ເສຖກິດພິເສດຄອນພະເພັງ
2015.08.03
ທາງການ ລາວ ໄດ້ ອະນຸມັດ ເຂດ ນ້ຳຕົກຕາດ ຄອນພະເພັງ ແລະ ບໍຣິເວນ ອ້ອມແອ້ມ, ໃຫ້ ພັທນາ ເປັນເຂດ ເສຖກິດ ພິເສດ ແຫ່ງ ໃຫມ່ ຂອງ ສປປລາວ ຢ່າງ ເປັນ ທາງການ ແລ້ວ. ເຈົ້າຫນ້າທີ່ ຮັບຜິດຊອບ ໂຄງການ ໃຫ້ ການ ຢືນຢັນ ຢ່າງເປັນ ທາງການ ໃນການ ອະນຸຍາດ ດັ່ງກ່າວ ທີ່ມີຂຶ້ນ ເມື່ອບໍ່ດົນ ມານີ້.
ດຣ.ບຸນທົງ ດີວີໄຊ ເຈົ້າແຂວງໆ ຈຳປາສັກ ໄດ້ກ່າວຕໍ່ ຫນັງສືພິມ ວຽງຈັນທາມສ ໃນມື້ ວັນສຸກ ຜ່ານມາ ວ່າ, ຂັ້ນຕອນ ຕໍ່ໄປແມ່ນ ຊອກຫາ ນັກ ລົງທຶນ ແລະ ສ້າງຕັ້ງ ຄນະ ກັມມະການ ບໍຣິຫານ ພື້ນທີ່. ທ່ານວ່າ ຣັຖບານ ລາວ ໄດ້ ລົງນາມ ການ ອະນຸຍາດ ໃຫ້ ສ້າງຕັ້ງ ເຂດ ເສຖກິດ ຢ່າງເປັນ ທາງການ, ຊຶ່ງ ເປັນການ ປູທາງ ໄປສູ່ ຂັ້ນຕອນ ການ ພັທນາ ໂຄງການ ໃນ ຣະຍະ ຕໍ່ໄປ.
ບໍຣິສັດ ຈາກ ຫຼາຍປະເທດ ມີ ຄວາມສົນໃຈ ໃນການ ລົງທຶນ ໃນເຂດ ດັ່ງກ່າວ ມາໄດ້ ຫຼາຍປີ ແລ້ວ, ແຕ່ຍັງ ລໍຖ້າການ ຕັດສິນໃຈ ຂອງ ຣັຖບານ ໃນການ ອະນຸມັດ ໃຫ້ ເປັນເຂດ ເສຖກິດ ພິເສດ. ທາງການ ແຂວງ ຈຳປາສັກ ໄດ້ ຍື່ນ ຂໍ້ສເນີ, ກ່ຽວກັບ ການສ້າງຕັ້ງ ເຂດ ເສຖກິດ ພິເສດ ນ້ຳຕົກ ຕາດ ຄອນພະເພັງ ຕໍ່ ຣັຖບານ ໃນປີ ທີ່ຜ່ານມາ ເພື່ອ ພິຈາຣະນາ ໂດຍໃຫ້ ເຫດຜົລ ວ່າ, ເປັນການ ຍົກຣະດັບ ທຸຣະກິດ ທ້ອງຖິ່ນ ແລະ ສ້າງ ວຽກເຮັດ ງານທໍາ ໃຫ້ແກ່ ປະຊາຊົນ ໃນ ເຂດນີ້. ທຸຣະກິດ ສ່ວນໃຫຍ່ ຈະເປັນ ໂຮງແຮມ ບ້ານພັກ ສນາມກອຟ ແລະ ທຸຣະກິດ ການ ທ່ອງທ່ຽວ ປະເພດ ຕ່າງໆ ທີ່ ຫຼາຍ ປະເທດ ສົນໃຈ.