ຊາວບ້ານເຂື່ອນແຕກເຮືອນພັງ ຍອມຮັບ ຄ່າຊົດເຊີຍ

ພູວົງສ໌
2020.08.14
F-Sanamxay ປະຊາຊົນ ເມືອງສະນາມໄຊ ທີ່ລອດຊີວິດ ຈາກເຂື່ອນແຕກ ຕ້ອງໜີປະເຮືອນຊານ ເຂົ້າຂອງເຄື່ອງໃຊ້ ໃນຄົວເຮືອນທຸກຢ່າງ ສະມາຊິກ ໃນຄອບຄົວ ຕ້ອງພັດພາກ ມາສືບທາວ ຫາກັນ ໃນຫຼາຍມື້ ຫຼາຍອາທິດ ຕໍ່ມາ...
ນັກຂ່າວພົລເມືອງ

ຊາວບ້ານ ຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ປະສົພພັຍ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຈຳນວນນຶ່ງ ຍອມເຊັນຮັບເອົາຄ່າຊົດເຊີຍ ທີ່ຍັງເຫຼືອ 50% ນັ້ນແລ້ວ, ເຖິງວ່າຈະຖືກ ຕັດຄ່າຫຼຸ້ຍຫ້ຽນອອກ 20% ກໍຕາມ. ແຕ່ຍັງມີຊາວບ້ານ ອີກຈຳນວນນຶ່ງ ທີ່ຍັງບໍ່ຍອມເຊັນຮັບເອົາ ຄ່າຊົດເຊີຍສ່ວນທີ່ເຫຼືອນັ້ນເທື່ອ ເນື່ອງຈາກເຂົາເຈົ້າ ໃຫ້ເຫດຜົລວ່າ ມັນບໍ່ຍຸຕິທັມ ທີ່ ໂຄງການເຂື່ອນ ຫັກຄ່າຊົດເຊີຍ ໃນຂະນະທີ່ເຂົາເຈົ້າ ດຳຣົງຊີວິຕຢູ່ດີໆ, ເຂື່ອນພັດໄດ້ເຂົ້າມາທຳລາຍ ເຂົາເຈົ້າ. ດັ່ງຊາວບ້ານ ຜູ້ປະສົພພັຍ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ ວັນທີ 13 ສິງຫາ ນີ້ວ່າ:

“ເພາະວ່າ ການຕັດ 20% ໃນ 5 ຣາຍການ ນັ້ນ, ຖືວ່າພາຫະນະເນາະ ກັບເຄື່ອງໃຊ້ຄົວເຮືອນເຮົາຫັ້ນ ເພິ່ນພັດບໍ່ໄລ່ໃຫ້ເຮົາອີກ, ມີແຕ່ຕັດ ຢ່າງດຽວ ພວກເຮົາບໍ່ພໍໃຈ ເພິ່ນເປັນຜູ້ທຳລາຍ ເຮົາ. ພວກເຂື່ອນໄຟຟ້າຫັ້ນແຫຼະ ທຳລາຍເຮົາເນາະຂອງເຮົາຢູ່ດີໆ. ເພິ່ນກະຕ້ອງໄລ່ເປັນ ເຄື່ອງຂອງພາຫະນະເຮົາເດ ເປັນຣົດ ເປັນເຄື່ອງຈັກ ເປັນເຄື່ອງໃຊ້ຕ່າງໆຫັ້ນແຫຼະ. ມັນບໍ່ຖືກທຳລາຍຈັ່ງຊີ້ ເຮົາກະມີລາຍຮັບແກ່ຄອບຄົວ ເຮົາ.”

