ຜົນໄດ້ຈາກ ຂົວມິຕພາບ ລາວ-ໄທ ແຫ່ງທີ 6

ສິດນີ
2018.06.11
F-Champassak ແຂວງຈໍາປາສັກ ສປປລາວ
RFA

ກົມທາງຫລວງ ຣາຊອານາຈັກໄທ ເປີດເຜີຍວ່າ ໃນຂນະນີ້ ກຳລັງສຶກສາ ຄວາມເປັນໄປໄດ້ ທາງດ້ານເສຖກິດ ແລະ ຜົລກະທົບຕໍ່ສິ່ງ- ແວດລ້ອມ ໃນໂຄງການຂົວມິຕພາບ ລາວ,ໄທ ແຫ່ງທີ 6 ຣະຫວ່າງ ແຂວງອຸບົນຣາຊທານີ ກັບ ແຂວງສາຣະວັນ ຊຶ່ງ ມີຄວາມຄືບຫນ້າ ແລ້ວ 50% ແລະຄາດວ່າ ຈະສາມາດອອກແບບ ໃຫ້ແລ້ວ ໃນທ້າຍປີ 2018 ນີ້.

ພື້ນທີ່ສຶກສາ ບ່ອນທີ່ຈະສ້າງ ຝັ່ງໄທ ທີ່ແຂວງອຸບົນຣາຊທານີ ກວມເອົາສອງເມືອງ ອັນໄດ້ແກ່ ເມືອງນາຕານ ແລະ ເມືອງເຂັມມະຣາດ ຈະເລີ້ມຕົ້ນຈາກ ບ້ານໂນນຕານ ເມືອງໂນນຕານ ໄປຈົບລົງ ທີ່ເມືອງລະຄອນເພັງ ແຂວງສາຣະວັນ ສປປລາວ ລວມຄວາມຍາວທັງຫມົດ ຂອງເສັ້ນທາງທີ່ຈະສ້າງ ໃນໂຄງການ ຂົວຈາກຝັ່ງໄທ ຫາຝັ່ງລາວ ປະມານ 25 ກິໂລແມັດ.

ສຳລັບຮູບແບບຂອງຂົວ ຈະເປັນຂົວໂຄ້ງ ຫລື ARCH ຄານຂົວ ເປັນຄອນກຣີດ ຫລືປະສົມຣະຫວ່າງເຫລັກ ກັບ ຄອນຄຣີດ ເຮັດໃຫ້ຂົວ ມີຄວາມແຂງແກ່ນ ແລະ ທົນທານ.

ຣັຖບານລາວ ແລະກົມທາງຫລວງຂອງໄທ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ MOU ກັນເປັນທີ່ຮຽບຮ້ອຍ ເພື່ອຄວາມຮ່ວມມືໃນການ ກໍ່ສ້າງໃນອະນາຄົດ. ແຕ່ຍັງບໍ່ຮູ້ແນ່ວ່າ ຈະສາມາດລົງມື ກໍ່ສ້າງໄດ້ ເມື່ອໃດ ຍ້ອນຍັງຢູ່ໃນຂັ້ນຕອນ ການສືກສາ ຄວາມພ້ອມຢູ່.

ກົມທາງຫລວງຂອງໄທ ເປີດເຜີຍຕໍ່ໄປວ່າ ໃນປັດຈຸບັນ ການນຳເຂົ້າສິນຄ້າ ຈາກປະເທດໄທ ໄປເມືອງລະຄອນເພັງ ໄປແຂວງພາກໃຕ້ ຂອງລາວ ເປັນຕົ້ນທີ່ ແຂວງສາຣະວັນ ເຊກອງ ແລະ ອັດຕະປື ຈະຜ່ານທາງເຮືອ ແລະດ່ານຊາຍແດນ ເມືອງປາກແຊງ ແຂວງອຸບົນ -ຣາຊທານີ ເຮັດໃຫ້ສິນຄ້າ ມີຣາຄາສູງ ຂົນໄດ້ຈຳນວນນ້ອຍ ແລະບໍ່ສະດວກ ໃນການຂົນສົ່ງ. ດັ່ງນັ້ນ ກອງປະຊຸມເພື່ອພັທນາເສຖກິດ ໃນພາກພື້ນ ສອງຝ່າຍ ລາວ,ໄທ ຈຶ່ງຕົກລົງກັນ ໃນການ ສ້າງຂົວແຫ່ງນີ້ຂື້ນ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ ຣະຫວ່າງກັນ ຮ່ວມທັງເຊື່ອມຕໍ່ ໄປຍັງແຂວງຕ່າງໆ ໃນເຂດພາກກາງ ແລະພາກໃຕ້ ຂອງວຽດນາມ ນຳອີກ ເປັນການເຊື່ອມໂຍງ ຣະຫວ່າງ ສາມ ປະເທດໃນຂົງເຂດ.

