ສາຣະວັນເພີ້ມຄົນງານຕ່າງດ້າວ
2014.10.27

ປີນີ້ ແຂວງ ສາຣະວັນ ຕ້ອງໄດ້ ນຳເຂົ້າ ຄົນງານ ຕ່າງ ປະເທດ 1396 ຄົນ ເພື່ອ ແກ້ບັນຫາ ການຂາດ ຄົນງານ ພາຍໃນ ແຂວງ. ຄົນ ງານ ທີ່ ເຂົ້າມາ ໃນ ແຂວງ ສາຣະວັນ ສ່ວນໃຫຍ່ ແມ່ນ ຊາວ ວຽດນາມ ຊຶ່ງ ທາງຜແນກ ແຮງງານ ແລະ ສວັດດີການ ສັງຄົມ ກໍໄດ້ ເຕືອນໃຫ້ ບໍຣິສັດ ແລະ ໂຄງການ ເອກຊົນ ພາຄົນງານ ຕ່າງປະເທດ ໄປ ຂຶ້ນ ທະບຽນ ຂໍໂຄຕ້າ ໃຫ້ ຖືກຕ້ອງ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່:
"ພວກເຮົາ ຍັງປະກາດ ໃຫ້ ບັນດາ ບໍຣິສັດ ມາຂໍໂຄຕ້າ ຢູ່ແຂວງ ນີ້ເນາະ ແລະ ພວກເຮົາ ຈະສັງລວມ ສົ່ງໄປ ກະຊວງ ແຮງງານ ແລະ ກະຊວງ ແຮງງານ ຈະເປັນຜູ້ ອະນຸມັດ ກວດກາ ປະຈຳປີ ປັຈຈຸບັນ ພວກເຮົາ ຍັງ ປະກາດ ຄັນວ່າ ບັນດາ ບໍຣິສັດ ບໍ່ຂໍໂຄຕ້າ ພວກເຮົາ ບໍ່ສາມາດ ອອກບັດ ອະນຸຍາດ ເຮັດວຽກ ໃຫ້ ໄດ້ເນາະ".
ທ່ານ ເວົ້າວ່າ ໃນ ຈຳນວນ ຄົນງານ ຕ່າງ ປະເທດ ທີ່ ຂຶ້ນທະບຽນ ຢ່າງ ຖືກຕ້ອງ 1396 ຄົນນັ້ນ ເປັນ ຊາວ ວຽດນາມ 881 ຄົນ, ຊາວຈີນ 498 ຄົນ ແລະ ຊາດອື່ນໆ 17 ຄົນ. ໃນນັ້ນ ສ່ວນ ໃຫຍ່ ເຂົ້າມາ ເຮັດວຽກ ໃນ ໂຄງການ ຂອງ ເອກຊົນ ຕ່າງປະເທດ ຮວມທັງ ຂແນງ ພລັງງານ ແລະ ບໍ່ແຮ່ ໂຮງງານ ອຸດສາຫະກັມ ແລະ ກະສິກັມ.
ຊາວ ຕ່າງປະເທດ ທີ່ ເຂົ້າມາ ເຮັດວຽກ ໃນແຂວງ ທຸກຄົນ ຕ້ອງ ຂຶ້ນທະບຽນ ແລະ ຕ້ອງມີ ບໍຣິສັດ ຮັບຮອງ. ຄົນງານ ທີ່ ບໍ່ມີ ບໍຣິສັດ ຮັບຮອງ ເອົານັ້ນ ຫາກກວດພົບ ທາງການ ກໍຈະສົ່ງ ກັບ ປະເທດ ເພື່ອ ຈຳກັດ ການ ຍາດແຍ່ງ ວຽກງານ ຂອງ ຄົນລາວ.
ທ່ານກ່າວ ຕື່ມວ່າ ຜ່ານມາ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ພຍາຍາມ ຈະໃຊ້ ຄົນງານ ຕ່າງປະເທດ ໜ້ອຍທີ່ສຸດ ເພື່ອ ເປີດ ໂອກາດ ໃຫ້ ຄົນລາວ ມີວຽກເຮັດ ຫຼາຍຂຶ້ນ. ແຕ່ມີ ຫຼາຍ ໂຄງການ ແລະ ຫຼາຍ ວຽກງານ ທີ່ ທາງການ ລາວ ບໍ່ສາມາດ ສນອງ ຄົນງານລາວ ໃຫ້ໄດ້ ຈຶ່ງ ຈໍາເປັນຕ້ອງ ອະນຸຍາດ ໃຫ້ຈ້າງ ຄົນງານ ຕ່າງ ປະເທດ ມາເຮັດແທນ.