ຊາວບ້ານເຂື່ອນແຕກ 4 ເດືອນແລ້ວ ບໍ່ໄດ້ເງິນ
2021.05.07

ຊາວບ້ານຫຼາຍຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ໃຊ້ຊີວິດຢູ່ ດ້ວຍວຄວາມລຳບາກ ຍ້ອນວ່າ ເຂົາເຈົ້າບໍ່ໄດ້ຮັບ ເງິນອຸດໜູນຈຳນວນ 250,000 ກີບ ຕໍ່ເດືອນ ເປັນເວລາ 4 ເດືອນແລ້ວນັບແຕ່ ເດືອນມົກກະຣາ 2021 ເປັນຕົ້ນມາ. ຊາວບ້ານທ່ານນຶ່ງ ທີ່ໄດ້ຮັບຜົນກທະທົບ ຈາກ ເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ເອເຊັຽເສຣີ ໃນວັນທີ 7 ພຶສພາ ວ່າ:
"ແມ່ນແຫຼະ ບໍ່ໄດ້ຈ່າຍນ່າ ແຕ່ເດືອນນຶ່ງມາຫາ ປັດຈຸບັນ ມິດຈີ່ລີ່ເລີຍ ຖາມຍາມໃດວ່າມື້ອື່ນໆ ບາດນີ້ ບໍ່ເຮັດໄຮ່ເຮັດນາ ນິຕີ້ ຊິຕາຍ ບາດນີ້ມາເຈີຊ້ວງໂຄວິດ ໄປທາງໃດກະໄປບໍ່ໄດ້ ໄປຕລາດກະບໍ່ໄດ້ ບໍ່ມີເງິນມີທອງ ບາດນີ້ ດຽວນີ້ພໍ່ແມ່ປະຊາຊົນ ນີ້ປັນກັນກິນໄດ້ ເຂົ້ານີ້ ປັນກັນນຳຜູ້ມີ."
ຊາວບ້ານຜູ້ນີ້ ກ່າວຕື່ມວ່າສຳລັບຊາວບ້ານ ທີ່ຍັງບໍ່ທັນໄດ້ເຮືອນຖາວອນ ບໍ່ທັນໄດ້ເຮັດໄຮ່ ເຮັດນາ ກໍຈະໃຊ້ຊີວິດລຳບາກຫຼາຍແລ້ວ ຍັງມາເຈີກັບ ສະພາບການຣະບາດຂອງ ໂຄວິດ-19 ແລ້ວຫ້າມເດີນທາງອອກໄປໃສມາໃສ ຫາກບໍ່ຈຳເປັນ ກໍເຮັດໃຫ້ຊາວບ້ານ ບໍ່ໄດ້ອອກໄປຫາເຮັດວຽກ ກະເລີຍບໍ່ມີເງິນ ຊື້ເຄື່ອງຂອງຈຳເປັນ.
ນອກຈາກນີ້ ຕາງໜ້າຊາວບ້ານ ທີ່ໄດ້ຮັບຜົນກທະທົບ ຈາກເຂື່ອນແຕກຮຽກຮ້ອງ ໃຫ້ທາງການລາວ ແລະ ພາກສ່ວນກ່ຽວຂ້ອງເລັ່ງ ດຳເນີນການຈ່າຍເງິນອຸດໜູນ ແກ່ຊາວບ້ານ ໃຫ້ໄວທີ່ສຸດ.
ຊາວບ້ານທີ່ເຮັດໄຮ່, ເຮັດສວນ ແລະ ລ້ຽງສັດ ກໍມີພໍຢູ່ມີກິນກຸ້ມຄອບຄົວ ແຕ່ກໍມີຊາວບ້ານຈຳນວນຫຼາຍຄອບຄົວ ທີ່ຍັງໃຊ້ຊີວິດ ລຳບາກບໍ່ມີຢູ່ມີກິນ ແລະ ຍັງເພິ່ງພາການຊ່ວຍເຫລືອ ຈາກໂຄງການ.
ເຈົ້າໜ້າທີ່ໄດ້ແຈ້ງໃຫ້ຊາວບ້ານຮູ້ແລ້ວວ່າ ຈະຈ່າຍເງິນອຸດໜູນຊ້າ ແຕ່ເຈົ້າໜ້າທີ່ກໍບໍ່ໄດ້ແຈ້ງ ໃຫ້ຊາວບ້ານຮູ້ວ່າ ນອກຈາກແຈ້ງວ່າ ກຳລັງຄົ້ນຄວ້າພິຈາຣະນາ. ຊາວບ້ານເມືອງສນາມໄຊ ອີກທ່ານນຶ່ງ ກ່າວວ່າ:
"ພາກຣັຖເພິ່ນກະຍັງແລ່ນຢູ່ສຳລັບປີໃໝ່ ກະໄດ້ສເນີໄປຍັງຂັ້ນເທິງ ເພິ່ນຍັງຄົ້ນຄວ້າພິຈາຣະນາຫັ້ນແລ້ວ ໃຫ້ພໍ່ແມ່ພີ່ນ້ອງຫັ້ນນ່າ ເພິ່ນກະມາແຈ້ງໃຫ້ພີ່ນ້ອງພວກເຮົາທຸກໆເດືອນ ຫັ້ນແລ້ວ ຄາດເຄື່ອນ."
