ເຮືອນຖາວອນໃຫ້ຊາວບ້ານ ເຂື່ອນແຕກ ບໍ່ແລ້ວ

ສຸພັດຕາ
2021.01.27
ເຮືອນຖາວອນໃຫ້ຊາວບ້ານ ເຂື່ອນແຕກ ບໍ່ແລ້ວ ເຮືອນຖາວອນ ທີ່ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ເປັນຄົນສ້າງໃຫ້ ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງ ອັດຕະປື
ພາບປະກອບ: ນັກຂ່າວພົລເມືອງ

ເຮືອນຖາວອນ ຈໍານວນ 700 ຫຼັງ ທີ່ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ເປັນຄົນສ້າງໃຫ້ຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງ ອັດຕະປື ທີ່ມີໄລຍະການກໍ່ສ້າງ 18 ເດືອນ ແລະ ຈະຄົບກໍານົດຕາມແຜນ ໃນເດືອນເມສາ ນີ້, ແຕ່ປາກົດວ່າ ການກໍ່ສ້າງເກີດຄວາມ ລ່າຊ້າຫຼາຍຍ້ອນບໍຣິສັດຜູ້ຮັບເໝົາ ມີພຽງແຕ່ບໍຣິສັດດຽວ ແລະກັມມະກອນກໍ່ສ້າງກໍມີໜ້ອຍ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ແຂວງອັດຕະປື ທ່ານນຶ່ງ, ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ມົກກະຣາ ນີ້ວ່າ:

“ເພິ່ນກໍານົດ 18 ເດືອນເດ້ ໃນແລ້ວໝົດ 700 ຫຼັງຫັ້ນ, ເພິ່ນມາຢຸດສະງັກຊ່ວງນຶ່ງ, ການກໍ່ສ້າງລ່າຊ້າຫັ້ນເນາະ ຈໍານວນນຶ່ງກະແມ່ນ ຊ່າງນໍາຊາວບ້ານຫັ່ນນ່າ, ທີ່ບໍ່ໄດ້ຜ່ານການຝຶກ ງານມາກະໄປເຮັດ ເຮັດແລ້ວບໍ່ແລ້ວມັນບໍ່ໄດ້ມາຕຖານ ບາດນີ້ຕ້ອງໄປປ່ຽນຊ່າງໃໝ່, ບາດນີ້ຜູ້ປະມູລໃນເບື້ອງຕົ້ນເນາະ, ລະມາເຮັດນໍາບໍ່ທັນ ມັນຈໍານວນຫຼາຍ, ບາດຜູ້ປະມູນໄດ້ ພັດຜູ້ດຽວ.”

ທ່ານກ່າວອີກວ່າ ສໍາລັບການກໍ່ສ້າງເຮືອນຖາວອນ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຫຼື PNPC ເປັນຜູ້ສນັບສນຸນເງິນ ກໍ່ສ້າງຈໍານວນ 24.5 ລ້ານໂດລ່າ ສະຫະຣັຖ ໂດຍທາງການລາວ ເປັນຜູ້ດູແລຈັດສັນພື້ນທີ່ ແລະ ໄດ້ຮ່ວມກັນວ່າຈ້າງ ບໍຣິສັດ ວັນແສງ ອັດຕະປື ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ເປັນຜູ້ຮັບເໝົາ ກໍ່ສ້າງເຮືອນຖາວອນທັງ 5 ຈຸດ ຮວມທັງໝົດ 700 ຫຼັງ, ແຕ່ທາງບໍຣິສັດ ຜູ້ຮັບເໝົາດັ່ງກ່າວ ບໍ່ມີຊ່າງກໍ່ສ້າງ ທີ່ເປັນມືອາຊີບ ຈຶ່ງໄປຈ້າງ ຄົນງານລາວທົ່ວໄປ ທີ່ບໍ່ມີຄວາມຮູ້ດ້ານການກໍ່ສ້າງ ມາເຮັດຈຶ່ງພາໃຫ້ ເກີດຄວາມລ່າຊ້າ.

