ສາມຫຼ່ຽມຄໍາ ແລະ ເຂດພັດທະນາກວມລວມໄຊເສດຖາ ຂາດເຂີນຄົນງານຫຼາຍ

ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນຄົນງານທີ່ເຮັດວຽກກໍ່ສ້າງສະໜາມບິນບໍ່ແກ້ວ. ເດືອນກຸມພາ ປີ 2023.
ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນຄົນງານທີ່ເຮັດວຽກກໍ່ສ້າງສະໜາມບິນບໍ່ແກ້ວ. ເດືອນກຸມພາ ປີ 2023. (RFA)

0:00 / 0:00

ປັດຈຸບັນ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ແລະເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ຍັງຂາດເຂີນຄົນນງານຫຼາຍພັນຄົນ ເປັນຕົ້ນໂຄງການກໍ່ສ້າງ, ໂຮງຈັກ, ໂຮງງານ ຍ້ອນໃຫ້ຄ່າແຮງງານຕໍ່າ ໃນຂະນະທີ່ຢູ່ລາວ ລາຄາສິນຄ້າແພງ, ຄ່າຄອງຊີບສູງຂຶ້ນ, ເຮັດໃຫ້ຄົນງານລາວ ພາກັນໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນແມ່ນໄທ ທີ່ໄດ້ຄ່າແຮງງານຫຼາຍ ດັ່ງເຈົ້າໜ້າທີ່ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 28 ຕຸລານີ້ວ່າ:

" ໂດຍລວມແລ້ວກະແຮງງານລາວ ຂາດແຄນເປັນຈໍານວນຫລາຍຫັ້ນແຫລະ ລັກສະນະວ່າແຮງງານກ່ຽວກັບການສ້ອມແປງເຄຫະ ບາງເທື່ອແຮງງານລາວເຮົາ ກໍຍັງຕອບສະໜອງເຂົາຍັງບໍ່ທັນໄດ້ຫັ້ນແຫລະ ບາງເທື່ອມັນບໍ່ຖືກກັບວິຊາຊີບ ກໍນໍາເຂົ້າແຮງງານມຽນມ້າ ຈໍານວນນຶ່ງກໍມີຫລາຍປັດໃຈເນາະ ບາງວຄົນໄປທໍາງານຢູ່ໄທ ເງິນເຮົາກໍມີບັນຫາເລື້ອງຄ່າຄອງຊີບແດ່ ເງິນຂັ້ນຕໍ່າແດ່. "

ແລະຄົນງານລາວ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຜູ້ນຶ່ງກໍເວົ້າວ່າ ບັນຫາການຂາດເຂີນຄົນງານເກີດຂຶ້ນຢູ່ລາວ ກໍຍ້ອນວ່າ ຄ່າແຮງງານຕໍ່າ, ເຖິງວຽກງານຈະມີຫຼາຍຢູ່ລາວ ແຕ່ຄົນງານລາວກໍບໍ່ຢາກເຮັດ, ດັ່ງນັ້ນຈຶ່ງເຮັດໃຫ້ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສ່ວນໃຫຍ່ແມ່ນຄົນງານພະມ້າ ຍ້ອນພວກເຂົາ ເຈົ້າ ຮັບຄ່າແຮງງານຕໍ່າໄດ້ ດັ່ງທີ່ທ່ານກ່າວ່າ:

" ທີ່ວ່າຂາດແຄນກໍາມະກອນໃນສາມຫລ່ຽມຄໍານີ້ ຄ່າແຮງມັນຕໍ່າ ແລ້ວກໍບໍ່ມີໃຜຢາກທໍາ ມີແຕ່ຄົນພະມ້າກັບຄົນຈີນ ຄົນຈີນນີ້ຄ່າແຮງມັນຈະສູງ ແຕ່ວ່າຄົນພະມ້າຄ່າແຮງຕໍ່າ ພະມ້່າເຂົາຈະຢູ່ໄດ້ ຄົນລາວເຂົາບໍ່ຄ່ອຍເຮັດ ມີແຕ່ຢູ່ໄທ ກະເປັນບັນຫານຶ່ງ. "

ສໍາລັບຢູ່ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ມາເຖິງເດືອນຕຸລາ 2024 ນີ້ ໂຮງງານຫຼາຍແຫ່ງ ກໍຍັງຂາດເຂີນຄົນງານຫຼາຍຢູ່ ເປັນ ຕົ້ນໂຮງງານ ມັສຄອດ ຕັດຫຍິບ ທີ່ຍັງເປີດຮັບສະໝັກເອົາຄົນງານຢູ່ ໂດຍສະເພາະຄົນງານດ້ານການຜະລິດ ດັ່ງເຈົ້າໜ້າທີ່ໂຮງງານດັ່ງກ່າວ ເວົ້າໃນມື້ດຽວກັນນີ້ວ່າ:

