ຊາວບ້ານວ່າທາງການຍັງ ບໍ່ແກ້ ບັນຫາ

ໄມຊູລີ
2017.02.28
F-Sepian ຜູ້ຕາງໜ້າຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກ ເຂື່ອນ ເຊປ່ຽນ-ເຊນໍ້ານ້ອຍ ກ່າວຄໍາຮ້ອງທຸກ ຕໍ່ນັກຂ່າວ
Screen captured from Joseph Freeman video

ເຈົ້າເມືອງ ເມືອງປາກຊ່ອງ, ແຂວງຈຳປາສັກ ກ່າວຕໍ່ ເອເຊັຽເສຣີ ເຖິງ ກໍຣະນີ ຊາວບ້ານ ຫຼາຍຄອບຄົວ ໃນເຂດ ເມືອງປາກຊ່ອງ ທີ່ ໄດ້ຮັບຜົລກະທົບ ຈາກໂຄງການ ກໍ່ສ້າງເຂື່ອນ ເຊປຽນ-ເຊນ້ຳນ້ອຍ ເມື່ອ ທ້າຍສັປດາ ທີ່ຜ່ານມາວ່າ ພາກສ່ວນ ກ່ຽວຂ້ອງ ໄດ້ລົງໄປ ແກ້ໄຂບັນຫາ ໃຫ້ກັບ ຊາວບ້ານແລ້ວ, ແຕ່ຍັງມີພຽງ ກຸ່ມນຶ່ງ ທີ່ຍັງຫາ ຂໍ້ອ້າງຕ່າງໆ ເພື່ອໃຫ້ໄດ້ ຄ່າຊົດເຊີຍ ຫຼາຍເກີນໄປ ທ່ານວ່າ:

“ດຽວນີ້ເຂົາກະລົງລະເດ, ຮອດປົກຄອງແຂວງ ພຸ້ນລົງ ອະທິບາຍ ຊີ້ແຈງເຂົາ. ມັນມີກຸ່ມນຶ່ງດອກ ທີ່ໄປເວົ້າ ບິດເບືອນ ຕໍ່ແນວທາງ ນະ- ໂຍບາຍ ເຂົາຢາກໄດ້ ຫຼາຍໂພດ ກະມີສ່ວນນຶ່ງ, ບຸກຄົນນຶ່ງ ອັນນັ້ນ ມັນຄົນບໍ່ດີນ່າ ຄົນສວາຍໃຊ້ ທີ່ໄດ້ໄປເວົ້າ ຫັ້ນນ່າ. ເຮືອນຊານເຮົາ ກະເຮັດໃຫ້ ສ້ອມແປງໃຫ້ ຖນົນຫົນທາງ, ໂຮງຮຽນ, ສະໂມສອນ, ສຸຂສາລາ. ວິດກະໃຫ້ດີເໝິດ ທຸກຫຼັງຄາເຮືອນ, ໄຟ ກະເອົາເຂົ້າເໝິດ ທຸກເຮືອນ ເຮັດຈັ່ງໃດ ຈັ່ງຊິວ່າ ບໍ່ໃຫ້ ຄ່າຊົດເຊີຍ”.

ທ່ານວ່າ ພາກສ່ວນ ອຳນາດ ການປົກຄອງແຂວງ ຮ່ວມກັບ ເຈົ້າຂອງໂຄງການ ແລະ ຄນະກັມມະການ ໄກ່ເກັ່ຽ ຜູ້ໄດ້ຮັບ ຜົລກະທົບ ກໍ່ໄດ້ຕົກລົງ ເຫັນດີ ໃນບັນຫາ ການຊົດເຊີຍ ແກ່ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ເປັນທີ່ຮຽບຮ້ອຍແລ້ວ ເພື່ອຣະດົມ ໃຫ້ຊາວບ້ານ ໂຍກຍ້າຍ ແລະ ທາງແຂວງ ກໍໄດ້ຈັດສັນທີ່ດິນ ເພື່ອທຳການຜລິດ ໃຫ້ແກ່ຊາວບ້ານແລ້ວ ເປັນຈຳນວນ 260 ປາຍເຮັກຕ້າ ໃນເບື້ອງຕົ້ນ ແຕ່ຖ້າຍັງບໍ່ພໍ ພາກສ່ວນ ກ່ຽວຂ້ອງ ກໍຈະມີການ ຄົ້ນຄວ້າ ເພື່ອຫາເນື້ອທີ່ ດິນ ສຳລັບ ການກະເສດ ເພີ້ມຕື່ມ ໃນພາຍໜ້າ.