ການກໍ່ສ້າງເຮືອນຖາວອນ 700 ຫຼັງ ຫາກຈະໃຫ້ສໍາເຣັດຕາມແຜນພາຍໃນ 18 ເດືອນ ທາງບໍຣິສັດ PNPC ແລະທາງການລາວ ຈະຕ້ອງຈ້າງບໍຣິສັດຮັບເໝົາກໍ່ສ້າງ ຈຸດລະ 1 ບໍຣິສັດ ແລະ ຕ້ອງມີກັມມະກອນພຽງພໍໃນການກໍ່ສ້າງ ຈຶ່ງຈະສໍາເຣັດຕາມແຜນທີ່ ກໍານົດໄວ້.

ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊ ຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢ້ານສ້າງ ບໍ່ແລ້ວຕາມແຜນທີ່ກໍານົດໄວ້ ເພາະວ່າ ບໍ່ເຫັນກັມມະກອນ ແລະ ນາຍຊ່າງກໍ່ສ້າງ ມາຫຼາຍເດືອນແລ້ວ, ນັບແຕ່ເກີດການຣະບາດ ຂອງເຊື້ອໄວຣັສ ໂຄວິດ-19, ປັດຈຸບັນ ບາງຫຼັງຕັ້ງແຕ່ເສົາເຮືອນ ບໍ່ທັນໄດ້ເຮັດຫຍັງເລີຍ, ບາງຫຼັງກະຕັ້ງໂຄງໄວ້ຊື່ໆ:

“ສໍາລັບການກໍ່ສ້າງຍັງບໍ່ທັນແລ້ວເດີ້ລູກ, ຜູ້ໃດເຮັດແລ້ວກະແລ້ວ, ແຕ່ບໍ່ທັນເຂົ້າເປັນທາງການ, ອັນແລ້ວແດ່ແລ້ວ ມ້ອງປະມານ 40-50 ຫຼັງ ແຫຼະ ລູກ, ກາຍຫັ້ນຍັງເປັນໂຄງຮ່າງຢູ່.”

ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ອີກຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: ດຽວນີ້ ເຫັນແຕ່ເສົາ ທີ່ບໍຣິສັດມາຕັ້ງໄວ້ ແຕ່ຕົ້ນປີ 2020, ແຕ່ບໍ່ທັນເຫັນຄົນງານ ຫຼື ນາຍຊ່າງ ມາກໍ່ສ້າງເຮືອນເທື່ອ, ເຖິງມາ ກໍໜ້ອຍ ເຮັດວຽກໄດ້ມື້ສອງມື້ ເຂົາກໍໜີໄປ ໂດຍບໍ່ຮູ້ສາເຫດຄືກັນ ວ່າເປັນຍ້ອນຫຍັງແທ້ ຈຶ່ງບໍ່ສ້າງໃຫ້ມັນແລ້ວ:

“ມາຮອດປັດຈຸບັນນີ້ ກະຍັງສ້າງແຕ່ເສົາຂວັນຊື່ໆ, ແຕ່ລະຊຸດນີ້ ເຂົາໜີໝົດແລ້ວ ກັມມະກອນຫັ້ນນ່າ, ມື້ນຶ່ງສອງມື້ ເຂົາກະໜີ ເຂົາກະບໍ່ໄດ້ເງິນ, ເຈົ້າໜ້າທີ່ເຂົາມາຈ້າງ ເປັນວັນເປັນຫຍັງ, ເຂົາກະຢາກໄດ້ກິນ ກິນໃຊ້ຫັ້ນແຫຼ້ວນ້ອງ.”

