປຸ່ນ ແລະນັກລົງທຶນ ພາຍໃນປະເທດ ເຂົ້າມາສຳປະທານ. ດັ່ງເຈົ້າຫນ້າທີ່ ຂແນງສົ່ງເສີມ ການລົງທຶນ ແຂວງຈຳປາສັກ ທ່ານນຶ່ງ ກ່າວວ່າ:
"ມີຢູ່ປັດຈຸບັນນີ້ ຣັຖບານລາວອະນຸມັດ ໃຫ້ແລ້ວມີຢູ່ສີ່ໂຊນ ມີວັງເຕົ່າ ຊ່ອງເມັກ ເຂດສອງຄື ນິຄົມອຸດສາຫະກັມ ໂຊນນຶ່ງໃຫ້ຈຳເພາະຍີ່ປຸ່ນ ໂຊນສອງໃຫ້ developer ເປັນຄົນລາວ ແຕ່ວ່າໃຫ້ຮັບ ຕ່າງຊາດ ມາລົງທຶນໄດ້ທຸກປະເພດ ແລ້ວກໍພັທນາ ຕົວເມືອງປາກເຊ ມີອີກໂຊນ ນຶ່ງ ສຸດທ້າຍຄືເຂດ ຕົວເມືອງ ມີສິບແປດ ເຮັກຕາ".
ທ່ານວ່າ ເຂດເສຖກິດພິເສດວັງເຕົ່າ ຊ່ອງເມັກ ມີເນື້ອທີ່ທັງຫມົດ ປະມານ 253 ເຮັກຕາ ຕັ້ງຢູ່ເມືອງໂພນທອງ ຕິດກັບຊາຍແດນໄທ, ນິຄົມ ອຸດສາຫະກັມ ໜັກຂອງຍີ່ປຸ່ນ ມີເນື້ອທີ່ປະມານ 195 ເຮັກຕາ ເຂດເສຖກິດພິເສດ ທີ່ເປັນຂອງຄົນລາວນັ້ນ ມີເນື້ອທີ່ປະມານ 800 ເຮັກຕາ ແລະໂຄງການພັທນາ ເມືອງປາກເຊ ນັ້ນມີເນື້ອທີ່ 58 ເຮັກຕາ.
ເຂດນິຄົມອຸສາຫະກັມ ຂອງຍີ່ປຸ່ນ ໃນປັດຈຸບັນມີ ບໍຣິສັດເຂົ້າມາລົງທຶນແລ້ວ 8 ບໍຣິສັດ ແລະໄດ້ດຳເນີນງານໄປແລ້ວ 6 ບໍຣິສັດ. ທ່ານກ່າວ ຕື່ມວ່າ ເຂດພັທນາ ເມືອງປາກເຊ ໄດ້ຮັບການ ອະນຸມັດ ຈາກຣັຖບານລາວ ວ່າງປີທີ່ຜ່ານມາ ໂດຍມີກຳນົດ ໃຫ້ສ້າງ ໂຮງຫມໍ ໂຮງແຮມ ສູນການຄ້າ ເພື່ອໃຫ້ເປັນ ແຫລ່ງທ່ອງທ່ຽວ ແຫ່ງໃຫມ່ ໃນເຂດພາກໃຕ້ ຂອງລາວ.
ແຂວງຈຳປາສັກ ມີແຜນພັທນາ ເຂດເສຖກິດພິເສດ ທັງຫມົດ 6 ແຫ່ງ ແຕ່ຈະພັທນາ ສີ່ແຫ່ງໄປກ່ອນ ສອງແຫ່ງ ຍັງລໍຖ້າການ ອະນຸມັດ ຈາກຣັຖບານ ເປັນຕົ້ນ ເຂດເສຖກິດພິເສດ ມະຫານາທີ ສີພັນດອນ ແລະ ເຂດເສຖກິດພິເສດ ພູພຽງ ບໍລະເວນ.