" ຄັນທຽບປັດຈຸບັນນີ້ກໍເອີ້ນວ່າຂາດແຄນ ແຮງງານຢູ່ເດ້ ເພາະວ່າຫລາຍບໍ ລິສັດເຂົາເຈົ້າ ກໍຍັງຂາດແຮງງານຢູ່ ໂຕຢ່າງຄືຂອງເຮົາ ກໍຍັງຂາດຫລາຍຢູ່ ກໍຍັງເປີດຮັບສະໝັກຄືເກົ່າ ຕ້ອງການຫລາຍໃດ໋ ແຮງງານດ້ານຕັດຫຍິບເລີຍ ເພາະວ່າເປັນຝ່າຍຜະລິດນ່າ ແລະໂຮງງານອື່ນເຂົາເຈົ້າກໍຕ້ອງການພະນັກງານຄືກັນ. "

ກ່ຽວກັບບັນຫາທີ່ວ່ານີ້ ມາເຖິງປັດຈຸບັນ ລັດຖະບານລາວ ກໍຍັງບໍ່ສາມາດແກ້ໄຂໄດ້. ເຖິງແມ່ນວ່າ ຈະມີມາດຕະການຕ່າງໆອອກມາ ເພື່ອແກ້ໄຂບັນຫາດັ່ງກ່າວ ຮວມທັງການເປີດຕະຫຼາດນັດແຮງງານ, ການຝຶກອົບຮົມວິຊາຊີບ ທີ່ບໍ່ໄດ້ເຮັດຕໍ່ເນື່ອງ ແລະບໍ່ທົ່ວເຖິງ ຍ້ອນຂາດເຂີນງົບປະມານ; ໄດ້ມີການປັບຂຶ້ນເງິນເດືອນຂັ້ນຕໍ່າ ຈາກ 1,300,000 ກີບເປັນ 1,600,000 ກີບ ເພື່ອໃຫ້ເໝາະສົມກັບຄ່າຄອງຊີບ ທີ່ຈະດຶງດູດໃຫ້ຄົນງານລາວ ເຮັດວຽກຢູ່ພາຍໃນປະເທດ. ແຕ່ຫຼາຍຄົນເວົ້າວ່າ ເຖິງຈະໄດ້ປັບເງິນເດືອນຂັ້ນຕໍ່າຄືແນວນັ້ນ ແຕ່ກໍຍັງເຫັນວ່າ ຍັງບໍ່ພຽງພໍກັບຄ່າໃຊ້ຈ່າຍ ໃຫ້ພໍຢູ່ໄດ້ຄືເກົ່າ ຍ້ອນເສດຖະກິດລາວຕົກຕໍ່າ, ເງິນເຟີ້, ລາຄາສິນຄ້າແພງ, ຄ່າຄອງຊີບສູງ ສະນັ້ນຈຶ່ງເຮັດໃຫ້ຄົນງານລາວ ພາກັນອອກໄປຫາເຮັດວຽກຢູ່ຕ່າງປະເທດຫຼາຍຂຶ້ນ ຮວມທັງພະນັກງານ-ລັດຖະກອນກໍລາອອກຈາກການຫຼາຍ.

ຍ້ອນເປັນຄືທີ່ວ່ານັ້ນ ທາງລັດຖະບານລາວ ຈຶ່ງມີແຜນທີ່ຈະປັບຄ່າແຮງງານຂັ້ນຕໍ່າຂຶ້ນຕື່ມອີກ ຈາກ 1,600,000 ກີບເປັນ 2,000,000-2,200,000 ກີບຕໍ່ເດືອນ ໃນປີ 2025.

ປັດຈຸບັນ ລັດຖະບານລາວ ອະນຸມັດໂຄຕານໍາຄົນງານຕ່າງປະເທດເຂົ້າມາເຮັດວຽກຢູ່ລາວ ຈໍານວນ 145,049 ຄົນ ຊຶ່ງໃນນັ້ນເປັນຍິງພຽງ 2,303 ຄົນ. ຄົນງານຕ່າງປະເທດ ສ່ວນຫຼາຍເຂົ້າມາເຮັດວຽກໃນຂະແໜງອຸດສາຫະກໍາ ເປັນອັນດັບຕົ້ນ ຮອງລົງມາກໍແມ່ນຂະແໜງບໍລິການ ແລະກະສິກໍາ.