ໂຄງການພັທນາ ບ້ານລະໄລ
2013.01.29

ເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ສວັນນະເຂດ ເປິດເຜີຍ ຕໍ່ເອເຊັຍເສຣີ ໃນວັນທີ່ 29 ມົກກະຣາ 2013 ນີ້ວ່າ ໂຄງການ ພັທນາເຂດ ເສຖກິດ ບ້ານລະໄລ ເມືອງ ສະໝ້ວຍ ຈະກວມເອົາ ທີ່ດິນ ຂອງ ຊາວບ້ານ ແຕ່ຍັງບໍ່ ຣະບຸວ່າ ຈະເອົາຫລາຍ ປານໃດ ແລະ ມີຈັກຄອບຄົວ ທີ່ຈະຕ້ອງໄດ້ ໂຍກຍ້າຍ ເນື່ອງຈາກ ປັຈຈຸບັນນີ້ ກໍາລັງ ສໍາຣວດຢູ່:
“ມັນມີເຂດ ຖຶກຊາວບ້ານ ບໍ່ຫລາຍ ປານໃດ ເຂົາເຈົ້າ ກໍາລັງສໍາຣວດ ແບບວ່າ ກົມເຄຫາ ກໍາລັງ ອອກແບບ ກໍາລັງສໍາຣວດ ໄປເບີ່ງວ່າ ຈຸດນີ້ ຈຸດໝາຍ ເພີ່ນໄປເບີ່ງ ທີ່ດິນວ່າເນື້ອທີ່ ແຖວໆຫັ້ນມັນຊິ່ ເປັນໄປໄດ້ບໍ່ ທາງທີ່ດິນເມືອງ ທີ່ດິນແຂວງ ກໍາລັງ ສັງລວມ ວ່າມີດິນ ເຂດໃດແດ່”.
ເຈົ້າໜ້າທີ່ ທ່ານນີ້ ເວົ້າຕໍ່ໄປວ່າ ຢ່າງໃດກໍດີ ທາງການ ກໍາລັງ ວາງແຜນ ຈະໃຫ້ ຄ່າຊົດເຊີຍ ແກ່ຊາວບ້ານ ທີ່ຈະຕ້ອງເສັຍດິນ ຮວມທັງ ຈະຊ່ວຍເຫລືອ ໃນການ ຊອກຫາດິນ ບ່ອນໃໝ່ ໃຫ້ຊາວບ້ານ ໄປປຸກສ້າງເປັນ ບ່ອນຢູ່ອາສັຍ ເລີ້ມຊີວິດໃໝ່ ຄາດວ່າອາດຈະ ໂຍກຍ້າຍ ພາຍໃນປີນີ້. ແລະ ນອກຈາກນັ້ນແລ້ວ ໂຄງການເຂດ ເສຖກິດ ບ້ານລະໄລ ຍັງຈະຕ້ອງ ເອົາພື້ນທີ່ ໃນປ່າສງວນ ເພີ້ມຕື່ມຊື່ງ ຈະຕ້ອງ ມີການບຸກເບີກ ແລະ ຕັດ ຕົ້ນໄໄມ໊ ໃນປ່າສງວນ ເປັນ ບາງສ່ວນ:
“ສ່ວນຫລາຍ ມັນບໍ່ເປັນປ່າສງວນ ປ່າປົກປັກຮັກສາ ທີ່ດິນ ກໍຍັງບໍ່ທັນໄດ້ ຕອບມາວ່າ ມັນເປັນແນວໃດ”.
ໂຄງການ ເຂດເສຖກິດ ບ້ານລະໄລ ຄາດວ່າ ຈະໃຊ້ເນື້ອທີ່ ຢ່າງຕໍ່າ 200 ຮ້ອຍ ເຮກຕ່າ ໃນອະນາຄົດ ເຂດນີ້ຈະຖືກ ພັທນາໃຫ້ເປັນ ເຂດການຄ້າຂາຍ ຊາຍແດນ ຣະຫວ່າງ ແຂວງ ສະຣະວັນ ກັບວຽດນາມ. ໃນປັຈຈຸບັນ ນັກລົງທຶນ ຊາວວຽດນາມ ຫລາຍກຸ່ມ ສົນໃຈ ແລະໄດ້ຕຣຽມ ທີ່ຈະມາລົງທຶນ ຢູ່ເຂດນີ້ແລ້ວ.