ມ.ສະມ້ວຍຫຼາຍບ້ານ ທຸກຍາກ

ສິດນີ
2017.05.21
F-Saravan ເຂດໝູ່ບ້ານຕາດຊວງ ແຂວງສາຣະວັນ
Screen captured Tad Suong village in Saravan video

ປະຊາຊົນ ຢູ່ເມືອງສະມ້ວຍຈຳນວນ 33 ບ້ານຈາກທັງຫມົດ 51 ບ້ານ ຫລືປະມານ 2 ພັນ 8 ຮ້ອຍ ປາຍຄອບຄົວ, ໃນປັດຈຸບັນ ຍັງ ປະສົບ ກັບບັນຫາ ຄວາມລຳບາກ ຫລາຍຢູ່ ເປັນຕົ້ນ ການຂາດແຄນ ອາຫານ ການກິນ.ນ້ຳສະອາດ ແລະ ເຄື່ອງນຸ່ງຫົ່ມ. ຊາວບ້ານ ຫລາຍຄອບຄົວ ຕ້ອງໄດ້ກິນ ມັນຕົ້ນແທນເຂົ້າ. ຕາມການເປີດເຜີຍ ຂອງເຈົ້າຫນ້າທີ່ ແຂວງສາຣະວັນ ຜູ້ທີ່ບໍ່ປະສົງ ອອກຊື່ ທ່ານນື່ງ ໃນມື້ວັນທີ 19 ພືສພາ ນີ້ວ່າ:

"ຫຼາຍໆ ຍັງ 33 ບ້ານຍັງທຸກຍາກອີ່ຫລີ ສ່ວນຫຼາຍແມ່ນ ອຶດເຂົ້າເດີ ດຽວນີ້ອຶດເຂົ້າ ກັບຂາດແຄນ ເຄື່ອງນຸ່ງຂອງຖື ແຕ່ລະຄອບຄົວ ແບບວ໋າຂະເຈົ້າ ໄດ້ກິນມັນ ຫັ້ນນ່າ ກິນມັນຕາງເຂົ້າ ເຂົ້າກິນບໍ່ມີ ແບບວ່າໄດ້ ເອົາມັນມາຕົ້ມ ມາຫນຶ້ງ ກິນຫັ້ນນ່າ".

ທ່ານກ່າວຕື່ມວ່າ ນອກຈາກຄວາມທຸກຍາກ ແລ້ວຊາວບ້ານ ຍັງມີຄວາມເດືອດຮ້ອນ ເຣື້ອງນ້່ຳກິນ ແລະ ໃຊ້ນ້ຳອີກ ເນື່ອງຈາກໃນບາງເຂດ ເປັນຕົ້ນເຂດ ອະສຸກ ອາໂຫ ແລະເຂດ ຕະລໍ ຣະບົບນ້ຳສະອາດ ຍັງໄປບໍ່ເຖີງ ຊື່ງໃນພື້ນທີ່ ດັ່ງກ່າວ ມີປະຊາຊົນ ອາສັຍຢູ່ ເກືອບຮອດ ສາມພັນຄົນ ໄດ້ພາກັນໄປຕັກນ້ຳຫ້ວຍ ມາຕົ້ມກິນ,

ເຖິງແມ່ນວ່າ ໃນຣະດູຝົນ ນ້ຳຈະຂຸ່ນ ແລະແດງ ກໍຕ້ອງໄດ້ ຕັກມາກິນແລະໃຊ້ ຍ້ອນບໍ່ມີ ທາງເລືອກ:

"ກຸ່ມບ້ານທີ່ນຶ່ງນີ້ກໍຖືວ່າ ຢາກມີທຸກແລ້ວ ຍັງກຸ່ມບ້ານທີສອງ ກຸ່ມບ້ານທີສາມ ກຸ່ມບ້ານທີ່ສີ່ ຍັງທຸກຫລາຍ ສອງກຸ່ມ ບ້ານນີ້ຖືວ່າ   ທຸກຫນັກ ກ່ອນຫມູ່ນະ ນ້ຳສະອາດ ກໍບໍ່ພໍອີ່ຫລີ ຂາດເຂີນ ນ້ຳນະ ຄືຝົນຕົກຈັ່ງຊີ້ ນ້ຳແດງ ນ້ຳອີ່ຫຍັງ ເຂົາກໍກີນນ້ຳຫ້ວຍ ເອົາມາຕົ້ນກິນ ຫັ້ນແຫລະ".

ທ່ານວ່າ ນອກຈາກບັນຫາ ນີ້ແລ້ວ ເມືອງສະມວ້ຍ ຍັງມີບັນຫາ ເຣື້ອງການ ສືກສາ ການສ້າງອາຊີບ ແລະສາທາຣະນະສຸກ ນຳອີກ ທີ່ ຊາວບ້ານ ຍັງຂາດແຄນ ທາງການແຂວງ ກໍບໍ່ແກ້ໄຂ ໃຫ້ຂະເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.