ຣັສເຊັຽ ໃຊ້ວຽດນາມ ເປັນທີ່ເພິ່ງ ຫຼັງຖືກຄວ້ຳບາດ

0:00 / 0:00

ປະ​ເທດ​ຣັສ​ເຊັຽ ແລະ ປະ​ເທດ​ອາ​ຊ້ຽນ​ ບາງ​ປະ​ເທດ ກຳ​ລັງ​ດຳ​ເນີນ​ການ ເຮັດ​ຂໍ້​ຕົກ​ລົງ ກ່ຽວ​ກັບ​ການສ້າງ​ລະ​ບົບ​ການ​ໂອນ​ເງິນ​ ຫຼັງ​ຈາກ​ທີ່​ປະ​ເທດ​ຣັສສເຊັຽ​ ປະ​ສົບ​ບັນ​ຫາຄວາມ​ຫຍຸ້ງ​ຍາກ ​ໃນ​ການ​ໂອນ​ເງິນ ອັນ​ເປັນ​ຜົ​ລ​ມາ​ຈາກ​ ບັນ​ດາ​ປະເທດ ​ຕາ​ເວັນ​ຕົກ ແລະ ສະ​ຫະ​ຣັ​ຖ​ ອາ​ເມ​ຣິ​ກາ ໄດ້​ຄວ້ຳບາດ​ລະ​ບົບ​ການ​ເງິນ​ຂອງ​ຣັສ​ເຊັຽ.

​ປັດ​ຈຸ​ບັນ ທະ​ນາ​ຄານ​ທັງ​ໝົດ ​ຂອງ​ຣັສ​ເຊັຽ ບໍ່​ສາ​ມາດເຊື່ອມ​ຕໍ່​ກັບ​ລະ​ບົບ​ ໂອນ​ແບບສະ​ວິບ (SWIFT) ກັບ​ຫຼາຍ​ປະ​ເທດ ທີ່​ກ່າວ​ມາ ໂດຍ​ສະ​ເພາະ ​ການ​ຈ່າຍ​ເງິນ​ຜ່ານ​ ບັດວິຊ້າ (Visa), ບັດ Credits ຕ່າງໆ.

ປະ​ເທດ​ວຽດ​ນາມ ເປັນ​ປະ​ເທດ​ທີ່​ມີ​ການ​ຕົກ​ລົງ ​ຮັບ​ຮອງ​ເອົາ​ລະ​ບົບ​ ການ​ຈ່າຍ​ເງິນ​ກັບ​ຣັສ​ເຊັຽ ກ່ອນ​ປະ​ເທດ​ອາ​ຊ້ຽນ ​ທຸກ​ປະ​ເທດ.

ປັດ​ຈຸ​ບັນ, ປະ​ເທດ​ວຽດ​ນາມ ເປັນ​ປະ​ເທດ​ດຽວ​ໃນ​ອາ​ຊ້ຽນ ທີ່​ຕົກ​ລົງ​ເຊື່ອມ​ຕໍ່​ ລະ​ບົບ​ໂອນຜ່ານ​ບັດຕ່າງໆ, ອີງ​ຕາມ ຂໍ້​ມູ​ນ​ຈາກ ຜູ້​ອຳ​ນວຍ​ການ​ສູນ​ ອາ​ຊ້ຽນ ຢູ່ມະ​ຫາ​ວິ​ທະ​ຍາ​ໄລ ເອັມຈິ​ໂມ Moscow State Institute of International Relations (MGIMO).

