ເຊັນສັນຍາ ພັທນາ ເຂດພິເສຖກິຈ ບຶງທາດຫລວງ
ເພື່ອເປັນການດຶງດູດ ນັກລົງທຶນ ຊາວເກົາຫຼີໃຕ້ ແລະກະຕຸ້ນເສຖກິຈ, ທາງການລາວ ອະນຸຍາດໃຫ້ ບໍຣິສັດ ອະສັງຫາຣິມະຊັພ ວ້ານເຝິງ (Wanfeng Property) ຂອງຈີນ ເຊັນສັນຍາຮ່ວມທຶນກັບ ບໍຣິສັດ ດີແອນດ໌ຊີ ມິນອຶນ (D&C Mineun) ປະເທດເກົາຫຼີໃຕ້ ພັທນາເຂດເສຖກິຈພິເສດ ບຶງທາດຫຼວງ.
-
ສຸພັດຕາ
2021-12-17 -
-
-
Your browser doesn’t support HTML5 audio
ບໍຣິສັດ ລາວທາດຫຼວງລົງທຶນພັທນາ ຈໍາກັດ ພາຍໃຕ້ບໍຣິສັດ ອະສັງຫາຣິມະຊັບ ວ້ານເຝິງ ຂອງຄົນຈີນ ຜູ້ພັທນາເຂດເສຖກິຈພິເສດ ບຶງທາດຫຼວງ ເຊັນສັນຍາຮ່ວມທຶນກັບ ບໍຣິສັດ D&C Mineun ປະເທດເກົາຫຼີໃຕ້ ໃນມື້ວັນທີ່ 16 ພຶສຈິກາ 2021 ທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ເພື່ອດຶງດູດນັກລົງທຶນຊາວເກົາຫຼີໃຕ້ ໃຫ້ເຂົ້າມາຮ່ວມລົງທຶນ ຢູ່ພາຍໃນເຂດເສຖກິຈພິເສດບຶງທາດຫຼວງ, ດັ່ງເຈົ້າໜ້າທີ່ ບໍຣິສັດ ລາວທາດຫຼວງລົງທຶນພັທນາ ຈໍາກັດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 17 ທັນວາ ນີ້ວ່າ:
“ທາງບໍຣິສັດເຮົາ ເຊັນສັນຍາກັບບໍຣິສັດເກົາຫຼີ ໂຕນີ້ແມ່ນເພິ່ນມີການຮ່ວມມື ເຣື່ອງຊິພັທນາ ການດືງດູດນັກລົງທຶນ ເຂົ້າມາພັທນາໂຄງການ ອັນນີ້ໂດຍລວມ ຄັນເຣື່ອງຂອງຣາຍລະອຽດປີກຍ່ອຍແທ້ ເຮົາກະຍັງບໍ່ທັນໄດ້ຮັບຊາບເທື່ອ.”
ເຈົ້າໜ້າທີ່ຜູ້ນີ້ກ່າວຕື່ມວ່າ ເບື້ອງຕົ້ນ ທາງບໍຣິສັດ D&C Mineun ປະເທດເກົາຫຼີໃຕ້ ຈະເຊີນຊວນກຸ່ມນັກລົງທຶນຊາວເກົາຫຼີໃຕ້ ທີ່ມີສັກະຍະພາບພຽງພໍ ໃຫ້ເຂົ້າມາຮ່ວມລົງທຶນ ທາງດ້ານອະສັງຫາຣິມະຊັບ ແຕ່ຈະເປັນຄອນໂດມິນ້ຽມ, ອະພາທເມັ້ນ, ຫ້າງສັບພະສິນຄ້າ ຫຼືຈະເປັນອາຄານສໍານັກງານຕ່າງໆ ກໍຍັງບໍ່ທັນຮູ້ຣາຍລະອຽດເທື່ອ.
ໃນອະນາຄົດຕໍ່ໜ້າ ນັກລົງທຶນຈາກເກົາຫຼີໃຕ້ ທີ່ມີສັກກະຍະພາບ ແລະມີຄວາມພ້ອມດ້ານເງິນທຶນພຽງພໍ ກໍຈະສາມາດເຂົ້າມາຊື້-ຂາຍ ແລະລົງທຶນດ້ານອະສັງຫາຣິມະຊັບ ເປັນຕົ້ນ ຄອນໂດ ແລະອະພາທເມັ້ນ ຢູ່ພາຍໃນເຂດເສຖກິຈພິເສດ ບຶງທາດຫຼວງໄດ້.