ໃນຂນະດຽວກັນ ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ອີກຄົນນຶ່ງ ກໍເວົ້າວ່າ ຫາກໍເຫັນກັມມະກອນ ແລະຊ່າງກໍ່ສ້າງເຂົ້າມາເຮັດວຽກ ໃນມື້ ວັນທີ 26 ມົກກະຣາ ນີ້. ຊຶ່ງກ່ອນໜ້ານີ້ ບໍ່ເຫັນຄົນງານ ແລະ ຊ່າງຈັກຄົນ:

“ຫຍຸ້ງຍາກເຮືອນຊານບ້ານຊ່ອງ. ກະຜູ້ເຮັດຜູ້ສ້າງ ກັມມະກອນເຂົາກະໜີປະໝົດ, ກະຫາເຂົ້າມາມື້ວານນີ້, ມາແຕ່ຈໍາປາສັກ ເຂົ້າມາຮັບ 10 ປາຍຫຼັງ, ໂຕເຂົາກໍ່ສ້າງໃນຊຸດກ່ອນຫັ້ນ, ກະຍັງຢູ່ຫັ້ນແຫຼະ.”

ຂນະທີ່ ວິທຍຸເອເຊັຽເສຣີ ກໍໄດ້ພຍາຍາມ ຕິດຕໍ່ໄປຫາ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ເພື່ອສອບຖາມ ຣາຍຣະອຽດ ທີ່ຈະແຈ້ງ ວ່າສາເຫດ ທີ່ເຮັດໃຫ້ການກໍ່ສ້າງເຮືອນຖາວອນ 700 ຫຼັງ ເກີດຄວາມລ່າຊ້າ ເປັນຍ້ອນຫຍັງແທ້, ແຕ່ເຈົ້າໜ້າທີ່ບໍ່ສະດວກ ຕອບຄໍາຖາມຜ່ານທາງໂທຣະສັບ.

ເມື່ອທ້າຍເດືອນພຶສຈິກາ ປີ 2020 ຜ່ານມານີ້ ຜູ້ປະສົບພັຍເຂື່ອນແຕກ ບ້ານສມອງໃຕ້ ເວົ້າກັບວິທຍຸເອເຊັຽເສຣີວ່າ ມາຮອດປັດຈຸບັນ ປະຊາຊົນໃນບ້ານນີ້ ທີ່ມີຈໍານວນ 95 ຄອບຄົວ ນັ້ນຍັງບໍ່ທັນຮູ້ເທື່ອວ່າ ບ່ອນຕັ້ງເຮືອນຖາວອນ ຂອງພວກເຂົາເຈົ້ານັ້ນ ຢູ່ຈຸດໃດ.

ກ່ຽວກັບເຣື່ອງທີ່ວ່າການສ້າງເຮືອນຖາວອນ 700 ຫຼັງໃຫ້ປະຊາຊົນຜູ້ປະສົບພັຍເຂື່ອນແຕກ ອາດບໍ່ແລ້ວຕາມກໍານົດ ໃນເດືອນເມສາ ປີນີ້ ນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງອັດຕະປື ທ່່ານນຶ່ງ ອະທິບາຍສູ່ຟັງວ່າ ຍ້ອນວ່າ ບາງບ້ານ ທາງການ ກໍຍັງບໍ່ສາມາດໄກ່ເກັ່ຽ ເຣື່ອງທີ່ດິນ ໃຫ້ປະຊາຊົນ ທີ່ໄດ້ຜົລກະທົບນັ້ນ ໄດ້ເທື່ອ:

