ບໍຣິສັດຊັ່ງຈ່ຽງ ຖແລງຂ່າວ

ໄມຊູລີ
2017.07.18
f-sangjiang ຄນະບໍຣິຫານ ກຸ່ມບໍຣິສັດຊັ່ງຈ່ຽງ ໄດ້ຈັດພິທີຖແລງຂ່າວ ສື່ມວນຊົນ ເຖິງເຫຕໄຟໄໝ້ ສູນການຄ້າ ສາກົນຊັ່ງຈ່ຽງ ຫຼື “ຕລາດຊັ່ງຈ່ຽງ” ເມື່ອວັນທີ 14 ກໍຣະກະດາ ທີ່ຜ່ານມາ.
courtesy of Laotian times

ໃນຕອນບ່າຍຂອງວັນຈັນ ວັນທີ 17 ກໍຣະກະດາ 2017 ນີ້, ຄນະບໍຣິຫານ ກຸ່ມບໍຣິສັດ ຊັ່ງຈ່ຽງ ທີ່ນຳໂດຍ ທ່ານ ດິ່ງ ກົວ ຈ່ຽງ ໄດ້ຈັດພິທີ ຖແລງຂ່າວ ສື່ມວນຊົນ ເຖິງເຫຕໄຟໄໝ້ ສູນການຄ້າ ສາກົນ ຊັ່ງຈ່ຽງ ຫຼື “ຕລາດຊັ່ງຈ່ຽງ” ເມື່ອວັນທີ 14 ກໍຣະກະດາ ທີ່ຜ່ານມາ.

ພິທີຖແລງຂ່າວຄັ້ງນີ້ ດໍາເນີນໄປພຽງປະານ 10 ນາທີ ໂດຍເນື້ອໃນສ່ວນໃຫ່ຍ ແມ່ນເວົ້າເຖິງ ເຫຕການໄຟໄໝ້ ເປົ້າໝາຍ ໃນການພັທນາ ຂອງກຸ່ມບໍຣິສັດ ໃນຂັ້ນຕໍ່ໄປ ແລະຂອບໃຈນໍາ ເຈົ້າໜ້າທີ່ ທີ່ມາຊ່ວຍດັບເພີງ, ແຕ່ບໍ່ໄດ້ກ່າວເຖິງ ການຊົດເຊີຍ ຕໍ່ຜູ້ໄດ້ຮັບ ຄວາມເສັຽຫາຍ ແຕ່ຢ່າງໃດ. ດັ່ງນາຍແປພາສາ ສ່ວນໂຕ ຂອງທ່ານ ດິ່ງ ກົວ ຈ່ຽງ ໃນຕອນນື່ງວ່າ:

“ເຫຕໄຟໄໝ້ຕລາດຊັ່ງຈ່ຽງ ໃນວັນທີ 14 ກໍຣະກະດາ ນີ້, ໄດ້ສ້າງຄວາມເສັຽຫາຍ ຢ່າງຫຼວງຫຼາຍ ໃຫ້ແກ່ກຸ່ມ ບໍຣິສັດ ຊັ່ຽງຈ່ຽງ ຂອງພວກ ຂ້າພະເຈົ້າ ແລະບັນດາ ພໍ່ຄ້າ-ແມ່ຄ້າ ທັງໝົດ 269 ຮ້ານ. ສ່ວນສາເຫຕ ທີ່ພາໃຫ້ເກີດ ໄຟໄໝ້ ແລະ ຣາຍລະອຽດ ຂອງມູລຄ່າ ເສັຽຫາຍ ທັງໝົດນັ້ນ, ທາງກຸ່ມ ບໍຣິສັດຊັ່ງຈ່ຽງ ຈະພຍາຍາມ ສົມທົບກັບຕຳຣວດ ປກສ ດັບເພີງ ແລະ ກັບພາກສ່ວນ ທີ່ກ່ຽວຂ້ອງຣັຖ ເພື່ອກວດກາ ແລະ ຊອກຮູ້ ແລະ ແຈ້ງໃຫ້ສັງຄົມ ໄດ້ຮັບຊາບ ຢ່າງທັນເວລາ”.

ຝ່າຍ ພໍ່ຄ້າ-ແມ່ຄ້າ ທີ່ເຂົ້າຮ່ວມພິທີຖແລງຂ່າວ ຄັ້ງນີ້ຫຼລາຍຄົນ ບໍ່ພໍໃຈນໍາ ຄນະຜູ້ບໍຣິຫານ ບໍຣິສັດຊັ່ງຈຽງ  ຍ້ອນພາກສ່ວນ ກ່ຽວຂ້ອງ ບໍ່ໄດ້ຕອບຄໍາຖາມ ຂອງພວກພໍ່ຄ້າແມ່ຄ້າ ແລະ ບໍ່ໄດ້ບອກ ເຖິງແນວທາງ ທີ່ ທາງບໍຣິສັດ ຈະຊົດເຊີຍ ຄ່າເສັຍຫາຍ ກ່ຽວກັບເຫດການ ໄຟໃໝ້ຄັ້ງນີ້. ດັ່ງແມ່ຄ້ານາງນຶ່ງ ກ່າວຕໍ່ ຜູ້ສື່ຂ່າວວ່າ:

