ຂ.ຄໍາມ່ວນຈະເພີ້ມຕູ້ຫຼິ້ນ ການພະນັນ


2013.11.05
F-Khammuan ເຂດບໍຣິເວນ ຂົວມິຕພາບ ລາວ-ໄທ ແຫ່ງທີ 3
RFA

 

ໂຮງກາຊີໂນທີ່ໃຊ້ ຕູ້ການພະນັນ ຫຼື Slot machines ຊຶ່ງຕັ້ງຢູ່ທ່າ ເຮືອແຄມແມ່ນໍ້າຂອງ ເມືອງທ່າແຂກ ແຂວງຄໍາມ່ວນ ຈົນເທົ່າທຸກມື້ ນີ້ ເຄີຽຖືກວິພາກວິຈານ ວ່າເປັນແຫລ່ງ ພັຍສັງຄົມ ແຕ່ໃນທ້າຍປີນີ້ ຈະຍ້າຍໄປຢູ່ ບໍຣິເວນ ຂົວມິຕພາບລາວໄທ ແຫ່ງທີ່ 3 ຕິດກັບເຂດ ເສຖກິດພິເສດຂອງແຂວງ ແລະຈະເພີ້ມຈໍານວນຕູ້ຫລິ້ນພະນັນຫລັງ ຈາກທາງການຫ້າມບໍ່ໃຫ້ເປີດ ຫລາຍບ່ອນ. ຕາມການເປີດເຜີຍຂອງ ເຈົ້າໜ້າທີ່:

“ມັນເປັນຂອງບໍຣິສັດ KSK ປັຈຈຸບັນນີ້ເພີ່ນຫ້າມຢູ່ແລ້ວໃຫ້ເປິດແຕ່ ໂຕດຽວ ໂຕເກົ່ານີ້ເຂົາກໍາລັງຊິ່ຍ້າຍໄປຢູ່ ຍ້າຍໄປຢູ່ຂົວມິຕພາບ”.

ເຈົ້າໜ້າທີ່ແຂວງຄໍາມ່ວນເວົ້າວ່າຍັງບໍ່ມີຂໍ້ມູນວ່າທາງບໍຣິສັດ ດັ່ງກ່າວ ຈະເປິດໂຮງກາຊີໂນ ແບບຕູ້ການພະນັນ ຢູ່ເຂດ ຂົວມິຕພາບ ແຫ່ງ ທີ່ 3 ເປັນເວລາຈັກປີ ແຕ່ຈະເພີ້ມຕູ້ເກມເຂົ້າໄປອີກ ເນື່ອງຈາກເປັນການ ລົງທຶນຮ່ວມກັນຣະຫວ່າງ ນັກລົງທຶນລາວແລະມະເລເຊັຍ ຊຶ່ງຄາດ ວ່າຈະດຶງດູດ ນັກຫລິ້ນການພະນັນ ໃຫ້ເຂົ້າມາຫລິ້ນ ໄດ້ຫລາຍກວ່າເກົ່າ.

ຜ່ານມາຝ່າຍອໍານາດການປົກຄອງ ແຂວງຄໍາມ່ວນ ບໍ່ເຫັນດີໃຫ້ຕັ້ງກາຊີໂນ ຂນາດໃຫ່ຽຄື “ສວັນເວກັສ” ໃນແຂວງສວັນນະເຂດ ເພາະຢ້ານ ຈະເກີດບັນຫາ ເຣື້ອງພັຍສັງຄົມ ແຕ່ຕໍ່ມາກໍອອກອະນຸຍາດ ໃຫ້ຕັ້ງບ່ອນ ຫລິ້ນການພະນັນ ແບບຕູ້ເກມຂນາດນ້ອຍຢູ່ທ່າເຮືອ ເມືອງທ່າແຂກ ຫລັງຈາກຂົວຂ້າມນໍ້າຂອງໄດ້ ເປີດໃຊ້ຢ່າງເປັນທາງການ.

ເມື່ອເປີດມາໄດ້ປະມານ 2 ປີ ປາຍກໍມີທັງຊາວລາວ ແລະຊາວຕ່າງປະເທດຈາກປະເທດໃກ້ຄຽງ ພາກັນມາຫລິ້ນຢ່າງຫລວງຫລາຍ ຈົນກາຍ ເປັນລາຍໄດ້ ໃຫ້ແຂວງຈໍານວນນຶ່ງ ແຕ່ພ້ອມດຽວກັນນັ້ນ ກໍມີຜົນ ດ້ານລົບຕາມມາ ເພາະຜູ້ຫລິ້ນການພະນັນ ບາງຈໍາພວກ ທີ່ເສັຽເງິນ ເກີດ ມີບັນຫາ ພາຍໃນຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.