ແມ່ຍິງຊົນນະບົດ ຊອກວຽກ ຕ່າງແຂວງ
2019.02.23
ແມ່ຍິງ ໃນບ້ານໂນນແດງ ເມືອງມະຫາໄຊ ແຂວງຄຳມ່ວນ ຫຼາຍກວ່າເຄິ່ງນຶ່ງ ຈຳຕ້ອງໄດ້ປະຄອບຄົວ ໄປຊອກຫາ ວຽກເຮັດງານທຳ ຢູ່ຕ່າງແຂວງ ເພື່ອເອົາເງິນລ້ຽງຄອບຄົວ ຍ້ອນວ່າ ຢູ່ໃນເຂດຂອງຕົນ ບໍ່ມີວຽກເຮັດ ແລະ ໄປຊອກວຽກ ໃນເມືອງ ຢູ່ແຂວງຂອງຕົນ ກໍຫາວຽກເຮັດ ບໍ່ໄດ້ ແລະ ບາງບໍຣິສັດ ກໍຮັບເອົາ ແຕ່ຜູ້ຈົບການສຶກສາ ຊັ້ນສູງ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ບ້ານໂນນແດງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ ວັນທີ 22 ກຸມພານີ້:
"ຊີວິດການເປັນຢູ່ ກໍແບບທຸກມື້ນີ້ ມັນກໍຫາຍາກນໍ ລູກຫຼານນັ້ນນະ ໄປຫາເຮັດວຽກ ຢູ່ບ່ອນອື່ນ ຂຶ້ນໄປ ທາງວຽງຈັນ ຂຶ້ນວຽງ ພຸ້ນແຫຼະຫຼາຍ ໄປໂຮງງານ ເຮັດຈັ່ງໃດ ເພິ່ນບໍ່ຮັບເອົາ ກໍໄປເຮັດຢູ່ບ່ອນອື່ນ ໄປຫາເງິນລ້ຽງລູກ ຂະເຈົ້າເວົ້າ ແລ້ວກໍແມ່ ພໍ່ແມ່ກໍລູກສາວ ຢາກໄປ ພໍ່ແມ່ ກໍເປັນຜູ້ເບິ່ງລູກໃຫ້."
ທ່ານກ່າວຕື່ມອີກວ່າ ຢູ່ບ້ານໂນນແດງ ປັດຈຸບັນ ຍັງເຫຼືອແມ່ຍິງ ອາຍຸ ຣະຫວ່າງ 17 ປີຫາ 30 ປີ ບໍ່ຮອດ 30 ຄົນ ຍ້ອນວ່າ ສ່ວນໃຫຍ່ ຈຳຕ້ອງໄດ້ປະຄອບຄົວ ໄປເຮັດວຽກ ຢູ່ຕ່າງແຂວງ ເນື່ອງຈາກວ່າ ຫລັງຈາກ ຮຽນຈົບຊັ້ນມັທຍົມປາຍແລ້ວ ພວກເຂົາເຈົ້າ ບໍ່ມີວຽກເຮັດງານທຳ ນອກຈາກ ຈະເຮັດໄຮ່ເຮັດນາ. ແຕ່ພໍເກີດລູກ ແມ່ຍິງຈຳນວນນຶ່ງ ກໍຈຳຕ້ອງ ໄດ້ໄປຊອວຽກເຮັດ ຢູ່ແຂວງອື່ນ, ເປັນຕົ້ນ ນະຄອນຫຼວງວຽງຈັນ ເພື່ອຫາເງິນ ສົ່ງມາໃຫ້ ພໍ່ແມ່ຢູ່ບ້ານ ເພື່ອລ້ຽງລູກໃຫ້. ແລະສຳລັບ ເດັກນ້ອຍນັກຮຽນ ທີ່ຮຽນຈົບ ມາໃໝ່ ຊຶ່ງມີຢູ່ທຸກປີ ກໍຕົກ ຢູ່ໃນສະພາບ ດຽວກັນນັ້ນ ດັ່ງທີ່ທ່ານກ່າວວ່າ:
"ນັກຮຽນ ມັນຍັງຫລາຍ ນີ້ມັນຍັງເປັນນັກຮຽນຢູ່ ຮຽນຈົບມາ ຈະຫຍຸ້ງຍາກ ບໍ່ມີທາງໄປ ອອກມາຈົບມາ ກໍບໍ່ມີແນວເຮັດ ຢູ່ລ້າໆ ຄືມີ ຂະເຈົ້າກໍວ່າ ໂອຜູ້ນ້ອຍໃຈນະ ຮຽນຈົບມາບໍ່ໄດ້ໄປໃສ ກໍລໍຖ້າວ່າ ຊອກວຽກຢູ່ວຽງ.”
ເພື່ອຫຼຸດຜ່ອນ ບັນຫາດັ່ງກ່າວ ທ່ານເວົ້າວ່າ ໃນວັນແມ່ຍິງສາກົນ ທີ 8 ມີນາ ທີ່ຈະມາເຖິງນີ້ ເຈົ້າໜ້າທີ່ ບ້ານໂນນແດງ ຫວັງວ່າ ຈະໄດ້ ງົບປະມານຈຳນວນນຶ່ງ ຈາກທາງເມືອງ ເພື່ອຈະໄດ້ ຈັດງານສເລີມສລອງ ວັນດັ່ງກ່າວ ໂດຍຈະເອີ້ນຄົນໃນບ້ານ ມາເຕົ້າໂຮມ ໂອ້ລົມກັນ ເພື່ອຫາທາງແກ້ໄຂ. ແຕ່ກໍຍັງບໍ່ຮູ້ວ່າ ງານນັ້ນ ຈະຖືກຈັດຂຶ້ນໄດ້ຫລືບໍ່, ມັນຂຶ້ນຢູ່ກັບ ທາງເມືອງ.