“ມື້ນີ້ມາກະເພິ່ນກະມີແຕ່ ປະກາດແຈ້ງການ ວ່າຊິພັທນາໃຫ້ມັນດີຂຶ້ນກ່ອນເກົ່າ ລະຄືບໍ່ຖາມວ່າ ພວກນ້ອງເສັຽຫາຍໄປນີ້ເດ ຈະເຮັດແບບໃດ ເພິ່ນກະມີແຕ່ວ່າເພິ່ນ ຊິພັທນາໃຫັມັນຮຸ່ງເຮືອງ ກວ່າເກົ່າ ລະຊິໄປພັທນາ ລະພວກນ້ອງ ຢູ່ນີ້ເດ ຊິເອົາເງິນ ເອົາຄຳ ມາແຕ່ໃສມາ”.

ຕໍ່ບັນຫານີ້ ໃນຕອນແລງຂອງມື້ດຽວກັນ ຜູ້ສື່ຂ່າວເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ປະຈຳນະຄອນ ຫຼວງວຽງຈັນ ວ່າໃນກໍຣະນີ ໄຟໃໝ້ຄັ້ງນີ້ ຈະມີການຊ່ວຍເຫຼືອ ກຸ່ມພໍ່ຄ້າ-ແມ່ຄ້າ ແນວໃດ, ເຊິ່ງໄດ້ ຄໍາຕອບວ່າ:

“ພວກເຮົານີ້ກະມີຕັ້ງແຕ່ ການແນະນຳວ່າ: 1.ບັນຫານີ້ ເຮົາກະມີຕັ້ງແຕ່ວ່າ ທາງຄນະກັມມະການ ອັນນຶ່ງ ເພິ່ນກະໃຫ້ປຸກຣະດົມ ວ່າດຽວນີ້ ແນວໃດເຮົາກະຕ້ອງໄດ້ ມີການຊົດເຊີຍ ເນາະ ຊົດເຊີຍທີ່ວ່າ ເປັນຜົລເສັຽຫາຍ ຈຳນວນທໍ່ໃດ ເຮົາກະຕ້ອງ ໄດ້ວ່າ 1. ຫຼັງຈາກຂຶ້ນຕຶກໃໝ່ ໃຫ້ຂາຍກ່ອນຈັກເດືອນ? ເນາະເພິ່ນກະ ເວົ້າຈັ່ງຊີ້ ໃຫ້ຂາຍ 5-6 ເດືອນທົດລອງ ເບິ່ງບໍ? ເຮົາຊິຊ່ວຍ ໂຕນັ້ນແດ່ ເຣື້ອງການເສັຽຫາຍ ສີພັນທະອາກອນ ພວກເຮົາ ກະຈະບໍ່ໃຫ້ ຂະເຈົ້າເສັຽ, ເພິ່ນວ່າຫັ້ນນ່າ ເພາະວ່າພັກ-ຣັຖ ເຮົາຊິເອົາ ໂຕນັ້ນກ່ອນ”.

ຢ່າງໃດກໍຕາມ ຈົນເຖິງແລງວັນຈັນ ທີ 14 ຜ່ານມາ, ເຖິງແມ່ນວ່າ ເຈົ້າໜ້າທີ່ ຈະຄວບຄຸມ ເພີງໄດ້ແລ້ວ, ແຕ່ກໍຍັງມີໄຟໄໝ້ ເປັນບາງບ່ອນ ໃນເຂດຕລາດ.ສໍາລັບເຣື້ອງ ຄວາມເສັຽຫາຍນັ້ນ, ໃນເບື້ອງຕົ້ນ ເຈົ້າໜ້າທີ່ ປະເມີນວ່າ ມີຮ້ານຖືກໄຟໄໝ້ ທັງໝົດ 269 ຮ້ານ, ເຊິ່ງເປັນຮ້ານ ທາງດ້ານໃນຕຶກເກົ່າ 212 ຮ້ານ ແລະ ຮ້ານທາງດ້ານນອກຕຶກ 57 ຮ້ານ ໃນເນື້ອທີ່ 18 ພັນ ຕາຕະຣາງແມັດ.

ຮ້ານຄ້າຕ່າງໆໃນສູນການຄ້າ ຊັ່ງຈ່ຽງສ່ວນໃຫ່ຍ ເຈົ້າຂອງຮ້ານເປັນຄົນຈີນ ໃນຂນະທີ່ເຈົ້າຂອງຮ້ານ ທີ່ເປັນຄົນລາວ, ໄທ ແລະ ວຽດນາມ ມີປະມານ 50ຫາ60 ຮ້ານ, ແຕ່ກໍເປັນຮ້ານ ນ້ອຍໆທີ່ຂາຍ, ໂສ້ງ,ເສື້ອ,ເກີບ ແລະ ຜ້າໄໝເ ປັນສ່ວນໃຫຍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.