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ທ້າຍ​ປີ​ທີ່​ຜ່ານ​ມາ ລະ​ບົບ​ທະ​ນາ​ຄານ​ວຽດ​ນາມ 40% ກໍ​ສາ​ມາດໃຊ້​​ລະ​ບົບ​ການ​ໂອນ​ເງິນ ຂອງ​ຣັສ​ເຊັຽ ໂດຍຜ່ານ​ລະ​ບົບ Mir cards. ​ໃນປີ 2022, ຄາ​ດ​ການ​ວ່າ ລະ​ບົບ Mir cards ຈະ​ມີ​ຜູ້​ນຳ​ໃຊ້ ​ຢູ່​ປະ​ເທດ​ວຽກ​ນາມເຖິງ 80% ຂອງ​ບັນ​ດາ​ ທະ​ນາ​ຄານ​ວຽດ​ນາມ. ການ​ຮັບ​ຮອງ​ເອົາ​ລະ​ບົບ​ການ​ຈ່າຍ​ເງິນ​ ຂອງ​ຣັ​ສ​ເຊັຽ ຈະ​ສ້າງ​ຄວາມ​ສະ​ດວກ ​ໃຫ້​ແກ່​ຄົນ​ຣັສ​ເຊັຽ ທີ່​ເຂົ້າ​ມາ​ທ່ຽວ​ວຽດ​ນາມ, ອີງ​ຕາມ​ການ​ຣາຍ​ງານ ​ຂອງໜັງ​ສື​ພິມ​ວຽງ​ຈັນ​ທາມ​ສ໌.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ການ​ປະ​ເມີນ​ແບບ ບໍ່​ເປັນ​ທາງ​ການ​ວ່າ ປະ​ຊາ​ຊົນ​ຣັສ​ເຊັຽ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ ນຳ​ໃຊ້ ບັດ Mir Card ຢູ່​ປະ​ເທດ​ວຽດ​ນາມ ຍ້ອນ​ວ່າ ຍັງ​ມີ​ຂໍ້​ຈຳ​ກັດ​ຫຼາຍ​ດ້ານ.

ເພື່ອ​ຂ​ຍາຍ​ລະ​ບົບ​ ການ​ຈ່າຍ​ເງິນ​ດັ່ງ​ກ່າວ ໄປ​ປະ​ເທດ​ອາ​ຊ້ຽນ​ອື່ນໆ ໃຫ້​ກວ້າງ​ຂວາງ ກວ່າ​ເກົ່າ, ຣັສ​ເຊັຽ ກຳ​ລັງເຈ​ຣະ​ຈາ​ກັບ ປະ​ເທດ​ພະ​ມ້າ ກ່ຽວ​ກັບ​ການ​ນ້ຳ​ໃຊ້​ລະ​ບົບ​ ການ​ຈ່າຍ​ເງິນແບບ Mir Card ຂອງ​ຣັສ​ເຊັຽ ແລະ ເຊື່ອມ​ຕໍ່​ລະ​ບົບ​ຂໍ້​ຄວາ​ມ​ ທາງ​ດ້ານ​ການ​ເງິນ​ ຂອງ​ທະ​ນາ​ຄານ​ຣັ​ສ​ເຊັຽ ເຊິ່ງ​ເປັນ​ແຜນ​ການ​ຄ້າຍ​ຄື​ກັນ ທີ່​ໄດ້​ມີ​ການ​ນຳ​ສ​ເນີ ຢູ່​ປະ​ເທດໄທ​ຍ ແລະ ອິນ​ໂດ​ເນ​ເຊັຽ.

ທາງ​ການ​ໄທ​ຍ ກຳ​ລັງ​ເຮັດ​ວຽກ​ ກັບ​ທາງ​ການ​ຣັສ​ເຊັຽ ເພື່ອ​ໃຫ້​ມີ​ການ​ຈ່າຍ​ເງິນ ​ຜ່ານ​ລະ​ບົບບັດ Mir card ຢູ່​ປະ​ເທດ​ໄທ​ຍ ອີງ​ຕາມ​ການ​ຣາຍ​ງານ​ ຂອງ​ສຳ​ນັກ​ຂ່າວ ເຣັຽ ໂນ​ໂວ​ສ​ຕີ (Ria Novosti) ຂອງ​ຣັ​ສ​ເຊັຽ.

