ຊາວບ້ານເຂື່ອນແຕກ ຮ້ອງທຸກ ເຖິງທາງການ
2021.07.21

ໃນວັນຄອບຮອບ 3 ປີ ທີ່ເຂື່ອນແຕກ ຢູ່ແຂວງອັດຕະປື ໃນວັນທີ 23 ກໍຣະກະດາ ປີ 2018 ທີ່ເຮັດໃຫ້ຄົນເສັຽຊີວິດ 71 ຄົນ ແລະ ບໍ່ມີບ່ອນຢູ່ອາສັຍຖາວອນ 6 ບ້ານນັ້ນ ມາຮອດປັດຈຸບັນ ຊາວບ້ານທີ່ໄດ້ຮັບຜົລກະທົບ ຍັງໃຊ້ຊີວິດລຳບາກຢູ່, ຢາກຮຽກຮ້ອງໃຫ້ທາງ ການລາວ ເລັ່ງຟື້ນຟູ ແລະ ປັບປຸງຄຸນນະພາບຊີວິດ ຂອງພວກຂະເຈົ້າໃຫ້ດີຂຶ້ນ, ດັ່ງຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຄົນນຶ່ງ ຢູ່ເມືອງ ສນາມໄຊ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ກໍຣະກະດານີ້ວ່າ:
“ຄົບຮອບເບາະ ຢາກຕ້ອງການ ກ່ຽວກັບເຣື່ອງດິນກະສິກັມ ໃຫ້ເພິ່ນມອບຄົບຖ້ວນ ຄອບຄົວລະ 2-3 ເຮັກຕາຫັ້ນ ແຕ່ຍັງບໍ່ຄົບຍັງ 30 ຄອບຄົວ ບໍ່ທັນໄດ້ດິນປັດຈຸບັນນີ້ນ່າ, ສອງນີ້ ກ່ຽວກັບເຣື່ອງເຮືອນນີ້ແຫຼະ ມັນບໍ່ໄປບໍ່ມາ ບາງບ່ອນຍົກໂຄງ ມຸງຫຼັງຄາແລ້ວ ມິດທໍ່ນັ້ນ, ສາມນີ້ ກ່ຽວກັບເຣື່ອງເຂົ້າກິນນີ້ແຫຼະ.”
ທ່ານກ່າວຕື່ມວ່າ ຣັຖບານລາວ ແລະ ບໍຣິສັດພັທນາເຂື່ອນ ຕ້ອງຈັດສັນດິນການກະເສດ ໃຫ້ຊາວບ້ານ ຢ່າງນ້ອຍຄອບຄົວລະ 2-3 ເຮັກຕ້າຣ໌ ຈຶ່ງຈະສາມາດເຮັດນາໄດ້ ຊື່ງດິນທີ່ບາງຄອບຄົວໄດ້ ໃນປັດຈຸບັນມີພຽງແຕ່ 1-2 ເຮັກຕ້າຣ໌ ຕໍ່ຄອບຄົວເທົ່ານັ້ນບໍ່ສາມາດ ເຮັດນາໄດ້ ມີແຕ່ປູກມັນ ແລະ ຜັກຕ່າງໆ ບໍ່ກຸ້ມຢູ່ກຸ້ມກິນ ຍັງມີອີກຫຼາຍຄອບຄົວ ບໍ່ມີດິນສຳລັບ ການກະເສດ.
ນອກຈາກນີ້ ຊາວບ້ານຍັງຢາກຮຽກຮ້ອງ ໃຫ້ທາງການລາວ ຊ່ອຍເຫຼືອເຂົ້າກິນເໝືອນເດີມ ເນື່ອງຈາກວ່າ ຂະເຈົ້າບໍ່ໄດ້ເຮັດນາ ແລະ ບໍ່ມີເຂົ້າກິນ ໃນປັດຈຸບັນ ຊາວບ້ານກຸ່ມດັ່ງກ່າວ ໄດ້ໄປຂໍເຂົ້າກິນນຳຍາດພີ່ນ້ອງ ຜູ້ທີ່ໄດ້ເຮັດນາ ບາງຄົນມີເງິນ ກໍຊື້ເຂົາກິນເອງ.

