ຊາວນາ ໄປເຮັດວຽກ ຢູ່ໄທ ຍ້ອນບໍ່ມີວຽກ ຢູ່​ລາວ

ມະນີຈັນ
2018.02.13
f-farmers ຊາວກະສິກອນລາວ
RFA

ຊາວນາລາວ ຈໍານວນນຶ່ງ ໃນເຂດແຂວງຕ່າງໆ ຂອງລາວ ພໍເຮັດນາ ເກັບກ່ຽວເຂົ້າ ເອົາເຂົ້າຂຶ້ນເລົ້າ ແລະ ຂາຍເຂົ້າສ່ວນນຶ່ງ ເພື່ອໃຊ້ໜີ້ ແລ້ວກໍກຽມໂຕຈາກ ຄອບຄົວ ຂ້າມໄປເຮັດວຽກ ຢູ່ປະເທດໄທ, ອີງຕາມຄໍາເວົ້າ ຂອງຊາວນາລາວ ຈາກແຂວງຄໍາມ່ວນ ທ່ານນຶ່ງ ທີ່ຂໍບໍ່ອອກຊື່ ຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ (Radio Free Asia) ເມື່ອໄວໆມານີ້ ໂດຍຍົກເອົາ ກໍຣະນີ ຂອງຕົນເອງ ມາເປັນໂຕຢ່າງ. ລາວເວົ້າວ່າ ຢູ່ເຂດບ້ານ ຂອງຕົນ ​ເມື່ອ​ເຮັດ​ນາ​ແລ້ວ ກໍບໍ່ມີວຽກງານ ອີ່ຫຍັງ ພໍ​ສິ​ເຮັດ ຫາ​ເງິນ​ໄດ້, ຄັນບໍ່ຂ້າມໄປຝັ່ງໄທ ກໍຕ້ອງໄດ້ ເດີນທາງເຂົ້າໄປຫາ​ວຽກ​ເຮັດ ໃນເມືອງທ່າແຂກ, ຫາເຮັດວຽກ ນໍາຮ້ານຄ້າ ຂອງຄົນວຽດນາມ ຫ^n ຢູ່ຕາມຕລາດ. ແຕ່ ລາຍໄດ້ໜ້ອຍ, ບໍ່ຄ່ອຍກຸ້ມຄອບກຸ້ມຄົວ ເພາະ​ເຂົາ ​ໃຫ້​ຄ່າແຮງ​ງານ​ຕ່ຳ​ຫຼາຍ:

"ເຮັດນາແລ້ວ ກໍບໍ່ມີວຽກເຮັດ ໄປຫາເຮັດວຽກ ຢູ່ເມືອງໄທ ພຸ້ນລະ ບໍ່ມີວຽກເຮັດ ລະເວົ້າກັບ ເມັຽ ສິໄປຢູ່ໄທ ພຸ້ນລະ ລູກເມັຽ ບໍ່ໄດ້ ໄປ ໄປຜູ້ດຽວ ແມ່ ກະລ້ຽງລູກ ຢູ່ເຮືອນ."

ຊາວນາຜູ້ນີ້ ເວົ້າວ່າ ຢູ່ເຂດບ້ານ ຂອງຕົນ ຊຶ່ງເປັນບ້ານໃຫຍ່, ມີທັງໝົດ ປະມານ 120 ຄອບຄົວ, ເປັນຊາວນາປູກເຂົ້າ. ໃນ​ຄອບ​ຄົວ ຜູ້ເປັນ ຜົວ ຫລື ເປັນລູກຊາຍ ທີ່ເປັນຫລັກແຫລ່ງ ຂອງຄອບຄົວ ຈໍານວນນຶ່ງ ກໍຈໍາຕ້ອງ ໄປຫາເຮັດວຽກງານ​ທຳ ຢູ່ໂຕເມືອງໃຫຍ່ ຂອງລາວ, ໂດຍ ສເພາະ ຢູ່ນະຄອນຫລວງວຽງຈັນ ສຳ​ລັບຜູ້ມີ ພີ່ນ້ອງ ຢູ່ທີ່ນັ້ນ. ສໍາລັບລາວເອງ ແມ່ນບໍ່​ໄດ້​ໄປ ​ນຳ​ໝູ່ ຍ​້ອນບໍ່ມີອ້າຍເອື້ອຍນ້ອງ ຫລື ​ພີ່​ນ້ອງ ຢູ່ ເມືອງໃຫຍ່ ຈຶ່ງ​ໄດ້​ຕັດ​ສິນ​ໃຈ ໄປ​ຫາ​ເຮັດ​ວຽກ ​ຢູ່​ປະ​ເທດໄທ ຄື​ກັນ​ກັບ​ຊາວ​ບ້ານ​ນັ້ນ ອີກສ່ວນນຶ່ງ ​​ທີ່ໄດ້ເງິນຄ່າຈ້າງຫລາຍກວ່າ.

