ຂ.ສາຣະວັນຈະກໍາຈັດ ໄມ້ເຖື່ອນ
2016.08.10

ແຂວງສາຣະວັນ ໄດ້ເຂົ້າຮ່ວມ ກັບ ແຂວງອື່ນໆ ໃນການປາບປາມ ກຸ່ມຄ້າໄມ້ ເຖື່ອນ ຫລັງຈາກ ທີ່ມີ ດຳຣັດ ນາຍົກ ຣັຖມົນຕຣີ ຫ້າມການ ສົ່ງອອກໄມ້ ແລະ ຕັດໄມ້ ປະເພດຕ່າງໆ ໄປຂາຍ ຕ່າງປະເທດ ເມື່ອມໍ່ໆມານີ້.
ຫ້ອງການ ກະສິກັມແລະປ່າໄມ້ ແຂວງສາຣະວັນ ໄດ້ທຳລາຍ ເລື່ອຍໄຟຟ້າ ທີ່ຍຶດໄດ້ ຈາກ ກຸ່ມລັກຕັດໄມ້ ເຖື່ອນ ໃນແຂວງ ຈຳນວນ 622 ຊນິດຮ່ວມດ້ວຍ ເຄື່ອງມື ໃນການຕັດໄມ້ ແລະ ການໂຮ່ເນື້ອ ປະເພດຕ່າງໆ ຖີ້ມ ໃນອາທີດ ທີ່ ຜ່ານມາ. ເຄື່ອງມື ດັ່ງກ່າວ ຖືກຍຶດ ໄດ້ທີ່ ເມືອງເລົ່າງາມ ເມືອງ ສາຣະວັນ, ວາປີ, ຕຸ້ມລານ ແລະ ເມືອງ ລະຄອນເພັງ ແລະ ສ່ວນຫລາຍ ຍືດໄດ້ ທີ່ ເມືອງເລົ່າງາມ ແລະ ສາຣະວັນ ໃນນັ້ນ ຮ່ວມດ້ວຍ ເລື່ອຍໄຟຟ້າ ຈຳນວນ 460 ອັນ.
ເຈົ້າຫນ້າທີ່ກວດກາໄມ້ທ່ອນ ທີ່ ແຂວງສາຣະວັນ ໄດ້ປະຕິບັດ ຕາມດຳຣັດ ນາຍົກ ຣັຖມົນຕຣີ ກ່ຽວກັບ ການຫ້າມຕັດໄມ້ ສົ່ງອອກ ໃນມື້ ວັນທີ 13 ພືສພາ ຜ່ານມາ ຢ່າງ ເຄັ່ງຄັດ. ຂໍ້ຫ້າມ ດັ່ງກ່າວ ແມ່ນເພື່ອ ຊັກຊວນໃຫ້ ບໍຣິສັດ ຄ້າໄມ້ ຕັ້ງໂຮງງານ ໄມ້ແປຮູບ ໃນລາວ ເພື່ອເພີ້ມຄ່າໄມ້ ກ່ອນຈະສົ່ງອອກ ແລະ ເປັນການສ້າງ ວຽກເຮັດ ງານທຳ ໃຫ້ຄົນງານ ລາວ ຮ່ວມທັງ ການຫລຸດຜ່ອນ ການຄ້າໄມ້ ເຖື່ອນ ໃນລາວ ນຳອີກ.