ຖ່າມ​ກາງ​ສະ​ພາບ​ປັດ​ຈຸ​ບັນ ແລະ ມີ​ຂໍ້​ຈຳ​ກັດ​ທາງ​ດ້ານ​ການ​ເງິນ, ການ​ດຳ​ເນີນ​ການ ​ເຮັດ​ທຸ​ຣະ​ກັ​ມ​ທາງ​ດ້ານ​ການ​ເງິນ ​ກັບ​ຣັສ​ເຊັຽ ປະ​ສົບ​ກັບ​ຄວາມ​ຊັກ​ຊ້າ. ນັກ​ທ່ອງ​ທ່ຽວ ​ຣັສ​ເຊັຽ ຕ້ອງ​ການ​ລະ​ບົບ ​ຈ່າຍ​ເງິນ​ທີ່​ໄວ ໂດຍ ສະ​ເພາະ ຢູ່​ປະ​ເທດ​ໄທຍ ທີ່​ເປັນ​ຈຸ​ດ​ໝາຍ​ປາຍ​ທາງ ຂອງ​ນັກ​ທ່ອງ​ທ່ຽວ ​ຣັສ​ເຊັຽ ເຊັ່ນ ຢູ່ ເກາະ​ສະ​ໝຸຍ, ພັ​ທ​ຍາ ແລະ ພູ​ເກັດ.

ສຳ​ນັກ​ຂ່າວ ເຣັຽ ໂນ​ໂວ​ສ​ຕີ (Ria Novosti) ຂອງ​ຣັ​ສ​ເຊັຽ ໄດ້​ອ້າງ​ຄຳ​ໃຫ້​ສັມພາດ ຂອງ ທ່ານ ສະ​ສິ​ວັດ ເອ​ອັກ​ຄະ​ຣາ​ຊ​ທູຕ​ໄທ​ຍ ປະ​ຈຳ​ຣັສ​ເຊັຽ ວ່າ:

“ພວກ​ເຮົາ​ຫວັງ​ວ່າ ລະ​ບົບ​ການ​ຈ່າຍ​ເງິນທີ່​ໄວ ຈະ​ໃຊ້​ການ​ໄດ້​ໃນ​ອີກບໍ່​ດົນ​ນີ້ ແລະ ຈະ​ຊ່ວຍ​ເພີ່ມ​ມູນ​ຄ່າ​ໃນ​ສິນ​ຄ້າ ແລະ ການ​ບໍ​ຣິ​ການ ລະ​ຫວ່າງສອງ​ປະ​ເທດ ຄື ໄທ​ຍ ແລະ ຣັສ​ເຊັຽ.”

ໃນ​ຂະ​ນະ​ດຽວ​ກັນ, ປະ​ເທດ​ອິນ​ໂດ​ເນ​ເຊັຽ ກໍ​ກຳ​ລັງເຈ​ຣະ​ຈາ ກັບ​ປະ​ເທດ​ຣັ​ສ​ເຊັຽ ເຖິງ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ນຳ​ໃຊ້ ​ລະ​ບົບ​ການ​ຈ່າຍ​ເງິນ​ຜ່ານ​ບັດ Mir Card, ອີ​ງ​ຕາມ​ຂໍ້​ມູນ​ຈາກ​ສຳ​ນັກ​ຂ່າວ TASS ຂອງ​ຣັສ​ເຊັຽ ທີ່​ອ້າງ​ຄຳ​ເວົ້າ​ຂອງ ເອກ​ອັກ​ຄະ​ຣັຖ​ທູຕ ອິນ​ໂດນ​ເຊັຽ ທ່ານ Jose Tavares.

ເອກ​ອັກ​ຄະ​ຣັຖ​ທູຕ ອິນ​ໂດນ​ເຊັຽ ທ່ານ Jose Tavares ໄດ້​ກ່າວ​ວ່າ: “ເພື່ອ​ໃຊ້​ບັດ​ຈ່າຍ​ເງິນ Mir Card, ປັດ​ຈຸ​ບັນ​ພວກ​ເຮົາ ກຳ​ລັງ​ປຶກ​ສາ​ຫາ​ລື​ກັນ ​ເຣື່ອງ​ບັນ​ຫານີ້ ພວກ​ເຮົາ​ກຳ​ລັງ​ດຳ​ເນີນ​ການ​ຢູ່. ພວກ​ເຮົາ​ເຮັດ​ວຽກ​ກັບ​ ສະ​ຖາ​ບັນ​ການ​ເງິນ​ ຂອງ​ທັງ​ 2 ​ປະ​ເທດ.”