ມູນຄ່າການກໍ່ສ້າງ ຕາມຣາຍງານຂອງສື່ມວນຊົນໄທ ຣະບຸວ່າເບື້ອງຕົ້ນ; ສະເພາະຂົວຢ່າງດຽວ ຈະຕົກຢູ່ປະມານ 526 ຕື້ກີບ ສອງຝ່າຍ ຈະອອກເງິນກັນ ສ້າງເຄິ່ງຕໍ່ເຄິ່ງ. ດັ່ງເຈົ້າຫນ້າທີ່ລາວ ທ່ານນຶ່ງເວົ້າວ່າ:

"ເພາະວ່າເຣື້ອງການເຊັນ MOU ຕ່າງໆຖືວ່າເຮົາໄດ້ຕົກລົງ ເຫັນດີກັນແລ້ວ ຣະຫວ່າງ ຣັຖບານສອງປະເທດ ມີແຕ່ລໍຖ້າຕັ້ງແຕ່ຂອດການ ປະຕິບັດ ເພິ່ນຍັງຂາດງົບປະມານ ດຽວນີ້ຫນ່າ ເພິ່ນຍັງລໍຖ້າຄຳຕອບ ຈາກທາງການໄທເນາະ ແຕ່ຣັຖບານໄທ ເພິ່ນກໍຍັງບໍ່ໄດ້ຕອບຮັບ ເນາະ."

ນັກວິຊາການຈາກ ທະນາຄານພັທນາເອເຊັຽ ໄດ້ສັລເສີນຄວາມສຳເຣັດຜົລ ໃນການເປີດໃຊ້ຂົວ ມິຕພາບ ລາວ,ໄທ ຫລາຍແຫ່ງໃນລາວ ໃນນັ້ນຮ່ວມດ້ວຍແຜນການ ສ້າງຂົວຂ້າມ ແມ່ນ້ຳຂອງ ຣະຫວ່າງສອງປະເທດ ໃນອະນາຄົດນຳອີກ ອັນໄດ້ແກ່ ຂົວ ຂ້າມແມ່ນ້ຳຂອງ ແຫ່ງທີ 5 ຣະຫວ່າງ ແຂວງບືງການ ກັບ ແຂວງບໍຣິຄຳໄຊ ແລະແຫ່ງ ທີ 6 ຣະຫວ່າງ ແຂວງອຸບົນຣາຊທານີ ກັບ ແຂວງສາຣະວັນ.

ທ່ານວ່າ ມັນຈະເຮັດໃຫ້ຂົງເຂດ ກາຍເປັນຈຸດເຊຶ່ອມຕໍ່ ທາງດ້ານທຸຣະກິດ ການຄ້າການຄົມມະນາຄົມ ແລະການທ່ອງທ່ຽວ ໃນຫລາຍປະເທດໃນຂົງເຂດ ຈະບໍ່ເປັນທາງຜ່ານລ້າໆ.

ຂົວດັ່ງກ່າວຈະເຮັດໃຫ້ການສົ່ງສິນຄ້າ ຂອງ ໄທ,ລາວ ແລະປະເທດໃນຂົງເຂດຖືກລົງ ຊຶ່ງແຕ່ກອ່ນ ໄທແລະລາວ ໄດ້ສົ່ງສິນຄ້າທາງເຮືອ ຄ່າສີນຄ້າແພງ ແລະບໍ່ໄດ້ປາຣີມານຫຼາຍເປັນຕົ້ນສີນຄ້າ ເຄື່ອງບໍຣິໂພກແລະອຸປໂພກ ປະເພດຕ່າງໆແຕ່ເມື່ອມີ ຂົວ ສິນຄ້າກໍຈະຖືກລົງ ແລະໄດ້ປາຣິມານ ຫລາຍຂຶ້ນ ໃນການຂົງສົ່ງສິນຄ້າທາງບົກ ຣະຫວ່າງສອງປະເທດ.

ທ່ານວ່າ ເປັນໂຄງການເຊື່ອມຕໍ່ທີ່ດີ ໃນຂົງເຂດ ແລະ ສປປລາວ ກໍຈະໄດ້ຮັບ ຜົລປໂຍດເຊັ່ນກັນຈາກໂຄງການດັ່ງກ່າວ ຍ້ອນວ່າ ລາວ ບໍ່ມີທາງອອກສູ່ທະເລ ແລະຂາດໂຄງຮ່າງພື້ນຖານ ການຄົມມະນາຄົມ ເພື່ອດືງດູດນັກລົງທຶນຕ່າງປະເທດ.

ບັນດາແຂວງທີ່ຈະໄດ້ຮັບຜົລປໂຍດ ຫຼາຍກວ່າຫມູ່ກໍແມ່ນ ແຂວງຈຳປາສັກ ສາຣະວັນ ອັດຕະປື ເຊກອງ ຊຶ່ງເປັນແຂວງທີ່ຖືກປິດໃນການ ສົ່ງອອກມາດົນແລ້ວ ໂດຍສະເພາະໄປສູ່ທ່າເຮືອ ທີ່ວຽດນາມ.

