ຊາວບ້ານຄອງຖ້າພື້ນທີ່ ທໍາມາ ຫາກິນ
ຊາວບ້ານ ບ້ານອາຣອງ 130 ປາຍຄົນພາກັນ ອົພຍົບໜີຄວາມທຸກຍາກ ມາກິນນອນ ຢູ່ຕາມແຄມນໍ້າ ບ້ານຫ້ວຍບຶງ ລໍຖ້າດິນຈັດສັນບ່ອນໃໝ່, ເພື່ອທໍາມາຫາກິນ.
-
ມະນີຈັນ
2021-01-22 -
-
-
Your browser doesn’t support HTML5 audio
ເປັນເວລາ 1 ອາທິດແລ້ວ ທີ່ຊາວບ້ານ ຈາກບ້ານອາຣອງ ເມືອງກະລຶມ ແຂວງເຊກອງ 28 ຄອບຄົວ 130 ປາຍຄົນພາກັນອົພຍົບ ໜີຄວາມທຸກຍາກ ມາຢູ່ຕາມແຄມບ້ານຫ້ວຍບຶງ ເມືອງກະລຶມ, ເພື່ອລໍຖ້າດິນທີ່ທາງການຈະຈັດສັນໃຫ້ໃໝ່, ເພື່ອການທໍາມາຫາກິນ ຍ້ອນເນື້ອທີ່ດິນຂອງພວກເຂົາເຈົ້າ, ຢູ່ບ້ານອາຣອງນັ້ນ ເປັນດິນພູດອຍ ທໍາການຜລິດຫຍູ້ງຍາກ ແລະບໍ່ສາມາດຕັດທາງເຂົ້າໄປໄດ້ ເຮັດໃຫ້ການໄປມາລໍາບາກ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຜແນກ ແຮງງານ ແລະ ສວັດດິການສັງຄົມ ແຂວງເຊກອງຕໍ່ RFA ໃນມື້ວັນທີ 22 ມົກຣາ ນີ້:
“ເຂົາເຈົ້າມາຢູ່ແຄມນໍ້າຫັ້ນ ແມ່ນມາເພື່ອລໍຖ້າເວລາເມືອງ, ບ່ອນທີ່ເຮົາຈັດສັນ, ມັນມີບ່ອນຈັດສັນຕ່າງຫາກ ເວລາປີຜ່ານມາ ພວກເຮົາ ໄປຫາຂະເຈົ້າ ແມ່ນອາສັຍແຕ່ຍ່າງເດ໋, ຖືວ່າເຮົາທະລຸເສັ້ນທາງແລ້ວ, ມີຄວາມຫຍູ້ງຍາກ, ເພາະວ່າ ບ້ານເຂົາມັນຕັ້ງຢູ່ໂຊນນຶ່ງທີ່ວ່າ, ທາງເຮົາເຂົ້າເຖິງຍາກ, ຈະແມ່ນ ເຮົາຈະລົງທຶນເຮັດພື້ນຖານໂຄງລ່າງ ໃຫ້ເຂົາເຈົ້າຢູ່ ບ່ອນດຽວຫັ້ນກໍລໍາບາກ, ເປັນພູຫີນຕັດສິນໃຈ ຍ້າຍເຂົາເຈົ້າອອກມາບ່ອນສະດວກ.”
ເຈົ້າໜ້າທີ່ຜແນກ ກະສິກັມ ແລະ ປ່າໄມ້ ແຂວງເຊກອງ ກ່າວວ່າ, ຊາວບ້ານໄດ້ອອກມາກາງເຕັ້ນ ຢູ່ກິນຕາມແຄມທາງ ພຽງຊົ່ວຄາວ ເທົ່ານັ້ນ. ມື້ນີ້ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປຈັດສັນດິນ ໃຫ້ພວກເຂົາເຈົ້າຕັ້ງບ້ານເຮືອນແລ້ວ ມື້ຮືກໍສາມາດ ໂຍກຍ້າຍໄປຢູ່ດິນ ທີ່ທາງການ ຈັດສັນໃຫ້ນັ້ນໄດ້ແລ້ວ:
“ໂຕມາຢູ່ແຄມນໍ້າຫັ້ນ ພັກຊົ່ວຄາວ, ເພາະວ່າເດີ່ນນີ້ ຍັງບໍ່ທັນໄດ້ປີເດ໋, ເພາະວ່າມັນມີເງື່ອນໄຂໃນການປຸກແຄັມຢູ່ ຊົ່ວຄາວກ່ອນ ມື້ອື່ນມື້ຮື ຫລື ອາທິດນີ້ ກໍສິໄປຂຶ້ນຢູ່ບ້ານຫລັງໃໝ່ ແລ້ວ.”