ຄອບ​ຄົວ​ ຂອງ​ຊາວ​ນາ​ຜູ້​ນີ້ ມີລູກທັງໝົດ 4 ຄົນ. 2 ຄົນ ​ໃຫຍ່​ພໍ​ໃຊ້​ວຽກ​ໄດ້ ​ເຂົ້າ​ໂຮງ​ຮຽນ ແລະ ​ອີກ 2 ຄົນ​ຍັງ​ນ້ອຍ​ຢູ່. ດັ່ງນັ້ນ ພາຣະ​ຫາ​ລ້ຽງ​ຄອບ​ຄົວ ​​ຈຶ່ງ​ຕົກ​ໃສ່​ລາວ ເປັນ​ຜູ້​ຫາບ​ແບກ, ຫາເງິນ ມາລ້ຽງຄອບຄົວ. ປີ 2018 ນີ້ ເປັນປີທໍາອິດ ທີ່​ລາວໄດ້ ໄປ​ຊ​ອກ​ເຮັດ​ວຽກ​ ຢູ່​ປະ​ເທດໄທ ພໍ​ໄດ້ເງິນ ສົ່ງມາໃຫ້ຜູ້ເປັນເມັຽ ລ້ຽງລູກ ຖ້າຢູ່ບ້ານຊໍາຊາ ຮອດຣະດູເຮັດນາ. ລາວ​ເວົ້າ​ວ່າ ການໃຊ້ຈ່າຍ ຢູ່ບ້ານເຮົາ ມັນຫລາຍ ຫລາຍອັນຈ່າຍ ຄ່ານັ້ນຄ່ານີ້:

"ໂອ໋ຍ ຫລາຍໃດ ໄປເຮັດວຽກ ກະໄດ້ເງິນ ສົ່ງມາໃຫ້ເມັຽ ໃຫ້ລູກຈ່າຍ ເພາະຢູ່ບ້ານເຮົາ ດຽວນີ້ ກໍລາຍຈ່າຍຫລາຍ ໃຊ້ຈ່າຍ ປະຈໍາເດືອນ ກະປະມານ ເດືອນລະ ພັນກວ່າ ແຕ່ບັນຫາ ເຮົາບໍ່ມີລາຍໄດ້ ສົມມຸດ ເຮົາໄດ້ເດືອນນີ້ ພັນບາດ ກະໝົດລະ ເຮົາບໍ່ມີລາຍໄດ້ ປະຈໍາ."

ແລະ​ວ່າ ເຮັດນາປີນີ້ ເຂົ້າກໍບໍ່ໄດ້ຫລາຍ ບໍ່ຄືປີກາຍປີກ່ອນ ທີ່ເຄີຍໄດ້ ເຖິງ  60-70 ເປົ໊າ ແຕ່ຕົກ​ມາ​ປີນີ້ ໄດ້ເຂົ້າພຽງ 42 ເປົ໊າ ຍ້ອນເອົາ ແນວພັນເຂົ້າໃໝ່, ເມັດນ້ອຍ ບໍ່ແມ່ນເມັດໃຫຍ່ຄືເກົ່າ. ຖ້າຫາກເວົ້າເຖິງ ລາຄາເຂົ້າ ກໍແມ່ນວ່າ ບໍ່ຂຶ້ນ ບໍ່ລົງ, ຍັງຄືເກົ່າຢູ່ ຄືຂາຍໄດ້ໝື່ນນຶ່ງ 20 ພັນກີບ, ກະຟ້າວຂາຍ ເພາະຟ້າວເອົາເງິນ ໄປໃຊ້ໜີ້ ທີ່​ກູ້​ຢືມ ເພີ່ນ​ມາ​ໃຊ້​ຄອບ​ຄົວ ແລະ ອີກຢ່າງນຶ່ງ ພໍຮອດທ້າຍປີມາ ລາ​ຄາ​ເຂົ້າ​ ມັກຈະຖືກລົງ, ແທນທີ່ ຈະໄດ້ໝື່ນ​ນຶ່ງ 20 ພັນກີບ ກໍຈະໄດ້ພຽງ 18 ພັນກີບເທົ່າ​ນັ້ນ:

