ແຂວງສາຣະວັນ ມີຣົດຜິດກົດໝາຍ ຈຳນວນຫຼາຍ

ທາງການ ແຂວງສາຣະວັນ ກວດພົບຍານພາຫະນະ ບໍ່ໄດ້ ເສັຽພາສີ ຈຳນວນຫຼາຍ ຊຶ່ງທາງພາກສ່ວນ ທີ່ກ່ຽວຂອງໄດ້ ຮຽກຮ້ອງໃຫ້ ຜູ້ຄອບຄອງຣົດ ຜິດກົດໝາຍ ໃຫ້ໄປເສັຽພາສີ ໃຫ້ຖືກຕ້ອງ ຖ້າບໍ່ດັ່ງນັ້ນ ອາດຖືກດຳເນີນຄະດີ.

ເມືອງລະຄອນເພັງ ແຂວງສາລະວັນ ສຶບຕໍ່ປິດການເຂົ້າ-ອອກຢ່າງເຄັ່ງຄັດ ຮູບພາບຈາກ ວິດີໂອ: ໂທຣະທັດແຂວງສາຣະວັນ

ປີ້ນີ້ພາກສ່ວນທີ່ກ່ຽວຂ້ອງຢູ່ແຂວງສາຣະວັນໄດ້ມີການຮີບໂຮມຂໍ້ມູນສະຖິຕິ ແລະຂຶ້ນບັນຊີພາຫະນະທີ່ປະຊາຊົນພາຍໃນແຂວງນຳເຂົ້າ ແລະນໍາໃຊ້ບໍ່ຖືກກົດໝາຍທັງໝົດ 1,443 ຄັນ ໃນນັ້ນຣົດຈັກ 1,411 ຄັນ, ຣົດໃຫຍ່ 32 ຄັນ ຊຶ່ງປະເພດຣົດທີ່ປະຊາຊົນນໍາໃຊ້ດັ່ງກ່າວ ນັ້ນແມ່ນບໍ່ໄດ້ເສຽພາສີ-ອາກອນເຮັດໃຫ້ໜ່ວຍງານພາສີຂອງແຂວງ ແລະເມືອງຈັດເກັບລາຍຮັບຈາກພາສີ-ອາກອນບໍ່ໄດ້. ດັ່ງເຈົ້າໜ້າທີ່ຜແນກການເງິນແຂວງສາລະວັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 12 ພືສຈິການີ້ວ່າ:

ມີຜົລກະທົບອັນນຶ່ງ ມາເຮັດໃຫ້ງົບປະມານ ບໍ່ເຂົ້າງົບປະມານຂອງຣັຖນີ້ແລ້ວ ອັນນັ້ນອັນນຶ່ງ ອັນສອງໃນການຄຸ້ມຄອງ ການກວດກາບໍ່ໄດ້ດີ ຄັນບໍ່ໄດ້ເສຽພາສີຖືກຕ້ອງ ນ່າແມ່ນຈະເຮັດໃຫ້ງົບປະມານຂອງຣັຖມີລາຍຮັບເພີ່ມຂື້ນ ຄັນວ່າຖ້າເຮົາເຮັດໄດ້ຫັ້ນນ່າ ແຕ່ຈະເຮັດໄດ້ມັນກໍບໍ່ງ່າຍ ເພາະວ່າເຮົາເຮັດໃຫ້ທັງໝົດນັ້ນ ກໍເພື່ອປະຊາຊົນເປັນຫຼັກ 2020 ອາດຊິມີການຕົກຄ້າງອີກ ກໍຕ້ອງຊຸກຍູ້ຕື່ມ.