ຊາວບ້ານທ່ານນີ້ ກ່າວຕື່ມວ່າ ການຕັດເງິນຊົດເຊີຍ 20% ປະເພດພາຫະນະ ແລະ ເຄື່ອງໃຊ້ໃນຄົວເຮືອນ, ເຊິ່ງເປັນເຄື່ອງໃຊ້ຂອງສອຍ ທີ່ ຊາວບ້ານ ເອົາໄວ້ທຳມາຫາກິນ, ເຖິງວ່າຈະ ເກົ່າ ແລະ ໃຊ້ມາດົນ, ແຕ່ກະສ້າງອາຊີພ ແລະ ສ້າງຣາຍໄດ້ໃຫ້ກັບຄອບຄົວ ມາໂດຍຕລອດ. ແຕ່ມາເບິ່ງສະພາບຂອງຊາວບ້ານຕອນນີ້, ຕ້ອງຢູ່ຢ່າງທຸກຍາກ, ບໍ່ມີເຮືອນຢູ່, ບໍ່ມີເງິນ, ບໍ່ມີອາຊີພ. ແທນທີ່ຈະໄດ້ເງິນຊົດເຊີຍ ທີ່ເໝາະສົມ, ແຕ່ຍັງມາຕັດໄປ 20% ຍ້ອນເຫດການ ທີ່ເກີດຂຶ້ນທັງໝົດ ຊາວບ້ານ ບໍ່ໄດ້ເປັນຜູ້ກະທຳ.

ຊາວບ້ານຜູ້ປະສົພພັຍ ອີກທ່ານນຶ່ງ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຊາວບ້ານສ່ວນຫຼາຍ ໄດ້ເຊັນຮັບຮອງການຕັດເງິນ ຊົດເຊີຍ 20% ໄປແລ້ວ, ແຕ່ໃນໃຈໂຕເອງ ກະບໍ່ຢາກໃຫ້ຕັດ ຍ້ອນເຫັນວ່າ ສິ່ງທີ່ຊາວບ້ານສູນເສັຽໄປນັ້ນ, ຕ້ອງໄດ້ຮັບການຊົດເຊີຍ ທີ່ ເປັນທັມ ບໍ່ວ່າຈະເປັນຊີວິຕ ແລະ ຊັພສິນ.

“ຕັດ 20% ໃນໃຈນີ້ ກະບໍ່ຢາກໃຫ້ຕັດຫັ້ນແລ້ວ ເພາະວ່າມັນກະເຫິງນານ ມາແລ້ວເນາະ. ຄັນບໍ່ໄລ່ຄືນໃຫ້ຊົດເຊີຍໃຫ້ໝົດ ຊິບໍ່ຫຼຸບບໍ ຫຼືຊິບໍ່ ເສັຽຫາຍກວ່າເກົ່າບໍ? ແຕ່ວ່າກະບໍ່ຢາກ ເໝາະສົມຫັ້ນແຫຼະ. ບ້ານພວກເຮົາກະເສັຽໜັກ ລະຄົນກະເສັຽນ່າ. ນັບແຕ່ພາຫະນະ ຫຼືວ່າເຮືອນ ຊານບ້ານຊ່ອງ.”

ຊາວບ້ານຜູ້ປະສົພພັຍ ອີກທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ອີກເຊັ່ນກັນວ່າ ເງິນຊົດເຊີຍທີ່ເຫຼືອ 50% ຕອນທ້າຍ ຈະໄດ້ 126 ລ້ານກີບ, ແຕ່ມາຖືກຕັດ 20% ຫຼື ຄິດເປັນເງິນປະມານ 31 ລ້ານກີບ ຍັງເຫຼືອແຕ່ 95 ລ້ານກີບ ທີ່ຈະໄດ້ຮັບ. ການເຊັນຮັບຮອງ ຕັດເງິນຊົດເຊີຍ 20% ນັ້ນ, ສ່ວນຫຼາຍ ຊາວບ້ານ ກະບໍ່ຢາກເຊັນ, ແຕ່ຖືກທາງການ ແຂວງ ກົດດັນ ແລະ ບັງຄັບ ໃຫ້ເຊັນຮັບເອົາ, ໂດຍບອກວ່າ ຖ້າບໍ່ເຊັນຮັບ ກໍຈະບໍ່ໄດ້ເງິນຊົດເຊີຍ.

“ເຊັນໝົດແລ້ວ, ຍັງ 95 ລ້ານກີບ. ເຂົາຕັດ 31 ລ້ານກີບ. ຕອນແລກ ເພິ່ນກະບໍ່ຢາກເຊັນແລ້ວ ກະເຂົາບັງຄັບຫັ້ນແລ້ວ. ໃຫ້ເຂົາເຊັນ ນີ້ແລ້ວ ເຊັນເອົາເງິນນີ້ນ່າ. ຄັນບໍ່ເຊັນ ກະບໍ່ໄດ້ເງິນແລ້ວ.”

