ໂຮງງານໄມ້ແປຮູບຢູ່ລາວ ບໍ່ໄດ້ ມາຕຖານ

ອຸ່ນແກ້ວ ສຸກສະຫວັນ
2014.12.04
F-image ໂຮງງານໄມ້ແປຮູບຢູ່ລາວ ບໍ່ໄດ້ ມາຕຖານ
RFA

 

ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ເປີດເຜີຍ ວ່າ ໃນປີ 2014 ນີ້ ທາງການ ພຍາຍາມ ປັບປຸງ ໂຮງງານ ແປຮູບ ໄມ້ ໃນ ທົ່ວ ປະເທດ ເພື່ອໃຫ້ ໄດ້ມາຕຖານ ແຕ່ຍັງ ເຫັນວ່າ ມີໂຮງງານ ແປຮູບໄມ້ ຈຳນວນ ຫລາຍ ຍັງບໍ່ຍອມ ພັທນາ ຕາມ ແນວທາງ ຂອງ ທາງການ, ດັ່ງທ່ານ ກ່າວວ່າ:

"ຍັງມີອີກ ປະມານ 80-90 ເປີເຊັນ ເຂົາຈະ ປະຕິບັດ ຕາມ ມາຕຖານ ຂອງ ພວກເຮົາ ບໍ່ໄດ້ 1 ແມ່ນ ຣະບຽບ ຂອງເຮົາ ກະຊວງ ກະສິກັມ ແລະ ປ່າໄມ້ ທີ່ ຂໍຮັບຮອງ ຊຸກຍູ້ ດ້ານການ ບໍຣິຫານ ດ້ານ ການເງິນ ຄຸ້ມຄອງ ກິຈກັມ ຕ່າງໆ ທີ່ ມີຄວາມ ຍືນຍົງ ຕໍ່ໄປ ອັນນີ້ແມ່ນ ນະໂຍບາຍ ຂອງ ຣັຖບານ".

ແນວທາງ ການປັບປຸງ ມາຕຖານ ໂຮງງານ ແປຮູບໄມ້ ຂອງ ທາງການ ລາວ ຄື ໂຮງງານ ທີ່ ຈະແປຮູບໄມ້ ໄດ້ ຕ້ອງໄດ້ມີ ໃບ ອະນຸຍາດ ຈາກ ເຈົ້າໜ້າທີ່, ຈະເປີດເອງ ຕາມໃຈ ບໍ່ໄດ້. ໃນ ຂນະທີ່ ການພັທນາ ມາຕຖານ ນັ້ນ ໂຮງງານ ແປຮູບໄມ້ ທຸກແຫ່ງ ຕ້ອງ ພັທນາ ໃຫ້ເປັນ ໂຮງງານ ແປຮູບໄມ້ ຄົບວົງຈອນ ແລະ ສາມາດ ແປຮູບໄມ້ ໃຫ້ເປັນ ຜລິຕພັນ ສຳເຣັດຮູບ ກ່ອນ ທີ່ຈະສົ່ງ ອອກຂາຍ.

ສຳລັບ ແນວທາງ ຈັດການ ກັບ ໂຮງງານ ທີ່ ບໍ່ໄດ້ ມາຕຖານ ນັ້ນ ທາງການ ຈະ ໃຫ້ໂຮງງານ ທັງໝົດ ທີ່ ບໍ່ຖືກ ຣະບຽບ ໂຈະ ການດຳເນີນ ການ ຊົ່ວຄາວ ເພື່ອ ປັບປຸງ ເສັຽກ່ອນ. ນອກຈາກ ນັ້ນ ທີ່ຜ່ານມາ ຍັງມີ ໂຮງເລື່ອຍ ຢູ່ລາວ ຫລາຍແຫ່ງ ລັກລອບ ສົ່ງໄມ້ອອກ ໄປ ປະເທດ ວຽດນາມ ແບບ ຜິດ ກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.