ຊາວຕະໂອ້ຍບໍ່ມີເງິນ ເອົາໄຟຟ້າ ເຂົ້າເຮືອນ

ສຸພັດຕາ
2018.05.18
F-Taoay ຊາວບ້ານຢູ່ເມືອງຕະໂອ້ຍ
RFA/PN

ປັດຈຸບັນ ຣັຖວິສາຫະກິດໄຟຟ້າລາວ ກຳລັງເນັ່ງສາຍໄຟຟ້າເຂົ້າເມືອງຕະໂອ້ຍ ແຂວງສາຣະວັນ ແຕ່ປະຊາຊົນຫລາຍຄອບຄົວ ຍັງທຸກຍາກ ບໍ່ມີເງິນ ທີ່ຈະເອົາໄຟເຂົ້າເຮືອນໄດ້, ດັ່ງ ປະຊາຊົນທ່ານນຶ່ງ ກ່າວວ່າ:

“ຕາມຢູ່ໃກ້ ຫຼືຢູ່ໄກຫັ່ນນະ ປະມານ 2 ລ້ານປາຍ 2 ລ້ານຫົກ ສອງລ້ານຫ້າກໍ່ມີ ສອງກຸ່ມນີ້ ກຸ່ມຕົນອອກກັບຫົວແດງນີ່ 3 ລ້ານປາຍ 4-5 ຫຼັງຄານີ່ແຫຼະ ໃຊ້ໄດ້ແຄ່ນັ້ນ ກໍ່ບໍ່ມີເງິນສິໃສ່ລາຄາມັນແພງ ບໍ່ມີເງິນບໍ່ແມ່ນຫຍັງ ສິລົມເບິ່ງນຳເຂົາ ສໍ່າວ່າຫັ່ນແລ້ວ ປະມານສອງລ້ານປາຍ ສອງລ້ານນິ່ແຫຼະ ຕົວໃດກໍ່ດີ ຈັ່ງຊັ່ນແຫຼະ ດຽວນີ້ຫັ້ນເຂົາ ບໍ່ສູ່ມີປານໃດ ເຄິ່ງນຶ່ງກໍ່ສິໄດ້ຢູ່ປະມານ 50%.”

ເຈົ້າໜ້າທີ່ຣັຖວິສາຫະກິດໄຟຟ້າ ເມືອງຕະໂອ່ຍກ່າວວ່າ ປັດຈຸບັນ ທາງການ ໄດ້ເນັ່ງສາຍໄຟຟ້າໄປຫາເມືອງຕະໂອ້ຍ ສຳເຣັດແລ້ວປະມານ 80 ສ່ວນຮ້ອຍ. ສ່ວນການຕິດຕັ້ງ ກົງເຕີ້ໄຟຟ້າເຂົ້າເຮືອນນັ້ນ ແມ່ນບໍຣິສັດເອກກະຊົນ ເປັນຜູ້ຮັບເໝົາ ສະນັ້ນ, ຣາຄາຈຶ່ງຈະແພງແດ່:

“ເຂົາໄດ້ລົງກໍ່ສ້າງຕະຂ່າຍເນາະ 0.2-0.04 ໝໍ້ແປງເກືອບວ່າ 80% ແລ້ວໜາ ແຕ່ວ່າໄຟເຂົ້າເຮືອນນັ້ນ ຍັງບໍ່ທັນໄດ້ຕິດຕັ້ງເທື່ອ ແຕ່ວ່າເຂົາ ກໍ່ຍັງສືບຕໍ່ ຢູ່ຕົວນີ້ ບໍ່ທັນໄດ້ ຍັງປະມານ 3 ພັນປາຍກວ່າຄອບຄົວ ເພາະວ່າ ຫາກະໃສ່ປະມານ 1300 ໜ່ວຍເນາະ ປັດຈຸບັນເອກກະຊົນ ເຂົາກໍ່ໃສ່ ສາມລ້ານປາຍ ຕໍ່ຄອບຄົວ ເຂົາຢາກໃສ່ກໍ່ຢາກໃສ່ຫັ້ນແຫຼ້ວ ເຂົາກໍສະເໜີຫັ່ນແຫຼະ ກໍ່ມີການສະເໜີ.”

ທ່ານກ່າວຕື່ມວ່າ ປະຊາຊົນຫຼາຍຄອບຄົວສເນີມາທາງເມືອງ ໃຫ້ຫຼຸດຣາຄາຕິດຕັ້ງໄຟຟ້າລົງແດ່ ຊຶ່ງປັດຈຸບັນ ທາງເຈົ້າໜ້າທີ່ກໍກຳລັງ ປະຊຸມ ຫາລືກັນຢູ່ ເພາະຣາຄາການຕິດຕັ້ງໄຟຟ້າ ພາຍໃນເຮືອນນັ້ນ ຂຶ້ນກັບຄ່າແຮງແລະຄ່າຕິດຕັ້ງຂອງຊ່າງຜູ້ຮັບເໝົາ, ຣັຖວິສາຫະກິດໄຟຟ້າລາວ ພຽງແຕ່ເນັ່ງສາຍໄຟໄປ ຫາເມືອງເທົ່ານັ້ນ.

ສີ່ບ້ານໃນເຂດເມືອງຕຸ້ມລານ ກໍຍັງບໍ່ມີໄຟຟ້າເຊັ່ນກັນ ປະຊາຊົນປະມານ 300 ຄອບຄົວ ຍັງບໍ່ມີໄຟຟ້າໃຊ້ ຍ້ອນວ່າເມື່ອປີ 2012 ຣັຖບານ ມີໂຄງການຈະສ້າງເຂື່ອນ ໃນເຂດເມືອງດັ່ງກ່າວ ແຕ່ໂຈະໂຄງການໃນປີຕໍ່ມາ ດັ່ງນັ້ນ, ເຂດເມືອງຕຸ້ມລານ ຈຶ່ງບໍ່ມີໄຟຟ້າໃຊ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.