ໃນຂນະດຽວກັນ, ຊາວບ້ານ ຜູ້ໄດ້ຮັບ ຜົລກະທົບ ກ່າວຕໍ່ ວິຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ມາເຖິງ ປະຈຸບັນ, ພາກສ່ວນກ່ຽວຂ້ອງ ກໍຍັງບໍ່ທັນໄດ້ ມາແກ້ໄຂ ບັນຫາ ຕາມຄໍາສເນີ ຂອງຊາວບ້ານ ແຕ່ຢ່າງໃດ. ໃນທາງ ກົງກັນຂ້າມ, ພັດມີແຕ່ ເຈົ້າໜ້າທີ່ ທາງເມືອງ ສົມທົບກັບ ພາກສ່ວນ ໂຄງການ ເຂົ້າມາເວົ້າ ແບບນາບຂູ່ ຊາວບ້ານ ເພື່ອບັງຄັບ ໃຫ້ຊາວບ້ານ ໂຍກຍ້າຍ ຫຼີກທາງ ໃຫ້ກັບໂຄງການ ໂດຍໄວ:

“ຕາມເຮົາເບິ່ງໂຕຈິງນີ້ ກະຍັງບໍ່ທັນ ມີການແກ້ໄຂ ນ່າທ່ານ, ທາງໂຄງການ ກະມີແຕ່ ບັງຄັບ ໃຫ້ເຮົາຫັ້ນແຫຼະ ບັງຄັບໃຫ້ເຮົາເມືອ ເຮັດການ ໂຍກຍ້າຍ. ທາງໂຄງການນີ້ ກະຈັດສັນ ດິນ ໃຫ້ພຽງແຕ່ 1,1 ເຮັກຕ້າ, ດິນດັ່ງກ່າວນີ້ ກະບໍ່ຢາກ ເໝາະສົມປານໃດ ໄດ໋ທ່ານ ເພາະວ່າ ພໍ່ແມ່ ປະຊາຊົນ ນີ້ກະຂໍ ຢ່າງຂີ້ຮ້າຍ ກະໃຫ້ໄດ້ ຕາມເນື້ອທີ່ເດີມ”.

ບັນຫານຶ່ງທີ່ຊາວບ້ານ ຫຼາຍຄົນ ພາກັນກັງວົນ ແລະ ຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ແກ້ໄຂທີ່ສຸດ ກໍແມ່ນ ແຜນຟື້ນຟູ ຊີວິຕການເປັນຢູ່ ຫຼັງຈາກ ການຖືກໂຍກຍ້າຍ ຈັດສັນທີ່ ເປັນຮູປທັມ ເພາະຊາວບ້ານ ຫຼາຍຄົນ ຕ່າງກໍ່ເຫັນ ເປັນຕົວຢ່າງ ແລ້ວວ່າ ຊາວບ້ານກຸ່ມອື່ນໆ ທີ່ ຖືກໂຍກຍ້າຍ ມາຈາກເຂື່ອນ ໄຟຟ້າ ຫ້ວຍເຫາະ ຈຳນວນ ຫຼາຍຄອບຄົວ ທີ່ໄດ້ມາ ອາໃສຢູ່ໃນພື້ນທີ່ ທີ່ທາງການ ໄດ້ຈັດສັນ ມາຕັ້ງແຕ່ປີ 1997 ນັ້ນ, ພວກເຂົາເຈົ້າ  ຍັງພົບພໍ້ ກັບການເປັນຢູ່ ທີ່ທຸກຍາກ ຝືດເຄືອງ ແລະ ມີຂໍ້ຂັດແຍ່ງກັນ ຕະຫຼອດ, ຍ້ອນ ບໍ່ມີທີ່ດິນ ທຳມາ ຫາກິນ ພຽງພໍ ສໍາລັບຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.