ເຈົ້າໜ້າທີ່ຣະດັບສູງ ຣະດັບຣັຖມົນຕຣີ ຮອງຣັຖມົນຕຣີ ຜູ້ຊ່ວຍຣັຖມົນຕຣີ ແລະຫົວໜ້າກົມຂອງກະຊວງຕ່າງໆ ຍັງບໍ່ສົ່ງຣົດຫລູຫລາ ປະຈຳ ຕຳແໜ່ງ ທີີ່ເກີນຄວາມຈຳເປັນ ຄືນໃຫ້ຣັຖ ຕາມດຳຣັຖ ເລກທີ 15/ນຍ 2017 ວ່າດ້ວຍການປະກອບ ແລະຄຸ້ມຄອງ ຣົດປະຈຳຕຳແໜ່ງ ພະນັກງານ ການນຳຣະດັບສູງ ຊຶ່ງຈະຕ້ອງໄດ້ສົ່ງຣົດນັ້ນຄືນ ໃຫ້ຣັຖ, ຕາມຄຳເວົ້າຂອງເຈົ້າໜ້າທີ່ ສຳນັກງານ ນາຍົກຣັຖມົນຕຣີ ສປປລາວ ຕໍ່ RFA ໃນມື້ວັນທີ 8 ກໍຣະກະດາ ນີ້:
"ໂຕນີ້ມີຄວາມຫຍຸ້ງຍາກ ເຫດຜົລເຮົາມີດຳຣັຖ 15 ກຳນົດຈະແຈ້ງແລ້ວ ແຕ່ຈຳນວນປະເພດ ຣັຖມົນຕຣີບາງເທື່ອ ກໍມີຣົດ Land Cruiser ຊິນ່າ ຫຼື ຮອງຣັຖມົນຕຣີກໍມີ Land Cruiser ຍາກເຄື່ອນໄຫວມັນບໍ່ໄປຕາມດຳຣັຖ 15 ກຳນົດ ເມື່ອຈັ່ງຊັ້ນ ທ່ານໃດຍັງນໍາໃຊ້ບໍ່ປະຕິບັດ ຕາມດຳຣັຖ 15 ກຳນົດຖອນຄືນ."
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ຣະດັບສູງທີ່ວ່ານັ້ນ ຈຳນວນນຶ່ງມີຣົດຫລູຫລາ ຂອງຣັຖໄວ້ໃຊ້ ທັງໃຊ້ສ່ວນໂຕປະມານ 3-4 ຄັນເຮັດໃຫ້ຣັຖບານ ສູນເສັຽ ງົບປະມານຫຼວງຫຼາຍ ທັງຄ່າບຳລຸງສ້ອມແປງ ຄ່ານ້ຳມັນ ຊຶ່ງຂນະນີ້ ໃນຂັ້ນຕອນຂອງການກວດກາຄືນ.
ຕໍ່ບັນຫາດັ່ງກ່າວ ທ່ານ ສົມດີ ດວງດີ ຣັຖມົນຕຣີກະຊວງການເງິນ ໄດ້ກ່າວຕໍ່ສື່ມວນຊົນລາວເມື່ອວັນທີ 8 ກໍຣະກະດານີ້ວ່າ; ການປະຕິບັດ ດຳຣັຖ ສະບັບທີ່ວ່ານີ້ ຜ່ານມາໄດ້ເຮັດສຳເຣັດແຕ່ ໃນຣະດັບການນຳສູງສຸດ. ໃນຣະດັບຮອງລົງມາ ແມ່ນໄດ້ ປະກອບຣົດຈຳນວນນຶ່ງໃຫ້ ແຕ່ຍັງບໍ່ທັນສຳເຣັດເທື່ອ.
ບັນດາຣັຖມົນຕຣີ ແລະຮອງຣັຖມົນຕຣີ ຍັງບໍ່ທັນເຂັ້ມງວດໃນການປະຕິບັດ. ແຕ່ນາຍົກຣັຖມົນຕຣີ ໄດ້ຕົກລົງແຕ່ງຕັ້ງ ຄນະຮັບຜິດຊອບ ລົງໄປກວດກາ ຕົວຈິງວ່າ ຣັຖມົນຕຣີ ແລະຮອງຣັຖມົນຕຣີ ແຕ່ລະທ່ານມີຣົດປະຈຳຕຳແໜ່ງ ຈັກຄັນ ແລະຖືກຕ້ອງ ຕາມຣະບຽບການ ຫລືບໍ່ ຫາກທ່ານໃດມີຣົດປະຈຳຕຳແໜ່ງ ເກີນກຳນົດຕ້ອງສົ່ງຄືນ ຫລື ຖ້າທ່ານໃດຢາກໄດ້ຍ້ອນນຳໃຊ້ ມາດົນແລ້ວ ກໍຕ້ອງໄດ້ຕີຣາຄາ ແລະຊື້ເອົາ.
ສ່ວນໃນຣະດັບແຂວງ ແມ່ນຫຍຸ້ງຍາກຫລາຍ ເພາະຣັຖບານບໍ່ມີງົບປະມານ ຊື້ຣົດໃໝ່ ໄປທົດແທນໃຫ້. ດັ່ງນັ້ນຈຶ່ງໄດ້ປ່ອຍໃຫ້ ປະຕິບັດ ຕາມທີ່ມີຢູ່ໄປກ່ອນ. ນອກຈາກນີ້ ຣະດັບຂັ້ນກົມຕ່າງໆ ຣັຖບານພວມຄົ້ນຄວ້າ ຈະອອກດຳຣັຖໃໝ່ ແກ້ໄຂໃຫ້ໄດ້ ເພາະມັນກວ້າງຂວາງ ແລະ ກະທົບຫລາຍທີ່ສຸດ.
ຣັຖບານລາວ ໄດ້ແບ່ງພະນັກງານຂັ້ນນຳຣະດັບສູງເປັນ 4 ປະເພດ ເພືື່ກຳນົດຣົດຕຳແໜ່ງໃຫ້ ຄືເລຂາທິການພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກຣັຖມົນຕຣີ ແລະກຳມະການກົມການເມືອງສູນກາງພັກ ມີຣົດປະຈຳຕຳແໜ່ງຜູ້ນຶ່ງ 3 ຄັນ. ຣະດັບເລຂາທິການສູນກາງພັກ, ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ, ຮອງນາຍົກ ຣັຖມົນຕຣີ ໃຫ້ 2 ຄັນ.
ສຳລັບກຳມະການສູນກາງພັກ, ຫົວໜ້າຄະນະພັກ ຣັຖມົນຕຣີ ແລະຫົວໜ້າອົງການ ທຽບເທົ່າ ກະຊວງ ກໍໃຫ້ມີຣົດປະຈຳຕຳແໜ່ງ 2 ຄັນ. ແລະຣະດັບຕໍ່ລົງມາ ໄດ້ 1 ຄັນ.