ປັດຈຸບັນ, ມີຊາວບ້ານ ຜູ້ປະສົບພັຍເຂື່ອນ ແຕກ 4 ບ້ານ ທີ່ເຊັນຮັບຮອງໃຫ້ຕັດເງິນຊົດເຊີຍ 20% ປະກອບມີບ້ານທ່າແສງຈັນ 130 ຄອບຄົວ, ບ້ານໃໝ່ 201 ຄອບຄົວ, ບ້ານຕະມະຢອດ 45 ຄອບຄົວ ແລະ ບ້ານດົງບາກ 200 ຄອບຄົວ. ສ່ວນບ້ານຫີນລາດ 174 ຄອບຄົວ ຍັງບໍ່ເຊັນ ຮັບເອົາຄ່າຊົດເຊີຍ ສ່ວນທີ່ເຫຼືອນັ້ນ.

ກ່ຽວກັບບັນຫາດັ່ງກ່າວ ທ່ານ ອຸ່ນຫຼ້າ ໄຊຍະສິດ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແຂວງອັດຕະປື ໄດ້ຊີ້ແຈງ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ການຕັດເງິນ 20% ນັ້ນ, ບໍ່ກ່ຽວກັບເງິນຊົດເຊີຍ 50%, ແຕ່ເປັນການຕັດມູລຄ່າການຊົມໃຊ້ ປະເພດເຄື່ອງ ໃຊ້ຄົວເຮືອນ ແລະ ພາຫະນະ, ເຊິ່ງກ່ອນໜ້ານີ້ ໄດ້ຕີລາຄາປະເມີນໄປ 100% ເຕັມ.

ແຕ່ທາງບໍຣິສັດຜູ້ປະເມີນຄ່າຊົດເຊີຍ ຈາກປະເທດໄທຍ ເຫັນວ່າ ບໍ່ສາມາດຈ່າຍເງິນຊົດເຊີຍ ໃນລາຄາເຕັມ 100% ໄດ້ ແລະ ຈະຂໍຕັດ 20%.

“ໂຕ 20% ທີ່ຕັດອອກຫັ້ນນ່າ, ອັນນີ້ແມ່ນມູລຄ່າຊົມໃຊ້ຂອງວັດຖຸ, ພາຫະນະ 2 ຣາຍການນີ້ມັນຈະຕ້ອງໄດ້ຕັດອອກ. ຕັດນີ້, ບໍ່ແມ່ນຕັດ ເງິນ ແມ່ນຕັດມູລຄ່າ ການຊົມໃຊ້ 2 ຣາຍການນີ້. ໃຫ້ຍັງເຫຼືອມູລຄ່າການຊົມໃຊ້ 80%. ໂຕຢ່າງຈັ່ງຊີ້ນ່າ. ສ່ວນ 3 ຣາຍການຖືວ່າຈະໄດ້ ຈ່າຍເຕັມຄືເກົ່າ.”

ທ່ານວ່າ ປັດຈຸບັນ, ຍັງມີຊາວບ້ານຫຼາຍຄອບຄົວ ທີ່ບໍ່ເຂົ້າໃຈ ໃນການຕັດເງິນ 20%. ສະນັ້ນ, ທາງການແຂວງອັດຕະປື ຈະຕ້ອງໄດ້ລົງໄປ ທຳຄວາມເຂົ້າໃຈ ກັບຊາວບ້ານຜູ້ປະສົພພັຍ ໃຫ້ລະອຽດຈະແຈ້ງ ເພື່ອບໍ່ໃຫ້ເກີດບັນຫາ ຫຼືການສ້າງຄວາມບໍ່ເຂົ້າອົກເຂົ້າໃຈ ກັບຊາວບ້ານ.

