ຣັສເຊັຽພ້ອມຈະສ້າງ ເຂື່ອນໃນລາວ


2013.03.27
f-rao INTER RAO ເປັນ ບໍຣິສັດ ທີ່ເອີ້ນຕົນເອງວ່າ ພລັງງານ ໄຮ້ພົມແດນ
INTER RAO

ບໍຣິສັດ Inter RAO ຈາກ ປະເທດ ຣັສເຊັຽ ພ້ອມທີ່ຈະສ້າງ ເຂື່ອນ ໄຟຟ້າ ນຶ່ງແຫ່ງ ໃນລາວ. ຕາມຄໍາເວົ້າ ຂອງ ຄະນະ ບໍຣິຫານ ຫົວໜ້າ ຝ່າຍວິສວະກອນ Yury Sharov.

ທ່ານກ່າວວ່າ ຄະນະ ກັມການຮ່ວມ ຣັຖບານ ຣັສເຊັຽ-ລາວ ຈະປະຊຸມກັນ ໃນຕົ້ນເດືອນ ເມສາ ທີ່ ຈະມາເຖິງນີ້ ເພື່ອ ຕັດສິນວ່າ ຈະໃຫ້ໃຜ ດໍາເນີນ ໂຄງການນັ້ນ ແລະ ໜີ້ສິນ ທີ່ ຣັຖບານລາວ ຍັງຕິດຄ້າງ ຣັສເຊັຽ ນັ້ນ ຈະເອົາເຂົ້າ ໃນໂຄງການ ພລັງງານ ນັ້ນ ຫລືບໍ່.  ແຕ່ພ້ອມດຽວກັນ ທ່ານກໍວ່າ ເຣື່ອງໜີ້ສິນ ບໍ່ເປັນບັນຫາ ຕົ້ນຕໍ ສໍາລັບ ບໍຣິສັດ Inter RAO ຊຶ່ງ ທົ່ວໄປແລ້ວ ເຣື່ອງໜີ້ສິນ ນັ້ນ ສາມາດ ໃຊ້ກັນ ຫລື ຫັກອອກ ຢູ່ໃນການ ລົງທຶນ ຂອງໂຄງການ ເຫລົ່ານັ້ນໄດ້.

ສປປລາວ ກ່ອນໜ້ານັ້ນ ໄດ້ສເນີວ່າ ຣັຖບານລາວ ຢາກໃຊ້ໜີ້ ຣັສເຊັຽ ໂດຍໃຫ້ຄິດໄລ່ ເຂົ້າຢູ່ໃນ ການລົງທຶນ ຂອງ ໂຄງການຕ່າງໆ ຂອງ ຣັຖເຊັຽ ໂດຍສະເພາະ ໃນໂຄງການ ເຂື່ອນ ໄຟຟ້າພະລັງນໍ້າ ຊຶ່ງ ຮອງນາຍົກ ຣັຖມົນຕຣີ ຣັສເຊັຽ Arkady Dvorkovich ກໍເວົ້າວ່າ ຣັສເຊັຽ ສົນໃຈ ທີ່ຈະ ເຈຣະຈາ ກັນກຽ່ວກັບ ການໃຊ້ໜີ້ ດ້ວຍວິທີ ດັ່ງກ່າວ. ບໍຣິສັດ Inter Rao ປະສົງ ທີ່ຈະເຂົ້າຮ່ວມ ໂຄງການ ກັບ ບໍຣິສັດ Region Oil ຈາກ ຣັສເຊັຽ ຜູ້ທີ່ ກ່ອນໜ້ານີ້ ໄດ້ຮັບສິດ ໃນການ ກໍ່ສ້າງ ເຂື່ອນ 3 ໂຄງການ ໃນລາວ. ຣາຍງານ ແຈ້ງວ່າ ໂຄງການນັ້ນ ກໍມີໂຄງການ ເຂື່ອນນໍ້າກົງ1, ເຂື່ອນເຊກອງ4 ແລະ ເຊກອງ5. ບໍຣິສັດ Region Oil ຖືກຕັ້ງ ຂຶ້ນເມື່ອປີ 2008 ເພື່ອກຽມ ແລະ ດໍາເນີນ 3 ໂຄງການ ດັ່ງກ່າວ ໃນລາວ.

ລາວແລະ ຣັສເຊັຽ ໄດ້ຕົກລົງ ກ່ຽວກັບ ການສໍາຣະ ໜີ້ສິນ ເມື່ອທ້າຍປີ 2003 ຊຶ່ງບົ່ງວ່າ ລາວ ຕິດໜີ້ ຣັສເຊັຽ 1 ພັນ 300 ລ້ານ ໂດລາ ສະຫະຣັຖ. ຕາມສັນຍາ ຣັຖບານ ຣັສເຊັຽ ຕົກລົງ ລຶບລ້າງ ໃຫ້ 70 ສ່ວນຮ້ອຍ. ສ່ວນອີກ 30 ສ່ວນຮ້ອຍ ລາວ ຈະໃຊ້ແທນຄືນ ໃນກໍາ ນົດເວລາ 33 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.