ຂົວແຫ່ງນີ້ຈະມີການເຊື່ອມຕໍ່ ທາງດ້ານການຄ້າການລົງທຶນ ແລະການສັນຈອນໄປມາຄ້າຂາຍ ຂອງປະຊາຊົນ ນອກຈາກໄທແລະລາວ ແລ້ວຍັງຈະເຊື່ອມໄປຍັງວຽດນາມ ແລະກຳພູຊາ ຊຶ່ງເປັນແຫລ່ງຊຸມຊົນຫນາແຫນ້ນ ໃນເຂດປະເທດ ລຸ່ມແມ່ນ້ຳຂອງ ທີ່ມີປະຊາກອນ ໂດຍຮວມໃນຂົງເຂດນີ້ ຫລາຍສິບລ້ານຄົນ ເປັນເຂດທີ່ອຸດົມສົມບູນ ພາກກາງຂອງແຕ່ລະປະເທດ ນອກຈາກ ການຍົກຣະດັບ ການຄ້າ ການລົງທຶນ ແລະການຂົນສົ່ງແລ້ວ ຍັງຍົກຣະດັບການທ່ອງທ່ຽວ ໃນຂົງເຂດນຳອີກ.

ໂຄງການຂົວຂ້າມນ້ຳຂອງ ເປັນໂຄງການນຶ່ງ ທີ່ຈະຊ່ອຍລາວ ໃນການແກ້ໄຂບັນຫາ ການຄົມມະນາຄົມ ແລະການເຊື່ອມຕໍ່ກັບຂົງເຂດ. ຂົວຂ້າມແມ່ນ້ຳຂອງ ຫລາຍແຫ່ງໃນລາວ ຈະບໍ່ເປັນທາງຜ່ານລ້າໆ. ດັ່ງທີ່ເຫັນໄດ້ ຈາກໂຄງການຂົວມິຕພາບ ລາວ,ໄທ ໃນຈຳນວນ 4 ແຫ່ງ ທີ່ສ້າງແລ້ວ ເປັນຕົ້ນ ທີ່ແຂວງຫນອງຄາຍ ກັບນະຄອນຫລວງວຽງຈັນ ສວັນນະເຂດ ມຸກດາຫານ ທ່າແຂກ ກັບນະຄອນພນົມ ແລະ ບໍ່ແກ້ວ ຫາ ຊຽງຂອງ ແຕ່ລະແຫ່ງສ້າງຜົລປໂຍດ ໃນການເຊື່ອມຕໍ່ ໃຫ້ແກ່ ຫລາຍປະເທດ ໃນຂົງເຂດ ທີ່ຮ່ວມດ້ວຍ ສປປລາວ.

ແຕ່ໃນຂນະດຽວກັນ ທ່ານວ່າ ນອກຈາກຜົລປໂຍດທາງບວກ ທີ່ຫລາຍປະເທດຈະໄດ້ຮັບແລ້ວ ກໍຍັງມີຜົລກະທົບທາງລົບ ທີ່ຈະຕາມມາ ນຳອີກ ອັນໄດ້ແກ່ບັນຫາ ອາຊຍາກັມຂ້າມຊາດ ເປັນຕົ້ນການຄ້າມະນຸດ ຄ້າຢາເສບຕິດ ຄ້າຂອງເຖື່ອນແລະພຶດຕິກັມ ທີ່ຜິດກົດຫມາຍ ປະເພດຕ່າງໆ ກໍຈະຕາມມາ ຍ້ອນວ່າ ການຄົມມະນາຄົມ ແລະການຂົນສົ່ງ ໄປມາຫາສູ່ ສະດວກສບາຍແລະງ່າຍຂຶ້ນ

ສຳລັບ ສປປລາວ ແລ້ວ ບັນຫາທີ່ຈະຕາມມາ ຈາກໂຄງການຂົວແມ່ນ້ຳຂອງ ຫລາຍແຫ່ງໃນລາວ ກໍແມ່ນການຄ້າມະນຸດ ຄ້າຢາເສບຕິດ ແລະຄ້າຂອງເຖື່ອນ ຈະໃຊ້ລາວເປັນທາງຜ່ານ ຫລາຍຂຶ້ນ. ຄວາມອຸດົມສົມບູນ ທາງດ້ານວັທນະທັມ ຂະນົບທຳນຽມ ແລະຊັພຍາກອນ ທັມມະຊາດ ທີ່ ສປປລາວ ມີຢູ່ກໍຈະຫາຍໄປ ເທື່ອລະນ້ອຍ ເພື່ອແລກກັບການພັທນາ ທີ່ ສປປລາວ ຕ້ອງການ ຍົກຣະດັບຖານະ ຂອງ ປະເທດ ໃຫ້ຫລຸດພົ້ນຈາກ ສະພາບຄວາມທຸກຍາກ ແລະດ້ອຍພັທນາ ໃນທົສວັດຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.