"ເຮັດໃນນາທໍ່ເກົ່າຫັ້ນລະ ເຂົ້າເມັດນ້ອຍ ເອົາມາແຕ່ໂຮງສີ ເພິ່ນຮັບ ປະກັນລາຄາ ລະໄປເອົານໍາເພິ່ນ ມັນເປັນໜໍ່ລະມັນຕາຍ ຕອນຖືພາ ລາຄາ ເຂົ້າກະ 12 ໂລ ໝື່ນກະຕົກຢູ່ 20 ພັນກີບກະສໍ່າປີກາຍ ທ້າຍປີມາແຮງ 18 ພັນ."

ຊາວ​ນາ​ຜູ້​ນີ້ ​ເວົ້າ​ວ່າ ການໄປຫາ​ເຮັດ​ວຽກ ​ຢູ່ໄທ​ປີ​ນີ້ ແມ່ນເປັນ ເທື່ອທໍາອິດ ທີ່ຈະ ຕ້ອງໄດ້ຈາກ ຄອບຄົວໄປ ຊຶ່ງກໍບໍ່ແນ່ໃຈວ່າ ຈະໂຊກດີ ຄືກັນ​ກັບ ໝູ່​ຄູ່ ທີ່ໄດ້​ໄປ ເຮັດວຽກຢູ່ໄທ ກ່ອນແລ້ວນັ້ນ ​ຫລືບໍ່ ທີ່ວ່າ ​ຖ້າໄດ້ ນາຍຈ້າງດີ ​ກໍໄດ້ ຄ່າຈ້າງ ມື້ນຶ່ງ 250 ບາດ, ກິນຢູ່ກັບ ນາຍຈ້າງ, ເຮັດວຽກ ຢູ່ສວນໝາກໄມ້, ຍາມໝາກໄມ້ກໍ ເກັບໝາກໄມ້, ຖ້າບໍ່ແມ່ນ ຍາມໝາກໄມ້ ກໍເສັຽຫຍ້າ, ​ສີດ​ຢາ, ໃສ່ປຸ໊ຍ.

ຊາວນາຜູ້ນີ້ ເວົ້າຕໍ່ໄປເຖິງ ລູກໆທັງ 4 ຂອງລາວ ວ່າ ຜູ້ກົກ ເປັນລູກສາວ ອາຍຸ 15 ປີ ຮຽນເກັ່ງຢູ່. ແຕ່ຮຽນຮອດຫ້ອງ ປໍ 5 ກໍຕ້ອງໄດ້ອອກ ຍ້ອນມີລາຍຈ່າຍຫລາຍ, ຮຽນແມ່ນບໍ່​ໄດ້​ເສັຽ​ຄ່າ, ແຕ່ໄດ້ເສັຽຄ່າທໍານຽມນັ້ນນີ້ ຫລາຍ​ຢ່າງ ປີນຶ່ງ ກໍຕົກຢູ່ຫລາຍແສນກີບ, ກໍເລີຍຕ້ອງໄດ້ ອອກມາ ຢູ່ບ້ານ ​ຊື່ໆ ກັບແມ່. ຜູ້ທີ 2 ເປັນຜູ້ຊາຍ ຮຽນຢູ່ ມ. 1, ຮຽນເກັ່ງຫລາຍ. ແຕ່ລະມື້ ຂີ່ຣົດຖີບໄປຮຽນ ແຕ່ເຊົ້າ ຢູ່ບ້ານອື່ນ ທີ່ຢູ່ໃກ້ຄຽງ, ໄປກັບໝູ່ ໄທບ້ານດຽວກັນ ເພາະໃນເຂດບ້ານ ຂອງຕົນ ມີແຕ່ໂຮງຮຽນປະຖົມ ປ. 1 ຮອດ ປ. 5., ໄປເປັນໝູ່ມີ 10 ປາຍຄົນ ທັງ ມ. 1 ແລະ ມ. 2, ແຕ່ງຫໍ່ເຂົ້າໃຫ້ ໄປກິນຢູ່ໂຮງຮຽນ, ຕອນບ່າຍ 4-5 ໂມງ ຈຶ່ງກັບ ມາຮອດບ້ານ ທຸກມື້:

"ໄປຮຽນມໍ ຢູ່ບ້ານອື່ນ ຂີ່ຣົດຖີບ ໄປແຕເຊົ້າ ເອົາຫໍ່ເຂົ້າໃຫ້ລູກ ໃຫ້ເງິນ ລູກ 1 ພັນກີບ ມີຫຍັງ ກໍຫໍ່ໃຫ້ລູກໄປກິນ ປະຢັດແດ່ນະ ໃຫ້ລູກໄປ ໂຮງຮຽນ 6 ໂມງອອກບ້ານ ເກືອບ 5 ໂມງຮອດບ້ານ ປົກຕິ ເຂົ້າ 8 ໂມງເລີກ 4 ໂມງ ກິນເຂົ້າຢູ່ພຸ້ນເລີຍ ບໍ່ມີບ່ອນ ໃຫ້ກິນດອກ ກິນນໍາ ຮົ່ມນໍາຫຍັງ ຫັ້ນລະ."

ເມື່ອຖາມເຖິງ ຄວາມຝັນ ຂອງຜູ້ເປັນລູກຊາຍ ລາວບອກ ວ່າ ລູກຊາຍຂອງລາວ ຮຽນເກັ່ງ ແລະ ຕັ້ງໃຈຮຽນ ມີຄວາມຝັນ ຢາກເປັນທະຫານ ຊຶ່ງຜູ້ເປັນພໍ່ ກໍບໍ່ຮູ້ວ່າ ລູກຊາຍ ຂອງ​ຕົນ ຈະມີໂອກາດ ໄດ້​ເປັນ ​ຄື​ຄວາມ​ຝັນ​ນັ້ນ ​ຫລືບໍ່ ເພາະຕ້ອງ ມີເງິນ 7-8 ໝື່ນບາດ ຈຶ່ງໄດ້ເຂົ້າໃດ໊ ດຽວນີ້ນະ:

"ຢາກເປັນ ທະຫານ ຄືພໍໄດ້ຊັ້ນ 7-8 ໝື່ນບາດ ຈຶ່ງໄດ້ເຂົ້າ."

ພ້ອມດຽວກັນນັ້ນ ລາວກໍໄດ້ເວົ້າເຖິງ ການມາເຮັດວຽກຢູ່ໄທ ຂອງລາວວ່າ ມາແບບຖືກຕ້ອງຕາມກົດໝາຍ ເພື່ອຄວາມປອດພັຍ ບໍ່ສ່ຽງ ຕໍ່​ການທີ່ຈະຕົກເປັນຜູ້ ເຄາະຮ້າຍ, ຖືກເອົາລັດ​ເອົາປຽບ ຈາກນາຍຈ້າງ ຄືມາແບບເຮັດບັດ ບົດ​ບັນ​ທຶດ (MOU) ເຮັດໜັງ​ສື​ເດີນ​ທາງ (passport) ມາ, ໄດ້ເສັຽເງິນຄ່າເຮັດ ໜັງສື 18 ພັນບາດ. ນາຍຈ້າງ ທີ່ຢູ່ທາງໄທ ຈ່າຍລ່ວງໜ້າ ໃຫ້ໝົດ, ໃຊ້ເວລາລໍຖ້າ ປະມານ ອາທິດ ອາທິດປາຍ ກໍໄດ້ໜັງສືແລ້ວ. ເງິນ​ຈຳ​ນວນ 18 ພັນ​ບາດ ທີ່​ວ່ານັ້ນ ນາຍ​ຈ້າງ​ຈະ​ຫັກ​ເອົາ​ນຳ ເປັນແຕ່​ລະ​ເດືອນ​ໄປ ເວ​ລາ​ທີ່ມາເຮັດວຽກ ຢູ່ນໍາເຂົາແລ້ວ ດັ່ງ​ທີ່ລາວເວົ້າວ່າ:

"ເອົາເຂົ້າຂຶ້ນເລົ້າ ລະແລ່ນເລີຍ ຂະເຈົ້າ ເຮັດໃຫ້ໝົດ ມີແຕ່ນາຍໜ້າ ເຮັດໃຫ້ 5 ພັນບາດເຮັດໜັງສືເດີນທາງ ເຮັດໜັງສື ອີ່ຫຍັງ ທັງໝົດ 18 ພັນບາດ ນາຍຈ້າງເສັຽ ໃຫ້ກ່ອນ ບັດ MOU ລະເພິ່ນ ອອກໃຫ້ກ່ອນ ລະເຮົາຈ່າຍ ທີຫລັງໃດ໊ ຫັກເປັນ ເດືອນລະພັນ 2 ພັນບາດ."

ລາວກ່າວ ໃນຕອນທ້າຍວ່າ ຢູ່ບ້ານ ຂອງຕົນເອງ ມີຄວາມສະບາຍໃຈ ອົບອຸ່ນໃຈ ຢູ່ກັບຄອບຄົວ ອັນໝາຍເຖິງ ເມັຽ ແລະ ລູກ 4 ຄົນ. ອັນທີ່ ໜັກໃຈ ກໍມີແຕ່ວ່າ ບໍ່ມີ ວຽກເຮັດງານ​ທຳ ​ຫລັງ​ຈາກ ​ເຮັດ​ນາ​ແລ້ວ, ບໍ່ມີລາຍໄດ້ ຊຶ່ງຕ້ອງການ ເດືອນລະປະ​ມານ 1100 -1200 ບາດກໍພໍ ເພາະເຂົ້າ ກໍມີພໍກິນ​ຢູ່​ແລ້ວ, ໄດ້​ຊື້ ແຕ່ອາຫານ ເລັກນ້ອຍ ເປັນບາງໂອກາດ. ສ່ວນຫລາຍ ກໍຫາເຄື່ອງປ່າຂອງດົງ, ປູປານານ້ຳ ມາ​ກິ​ນ, ​ຖ້າ ບໍ່ຈໍາເປັນ ແທ້ໆ ກໍບໍ່ຢາກປະ ຄອບຄົວ ໄປໃສດອກ.

"ບໍ່ຈໍາເປັນ ກະບໍ່ຢາກປະ ຄອບຄົວ ບໍ່ມີຫຍັງ ກະຫາປູປາສູ່ ຄອບຄົວ ກິນ ນີ້ບໍ່ເຄີຍ ແຍກກັນຈັກເທື່ອ ລະໄປແຍກ ຄິດຮອດໃດ໊."

ເຖິງແນວໃດ ລາວກໍເວົ້າວ່າ ເຖິງຈະຄິດຮອດກັນປານໃດ ກໍຕ້ອງ ໄດ້ອົດເອົາ ມັນຈໍາເປັນ ຄຶດແນວດຽວວ່າ ເພື່ອຫາເງິນ ຝາກມາໃຫ້ເມັຽ ໃຊ້ຈ່າຍ ໃນຄອບຄົວ ລ້ຽງລູກ 4 ຄົນ ຕໍ່ໄປ ແລະ​ວ່າ ຈະ​ເຮັດ​ວຽກ​ ຢູ່​ປະ​ເທດໄທໄປ ຈົນຮອດ ຣະດູເຮັດນາປີ ​ຄືປະມານເດືອນ 6 ເດືອນ 7 ພຸ້ນ ລະຈຶ່ງຈະໄດ້ ກັບ​ຄືນມາບ້ານ ມາເຮັດນາ ​ແລະ ​ເມື່ອເຮັດນາແລ້ວ ກໍຈະກັບ​ຄືນ ມາເຮັດວຽກ ຢູ່ໄທ​ອີກ. ຄົງຈະເປັນແນວນີ້ລະ ຕໍ່ໄປ ຊໍາຊາລູກ ຮຽນໜັງ​ສືຈົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.