“ເພາະວ່າຈັ່ງຊີ້ ຢູ່ສອງໃຕ້, ຍ້າຍໄປຢູ່ປິ່ນດົງຫັ່ນ, ທໍາອິດເຮົາມີພື້ນທີ່ ຈັດສັນໃຫ້ແລ້ວ, ລະພໍດີທາງກະຊວງ ລົງໄປ ວ່າມັນບໍ່ ເໝາະສົມ, ພື້ນທີ່ເປັນຫິນລູກລັງ ທາງລຸ່ມມັນອາດຊິໂກນ ຊິອິຫຍັງຕ່າງໆ ມັນອາດຊິບໍ່ເໝາະສົມ ກະເລີຍຍ້າຍບ່ອນ, ບ່ອນເຮົາໄປ ກໍານົດໃໝ່ ມັນພັດມີຜົລກະທົບຂອງປະຊາຊົນ, ພວກເຮົາກໍານົດແລ້ວ ລະບາດນີ້ ບາດບໍ່ທັນໄດ້ອະນຸຍາດ ປຸກສ້າງ ລະພໍດີ ດິນ ຈໍານວນນຶ່ງ ຂອງຜູ້ທີ່ມີກັມມະສິດ ແລ້ວຫັ່ນນ່າ, ໄປແຈ້ງ ລະເຂົາກະໄປປູກພືດໃສ່, ອັນທີ່ນຶ່ງກະລໍ ຜົລຜລິດຂະເຈົ້າເກັບກ່ຽວ ອອກກ່ອນ ລະກະ 2 ມາກະສິ ຊົດເຊີຍໃຫ້ຂະເຈົ້າ, ເຣື່ອງດິນຂະເຈົ້າ ທີ່ຂະເຈົ້າສັບສ່າວມາຫັ່ນ. ຈັ່ງຊັ້ນແຫຼະ ຄັນເຮົາຊິໄປເຮັດ ຕອນນີ້ ມັນກະຊິໄປຜົລກະທົບ ອີກຜູ້ນຶ່ງອີກ, ດຽວນີ້ພວກເຮົາກຽມໝົດແລ້ວ ຈ້ອງຢູ່ ດຽວນີ້ ມີແຕ່ເກັບກ່ຽວຜົລຜລິດປືບ, ສ່ວນນຶ່ງ ເຈົ້າແຂວງກະສັ່ງແລ້ວ ໄປຕັດຕາຜ້າໂຕໃດມັນບໍ່ມີຜົລກະທົບຫັ່ນ, ລະໂຕມີຜົລກະທົບຫັ່ນ ກະໃຫ້ຂະເຈົ້າເກັບກູ້ ຜົລຜລິດອອກກ່ອນ ແລ້ວຊິຈັດການ ໝາຍຄວາມວ່າ ພວກເຮົາຊິເຮັດໃຫ້ມັນໄວທີ່ສຸດນ່າ.”

ສ່ວນເຈົ້າໜ້າທີ່ ແຂວງອັດຕະປືທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ມົກກະຣາ ນີ້ວ່າ: ດຽວນີ້ ທາງບໍຣິສັດຜູ້ຮັບເໝົາກໍ່ສ້າງ ກໍເຣີ່ມເຂົ້າມາ ເຮັດວຽກອີກຄັ້ງ, ແຕ່ເຫດການ ທີ່ການກໍ່ສ້າງລ່າຊ້ານັ້ນ ບໍ່ໄດ້ກ່ຽວກັບງົບປະມານ, ບໍ່ໄດ້ກ່ຽວກັບ ບໍຣິສັດຜູ້ຮັບເໝົາ ແລະບໍ່ໄດ້ຂາດເຂີນ ກັມມະກອນ ແລະ ນາຍຊ່າງແຕ່ຢ່າງໃດ, ແຕ່ເກີິດຄວາມລ່າຊ້າ ຍ້ອນຊາວບ້ານ ບາງຄົນ ຂະເຈົ້າຖືປະເພນີ ບໍ່ໃຫ້ປຸກສ້າງເຮືອນ ໃນໄລຍະເຂົ້າພັນສາ ແລະ ບວກກັບວ່າ ເປັນຣະດູຝົນນໍາ ຈຶ່ງເຮັດໃຫ້ການກໍ່ສ້າງ ເຮືອນຖາວອນ 700 ນັ້ນ ລ່າຊ້າ.