ເຈົ້າໜ້າທີ່ຄະນະຄຸ້ມຄອງເຂດເສຖກິຈພິເສດບຶງທາດຫຼວງ ນະຄອນຫຼວງວຽງຈັນ ກ່າວວ່າ ປັດຈຸບັນ ພາຍໃນເຂດເສຖກິຈພິເສດບຶງທາດຫຼວງ ແມ່ນໄດ້ຮັບການພັທນາດ້ານໂຄງຮ່າງພື້ນຖານທີ່ຈໍາເປັນ ສໍາເຣັດເກືອບ 100% ແລ້ວ ເປັນຕົ້ນ ຣະບົບໄຟຟ້າ, ນໍ້າປະປາ ແລະເສັ້ນທາງ ໂດຍຫຼັງຈາກນີ້ ກໍຈະປ່ອຍພື້ນທີ່ບາງສ່ວນ ເພື່ອໃຫ້ນັກລົງທຶນທັງພາຍໃນແລະຕ່າງປະເທດເຂົ້າມາຮ່ວມລົງທຶນ ດ້ານອະສັງຫາຣິມະຊັບໄດ້ ແລະເປີດໂອກາດ ໃຫ້ກັບນັກທຸຣະກິຈທຸກປະເທດທີ່ສົນໃຈ ບໍ່ແມ່ນສະເພາະແຕ່ນັກລົງທຶນຈາກຈີນເທົ່ານັ້ນ, ດັ່ງເຈົ້າໜ້າທີ່ ຄະນະຄຸ້ມຄອງເຂດເສຖກິຈພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ ກ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ່ 17 ທັນວາ ນີ້ວ່າ:
“ເຮົາພັທນາໂຄງຮ່າງພື້ນຖານ ກໍຄືເພິ່ນສັມປະທານ ກັບຣັຖບານແລ້ວ ຫຼັງຈາກນັ້ນ ຖ້າມີບໍຣິສັດໃດມາລົງທຶນ ກະຄືເປັນຜູ້ລົງທຶນຣາຍຍ່ອຍ ເປີດກວ້າງ ບໍ່ສະເພາະແຕ່ຈີນ ນັກລົງທຶນຈາກປະເທດໃດ ທົ່ວທຸກມຸມໂລກ ກໍມາລົງທຶນໄດ້.”
ເຈົ້າໜ້າທີ່ຝ່າຍການຕລາດ ຂອງເຂດເສຖກິຈພິເສດບຶງທາດຫຼວງ ກ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ່ 17 ທັນວາ ນີ້ວ່າ ຕອນນີ້ ພາຍໃນເຂດເສຖກິຈພິເສດບຶງທາດຫຼວງ ແມ່ນກໍາລັງຢູ່ລະຫວ່າງການກໍ່ສ້າງໂຮງແຮມ ແລະຄອນໂດມິນ້ຽມ ຈໍານວນ 11 ອາຄານ ແຕ່ລະອາຄານນັ້ນ ສູງປະມານ 15-20 ຊັ້ນ ເຣີ່ມເປີດຂາຍມາແຕ່ປີ 2016 ຈໍານວນ 4 ອາຄານ ລາຄາເຣີ່ມຕົ້ນ 100,000 ໂດລາສະຫະຣັຖຕໍ່ຫ້ອງ ປັດຈຸບັນ ໄດ້ເປີດເຊົ່າ ແລະຂາຍ ໃຫ້ກັບຄົນຕ່າງປະເທດແລ້ວ:
“ໃນເຂດຂອງບຶງທາດຫຼວງ ສ່ວນຫຼາຍເປັນຄອນໂດ ເປັນຫຍັງກະຊື້ໄດ້ ເຊົ່າກະມີ ຂາຍກະມີ ດຽວນີ້ຂະເຈົ້າ ເປີດໃຫ້ຄົນຕ່າງປະເທດເຂົ້າມາຫັ້ນນ່າ.”
ເຈົ້າໜ້າທີ່ຝ່າຍການຕລາດ ຂອງເຂດເສຖກິຈພິເສດບຶງທາດຫຼວງ ອີກຜູ້ນຶ່ງ ກ່າວວ່າໄລຍະຜ່ານມາ 5-10 ປີມານີ້ ນັກລົງທຶນຈາກຕ່າງປະເທດ ໄດ້ເຂົ້າມາລົງທຶນໃນປະເທດລາວເປັນຈໍານວນຫຼາຍ ແລະບາງຄົນ ກໍພາຄອບຄົວຮ່ວມເດີນທາງມານໍາດ້ວຍ ແຕ່ບ່ອນພັກຍັງມີຈໍາກັດ ສະນັ້ນແລ້ວ ໂຮງແຮມ ແລະຄອນໂດມິນ້ຽມ ພາຍໃນເຂດເສຖກິຈພິເສດບຶງທາດຫຼວງ ກໍເປັນໂຕເລືອກສໍາຄັນອີກແຫ່ງນຶ່ງ ແລະອະນາຄົດກໍຈະເຕີບໃຫຍ່ຂຶ້ນເລື້ອຍໆ.