ວຽດ​ນາມ ຮ່ວມ​ກັບ​ປະ​ເທດ​ຣັສ​ເຊັຽ ກ່ອນ​ປະ​ເທດ​ອື່ນ​ໃນ​ອາ​ຊ້ຽນ ໃນ​ການ​ນຳ​ໃຊ້ສະ​ກຸນ​ເງິນ ​ຂອງ​ໂຕ​ເອງ ເພື່​ອ​ຈຸດ​ປະ​ສົງ ​ທາງ​ດ້ານ​ການ​ຄ້າ.

ທະ​ນາ​ຄານ VTB ເຊິ່ງ​ເປັນ​ທະ​ນາ​ຄານ ຂອງ​ຣັ​ຖບານ​ຣັສ​ເຊັຽ ໄດ້​ອະ​ນຸ​ຍາດໃຫ້ ​ມີ​ການ​ໂອນ​ເງິນ ໄປ​ວຽດ​ນາມ ໃຫ້​ເປັນ​ເງິນ​ດົງ ເຊິ່ງ​ເປັນ​ສະ​ກຸນ​ເງິນ​ວຽດ​ນາມ ເຣີ່ມ​ແຕ່​ວັນ​ທີ 25 ກໍ​ຣະ​ກະ​ດາ 2022. ນີ້​ຈະ​ເຮັດ​ໃຫ້​ປະ​ເທດ​ວຽດ​ນາມ ແລະ ຣັ​ສ​ເຊັຽ ສາ​ມາດ ອຳ​ນວຍ​ຄວາມ​ສະ​ດວກ ແລະ ດຳ​ເນີນ​ທຸ​ຣະ​ກິ​ຈ ຢ່າງ​ເຕັມທີ່ ຢູ່​ຕ​ລາດ​ແຕ່​ລະ​ແຫ່ງ ອີງ​ຕາມ​ການ​ຣາຍ​ງານ​ ຂອງ​ສຳ​ຂ່າ​ວ​ວຽດ​ນາມ.

ເປັນ​ຜົ​ລ​ມາ​ຈາກ ລະ​ບົບ​ທາງ​ການ​ເງິນ​ ຂອງ​ຣັສ​ເຊັຽແບບ SWIFT ຖືກ​ຍົກ​ເລີກ, ທຸ​ຣະ​ກິ​ຈ ​ຣັສ​ເຊັຽ ແລະ ຄູ່​ຮ່ວມ​ທຸ​ຣະ​ກິ​ຈ ໄດ້ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຫຼັງ​ຈາກ​ທີ່​ຖືກ​ບັນ​ດາ​ ປະ​ເທດ​ຕາ​ເວັນ​ຕົກ ຄວ້ຳ​ບາດ​ທາງ​ດ້ານ​ການ​ເງິນ ແລະ ການ​ຈ່າຍ​ເງິນ​ ທີ່​ກ່ຽວ​ພັນ​ກັບ​ການ​ຄ້າ​ຂາຍ, ອີງ​ຕາມຄຳ​ໃຫ້​ສັມພາດ​ ຂອງ​ ທ່ານ ແດ​ນິ​ຢາ ອາ​ກາ​ຊິບ (Daniyar Akkaziev) ເຈົ້າ​ໜ້າ​ທີ່​ ສະ​ພາ​ທຸ​ຣະ​ກິ​ຈ ຣັສ​ເຊັຽ-ອາ​ຊ້ຽນ.