ສ່ວນໂຄງການຮ່າງພື້ນຖານຕ່າງໆ ເຊັ່ນຖນົນຫົນທາງ, ຣະບົບໄຟຟ້າ ນ້ຳປະປາ ສຸຂສາລາ ແລະ ຫ້ອງການບ້ານນັ້ນ ຍັງຖືວ່າສ້າງ ບໍ່ທັນຄົບທຸກບ່ອນ ບາງຈຸດສ້າງເຮືອນຖາວອນ ສຳເຣັດແລ້ວ ແຕ່ຍັງບໍ່ທັນຕິດຕັ້ງຣະບົບໄຟຟ້າ ແລະ ນ້ຳປະປາ ແລະບາງຈຸດ ກໍຍັງ ບໍ່ທັນສ້າງສຳເຣັດເລີຍ ດັ່ງບ້ານ ຕະມາຢອດ ແລະ ບ້ານສມອງໃຕ້.
ຊາວບ້ານທີ່ປະສົບຜົລກະທົບ ອີກຜູ້ນຶ່ງຢູ່ເມືອງສນາມໄຊ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໃນໄລຍະສາມປີຜ່ານມາຊາວບ້ານຍັງ ມີຊີວິດລຳບາກຫຼາຍດ້ານ ເນື່ອງການຟື້ນຟູ ຊີວິດການເປັນຢູ່ ຂອງພວກຂະເຈົ້າ ມີການຊັກຊ້າຫຼາຍ.
ນອກຈາກນັ້ນ ກໍຍັງມີການຕັດເງິນອຸດໜູນ ທີ່ທາງການເຄີຍໃຫ້ນຳອີກ ແຮ່ງເຮັດໃຫ້ຂະເຈົ້າມີຄວາມລຳບາກເພີ່ມຕື່ມ ບາງຄອບຄົວ ອອກໄປຫາຮັບຈ້າງໃນເຂດເມືອງແລະແຂວງ ເພື່ອເອົາເງິນມາຊື້ເຂົ້າກິນ ແລະ ເຄື່ອງໃຊ້ທີ່ຈຳເປັນສຳລັບຄອບຄົວ:
“ຊິຖາມວ່າໃຄຂຶ້ນບໍ່ ກະພໍໆສໍ່າເກົ່າຫັ້ນແຫຼະ ເພາະວ່າ ເງິນເດືອນທີ່ພາກຣັຖເພິ່ນໃຫ້ມາແຕ່ກ່ອນ ອີ່ຫຍັງດຽວນີ້ກະບໍ່ໄດ້ແລ້ວຫັ້ນນ່າ ກໍໄດ້ເງິນເຮັດເຮືອນເຮັດຫຍັງເອງ ຊື້ເຂົ້າຊື້ຫຍັງ ກິນເອງ ກະຊິຍັງລຳບາກຄືເກົ່າຢຸູ່.”
ຍານາງກ່າວຕື່ມວ່າ ສຳລັບໂຮງໝໍ ດຽວນີ້ ບາງຈຸດມີສຸຂສາລານ້ອຍ ມີໄວ້ສຳລັບເອົາຢາໄປກິນ ຫຼືປົວໄຂ້ທັມມະດາ ແຕ່ຖ້າຫາກປ່ວຍ ໜັກຍັງຕ້ອງໄດ້ໄປໂຮງໝໍ ໃນເມືອງ ຫຼືແຂວງ ແຕ່ບໍ່ມີເງິນຈ້າງຣົດໄປ.