ສຳລັບຣົດຈັກ ທີ່ປະຊາຊົນນຳໃຊ້ແຕ່ບໍ່ໄດ້ເສັຽພາສີ ນັ້ນສ່ວນໃຫຍ່ກຸ່ມຄົນຂາຍຣົດຈັກ ນໍາເຂົ້າຣົດຈັກຈາກປະເທດໄທຍ, ວຽດນາມ ແລະ ຈີນ ເຊັ່ນລັກເອົາຣົດຈັກໃສ່ເຮືອ ລອຍນໍ້າຂ້າມຂອງມາພາຍໃນແຂວງ. ມາຮອດປັດຈຸບັນພາກສ່ວນທີ່ກ່ຽວຂ້ອງ ມີຈຸດປະສົງໃຫ້ການນຳໃຊ້ຣົດ ຂອງປະຊາຊົນຖືກກົດໝາຽຈຶ່ງໄດ້ສົມທົບ ກັບຂັ້ນບ້ານເພື່ອເລັ່ງເກັບພາສີ-ອາກອນ ຣົດຈັກນຳປະຊາຊົນໃນແຕ່ລະບ້ານໄປຈົນເຖີງວັນທີ 20 ມົກຣາ 2022. ເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງແຂວງສາຣະວັນກ່າວວ່າ:

ສ່ວນຫຼາຍກໍມີແຕ່ຣົດຈັກຣົດຫຍັງ ມັນຊິຂົນໄປທາງໃດມີແຕ່ປະຊາຊົນ ໃຊ້ໄປໄຮ່ໄປສວນນ່າດຽວນີ້ ມີແຕ່ຢາກໃຫ້ມັນເຂົ້າຊູ່ຣະບຽບກົດໝາຽ ໃຫ້ມັນຖືກຕ້ອງໝົດທຸກຄົນເຄື່ອນໄຫວໃນ ສປປ ລາວກໍໃຫ້ມັນຖືກຕ້ອງຕາມຣະບຽບກົດໝາຍ.

ສາເຫດທີ່ປະຊາຊົນພາຍໃນແຂວງສາຣະວັນ ຈຳນວນຫຼາຍພາກັນນຳໃຊ້ຣົດຈັກແບບບໍ່ຖືກກົດໝາຽນັ້ນເພາະວ່າຣົດຈັກເຖື່ອນທີ່ມີການລັກລອບເຂົ້າມາພາຍໃນມີຣາຄາຖືກກວ່າ ຣົດຈັກທີ່ຖືກກົດໝາຽເປັນຕົ້ນຣົດຈັກເຖື່ອນຣາຄາ 7-8 ລ້ານກີບ ຂນະທີ່ຣົດຈັກທີ່ຖືກກົດໝາຽຣາຄາຢູ່ທີ່ 15-20 ລ້ານກີບ. ຊາວບ້ານຢູ່ເມືອງຕຸ້ມລານກ່າວວ່າ:

ເຮັດໜັງສືມັນແພງຣົດເຖື່ອນ ເຂົາຊື້ກໍມັນບໍ່ແພງເຂົາໄປຊື້ແຖວວຽງ ຂອບແຖວນີ້ແຫຼະເຂົາຊື້ນຳວຽດມາປະຈຳ ຂາຍຢູ່ແຖວນີ້ບາງເທື່ອຄວາຍໂຕນຶ່ງ ເຂົາກໍແລກ ມາຢາກຂີ່ຢາກມາຫຍັງຫັ້ນແຫຼະ.

ປະຊາຊົນ ໃນແຂວງສາຣະວັນທີ່ນຳໃຊ້ຣົດຈັກເຖື່ອນ ສ່ວນຫຼາຍກໍນໍາໃຊ້ເພື່ອການໄປມາຫາຊູ່ ກັນແລະນໍາໃຊ້ໃນຊີວິດປະຈຳວັນ ບໍ່ໄດ້ນຳໃຊ້ໃນໄລຍະທາງໄກ ເນື່ອງຈາກຢ້ານຖືກຕຳຣວດປັບໄໝ ຫຼືຈັບຍ້ອນບໍ່ໄດ້ແຈ້ງເສຽພາສີ-ອາກອນ ແລະບໍ່ມີປ້າຍທະບຽນຄັກແນ່:

ຊື້ພໍໄດ້ຂີ່ຢູ່ຫາກຊິໄປແປງນີ້ ບໍ່ໄດ້ເຂົາຂີ່ແຖວບ້ານນີ້ແຫຼະ ເຂົາມີເງິນນ້ອຍນຶ່ງ4-5-6 ລ້ານກາໂອພໍຊື້ຊໍ່ານັ້ນກໍຊື້ແຕ່ເຂົາບໍ່ຮູ້ວ່າ ຣົດນີ້ນຳເຂົ້າມັນບໍ່ຖືກຕ້ອງແລ້ວຫັ້ນນ່າ.

ຢູ່ບໍຣິເວນຊາຍແດນດ່ານສາກົລ ລະຫວ່າງລາວ-ວຽດນາມຍັງບໍ່ເຄີຍກວດຄົ້ນພົບຣົດເຖື່ອນ ທັງປະເພດຣົດຈັກແລະຣົດໃຫຍ່ ຂົນຢາເສບຕິດ ຫຼືສິ່ງຜິດກົດໝາຽມີແຕ່ປະຊາຊົນພາຍ ໃນແຂວງໃຊ້ຣົດຈັກເຖື່ອນເພື່ອຫຼຸດຜ່ອນພາຣະຄ່າໃຊ້ຈ່າຍ. ອີກທັງປະຊາຊົນຈຳນວນນຶ່ງ ທຸກຍາກ ບໍ່ມີເງິນຊື້ຣົດຖືກຕ້ອງຕາມກົດໝາຽ ຈຶ່ງໄດ້ພາກັນລັກລອບຊື້ຣົດຫຼີກລ້ຽງພາສີ ຂີ່ຢູ່ພາຍໃນ. ເຈົ້າໜ້າທີ່ຕຳຣວດ ປະຈຳດ່ານສາກົລ ລາວ-ວຽດນາມ ດ່ານລະໄລຢູ່ແຂວງສາຣະວັນກ່າວວ່າ:

ມີແຕ່ລັກລອບເພື່ອນຳໃຊ້ປະຊາຊົນ ມີຄວາມທຸກຍາກແນ່ກໍບໍ່ມີເງິນຊື້ຣົດ ຖືກຕ້ອງຕາມຣະບຽບກົດໝາຽ ຄັນເຮົາຊື້ຣົດເຖື່ອນມັນກໍຊິຫຼຸດຜ່ອນ ອັນຄວາມເຂົ້າໃຈຂອງປະຊາຊົນ ມັນກໍບໍ່ດີເປັນແນວນັ້ນເພິ່ນກໍຣັຖບານໄດ້ເຫັນເປັນແນວນັ້ນ ເພິ່ນກໍຢາກໃຫ້ເສຽພາສີຄືນ.

ນອກຈາກນີ້ ນາຍົກຣັຖມົນຕຣີໄດ້ອອກຄຳສັ່ງເລກທີ 20/ນຍ ລົງ ວັນທີ 8 ຕຸລາ 2021 ວ່າ ດ້ວຍການກວດກາ ແລະປະຕິບັດມາຕການຕໍ່ຜູ້ນຳເຂົ້າ ແລະນຳໃຊ້ຍານພາຫະນະທຸກປະເພດ ແບບບໍ່ຖືກຕ້ອງໄດ້ສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການແກ້ໄຂ ບັນຫາດັ່ງກ່າວໃຫ້ຖືກຕ້ອງ ຕາມກົດໝາຽ ເປັນຕົ້ນໃຫ້ຜູ້ກ່ຽວທີ່ຄອບຄອງ ຍານພາຫະນະແບບບໍ່ຖືກ ແມ່ນໃຫ້ສະມັກໃຈຕື່ນໂຕ ແລະຈິງໃຈເສຽພາສີ-ອາກອນຖ້າບໍ່ປະຕິບັດຕາມກົດໝາຽ ດັ່ງກ່າວຈະຖືກດຳເນີນຂະດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org