ຂ.ເຊກອງ ຢຸດສົ່ງໄມອອກ
2016.04.28

ປັດຈຸບັນ ແຂວງ ເຊກອງ ບໍ່ ອະນຸມັດ ໃຫ້ ພວກ ນັກລົງທຶນ ຕັດໄມ້ ເພື່ອ ສົ່ງອອກ ອີກແລ້ວ ເວັ້ນແຕ່ ໄມ້ ຢູ່ໜ້າເຂື່ອນ ເຊກອງ 4 ແລະ ທັງສັ່ງໃຫ້ ເຈົ້າໜ້າທີ່ ປ່າໄມ້ ວາງມາຕການ ຄຸ້ມຄອງ ຢ່າງ ເຂັ້ມງວດ ເພື່ອບໍ່ໃຫ້ ມີການ ລັກຕັດໄມ້ ນັ້ນ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຜແນກປ່າໄມ້ ແຂວງ ເຊກອງ ຜູ້ຂໍ ສງວນຊື່ ຕໍ່ RFA ໃນ ວັນທີ 27 ເມສາ 2016 ນີ້:
"ການລັກລອບ ຕັດໄມ້ ປັດຈຸບັນ ນີ້ ກໍຄືວ່າ ທາງ ເຈົ້າໜ້າທີ່ ເຂົາກໍໄດ້ ມີມາຕການ ເຂັ້ມງວດ ການລັກລອບ ໃນສ່ວນນີ້ ກໍເຊື່ອວ່າ ບໍ່ມີ ແລ້ວ ສງົບ, ຕັດ ຖືກກົດໝາຍ ມັນກໍມີ ຈິງ ແຕ່ວ່າ ແຂວງເຮົາ ກໍຍັງບໍ່ໄດ້ ຮັບ ອະນຸຍາດ ເພາະ ຍັງບໍ່ມີ ໂຄຕາ".
ພ້ອມກັນນັ້ນ ທ່ານ ຍັງກ່າວ ຕື່ມອີກວ່າ ມາເຖິງ ປັດຈຸບັນ ເຣຶ່ອງການ ໃຫ້ ສຳປະທານ ຕັດໄມ້ ຢູ່ແຂວງນີ້ ແມ່ນບໍ່ມີ. ດັ່ງ ທີ່ທ່ານກ່າວ ຕອນນຶ່ງວ່າ:
"ດຽວນີ້ ບໍ່ມີແລ້ວ ເພາະວ່າ ຣັຖບາລ ບໍ່ໄດ້ ອະນຸຍາດ ຣັຖບາລ ເພິ່ນບໍ່ ອະນຸມັດ ໂຄຕາໃໝ່ ມີແຕ່ບາງ ຈຸດ ທີ່ມີການ ສ້າງ ເຂື່ອນ ເຖິງ ຈະ ອະນຸມັດ ທີ່ ອະນຸມັດ ກໍມີແຕ່ ເຊກອງ 4 ສຳປະທານ ແຄ່ເຂື່ອນ ເຊກອງ 4 ນອກນັ້ນ ກໍບໍ່ມີ ແລ້ວ".
ຕາມຄຳເວົ້າ ຂອງ ນັກທຸຣະກິຈ ຄ້າໄມ້ ໃນ ແຂວງເຊກອງ ຢູ່ແຂວງນີ້ ທີ່ ຜ່ານມາ ມີການຕັດໄມ້ ທໍາລາຍປ່າ ເພື່ອເຮັດ ທຸຣະກິຈ ຢ່າງ ຫຼວງຫຼາຍ ເພາະແຂວງນີ້ ມີໄມ້ດີ ຮວມທັງ ໄມ້ແດງ. ສ່ວນການລັກ ຕັດໄມ້ ເຊັ່ນ: ໄມ້ດູ່ ໄມ້ຂະຍູງ ນັ້ນ ກໍເຄີຍມີ. ແຕ່ເມື່ອ ຣາຄາ ໄມ້ ຂະຍູງ ຕົກຕໍ່າ ພວກຄ້າໄມ້ ຊນິດນີ້ ກໍພາກັນ ເຊົາຕັດ ແລະ ກັບຄືນ ປະເທສ ຂອງເຂົາ ໄປ.