ດ້ານການສຶກສາ; ເຫດເຂື່ອນແຕກຄັ້ງນີ້ເຮັດໃຫ້ໂຮງຮຽນ 7 ແຫ່ງເສັຽຫາຍໝົດ ໃນນັ້ນມີໂຮງຮຽນປະຖົມ 6 ແຫ່ງ ມັທຍົມ 1 ແຫ່ງ ທີ່ມີນາຍຄຣູເສັຽຊີວິດ 1 ຄົນ ແລະ ນັກຮຽນ 4 ຄົນ ແຕ່ໃນປັດຈຸບັນ ທາງການໄທຍໃນຖານະ ດ້ານມະນຸສທັມ ໄດ້ເຂົ້າມາສ້າງ ໂຮງຮຽນນ້ອຍ ສອນສະເພາະຣະດັບຊັ້ນປະຖົມ ເທົ່ານັ້ນ ສ່ວນນັກຮຽນຊັ້ນມັທຍົມນັ້ນ ຕ້ອງໄດ້ໄປຮຽນຢູ່ ເທສບານ ເມືອງສນາມໄຊ ມີຄວາມຫຍຸ້ງຍາກຫຼາຍ ໃນການເດີນທາງໄປຮຽນ ໂດຍສະເພາະຍາມຝົນ ນັກຮຽນຫຼາຍຄົນ ກໍອອກໂຮງຮຽນ.
ກ່ຽວກັບເຣື່ອງເດັກນ້ອຍກຳພາກຳພອຍ ທີ່ພໍ່ແມ່ເສັຽຊີວິດ ຈາກເຫດເຂື່ອນແຕກ ທາງການລາວ ບໍ່ເຄີຍຣາຍງງານກ່ຽວກັບເຣື້ອງນີ້ ວ່າເຫດເຂື່ອນແຕກຄັ້ງນີ້ ມີເດັກນ້ອຍກຳພ້າ ກຳພອຍຈັກຄົນ ທີ່ພໍ່ແມ່ເສັຽຊີວິດໝົດ ແລະມາຮອດປັດຈຸບັນ ຂະເຈົ້າໄປຢູ່ໃສແລ້ວ, ເຈົ້າໜ້າທີ່ເມືອງສນາມໄຊ ທ່ານນຶ່ງເວົ້າວ່າ ໃນໄລຍະທຳອິດຂອງເຫດເຂື່ອນແຕກ ເຄີຍໄດ້ຍິນວ່າ ມີເດັກນ້ອຍກຳພ້າ ພໍ່ແມ່ເສັຽຊີວິດ ຈາກເຂື່ອນແຕກຈຳນວນນຶ່ງ ແຕ່ບໍ່ຮູ້ວ່າມີຈັກຄົນ ຍ້ອນວ່າທາງການ ບໍ່ໄດ້ຮິບໂຮມຂໍ້ມູນກ່ຽວກັບເຣື່ອງນີ້ ອາຈມີຍາດພີ່ນ້ອງມາຮັບເອົາ ໄປລ້ຽງແລ້ວ ໃນໄລຍະເຂື່ອນແຕກໃໝ່ ກໍເປັນໄດ້:
“ແຕ່ກີ້ຫັ້ນ ຄືວ່າໄດ້ຍິນຢູ່ ຕອນເກີດພັຍພິບັດນ້ຳຖ້ວມເນາະ ດຽວນີ້ຄືຊິບໍ່ມີ ເພາະອາສັຍວ່າອ້າຍນ້ອງພີ່ນ້ອງ ມາເກັບມ້ຽນ ມ້ຽນເຣື່ອງ ຫັ້ນນ່າ ຊິແມ່ນມີພີ່ນ້ອງຂະເຈົ້າແລ້ວ ແຕ່ວ່າດຽວນີ້ ຄືບໍ່ໄດ້ຍິນ ແຕ່ກ່ອນໄດ້ຍິນແທ້.”
ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງສນາມໄຊ ທ່ານນຶ່ງກ່າວວ່າ ວຽກງານການຟື້ນຟູ ຊີວິດຂອງຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ກໍມີຄວາມ ຄືບໜ້າໃນຫຼາຍດ້ານ ບາງຄອບຄົວ ກໍໄດ້ຮັບການ ຈັດສັນທີ່ດິນ ສຳລັບການກະເສດ ແລະເຮືອນຢູ່ຖາວອນແລ້ວ ຈາກການຊ່ອຍເຫຼືອ ຂອງທາງການໄທຍ ແລະ ຍີ່ປຸນ.
