ໂຄງການຝຶກອົບຮົມ ແຮງງານລາວ
2013.02.14

ເຈົ້າຫນ້າທີ່ ແຮງງານ ແລະ ສວັດດີການ ສັງຄົມ ທີ່ແຂວງ ສວັນນະເຂດ ກ່າວວ່າ ທາງຜແນກ ແຮງງານ ແລະ ສວັດດີການ ພາກເອກຊົນຈະຝຶກອົບຮົມ ຝີມືແຮງງານ ໃນແຂວງ ເພື່ອສນອງ ນາຍຈ້າງ ຈາກພາກສ່ວນ ເສຖກິດຕ່າງໆ ທີ່ຮ່ວມດ້ວຍ ເຂດ ເສຖກິດ ພີິເສດ ສວັນ-ເຊໂນ ທີ່ມີຄວາມ ຕ້ອງການ ແຮງງານ ຢ່າງຫລວງຫລາຍ ໃນປັດຈຸບັນ. ທ່ານກ່າວ ໃນຕອນນື່ງວ່າ:
"ພວກເຮົາ ກຳລັງສ້າງ ເປັນແຜນການ ຝຶກແອບ ມັນບໍ່ສະເພາະ ຜແນກ ແຮງງານເຮັດ ຈະມີຫລາຍ ພາກສ່ວນເຮັດນຳ ເຂດເສຖກິດ ພິເສດ ສວັນ-ເຊໂນ ເພີ່ນກໍມີແຜນ ຄືກັນ ບັນດາ ນັກທຸຣະກິດ ເຂົາຈະຝຶກ ເອົາເອງ ເຂົາຈະຝຶກແອບ ກ່ຽວກັບ ວຽກຂອງ ຂະເຈົ້າ ວຽກທີ່ເຂົາ ທຳການຜລິດ ຫັ້ນແຫລະ".
ທ່ານກ່າວ ຕໍ່ໄປວ່າ ແຮງງານລາວ ສ່ວນໃຫຍ່ ໃນແຂວງ ຍັງບໍ່ມີຝີມື ພຽງພໍ ທີ່ຈະເຂົ້າ ເຮັດວຽກ ໃນບໍຣິສັດ ຕ່າງໆໄດ້, ດ່ັງນັ້ນ ຈື່ງຕ້ອງໄດ້ ຜ່ານການຝຶກແອບ ກ່ອນຢ່າງນ້ອຍ ນຶ່ງເດືອນ ນອກຈາກ ການຝຶກແອບ ໃນແຂວງແລ້ວ ແຮງງານ ບາງຄົນ ກໍຖືກສົ່ງໄປ ຝຶກຢູ່ ປະເທດໄທ ແຕ່ຍັງ ບໍ່ສາມາດ ບອກໄດ້ວ່າ ຈະມີການ ຝຶກແອບ ເມື່ອໃດ ແລະ ມີແຮງງານ ຈັກຄົນ ທີ່ຈະໄປ ຝຶກແອບ.
ທ່ານວ່າ ໃນປັດຈຸບັນ ໃນເຂດ ເສຖກິດພິເສດ ສວັນ-ເຊໂນ ມີນັກທຸຣະກິດ ເຂົ້າມາລົງທຶນ ແລ້ວປະມານ 36 ບໍຣິສັດ ຕ້ອງການ ແຮງງານ ທີ່ມີຝີມື ຢ່າງຫລວງຫລາຍ ແຮງງານລາວ ຂາດຝີມື ໃນການເຮັດວຽກ ຈື່ງບໍ່ຖືກຈ້າງ ໃນວຽກ ທີ່ສຳຄັນ ຕ້ອງໄດ້ ອາສັຍ ແຮງງານ ຈາກ ຕ່າງປະເທດ. ຕາມທັມມະດາ ແລ້ວ ລາວມີແຮງງານ ຢ່າງຫລວງຫລາຍ ແຕ່ຂາດຝີມື ແຮງງານລາວ ສ່ວນນື່ງ ໄປເຮັດວຽກ ຢູ່ໄທ ສ່ວນເຫລືອ ກໍເຮັດໄຮ່ ເຮັດນາ ຫລືຄ້າຂາຍ ບໍ່ມັກ ຮັບຈ້າງ ໃນໂຮງງານ.