ບໍຣິສັດເຊປຽນ-ເຊນ້ຳນ້ອຍ ໄດ້ແຈ້ງເລື່ອງດັ່ງກ່າວ ມາຫາຊາວບ້ານ ເມືອງສນາມໄຊ ແຕ່ຕົ້ນປີ 2021 ແລ້ວຈະຈ່າຍເງິນອຸດໜູນ ໃຫ້ຊາວບ້ານໃນປີນີ້ ແຕ່ກໍບໍ່ໄດ້ບອກເຫດຜົນວ່າ ເປັນຍ້ອນຫຍັງ.
ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງສນາມໄຊ ແຂວງອັດຕະປີ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 7 ພືສພາ ວ່າໂຄງການຊິຈ່າຍຢູ່ ແຕ່ໂຄງການຍັງມີບັນຫາຫຼາຍຢ່າງ.
"ເອີ; ໃນຊ້ວງນີ້ ເພິ່ນກະຍັງຊິໃຫ້ເພິ່ນວ່າ ຕ່າງແຕ່ບໍ່ທັນໄດ້ຈ່າຍຊື່ໆ ເພິ່ນຊິວ່າຄາຫຼາຍອັນຫຼາຍແນວແນ່ນີ້ແຫຼະ ເຂົ້ານັ້ນຖືວ່າຈ່າຍ ປົກກະຕິ ຍັງຄ້າງແຕ່ເງິນຫັ້ນ ເອີ; ສ່ວນຫຼາຍຜູ້ໃດ ອອກໄຮ່ ອອກນາ ຮົ້ວສວນຫັ້ນແຫຼະ."
ເຈົ້າໜ້າທີ່ກຳລັງຖ້າເງິນ ຈາກບໍຣິສັດເຊປຽນ-ເຊນ້ຳນ້ອຍ ຄືກັນເພາະວ່າບໍຣິສັດອ້າງວ່າ ຕິດບັນຫາເລື່ອງການຣະບາດຂອງໂຄວິດ-19 ແລະ ອີກສາເຫດນຶ່ງ ທາງການລາວກຳລັງ ພິຈາຣະນາວ່າ ຈະຈ່າຍເງິນອຸດໜູນ ໃຫ້ຊາວບ້ານທີ່ຍັງບໍ່ໄດ້ເຮືອນພັກຖາວອນ ແລະ ດິນກະສິກັມ ສ່ວນວ່າຄອບຄົວໃດໄດ້ຮັບ ການຊ່ວຍເຫລືອໄປແລ້ວ ໂຄງການຈະບໍ່ຈ່າຍເງິນ ອຸດໜູນໃຫ້. ເຈົ້າໜ້າທີ່ແຂວງອັດຕະປື ໄດ້ກ່າວໃນວັນທີ 7 ພືສພາ ວ່າ:
"ກຳລັງກະຕຽມກັນຢູ່ ມັນຖືກຊ້ວງປະເມີນແດ່ ປະເມີນຜູ້ທີ່ພົ້ນຈາກ ຄວາມຮັບຜິດຊອບແດ່ ແລ້ວກະຫຼາຍອັນຖ້າເງິນແດ່ ຈ່າຍໄປແດ່ ແລ້ວຍັງແຕ່ຈຳນວນນຶ່ງ."
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າດຽວນີ້ບໍຣິສັດ ກຳລັງເລັ່ງດຳເນີນການເປີກຈ່າຍເງິນອຸດໜູນ ໃນສ່ວນນີ້ແຕ່ຍັງບໍ່ທັນແລ້ວເທື່ອ ຍັງບໍ່ທັນເປີດທຳການເປັນປົກກະຕິ ຜູ້ບໍຣິຫານ ແລະ ພະນັການບາງຄົນ ຍັງເຮັດວຽກຢູ່ເຮືອນ ຍ້ອນການຣະບາດຂອງໂຄວິດ ເຮັດໃຫ້ເກີດຄວາມ ຊັກຊ້າ. ເຈົ້າໜ້າທີ່ ບໍຣິສັດ ເຊປຽນ- ເຊນ້ຳນ້ອຍ ກ່າວອີກວ່າ ຈະຈ່າຍເງິນອຸດໜູນໃຫ້ຊາວບ້ານ ພາຍໃນເດືອນພຶສພາ ຫລື ມິຖຸນາ.
ບໍຣິສັດເຊປຽນ-ເຊນ້ຳນ້ອຍ ເປັນຜູ້ຮັບຜິດຊອບຈ່າຍເງິນອຸດໜູນຈຳນວນ 250,000 ກີບ ຕໍ່ຄົນ ຕໍ່ເດືອນ ສ່ວນວ່າ ທາງການລາວຈະ ເປັນຜູ້ຈັດສັນ ແລະ ແຈກຈ່າຍໃຫ້ຊາວບ້ານ ແຕ່ລະເດືອນ ຈົນວ່າ ເຂົາເຈົ້າໄດ້ເຮືອນຖາວອນ ແລະ ດິນເຮັດກະສິກັມ ຫລັງຈາກນັ້ນ ໂຄງການຈະຢຸດຈ່າຍ.