ແຕ່ຍັງມີຊາວບ້ານຫຼາຍຄອວຄົວ ຍັງຕ້ອງການເຮືອນຢູ່ຖາວອນ ແລະ ດິນສຳລັບການກະເສດຢູ່ ຍ້ອນການພັທນາຫຼ້າຊ້າ ບໍ່ສຳເຣັດ ຕາມແຜນການທີ່ໄດ້ວາງໄວ້ ເປັນຕົ້ນການຈ້າງ ບໍຣິສັດຮັບເໝົາກໍ່ສ້າງ ປຸກເຮືອນຖາວອນ ຈຳນວນ 700 ຫຼັງ ແຕ່ຈ້າງບໍຣິສັດພຽງແຕ່ ບໍຣິສັດດຽວ ດັ່ງບໍຣິສັດວັນແສງ ພັທນາຈຳກັດ ທີ່ມີນາຍຊ່າງ ແລະ ຄົນງານເຮັດວຽກ ພຽງແຕ່ 10 ຄົນເທົ່ານັ້ນ ຊຶ່ງບໍ່ສອດຄ່ອງກັບ ແຜນການກໍ່ສ້າງໂຕຈິງ:
“ກະຊິຍັງຊ້າ ຍ້ອນບັນຫາບ່ອນວ່າ ເຂົາເສັດແລ້ວ ຊ່າງເຂົາປ່ຽນມືໃໝ່ໄປເລື້ອຍໆ ເພິ່ນກະເຮັດວຽກໄດ້ສໍ່າໃດສໍ່ານຶ່ງ ແລ້ວກະໜີ ຜູ້ດຽວເຮັດຫຼາຍບ່ອນ ເຮັດຫຼາຍຫຼັງ ມັນຊີ່ລຳບາກໄປ ແກ່ຍາວເວລາ ກະບໍ່ຮູ້ນຳເພິ່ນວ່າ ເພິ່ນເອົາບໍຣິສັດເປັນລັກສນະໃດມາ.”
ທາງການລາວຄາດຄະເນວ່າ ໃນທ້າຍປີນີ້ ຈະສ້າງເຮືອນຖາວອນໃຫ້ແລ້ວ ແລະ ມອບໃຫ້ຊາວບ້ານເຂົ້າຢູ່ອາສັຍຈຳນວນ 182 ຫຼັງ ເທົ່ານັ້ນ ຈາກແຜນການສ້າງທັງໝົດ 700 ຫຼັງ.
ເຈົ້າຫນ້າທີ່ ກ່ອຍກ້າ ປະຈຳລາວທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ກ່າວຕໍ່ເອເຊັຽເສຣີວ່າ ໃນໄລຍະສາມປີຜ່ານມາ ອົງການ ກ່ອຍກ້າ ຈາກປະເທດເກົາຫຼີໃຕ້ ໄດ້ສົ່ງນັກວິຊາການ ສາມຄົນ ມາປະຈຳຢູ່ເມືອງສນາມໄຊ ເພື່ອຮ່ວມຊ່ອຍເຫຼືອ ປັບປຸງຄຸນນະພາບ ຊີວິດ ຂອງປະຊາຊົນທ້ອງຖິ່ນ ໃຫ້ດີຂຶ້ນ ເປັນຕົ້ນເຣື່ອງການຝຶກອາຊີບ, ດັ່ງການຕັດຫຍິບ ເສີມສວຍ ແລະ ການສ້ອມແປງຣົດຈັກ ແຕ່ປະຊາຊົນບໍ່ສົນໃຈ ຍ້ອນວ່າ ພວກຂະເຈົ້າ ຕ້ອງການປູກເຂົ້າ ລ້ຽງສັດ ຫາປູປາມາກິນ ຕາມທີ່ເຄີຍປະຕິບັດມາ;
"ເຮົາມີຜູ້ຊ່ຽວຊານສະເພາະ ໄປປະຈຳວຽກແກ້ໄຂ ການຟື້ນຟູຜົລກະທົບ ຮ່ວມກັບອົງການປົກຄອງ ທ້ອງຖິ່ນຂະເຈົ້າເລີຍ ເພື່ອຊ່ອຍ ເຫຼືອເຄື່ອງວັດຖຸອຸປກອນ ຫຼືວ່າ ຝຶກອົບຮົມ ວິຊາຊີບໃຫ້ກັບປະຊາຊົນເຂດນັ້ນ ແລະ ເຮັດອິຫຍັງຕ່າງໆຫັ້ນແຫຼະ."
