ພະນັກງານຣັດໄດ້ເງິນເດືອນຊ້າ


2013.09.19
F-Laos ທະນາຄານ ແຫ່ງ ສປປລາວ ສົ່ງເສີມໃຫ້ ໃຊ້ເງິນກີບ
Citizen Journalist

 

ຢູ່ ສປປລາວ ພະນັກງານຂອງຣັດ ໃນຫລາຍແຂວງ ຍັງບໍ່ທັນໄດ້ຮັບເງິນເດືອນ ສຳຣັບເດືອນ ກໍຣະກະດາ ແລະ ເດືອນສິງຫາ ທີ່ຜ່ານມາ ນັ້ນເທື່່ອ. ຕົວຢ່າງຢູ່ແຂວງອັດຕະປື ພະນັກງານຂອງຣັດ ຜູ້ນຶ່ງຈົ່ມວ່າ:

“ພວກເຮົາໄດ້ຮອດເດືອນ ອັນນັ້ນຮອດເດືອນເຈັດ ດຽວນີ້ ຄືໄດ້ຍິນວ່າ ເງິນບໍ່ທັນໄດ້ເຂົ້າຄັງ ເຂົາວ່າການເງິນຮະນະ ບັນດາເອກກະສານ ເອກກະສົມຫ່ັນແລ່ວແລ້ວ ອ້າຍນ້ອງເຂົາເຮັດ ແລ້ວ ແຕ່ໄປຖາມ ເຂົາວ່າເງິນບໍ່ມີໃນຄັງວ່າຊັ່ນນ໋າ.”

ພະນັກງານ ຂອງຣັດທ່ານນີ້ ເວົ້າອີກວ່າ ປັດຈຸບັນ ພະນັກງານ ຢູ່ແຂວງອັດຕະປື ໄດ້ຮັບຄວາມເດືອດຮ້ອນຫລາຍ ບໍ່ມີເງິນຊື້ເຂົ້າກິນ ຕ້ອງ ປະຫຍັດທີ່ສຸດ. ການບໍ່ໄດ້ຮັບເງິນເດືອນ ບໍ່ເປັນບັນຫາ ແຕ່ຢູ່ແຂວງອັດຕະປື ເທົ່ານັ້ນ ແຂວງອື່ນໆກໍມີ ບັນຫາເຊັ່ນກັນ ຕົວຢ່າງ ບັນດາຄຣູ ແລະອາຈານ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກໍບໍ່ໄດ້ຮັບເງິນເດືອນ ນັບແຕ່ເດືອນສາມ ເປັນຕົ້ນມາ; ຢູ່ເມືອງເຊໂປນ ແຂວງສວັນນະເຂດ ເຈົ້າໜ້າທີ່ຂອງຣັດ ບໍ່ໄດ້ຮັບເງິນເດືອນສອງເດືອນແລ້ວ ແລະພະນັກງານຈຳນວນນຶ່ງຢູ່ແຂວງວຽງຈັນ ກໍເຊັ່ນດຽວກັນ ໄດ້ຮັບເງິນເດືອນຊ້າ.

ການໄດ້ຮັບເງິນເດືອນຊ້າ ເປັນບັນຫາໃຫຍ່ຢູ່ລາວ ໃນປັຈຈຸບັນ ຫລາຍຄົນບໍ່ດີໃຈ ຈົນ ທ່ານ ພູເພັດ ຄຳພູນວົງ ຣັຖມົນຕຣີກະຊວງການເງິນ ໄດ້ອອກຄຳສັ່ງແຕ່ງຕັ້ງໜ່ວຍງານສະເພາະກິຈ ເພື່ອເລັ່ງເກັບພາສີອາກອນ ແກ້ໄຂບັນຫາການເບີກເງິນເດືອນຊ້າ ໃຫ້ພະນັກງານຂອງຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.