ຄຣູໄດ້ຮັບເງິນຂອງສອງເດືອນ ກ່ອນແລ້ວ

ມະນີຈັນ
2015.10.19
F-education ກະຊວງ ສຶກສາທິການ ແລະກິລາ ໃນ ນະຄອນຫຼວງ ວຽງຈັນ
RFA

ຫລັງຈາກ ລໍຄອຍ ມາ ເປັນເວລາ 2 ເດືອນ, ບັນດາ ຄຣູ ຕາມ ໂຮງຮຽນ ຕ່າງໆ ໃນແຂວງ ສວັນນະເຂດ ໄດ້ຮັບເງິນ ເດືອນ ແລ້ວ 2 ເດຶອນ ພ້ອມກັນ ເມື່ອ ວັນທີ 12 ຕຸລາ ນີ້. ຕາມຄຳເວົ້າ ຂອງ ນາຍຄຣູ ຄົນນຶ່ງ:

"ໄດ້ແລ້ວ ໄດ້ເມື່ອ ວັນຈັນ ນີ້ນະ ຕົ້ນ ສັປດາ ນີ້ ແມ່ນ ຫລະ".

ການບໍ່ໄດ້ ຮັບ ເງິນ ເດືອນ ຫລື ໄດ້ຮັບເງິນ ເດືອນ ຊ້າ ຢູ່ ສປປລາວ ເປັນປັນຫາ ຊຳເຮື້ອ ທີ່ ຣັຖບານ ບໍ່ສາມາດ ແກ້ໄຂໄດ້ ເທື່ອ. ເຖິງຢ່າງໃດ ກໍຕາມ ຊາວຫນຸ່ມ ລາວ ກໍຍັງ ຢາກເປັນ ຄຣູ ຢູ່, ເຖິງ ຈະຮູ້ວ່າ ເງິນເດືອນ ຄຣູ ບໍ່ໄດ້ ເປັນ ປົກກະຕິ ກໍຕາມ. ດັ່ງ ທ່ານ ເວົ້າວ່າ:

"ຕາມທີ່ ຜ່ານມາ ຕົວເລກ ຄົນ ເປັນຄຣູ ກະຫຼາຍ ເຫັນ ແຕ່ລະປີ ລົງມາ ຝຶກຫັດ ຢູ່ນີ້ ກໍເປັນຮ້ອຍ ສອງ ສາມ ຮ້ອຍ".

ພ້ອມດຽວກັນ ນັ້ນ ເຈົ້າຫນ້າທີ່ ກົມ ສ້າງຄຣູ ກະຊວງ ສຶກສາ ທິການ ແລະ ກິລາ ກໍເວົ້າ ແບບດຽວກັນ ວ່າ ປັນຫາ ເງິນເດືອນ ນາຍຄຣູ ອອກບໍ່ເປັນ ປົກກະຕິ ບໍ່ໄດ້ທຳລາຍ ຄວາມຄິດ ຢາກເປັນ ຄຣູ ຂອງ ຊາວຫນຸ່ມລາວ ເພາະ ແຕ່ລະປີ ມີນັກຮຽນ ທີ່ ມາສອບເສັງ ເຂົ້າເປັນ ນັກຮຽນຄຣູ ຫລາຍ ຢູ່:

"ຕົວຢ່າງ ເພິ່ນ ຈະແບ່ງປັນ ໃຫ້ແຕ່ 100 ທຶນ ເນາະ, ທີ່ຈະໄດ້ຮັບ ເບັ້ຽລ້ຽງ ຮັບ ອັດຕາ ແມ່ນຫຍັງ ຕ່າງໆ. ແຕ່ວ່າ ຜູ້ທີ່ມາ ສມັກຮຽນ ຕົວຈິງ ບາງເທື່ອ ເປັນ ພັນ. ກະຖືວ່າ ພໍຄຸ້ມຄອງ ຊີວິດ ໄດ້".

ເມື່ອບໍ່ດົນ ຜ່ານມາ ຣັຖບານ ລາວ ໄດ້ປະກາດ ຍົກຣະດັບ ຄຸນນະພາບ ການ ສຶກສາ ຜ່ານ ໂຄງການ ກອງທຶນ ຮ່ວມມື ສາກົນ ເພື່ອ ສົ່ງເສີມ ການສຶກສາ ຣະຍະ ທີ 2 ແລະ ຈະ ພຍາຍາມ ແກ້ໄຂ ປັນຫາ ຄຣູ ບໍ່ໄດ້ຮັບ ເງິນ ເດືອນ ນັ້ນ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.