ອົງການຈັດຕັ້ງພາກປະຊາສັງຄົມໄທຍ ແລະອົງການຈັດຕັ້ງສາກົລ ກໍມີກຳນົດທີ່ຈະຈັດກອງປະຊຸມທາງໄກ ທີ່ນະຄອນຫຼວງບາງກອກ ເພື່ອຣະລຶກເຖິງວັນດັ່ງກ່າວ ໃນວັນນທີ 22 ກໍຣະກະດາ ນີ້. ກ່ຽວກັບງານດັ່ງກ່າວ ຍານາງ ເປຣມຣຶດີ ຜູ້ປະສານງານເຄືອຂ່າຍ ປະຊາຊົນ ສິ້ງຊອມເບິ່ງການລົງທຶນ ສ້າງເຂື່ອນໃນລາວເວົ້າວ່າ:
“ກໍເປັນການຈັດງານ ເພື່ອຣະລຶກເນື່ອງໃນໂອກາດ ຣະລຶກເຖິງເຫດການ ຊຶ່ງຖືວ່າໃຫຍ່ທີ່ສຸດ ເຫດການນຶ່ງ ແລະ ເສົ້າໂສກທີ່ສຸດ ນຳດ້ວຍ, ຕາມສະຖານະການ ເຮົາກໍຄິດວ່າ ມັນກໍເປັນ ພະລັງທີ່ໄດ້ມາຈາກ ຄວາມເສັຽຫາຍ, ນ້ຳຕາຂອງປະຊາຊົນ, ເອື້ອຍຄິດວ່າ ຄວາມໂປ່ງໄສ ມັນສຳຄັນຄື ຮຽກຮ້ອງໃຫ້ຝ່າຍຕ່າງໆ ໂດຍສະເພາະ ບໍຣິສັດສ້າງເຂື່ອນ ຈະຕ້ອງຊີ້ແຈງ ຫຼັງຈາກເຂື່ອນ ເຊປຽນ- ເຊນ້ຳນ້ອຍ ແຕກນີ້ ການສ້າງເຂື່ອນໃໝ່, ເຂື່ອນສຳເຣັດ ເຣີ່ມຜລິດໄຟຟ້າ ແມ່ນມິດງຽບ, ເຮົາເກືອບບໍ່ໄດ້ຮັບຮູ້ຂ່າວສານ ກ່ຽວກັບ ເຣື່ອງນີ້ເທື່ອ.”
ກ່ຽວກັບເຫດການຄົບຮອບ 3 ປີນີ້ ປາກົດວ່າ ບໍ່ມີທ່າທີ່ຈາກທາງການລາວ ທີ່ຈະກ່າວເຖິງ ກ່ຽວກັບການຈັດງານຣະລຶກເຖິງເຫດການ ວັນດັ່ງກ່າວ ແຕ່ຢ່າງໃດ ແຕ່ໃນສ່ວນຂອງ ຊາວບ້ານ ຜູ້ໃດທີ່ມີ ສະມາຊິກຄອບຄົວເສັຽຊີວິດ ໃນເຫດເຂື່ອນແຕກ ກໍມີແຜນຈະໄປເຮັດ ບຸນຢູ່ຕາມວັດວາອາຮາມຕ່າງໆ ເພື່ອອຸທິດສ່ວນກຸສົນ ໄປໃຫ້ສະມາຊິກຄອບຄົວ ຜູ້ລ່ວງລັບ ໄປນັ້ນ ຕາມຮີດຄອງປະເພນີ ທີ່ຕົນເອງ ເຊື່ອຖື.