ຮຮ ບ້ານກໍເພັນ ຕ້ອງການ ນໍ້າກ໊ອກ, ວິດຖ່າຍ
2019.11.06
ໂຮງຮຽນ ບ້ານກໍເພັນ ເມືອງສິງ ແຂວງຫຼວງນໍ້າທາ ຕ້ອງການງົບປະມານ ຈາກທາງການລາວ ເພື່ອສ້າງນໍ້າກ໊ອກ ແລະ ວິດຖ່າຍ ໃຫ້ເດັກນ້ອຍນັກຮຽນ ແຕ່ຊັ້ນອານຸບານ ຮອດຊັ້ນ ປໍ 5, ອີງຕາມຄໍາເວົ້າ ຂອງນາຍຄຣູ ບ້ານກໍເພັນ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ພຶສຈິກາ ນີ້:
“ຕ້ອງການ ຫຼາຍກໍ ຫ້ອງການ ກໍຍັງບໍ່ມີ ຫ້ອງນໍ້າເປັນຫຍັງ ກໍຍັງບໍ່ມີ ນໍ້າກິນ ນໍ້າກ໊ອກນັ້ນ ຢາກໄດ້ຫ້ອງນໍ້າກະຢາກໄດ້ ໂຮງຮຽນ ກໍຢາກໄດ້ ຂະເຈົ້າປຸກຢູ່ນີ້ ນິ່ຊໍາຊາຊື່ໆນີ້ ອໍມີແຕ່ໃຫ້ ນັກຮຽນ ຄອບຄຸມຕົນເອງ ບຸກຄົນ ທຸກໃຜຄົນເອົາມາກະງົບ ບໍ່ມີຈັກເທື່ອ ກະຍັງບໍ່ຕອບມາເທື່ອນີ້.”
ນອກຈາກນີ້, ເດັກນ້ອຍນັກຮຽນຍັງຂາດ ເຄື່ອງນຸ່ງຊຸດນັກຮຽນ, ປື້ມສໍ ແລະ ເກີບໃສ່, ແລະ ປັດຈຸບັນ ກໍເລີ້ມເຂົ້າສູ່ ຣະດູໜາວແລ້ວ ເດັກນ້ອຍນັກຮຽນ ໃນໂຮງຮຽນແຫ່ງນີ້ ຍັງຕ້ອງການເສື້ອ ກັນໜາວ. ດັ່ງທີ່ທ່ານກ່າວວ່າ:
“ອໍ ກະຕ້ອງການຢູ່ ເປັນອັນນ່າ ອຸປກອນ ຍັງບໍ່ຄົບ ກະລັງໜາວ ຫຸ້ຍເສື້ອກັນໜາວ ຈະບໍ່ມີ ກະບໍ່ມີຫັ່ນແລ້ວ ຂາດຫຼາຍແລ່ວ ຖ້້າມີຜູ້ບໍຣິຈາກ ກະຂໍໄດ້ບໍ່.”
ໂຮງຮຽນບ້ານກໍເພັນ ເມືອງສິງ ແຂວງຫຼວງນໍ້າທາ ມີຫ້ອງຮຽນພຽງສອງຫ້ອງ, ເປັນຫ້ອງ ນ້ອຍໆ ແອ້ມ ແລະ ມຸງດ້ວຍຫຍ້າຄາ ເສີມສັງກະສີ ພໍຊໍາຊາໄປຊື່ໆ ຫ້ອງຮຽນບໍ່ພຽງພໍ ສໍາລັບນັກຮຽນເກືອບ 80 ຄົນ. ໃນປີນີ້ ທາງໂຮງຮຽນ ບໍ່ມີອາຫານກາງເວັນ ສຳລັບເດັກນ້ອຍ ນັກຮຽນ, ຍ້ອນບໍ່ມີ ງົບປະມານ ແລະ ບໍ່ມີໂຄງການໃດ ເຂົ້າມາຊ່ອຍເຫຼືອ.