ປັດຈຸບັນ ຄອນໂດມິນ້ຽມ ພາຍໃນເຂດເສຖກິຈພິເສດບຶງທາດຫຼວງ ແມ່ນຖືກເຊົ່າ ແລະຂາຍເກືອບໝົດແລ້ວ ສ່ວນຫຼາຍ ຍັງເປັນຄົນຕ່າງປະເທດ ທີ່ເຂົ້າມາເຊົ່າແລະຊື້ ເພື່ອຢູ່ອາສັຍຖາວອນ ແລະຈໍານວນນຶ່ງ ເຂົ້າມາຊື້ເພື່ອນໍາໄປລົງທຶນປ່ອຍເຊົ່າ, ດັ່ງເຈົ້າໜ້າທີ່ເຈົ້າໜ້າທີ່ຝ່າຍການຕລາດ ຂອງເຂດເສຖກິຈພິເສດບຶງທາດຫຼວງ ກ່າວວິທຍຸເອເຊັຽເສຣີ ໃນມື້ວັນທີ່ 17 ທັນວາ ນີ້ວ່າ:
“ສ່ວນໃຫຍ່ຫັ້ນ ຈະເປັນຍີ່ປຸ່ນກະມີ ຈີນກະມີ ນັກລົງທຶນຄົນລາວໄປຊື້ໄວ້ກະມີ ເຫດຜົນຂະເຈົ້າຊື້ໄວ້ ນຶ່ງ ຂະເຈົ້າຊື້ໄວ້ລົງທຶນ ປ່ອຍເຊົ່າ ສ່ວນໃຫຍ່ຄົນມາເຊົ່າ ກໍຈະແມ່ນ ວິຊາການຈາກປະເທດຈີນ ຍີ່ປຸ່ນ ເກົາຫຼີ ນັກທຸຣະກິຈຫັ້ນນ່າ ຂະເຈົ້າມາເຊົ່າຢູ່.”
ຂະນະທີ່ ເຈົ້າໜ້າທີ່ດ້ານອະສັງຫາຣິມະຊັບໃນລາວຜູ້ນຶ່ງ ເຫັນວ່າ ການລົງທຶນດ້ານອະສັງຫາຣິມະຊັບໃນລາວຍັງບໍ່ຫຼາກຫຼາຍ ເພາະກົດໝາຍວ່າດ້ວຍທີ່ດິນ ຂອງປະເທດລາວ ຍັງບໍ່ອະນຸຍາດໃຫ້ຄົນຕ່າງປະເທດ ເຂົ້າມາຊື້-ຂາຍທີ່ດິນໄດ້ແບບເສຣີ ມີແຕ່ສະເພາະການເຊົ່າ-ສັມປະທານເທົ່ານັ້ນ ເຮັດໃຫ້ການລົງທຶນດ້ານອະສັງຫາຣິມະຊັບ ປະເພດ ຄອນໂດມິນ້ຽມ, ອະພາທເມັ້ນ ແລະເຮືອນຈັດສັນ ຍັງບໍ່ທັນແຜ່ຫຼາຍຢູ່ໃນປະເທດລາວ.
