ສະເພາະກິດກວດສອບພໍ້ ທາງຕັນ
2015.08.18
ໃນ ກໍຣະນີ ໂຄງການ ທີ່ ບໍ່ມີ ຕົວຕົນ ຢູ່ ແຂວງ ອຸດົມໄຊ, ທີ່ ມີການ ອະພິປາຍ ກັນ ຢູ່ໃນ ກອງປະຊຸມ ສະພາ ໃນ ທ້າຍປີ ທີ່ ຜ່ານມາ, ຊຶ່ງ ເຮັດໃຫ້ ເກີດຄວາມ ເສັຽຫາຍ ແກ່ ຣັຖ, ມູນຄ່າ ບໍ່ຕໍ່າກວ່າ 500 ຕື້ ກີບ. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່ ຜູ້ ທີ່ເປັນນຶ່ງ ໃນ ຈໍານວນ ເຈົ້າໜ້າທີ່ ເຮັດວຽກ ກວດສອບ ໃນ ເຣື້ອງນີ້.
ເຈົ້າໜ້າທີ່ ທ່ານນີ້ ໄດ້ ກ່າວຕໍ່ ເອເຊັຽ ເສຣີວ່າ: ວຽກງານ ການກວດກາ ເປັນໄປ ດ້ວຍຄວາມ ຫຍຸ້ງຍາກ, ຍ້ອນວ່າ ມີການນໍາ ຣະດັບ ສູງ ບາງ ທ່ານ ມີສ່ວນ ພົວພັນ ໃນ ໂຄງການ ດັ່ງກ່າວ.
ໂຄງການ ບໍ່ມີຕົວຕົນ ແມ່ນ ເກີດຂຶ້ນ ຢູ່ ແຂວງ ອຸດົມໄຊ, ໃນຊ້ວງ ທີ່ ແຂວງ ອຸດົມໄຊ ເປັນ ເຈົ້າພາບ, ຈັດການ ແຂ່ງຂັນ ກິລາ ແຫ່ງຊາດ, ຊຶ່ງ ໃນເວລາ ນັ້ນ ມີຫຼາຍ ບໍຣິສັດ ໄດ້ຮັບ ສໍາປະທານ ໃນການ ກໍ່ສ້າງ ໂຄງຮ່າງ ພື້ນຖານ.
ບໍຣິສັດ ທີ່ ໄດ້ຮັບ ສຳປະທານ ໂຄງການ ກໍ່ສ້າງ ນຳ ຣັຖບານ, ແລະ ຣັຖບານ ໄດ້ອອກ ພັນທະບັດ ໃຫ້, ເພື່ອເປັນ ສິ່ງ ຄ້ຳປະກັນ, ແຕ່ວ່າ ໃນ ຕົວຈິງ ບໍຣິສັດ ທີ່ໄດ້ ສຳປະທານ ພັດໄປ ແລ່ນ ເອົາເງິນ ຈາກ ກະຊວງ ການເງິນ ມາກ່ອນ, ແລ້ວ ເອົາເງິນ ດັ່ງກ່າວ ເຂົ້າຖົງ ຕົວເອງ, ໂດຍ ທີ່ບໍ່ໄດ້ ດໍາເນີນ ປະຕິບັດ ໂຄງການ ຫຍັງເລີຍ. ອີງຕາມ ຂໍ້ມູນ ຈາກ ກະຊວງ ການເງິນ.
ກະຊວງ ການເງິນ ຂອງລາວ ໄດ້ ມີໜັງສື ແຈ້ງການ ລົບລ້າງ ພັນທະບັດ ມູນຄ່າ ຫຼາຍກວ່າ 20 ຕື້ ກີບ, ທີ່ອອກໃຫ້ 8 ບໍຣິສັດ ກໍ່ສ້າງ ຂົວທາງ ຢູ່ ແຂວງ ອຸດົມໄຊ ໃນ ເດືອນ ກໍຣະກະດາ ທີ່ ຜ່ານມາ. ອີງຕາມ ແຫລ່ງຂ່າວ ຈາກ ກະຊວງ ການເງິນ, ແລະ ຍັງມີເງິນ ອີກ ຫຼາຍຮ້ອຍ ຕື້ ທີ່ ບໍ່ສາມາດ ສືບທວງຫາ ໄດ້.
ບໍຣິສັດ ທີ່ຖືກ ລົບລ້າງ ພັນທະບັດ ແລະ ໃຫ້ ສົ່ງເງິນສົດ ຄືນ ໃຫ້ ຣັຖບານ ຄື: ບໍຣິສັດ ສຸລິຍົງ ກໍ່ສ້າງ ຂົວທາງ ຈຳກັດ, ບໍຣິສັດ ໄຊມ້ອນ ວິສວະກັມ ກໍ່ສ້າງ ຈຳກັດຜູ້ດຽວ, ບໍຣິສັດ ວິໄລ ພັທນາ ກໍ່ສ້າງ ສ້ອມແປງ ຊົລປະທານ ແລະ ເຄຫາ ສະຖານ ຈຳກັດ ຜູ້ດຽວ, ບໍຣິສັດ ພອນໄຊ ກໍ່ສ້າງ ຊົລປະທານ ຂົວທາງ ຈຳກັດ, ບໍຣິສັດ ສຸລິທຳ ກໍ່ສ້າງ ຂົວທາງ ແລະ ຊົລປະທານ ຈຳກັດ, ບໍຣິສັດ ນະຄອນໄຊ ກໍ່ສ້າງ ຂົວທາງ ຊົລປະທານ ແລະ ເຄຫາສະຖານ, ສ່ວນວ່າ ອີກ 2 ບໍຣິສັດ ຍັງບໍ່ມີ ການລະບຸ ຊື່ ຢ່າງ ຣະອຽດ.