ຂນະທີ່, ຍານາງ ວັນແສງ ສີສົງຄາມ ອໍານວຍການ ບໍຣິສັດ ວັນແສງ ເຊິ່ງເປັນບໍຣິສັດ ທີ່ຮັບເໝົາກໍ່ສ້າງເຮືອນຖາວອນ 700 ຫຼັງ ໄດ້ກ່າວຕໍ່ ໜັງສືພິມ ວຽງຈັນທາມສ ໃນວັນທີ 26 ມົກກະຣາ 2021 ນີ້ວ່າ:

ທາງບໍຣິສັດ ຢັ້ງຢືນວ່າ ຈະສ້າງເຮືອນຖາວອນ 496 ຫຼັງ, ຂອງຈໍານວນ 700 ຫຼັງ ທີ່ມີການກໍ່ສ້າງໄປແລ້ວນັ້ນ ຈະສ້າງສໍາເຣັດ 100% ໃນປີ 2021 ນີ້ຢ່າງແນ່ນອນ, ສ່ວນສາເຫດ ທີ່ກໍ່ສ້າງລ່າຊ້ານັ້ນ ທາງບໍຣິສັດອ້າງວ່າ ອຸປກອນຕ່າງໆ ທີ່ໃຊ້ໃນການກໍ່ສ້າງ ເປັນຕົ້ນກະເບື້ອງ, ໂຄງເຫຼັກຫຼັງຄາ ຕ້ອງນໍາເຂົ້າມາຈາກ ຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 28, 2021 02:27 AM

ມາຟັງເບິ່ງຂ່າວນີ້ແລ້ວ ແມ່ນບໍ່ສົມເຫດສົມຜົນເລີຍ ເພາະວ່າ ຕັ້ງແຕ່ເຂື່ອນແຕກມາ ກະຫລາຍປີແລ້ວ ແລະ ການສ້າງເຮືອນກໍເກືອບ 2 ປີ ກໍຍັງບໍ່ແລ້ວ. ປະຊາຊົນທີ່ໄດ້ຮັບເຄາະຮ້າຍ ລອດຕາຍມາ ກໍຍັງຄອງຄອຍ ຈະມີເຮືອນຢູ່ ແຕ່ວ່າ ຜູ້ຮັບຜິດຊອບ ເຮັດຈັ່ງໃດຄືໃຫ້ມາແກ່ຍາວແທ້ ບໍ່ຄິດເຫັນໃຈປະຊາຊົນແດ່ບໍ່? ພາກສ່ວນກ່ຽວຂ້ອງຄວນເຂົ້າໄປກວດສອບເບິ່ງວ່າ ມັນມີຫຍັງເກີດຂຶ້ນແທ້. ເວົ້າເລື້ອງເງິນເປັນຫລາຍລ້ານດອນລ້າ ມັນບໍ່ເຂົ້າບໍ່ອອກໃຜເດີ້ ແຕ່ຄົນງານກໍ່ສ້າງ ພັດບໍ່ມີ ບໍ່ມີແລ້ວ ແນວບໍ່ຈ່າຍເງິນເຂົາ ຖ້າຈ່າຍຄົນງານຖືກ ກະບໍ່ມີໃຜຢາກເຮັດວຽກແລ້ວ. ຜູ້ຮັບເໝົາ ຢາກໄດ້ແຕ່ກຳໄລ. ຖ້າຫາກວ່າ ເປັນໂຄງການຂອງລັດ ທີ່ສ້າງໃຫ້ປະຊາຊົນລ້າໆ ແຕ່ລັດບໍ່ມີເງິນ ກະພໍເຂົ້າໃຈຢູ່ ແຕ່ອັນນີ້ ເງິນເກົາຫລີ ເຂົາເອົາໃຫ້ແລ້ວ ພັດເຮັດບໍ່ແລ້ວ ໄປເວົ້າສູ່ເດັກນ້ອຍອົມມືຟັງ ມັນກະຊິບໍ່ເຊື່ອດອກ. ເຫັນໃຈ ຊາວອັດຕະປື ທີ່ທຸກຍາກເດ້.