ແນວໃດກໍຕາມ ການທີ່ບໍຣິສັດເກົາຫຼີໃຕ້ ເຂົ້າມາລົງທຶນດ້ານອະສັງຫາຣິມະຊັບ ຢູ່ເຂດເສຖກິຈພິເສດ ບຶງທາດຫຼວງນັ້ນ ເຫັນວ່າ ອາຈສ້າງຄວາມຄຸ້ມຄ່າ ແລະສ້າງກໍາໄລໃຫ້ກັບບໍຣິສັດກໍເປັນໄດ້ ເພາະເງື່ອນໄຂ ແລະອາຍຸສັມປະທານ ຂອງເຂດເສຖກິຈພິເສດບຶງທາດຫຼວງ ກໍດົນເຖິງ 99 ປີ ເຊິ່ງຕ່າງຈາກພື້ນທີ່ອື່ນໆ ທີ່ຈະໄດ້ຮັບອາຍຸສັມປະທານ ປະມານ 20-30 ປີເທົ່ານັ້ນ, ດັ່ງເຈົ້າໜ້າທີ່ ດ້ານອະສັງຫາຣິມະຊັບໃນລາວຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 17 ທັນວາ ນີ້ວ່າ:
“ຕາມທີ່ເຫັນສັງເກດເນາະ ຖ້າຈຸດກາງເມືອງແທ້ໆ ກະມີຄົນໄປຊື້ຫຼາຍຢູ່ໃດ໋ ຕ່າງແຕ່ວ່າບາງຄົນ ກະເປັນຫ່ວງເຣື່ອວ່າ ຊື້ໄປແລ້ວ ໃນກໍຣະນີທີ່ໝົດອາຍຸສັມປະທານເດ້ ຊັບສິນຂອງຂ້ອຍເດ້ ຊິຕົກເປັນຂອງໃຜ ແນວໃດຫັ້ນນ່າ ກະຖືວ່າ ຊື້ຫຼາຍເຕີບໃດ໋ ມີຄົນໃຫ້ຄວາມສົນໃຈຢູ່ ໂດຍສະເພາະໂຕເຂດເສຖກິຈບືງທາດຫຼວງຫັ້ນ ຄອນໂດມິນ້ຽມ ຂະເຈົ້າມັນອີງໃສ່ໂຄງການໃຫຍ່ຂອງຂະເຈົ້າ ຄືອາຍຸສັມປະທານ 99 ປີ ຂອງຂະເຈົ້າຫັ້ນ.”
ສໍານັກຂ່າວ The Korea Herald ປະເທດເກົາຫຼີໃຕ້ ຣາຍງານເມື່ອວັນທີ່ 30 ພຶສຈິກາ 2021 ນີ້ວ່າ ບໍຣິສັດ D&C Mineun ໄດ້ເບິ່ງເຫັນວ່າ ເສັ້ນທາງຣົຖໄຟລາວ-ຈີນ ຈະຊ່ອຍກະຕຸ້ນໃຫ້ເສຖກິຈ ຂອງປະເທດລາວຂຍາຍໂຕຂຶ້ນ ແລະເປັນໂອກາດຂອງນັກລົງທຶນເກົາຫຼີໃຕ້ ທີ່ຈະເຂົ້າມາລົງທຶນໃນລາວຢ່າງຈິງຈັງ. ການເຊັນສັນຍາຮ່ວມທຶນ ລະຫວ່າງ ບໍຣິສັດ ລາວທາດຫຼວງລົງທຶນພັທນາ ຈໍາກັດ ກັບບໍຣິສັດ D&C Mineun ໃນຄັ້ງນີ້ ມີຈຸດປະສົງກໍເພື່ອ ປະຕິບັດຕາມທິດທາງນະໂຍບາຍຂອງພັກແລະຣັຖບານລາວ ເປັນການດຶງດູດການລົງທຶນ, ກະຕຸ້ນເສຖກິຈ ໃຫ້ມີບັນຍາກາດທີ່ດີຂຶ້ນ ໃນໄລຍະທີ່ມີການຣະບາດຂອງເຊື້ອໂຄວິດ-19.
ສໍາລັບເຂດເສຖກິຈພິເສດບຶງທາດຫຼວງ ແມ່ນເປັນ 1 ໃນ 5 ເຂດເສຖກິຈພິເສດ ທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ການຄຸ້ມຄອງ ຂອງຄະນະຄຸ້ມຄອງເຂດເສຖກິຈພິເສດ ນະຄອນຫຼວງວຽງຈັນ ໂດຍບໍຣິສັດ ລາວທາດຫຼວງລົງທຶນພັທນາ ຈໍາກັດ ໄດ້ຮັບສັມປະທານ 99 ປີ ຈາກຣັຖບານລາວ ເມື່ອວັນທີ່ 28 ເດືອນທັນວາ ປີ 2011.
ເຂດເສຖກິຈບຶງທາດຫຼວງ ມີເນື້ອທີ່ທັງໝົດ 365 ເຮັກຕ້າຣ໌ ມີທຶນທັງໝົດ 1.6 ຕື້ ໂດລາສະຫະຣັຖ, ທຶນຈົດທະບຽນ 90.6 ລ້ານໂດລາສະຫະຣັຖ, ນັບແຕ່ມື້ສ້າງຕັ້ງມາເຖິງປັດຈຸບັນ ສາມາດດຶງດູດການລົງທຶນໄດ້ຫຼາຍກວ່າ 40 ບໍຣິສັດ.