ທ່ານ ແດ​ນິ​ຢາ ອາ​ກາ​ຊິບ (Daniyar Akkaziev) ກ່າວ​ວ່າ: “ສິ່ງ​ດັ່ງ​ກ່າວ​ເປັນ​ໂຕ​ຍູ້​ດັນ ໃຫ້​ພວກ​ເຮົາ​ໄດ້​ຄິດກ່ຽວກັບ ​ການ​ໃຊ້​ເງິນ​ສະ​ກຸນ​ຂອງ​ໂຕ​ເອງ ໃນ​ການຄ້າຂາຍ ແລະ ບາງ​ກົ​ລ​ໄກ ກ່ຽວ​ກັບ​ວ່າ ພວກ​ເຮົາ​ຈະ​ຄ້າ​ຂາຍ ໂດຍ​ການ​ນຳ​ໃຊ້​ສະ​ກຸນ​ເງິນ​ ຂອງ​ພວກ​ເຮົາ ແລະ ບາງ​ສະ​ກຸນ​ເງິນ ​ກັບ​ຄູ່​ພາ​ຄີ​ທີ່​ໃກ້​ຊິດ​ກັນ”.

ທ່ານ ແດ​ນິ​ຢາ ອາ​ກາ​ຊິບ (Daniyar Akkaziev) ໄດ້​ກ່າວ​ວ່າ ມັນ​ສຳ​ຄັນ​ ທີ່​ຈະ​ລິ​ເຣີ່ມ​ລະ​ບົບ​ການ​ຈ່າຍ ລະ​ຫວ່າງ ປະ​ເທດ​ຣັສ​ເຊັຽ ກັບບາງ​ປະ​ເທດ​ ໃນ​ອາ​ຊ້ຽນ ຍ້ອນ​ວ່າ ບໍ​ຣິ​ສັດ ຣັສ​ເຊັຽ ສົນ​ໃຈ​ໃນ​ການ​ເຮັດ​ທຸ​ຣະ​ກິ​ຈ ຢູ່ອ​າ​ຊ້ຽນ ຖ່າມ​ກາງທີ່​ປະ​ເທດ​ຣັສ​ເຊັຽ ​ຖືກ​ຄວ້ຳ​ບາດ ທາງ​ດ້ານ​ການ​ເງິນ.

ໃນ​ປີ 2014, ທະ​ນາ​ຄານ​ຂອງ​ຣັສ​ເຊັຽ ໄດ້​ຈັດ​ຕັ້ງ ບໍ​ຣິ​ສັດ ຮ​ວ່ມຮຸ້ນກ່ຽວ​ກັບ ລະ​ບົບການ​ຈ່າຍ​ເງິນແຫ່ງ​ຊາຕ ຫຼື NSPK ໂດຍ​ການ​ຈ່າຍ​ຜ່ານ​ບັດ Mir Card. ບໍ​ຣິ​ສັດ ຮ​ວ່ມຮຸ້ນກ່ຽວ​ກັບ ລະ​ບົບການ​ຈ່າຍ​ເງິນແຫ່ງ​ຊາຕ ຍັງ​ດຳ​ເນີນ​ການ ຜ່ານ​ລະ​ບົບການ​ຈ່າຍ​ເງິນ ທີ່​ປະ​ເທດ​ຣັສ​ເຊັຽ.

ຢ່າງ​ໜ້ອຍ​ມີ 11 ປະ​ເທດ ໄດ້​ຮວ​ມ​ກັນ ເພື່ອ​ສ້າງ​ລະ​ບົບ​ ການ​ຈ່າຍ​ເງິນດ້ວຍ ບັດ Mir Card. ມີ​ອີກ 15 ປະ​ເທດ ສະ​ແດງ​ຄວາມ​ສົນ​ໃຈ ໃນ​ການ​ເຮັດທຸ​ຣະ​ກັມ​ດັ່ງ​ກ່າວ ອີງ​ຕາມ​ການ​ຣາຍ​ງານ​ ຂອງ​ສື່ມວນ​ຊົນ​ ຣັສ​ເຊັຽ.

