ໂຮງຮຽນຍັງຂາດອຸປກອນ ການສອນ
2015.10.22
ປັດຈຸບັນ ໂຮງຮຽນ ຫຼາຍແຫ່ງ ຢູ່ ແຂວງ ບໍຣິຄຳໄຊ ຕ້ອງການ ຄວາມ ຊ່ວຍເຫລືອ ຫຼາຍຢ່າງ ເປັນ ຕົ້ນການ ປັບປຸງ ຫ້ອງຮຽນ ແລະ ແກ້ໄຂ ບັນຫາ ປື້ມ ຮຽນ ທີ່ ບໍ່ພຽງພໍ ເພາະ ປີ ຜ່ານມາ ບໍ່ໄດ້ຮັບ ການ ຊ່ວຍເຫລືອ ຈາກ ຣັຖບານ ເທົ່າທີ່ຄວນ ເປັນຕົ້ນ ຢູ່ ເມືອງ ວຽງທອງ ຊຶ່ງ ເປັນເມືອງ ທີ່ ທຸກຍາກ ໂຮງຮຽນ ຫຼາຍແຫ່ງ ຫ້ອງຮຽນ ຍັງ ບໍ່ມີ ຝາແອ້ມ, ເວລາ ຝົນຕົກ ນັກຮຽນ ກໍຈະບໍ່ໄດ້ ຮຽນ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ສຶກສາ ເມືອງ ວຽງທອງ ກ່າວວ່າ:
"ການມີ ພື້ນຖານ ໂຄງລ່າງ ອາຄານ ຮຽນ ອຸປກອນ ການຮຽນ ການກິລາ ພວກເຮົາ ມີຄວາມ ຕ້ອງການ ບ່ອນຮຽນ ນີ້ ກໍ ບາງບ້ານ ບໍ່ທັນ ແໜ້ນໜາ ຖາວອນ ຫັ້ນແຫລະ ມັນກະບໍ່ ພຽງພໍ ແຫລະ".
ທ່ານກ່າວ ອີກວ່າ ຂນະນີ້ ຢູ່ ເມືອງ ວຽງທອງ ມີ ໂຮງຮຽນ ອະນຸບານ 3 ແຫ່ງ ຊັ້ນ ປະຖົມ 44 ແຫ່ງ ແລະ ຊັ້ນມັທຍົມ 6 ແຫ່ງ ຊຶ່ງ ໃນນັ້ນ ຍັງມີຄວາມ ຫຍຸ້ງຍາກ ຫຼາຍ ໃນເຣຶ່ອງ ການຮຽນ ການສອນ ຍ້ອນ ນັກຮຽນ ບໍ່ມີປື້ມ ຕຳລາ ຮຽນ ທີ່ ຈະອ່ານ ທົບທວນ ຢູ່ ເຮືອນ ອັນເປັນ ບັນຫາ ທີ່ ທາງການ ຈະ ຕ້ອງໄດ້ ແກ້ໄຂ ຂນະທີ່ ທຶນຮອນ ຂອງ ເມືອງ ກໍ ຂາດແຄນ.
ແຕ່ ກໍຍັງດີ ທີ່ ມີອົງການ ນຶ່ງ ໃຫ້ຄວາມ ສຳຄັນ ແລະ ໄດ້ຈັດ ໂຄງການ ຮັບ ບໍຣິຈາກ ປື້ມຮຽນ ແລະ ອຸປກອນ ການສຶກສາ ຕ່າງໆ ຮວມທັງ ເງິນ ທຶນ ເພື່ອ ຊ່ວຍເຫລືອ ເດັກນ້ອຍ ນັກຮຽນ ຢູ່ ເມືອງ ດັ່ງກ່າວ. ດັ່ງ ເຈົ້າໜ້າທີ່ ເວົ້າວ່າ:
"ມັນກ່ຽວກັບ ອຸປກອນ ການຮຽນ ປຶ້ມຂຽນ ຕໍາລາ ອ່ານ ເຄື່ອງນຸ່ງ ບໍ້ ແບບ ຊີ້ນະ ໄປເຫັນມາ ກະເລີຍ ມາຂໍ ຄວາມ ຊ່ວຍເຫລືອ ຈາກ ຜູ້ ໃຈບຸນ ຫັ້ນ ແຫຼະ ຝາໂຮງຮຽນ ກະບໍ່ມີ ຣະຍະນີ້ ເຂົາຂໍ ອຸປກອນ ການຮຽນ ຂໍອັນນັ້ນ ນີ້ ກ່ອນ".
ນາງ ເວົ້າວ່າ ນອກຈາກ ນັ້ນແລ້ວ ຄນະ ນັກສຶກສາ ຈາກ ມະຫາວິທຍາລັຍ ແຫ່ງຊາດ ລາວ ແລະ ນັກ ສຶກສາ ຈີນ ກໍໄດ້ເປີດ ຮັບ ບໍຣິຈາກ ແບບດຽວ ກັນ ນັ້ນ ແລະ ໄດ້ຮັບການ ສນັບສນູນ ຈາກ ຜູ້ໃຈບຸນ ຫຼາຍ ສົມຄວນ.