ເມືອງບຸນເໜືອຂາດງົປມານສ້າງ ເມືຶອງໃໝ່
2014.08.03
ປັດຈຸບັນ ໂຄງການ ສ້າງເຂດ ຕົວເມືຶອງໃໝ່ ຂອງ ເມືອງ ບຸນເໜືອ ແຂວງ ຜົ້ງສາລີ ຫລ້າຊ້າ ຍ້ອນຂາດ ງົບປະມານ ທີ່ ທາງສະພາ ແຫ່ງຊາດ ໄດ້ ອະນຸມັດ ໃຫ້ສ້າງ ນັ້ນ ທາງແຂວງ ບໍ່ໄດ້ ຮັບ ຕາມຈໍານວນ. ດັ່ງ ເຈົ້າໜ້າທີ່ ແຂວງ ຜົ້ງສາລີ ເວົ້າວ່າ:
"ມີຫລາຍ ສາເຫດ ເນາະ ເປັນຕົ້ນທຶນ ທີ່ວ່າສິມາ ກໍ່ສ້າງ ເບື້ອງຕົ້ນ ເຂົາກະ ອະນຸມັດ 1,500 ຕື້ກີບ ນະ ແຕ່ວ່າດຽວນີ້ ຫັ້ນທຶນໄດ້ ແຕ່ປີນຶ່ງ ປະມານ 10 ປາຍຕື້ ນີ້ແຫລະ ຫລ້າຊ້າ ນີ້ກໍໄດ້ ທຶນໜ້ອຍ ເນາະ ບໍ່ສາມາດ ຈັດຕັ້ງ ປະຕິບັດ ໂຕ ໜ້າວຽກ ໃຫຍ່ໆ ຫັ້ນໄດ້".
ທ່ານເວົ້້າ ຕໍ່ໄປວ່າ ນັບຕັ້ງແຕ່ ໂຄງການນີ້ ໄດ້ເລິ່ມມາ ແຕ່ປີ 2010 ຈົນ ຮອດ ປັດຈຸບັນ ມີການ ກໍ່ສ້າງໃຫຍ່ ພຽງບາງອັນ ເທົ່ານັ້ນ. ການກໍ່ສ້າງ ຫ້ອງວ່າ ການປົກຄອງ ແຂວງ ກໍໄດ້ພຽງ 35 ສ່ວນຮ້ອຍ ໂດຍໃຊ້ ງົບປະມານ ໄປແລ້ວ ຫຼາຍກວ່າ 59 ຕື້ກີບ. ສ້າງຖນົນ ໄດ້ແລ້ວ 30 ກວ່າ ກິໂລແມັດ ໃນ ຈໍານວນ 80 ກິໂລແມັດ.
ທ່ານວ່າ ຕາມ ແຜນການ ນອກຈາກ ຫ້ອງວ່າການ ປົກຄອງ ແຂວງ ແລະ ຖນົນ ນັ້ນແລ້ວ ແມ່ນຈະສ້າງ ໂຮງຮຽນ, ໂຮງໝໍ ແລະ ໂຮງຈັກ ໂຮງງານ ຕ່າງໆ ແລະ ຈະສ້າງ ໃຫ້ແລ້ວ ໃນປີ 2020. ແຕ່ຍ້ອນ ຂາດ ງົບປະມານ ຈຶ່ງຍັງບໍ່ ໝັ້ນໃຈ ວ່າ ຈະສໍາເຣັດ ຕາມແຜນການ ນັ້ນ ຫລືບໍ່.
ເປົ້າໝາຍ ຂອງການສ້າງ ເຂດເມືອງໃໝ່ ນີ້ ກໍເພື່ອເຮັດ ໃຫ້ເປັນ ສູນກາງ ຮອບດ້ານ ຂອງແຂວງ ຍ້ອນ ເມືອງ ບຸນເໜືອ ມີພື້ນທີ່ ເໝາະສົມກວ່າ ເມື່ອງອື່ນໆ ດັ່ງນັ້ນ ຈຶ່ງຍ້າຍ ເທສບານ ແຂວງ ຜົ້ງສາລີ ນີ້ ໄປເຂດນັ້ນ ໂດຍຄາດວ່າ ເມື່ອກໍ່ສ້າງ ແລ້ວ ປະຊາຊົນ ທ້ອງຖິ່ນ ກໍຈະມີ ວຽກເຮັດ ງານທໍາ ຫລາຍຂຶ້ນ ແລະ ເປັນການຫລຸດ ຜ່ອນຄວາມ ທຸກຍາກ ຂອງ ປະຊາຊົນ ໄປໃນໂຕ.