ໃນ​ວັນ​ທີ 1 ຕຸ​ລາ 2022, ມີ​ທະນາ​ຄານ 200 ປາຍ​ແຫ່ງ ທີ່​ເຂົ້າ​ຮ່ວມ​ ໃນ​ລະ​ບົບ​ການ​ຈ່າຍ​ເງິນ ​ແບບ​ໄວ ດ້ວຍ​ການ​ໃຊ້​ບັດ Mir Card ເຊິ່ງ​ມີ​ຍອດ​ມູນ​ຄ່າ​ເງິນ ​ທີ່​ໂອນ​ຜ່ານ​ລະ​ບົບ​ນີ້​ແມ່ນ 15 ຕື້ ຣູ​ໂບ້ ສະ​ກຸນ​ເງິນ​ຣັສ​ເຊັຽ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂຕ​ເລກນີ້ ຍັງ​ໄກ​ຈາກ ໂຕ​ເລກ​ທີ່​ໂອນ​ຜ່ານ​ ລະ​ບົບ​ສະ​ວິບ SWIFT ເຊິ່ງ​ລະ​ບົບສະ​ວິບ ມີທະ​ນາ​ຄານ​ເຂົ້າ​ຮ່ວມ 11,000 ແຫ່ງ ຍ້ອນ​ວ່າ ​ເປັນ​ລະ​ບົບ​ທີ່​ມີ​ຄວາມ​ປອດ​ພັຍ ແລະ ມີ​ລູກ​ຄ້າຢູ່​ຫຼາຍກວ່າ 200 ປະ​ເທດ ແລະ ເຂດ​ປົກ​ຄອງ​ຕົນ​ເອງ.

ບັນ​ດາ​ປະ​ເທດ ​ຕາ​ເວັນ​ຕົກ​ ລວມ​ທັງ​ສະ​ຫະ​ຣັ​ຖາ​ເມ​ຣິ​ກາ ສັ່ງ​ຄວ້ຳ​ບາດ​ຣັ​ສເຊັຽ ​ເກີດ​ຂຶ້ນ​ຫຼັງ​ຈາກທີ່​ ທ່ານ ວະ​ລາ​ເດ​ເມັຽ ປູ​ຕິນ ຜູ້​ນຳ​ຣັສ​ເຊັຽ ມີ​ຄຳ​ສັ່ງໃຫ້​ທະ​ຫານ​ຣັສ​ເຊັຽ ເຂົ້າ​ມາ​ບຸກ​ຍຶດ ​ປະ​ເທດ​ຢູ​ເຄ​ຣນ ທີ່​ເປັນ​ປະ​ເທດ​ເພື່ອນ​ບ້ານ ໂດຍ ໃຫ້​ເຫດ​ຜົນ​ວ່າ ມີ​ຄົນ​ທີ່​ໃຊ້​ພາ​ສາ​ຣັສ​ເຊັຽ ຢູ່​ປະ​ເທດ​ຢູ​ເຄ​ຣນ ຖືກ​ທະ​ຫານ​ຢູ​ເຄ​ຣນ​ກົດ​ຂີ່​ຂົ່ມ​ເຫງ, ແລະ ຜູ້​ນຳ​ຣັສ​ເຊັຽ ຍັງ​ອ້າງ​ເຖິງ ກໍ​ຣະ​ນີ ປະ​ເທດ​ຢູ​ເຄ​ຣນ ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ ອົງ​ການ​ສົນ​ທິ​ສັນ​ຍາ​ ປົກ​ປ້ອງ​ແອັດ​ແລນ​ຕິກ​ເໜືອ ຫຼື NATO.

ອົງ​ການ​ຂ້າ​ຫຼວງ​ໃຫຍ່​ ສະ​ຫະ​ປະ​ຊາ​ຊາຕ ໄດ້​ລົງ​ຄະ​ແນນ​ສຽງ ໃຫ້​ໂ​ຈະ ຫຼື ລະ​ງັບ​ບົດ​ບາດ ຂອງປະ​ເທດ​ຣັສເຊັຽ ຢູ່​ສະ​ພາ​ສິດ​ທິ​ມະ​ນຸ​ສ.

