ເງິນສໍ້ໂກງຄືນສູ່ຄັງຫຼວງ ແດ່ແລ້ວ

ອຸ່ນແກ້ວ ສຸກສະຫວັນ
2017.01.17
F-Corrupt ເຈົ້າໜ້າທີ່ຣັຖຈຳນວນນຶ່ງ ຍອມສົ່ງເງິນ ແລະ ຊັພສິນຕ່າງໆ ທີ່ສໍ້ໂກງໄປ ຄືນໃຫ້ຫຼວງ
rfa/lx

ເຈົ້າໜ້າທີ່ ຣັຖ ຈຳນວນນຶ່ງ ທີ່ ຖືກກວດພົບວ່າ ມີການສໍ້ຣາສບັງຫຼວງ ໄດ້ຍອມສົ່ງເງິນ ແລະຊັພສິນຕ່າງໆ ທີ່ສໍ້ໂກງໄປ ຄືນໃຫ້ ຄັງຫຼວງ. ຕາມການບອກເລົ່າ ຂອງເຈົ້າໜ້າທີ່ ຜູ້ຂໍສງວນຊື່ ທ່ານນຶ່ງ ທີ່ເຮັດວຽກກ່ຽວກັບ ການກວດສອບ ຂອງຣັຖບານ ຕໍ່ເອເຊັຽເສຣີ ເມື່ອບໍ່ດົນ ມານີ້ວ່າ:

"ໂອ໋,ໄດ້ຫຼາຍໄດ໋, ແຕ່ວ່າເຮົາບໍ່ສາມາດ ສະຫຼຸບຕົວເລຂ ອອກມາໄດ້ເທື່ອ ເພາະວ່າຕອນນີ້ ຍັງຢູ່ລະຍະ ປະຕິບັດເນາະ. ດຽວນີ້ຫຼັງຈາກ ພວກເຮົາໄດ້ ກວດເຫັນ ແລ້ວເນາະ ກະໄດ້ໃຫ້ ຜູ້ກ່ຽວຂ້ອງ ຫັ້ນນ່າ ດ້ວຍຄວາມຈິງໃຈ ສົ່ງຄືນ ສ່ວນຫຼາຍຂະເຈົ້າ ສົ່ງຄືນໄດ໋ ສົ່ງຄືນ ຫຼາຍ".

ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ເຈົ້າໜ້າທີ່ຣັຖ ຜູ້ທີ່ກ່ຽວຂ້ອງ ກັບການ ສໍ້ຣາສ ບັງຫຼວງ ຈະຍິນຍອມ ສົ່ງເງິນ ແລະ ຊັພສິນ ຄືນເຂົ້າ ຄັງຫຼວງ ກໍ່ຕາມ, ແຕ່ກໍ່ບໍ່ໄດ້ ໝາຍຄວາມວ່າ ພວກເຂົາເຫຼົ່ານັ້ນ ຈະຫລຸດພົ້ນ ຈາກການຖືກ ດຳເນີນຄະດີ ຕາມ ກົດໝາຍອາຍາ ແລະ ກົດໝາຍ ວ່າດ້ວຍການ ຕ້ານການ ສໍ້ຣາສບັງຫຼວງ.

ໃນຂນະດຽວກັນ ປະຊາຊົນ ກໍເຫັນວ່າ ຍັງບໍ່ທັນ ມີຄວາມຄືບໜ້າ ແລະ ເປັນຮູບປະທັມ ລະອຽດກ່ຽວກັບ ເລື້ອງດັ່ງກ່າວ, ດັ່ງຊາວລາວ ທ່ານນຶ່ງ ທີ່ຕິດຕາມ ຂ່າວສານ ການສໍ້ຣາສ ບັງຫຼວງ ໄດ້ກ່າວ ຕໍ່ ເອເຊັຽເສຣີວ່າ:

"ຟັງຂ່າວມາເລື້ອຍໆ, ແຕ່ວ່າມັນບໍ່ມີຫຍັງ ຄືບໜ້າ ມີແຕ່ວ່າລົງໄປ ກວດສອບ ກະຊວງນັ້ນ ລົງໄປກວດສອບ ກະຊວງນີ້ ແຕ່ກະບໍ່ມີ ຣາຍງານວ່າ ຜູ້ໃດ ເອົາເງິນໄປບໍ່? ແລ້ວການ ປັບໃໝ ໃສ່ໂທສ ເຮັດຈັ່ງໃດ".

ທີ່ຜ່ານມາ ອົງການກວດສອບ ສາມາດກວດພົບ ເຈົ້າໜ້າທີ່ ຣະດັບສູງ ຂອງຣັຖບານ ໄປຂ້ອງກ່ຽວກັບ ການສໍ້ຣາສ ບັງຫຼວງ ຫຼາຍຄົນ ແລະ ນຶ່ງໃນນັ້ນ ກໍເປັນ ອະດີດ ຣັຖມົນຕຼີ ກະຊວງ ການເງິນ ທ່ານ ພູເພັດ ຄຳພູນວົງ ທີ່ຍັງຖືກກັກ ບໍຣິເວນ ມາຕັ້ງແຕ່ ທ້າຍປີ 2015, ແລະ ນອກຈາກນີ້ ຍັງມີໂຄງການ ບໍ່ມີຕົວຕົນ ທີ່ເຮັດໃຫ້ ງົບປະມານ ຮົ່ວໄຫຼ ຫຼາຍຮ້ອຍຕື້ ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.