ທ່ານກ່າວຕື່ມວ່າ ສະພາບປັດຈຸບັນ ແມ່ນບໍຣິສັດ ຮັບເໝົາປັບໜ້າດິນ, ໄດ້ກຽມຣົດຈົກດິນ ເພື່ອປັບໜ້າດິນໃຫ້ຊາວບ້ານແລ້ວ ຄາດວ່າ, ໃນອາທິດນີ້ ຫລືອາທິດໜ້າ ຊາວບ້ານທັງໝົດ ກໍຈະເລີ່ມລົງມືປຸກເຮືອນ ຂອງໃຜຂອງລາວ.
ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງກະລຶມ ແຂວງເຊກອງ ກ່າວວ່າ, ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ສົມທົບທຶນເປັນສັງກະສີ ຕະປູ, ອາຫານ ການກິນຈໍານວນນຶ່ງ ເພື່ອປຸກເຮືອນໃຫ້ ຊາວບ້ານ, ສ່ວນທີ່ເຫລືອ ເປັນໄມ້ ແຮງງານ ແລະອື່ນໆ ແມ່ນຊາວບ້ານປະກອບ ສ່ວນເອງ:
“ບ້ານຈັດສັນນີ໋ ກໍຄິດວ່າ ຈະເຮັດຢູ່ໃນ ໃກ້ຫັ້ນນັ້ນແຫລະ, ກໍຄິດວ່າ ອາທິດນີ້ໆແຫລະ, ໃຫ້ບໍຣິສັດເຂົາປັບພື້ນທີ່ສ້າງບ້ານໃຫ້ກໍ່ສ້າງ ກໍແມ່ນ ສະເພາະເບື້ອງຣັຖ ຂອງພວກເຮົາ ມີສັງກະສີ ມີຕະປູ ຂອງເຂົາເຈົ້າເປັນແຮງງານ, ເປັນໄມ້ເປັນຕອກຫັ້ນນ່າ, ເປັນໄມ້ເຮົາ ກໍມີໃຫ້ສ່ວນນຶ່ງ ຈາກນັ້ນກໍເປັນຂອງຊາວບ້ານ.”
ຊາວລາວຜູ້ນຶ່ງ ເວົ້າວ່າ ຜູ້ໃດມີເງື່ອນໄຂ ຢາກຊ່ອຍເຫລືອ ແບ່ງປັນນໍ້າໃຈ ແກ້ໄຂຄວາມເດືອດຮ້ອນ, ຂອງຊາວບ້ານບ້ານອາຣອງ ກໍສາມາດບໍຣິຈາກໄດ້ ເປັນຜ້າເຕັ້ນ ມຸ້ງ ສາດ ຜ້າຫົ່ມ ເຂົ້າສານ ອາຫານ ຍ້ອນພວກເຂົາເຈົ້າທຸກຍາກຫລາຍ:
“ຄັນວ່າສິໄປເມືອງກາລຶມ ຢາກໃຫ້ໃຜມີເງື່ອນໄຂ ກໍຢາກໃຫ້ຊ່ວຍກຸ່ມພວກນີ້ໄດ້ບໍ໋, ເຂົາເຈົ້າກໍຫາຍ້າຍມາຫວ່າງວັນທີ 14-15 ນີ້ຫັ້ນນະ ເພິ່ນກໍບອກວ່າເຂົາເຈົ້າທຸກຍາກ ເຂົາເຈົ້າຍ້າຍມາເທົ່ານັ້ນ ເຮົາຍັງບໍ່ຮູ້ຣາຍລະອຽດຫຍັງ.”
ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຫ້ອງການ ປົກຄອງເມືອງກະລຶມ ທ່ານດຽວກັນນີ້, ນອກຈາກຊາວບ້ານບ້ານ ອາຣອງແລ້ວ ກໍຍັງມີອີກ 4 ບ້ານ ທີ່ຕ້ອງໄດ້ອົພຍົບ ໄປຢູ່ບ່ອນທີ່ທາງການ ຈັດສັນໃຫ້ຄືກັນ, ຕາມແຜນການໂຍກຍ້າຍບ້ານຂອງເມືອງ ໃນປີ 2021 ນີ້ເພື່ອໃຫ້ ເຈົ້າໜ້າທີ່ສາມາດພັທນາໂຄງລ່າງພື້ນຖານໄດ້, ຍ້ອນເຂດນັ້ນເປັນເຂດທີ່ຢູ່ຕິດກັບທາງຫຼວງ ຂອງເມືອງ ໄປຫາທີ່ວ່າການແຂວງ.