ເຈົ້າໜ້າທີ່ບໍຣິສັດ CRAWFORD & COMPANY ປະເທດໄທຍ, ເຊິ່ງເປັນບໍຣິສັດ ທີ່ເຂົ້າໄປປະເມີນຄວາມເສັຽຫາຍ ຂອງຊາວບ້ານ ແລະ ຄວາມເສັຽຫາຍເຂື່ອນແຕກ ກ່າວຊີ້ແຈງ ຕໍ່ ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ສິງຫາ ທີ່ຜ່ານມານີ້ວ່າ ບໍຣິສັດ ໄດ້ເຂົ້າໄປປະເມີນ ຄວາມເສັຽຫາຍ 2 ສ່ວນ ຄື 1. ຄວາມເສັຽຫາຍ ຂອງສັນເຂື່ອນ D ທີ່ແຕກ, 2. ຄວາມເສັຽຫາຍ ທັງໝົດ ໃນເມືອງສນາມໄຊ, ແຕ່ບໍຣິສັດ ບໍ່ສາມາດເປີດເຜີຍຂໍ້ມູນໄດ້ ເນື່ອງຈາກບໍຣິສັດ ໄດ້ມີການເຊັນສັນຍາ ກັບ ເຈົ້າຂອງໂຄງການ ແລະ ຣັຖບານລາວ ຫ້າມ ເປີດເຜີຍຂໍ້ມູນ ຕໍ່ ສາທາຣະນະ.

“ເຄລມ (ການປະເມີນ) ປິດໄປແລ້ວ ເຮົາບໍ່ສາມາດໃຫ້ຂໍ້ມູນໄດ້ ເພາະເຮົາເຊັນສັນຍາຫ້າມເປີດເຜີຍຂໍ້ມູນ ຕ້ອງຕິດຕໍ່ທາງເຈົ້າໜ້າທີ່ເຂື່ອນ ໂດຍຕຣົງ.”

ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາບໍຣິສັດ ເຂື່ອນເຊປຽນ-ເຊນ້ຳນ້ອຍ ຫຼື PNPC ໃນວັນທີ 12 ສິງຫາ ທີ່ຜ່ານມາເພື່ອສອບຖາມ ຣາຍຣະອຽດ ໃນການຕັດເງິນ ຊົດເຊີຍ 20%, ແຕ່ເຈົ້າໜ້າທີ່ ບໍຣິສັດ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ບອກວ່າ:

“ບໍ່ສາມາດເປີດເຜີຍຂໍ້ມູນໄດ້, ແຕ່ມີແຜນຈະຈ່າຍເງິນຊົດເຊີຍ ໃຫ້ຊາວບ້ານທີ່ປະສົພພັຍ ໃນມໍ່ໆນີ້.”

ເມື່ອວັນທີ 26 ກໍຣະກະດາ 2020, ທ່ານ ດຣ. ບຸນທອງ ຈິດມະນີ, ສະມາຊິກຄນະກັມມະການ ກົມການເມືອງ ສູນກາງພັກ, ຮອງນາຍົກ ຣັຖມົນຕຣີ ແລະ ປະທານອົງການກວດກາ ຣັຖບານໄດ້ເດີນທາງໄປ ແຂວງອັດຕະປື ເພື່ອຕິດຕາມຄວາມຄືບໜ້າການຟື້ນຟູ ເມືອງສນາມໄຊ ໃນດ້ານຕ່າງໆ ແລະ ໄດ້ໃຫ້ໂອວາດແກ່ ແຂວງອັດຕະປື ແລະ ຫ້ອງການປົກຄອງ ເມືອງສນາມໄຊ ເອົາໃຈໃສ່ ການກວດກາ ດ້ານຄວາມ ໂປ່ງໃສ ຂອງພາກສ່ວນຕ່າງໆ ໃນການຄຸ້ມຄອງທຶນຮອນ ຊັພສິນ ເງິນຊົດເຊີຍທີ່ຈະຊ່ອຍເຫຼືອ ຜູ້ປະສົພພັຍເຂື່ອນແຕກ ບໍ່ໃຫ້ມີຊ່ອງຫວ່າງ ໃຫ້ບຸກຄົນ ຖືເອົາໂອກາດອັນສວຍງາມນີ້ ເພື່ອໃຊ້ໃນການສໍ້ຣາສບັງຫຼວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.