ການ​ລົງ​ຄະ​ແນນ​ສຽງ​ ໃຫ້ການໂຈະ​ ຫຼື ລະ​ງັບ​ບົດ​ບາດ ປະ​ເທດ​ຣັສ​ເຊັຽ ຢູ່​ໃນ ສະ​ພາ​ສິດ​ທິ​ມະ​ນຸ​ສ ໄດ້​ມີ​ຂຶ້ນ ໃນ​ວັນ​ທີ 7 ເມ​ສາ 2022 ຢູ່ ນະຄອນ ນິວຢັອກ (New York) ສະ​ຫະ​ຣັ​ຖ ​ອາ​ເມ​ຣິ​ກາ ຫຼັງ​ຈາກ​ທີ່ມີ​ການ​ກ່າວ​ຫາ​ວ່າ ທະ​ຫານ​ຣັ​ສເຊັຽ ໄດ້​ທຳ​ການ​ສັງ​ຫານ​ໝູ່ ປະ​ຊາ​ຊົນ​ຢູ​ເຄຣນ ຢູ່​ເມືອງ ບູຊາ (Bucha) ທີ່​ຢູ່​ໃກ້​ກັບ ນະ​ຄອນ​ຫລວງ ຄຽບ (Kyiv) ຂອງປະ​ເທດ ​ຢູ​ເຄຣນ, ອີງ​ຕາມ​ຂໍ້​​ມູນ ຈາກອົງ​ກາ​ນ​ ສະ​ຫະ​ປະ​ຊາ​ຊາດ ຫຼື United Nations.

ສໍ​າ​ນັກ​ຂ່າວ​​ຕ່າງ​ປະ​ເທດ ​ຫຼາຍ​ສຳ​ນັກ​ໄດ້​ຣາຍງານ​ວ່າ ມີການ​ສັງ​ຫານ ​ປະ​ຊາ​ຊົນ​ຢູ​ເຄຣນ ຫຼາຍ 100 ຄົນ ໂດຍ​ທະ​ຫານ​ຣັສ​ເຊັຽ ນັບ​ແຕ່​ວັນ​ທີ່ ທະ​ຫານ​ຣັສ​ເຊັຽ ເຣີ່ມ​ບຸກ​ເຂົ້າ​ຍຶດ​ເມືອງ ບູຊາ (Bucha).

ອົງ​ການ​ຂ້າ​ຫຼວງໃຫຍ່ ​ສະ​ຫະ​ປະ​ຊາ​ຊາຕ ມີ​ສະ​ມາ​ຊິກ​ທັງ​ໝົດ 193 ປະ​ເທດ, ໃນ​ນັ້ນ ​ມີ 93 ປະ​ເທດ ໄດ້ລົງ​ຄະ​ແທນ​ສຽງ​ເຫັນ​ດີໃຫ້​ໂຈະ ບົດ​ບາດ ຂອງຣັ​ສເຊັຽ ຢູ່​ໃນ​ສະ​ພາ​ສິ​ດ​ທິ​ມະ​ນຸ​ສ, ມີ 24 ປະ​ເທດ ເຊິ່ງ​ມີ​ປະ​ເທດ​ລາວ ຢູ່​ໃນ​ນັ້ນ ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ, ແລະ 58 ປະ​ເທດ ງົດ​ອອກ​ສຽງ.

ເຈົ້າ​ໜ້າ​ທີ່ ຢູ​ເຄຣນ ໄດ້​ຣາຍ​ງານ​ວ່າ ຢູ່ ເມືອງບູຊາ (Bucha), ເຈົ້າ​ໜ້າ​ທີ່​ໄດ້​ພົບ​ສົບ ພົ​ລ​ເຮືອນຫຼາຍ 100 ສົບ ລວ​ມ​ທັງສົບ ຢູ່ຖ​ນົນ ແລະ ຢູ່ຫຼຸມ​ຝັງ​ສົບ ຫຼັງ​ຈາກ​ທະ​ຫານ​ຣັສ​ເຊັຽ ໄດ້​ຖອນ​ອອກ​ໄປ​ຈາກ​ເມືອງ​ດັ່ງ​ກ່າວ.

ນ​ອກ​ຈາກນີ້, ສຳ​ນັກ​ຂ່າວ ວໍ​ຊິງ​ຕັ້ນ ໂພ​ສຕ໌ ໄດ້​ຣາຍ​ງານ​ວ່າ ຖ່າມ​ກາງ​ສົງ​ຄາມ ລະ​ຫວ່າງ ຣັສ​ເຊັຽ ກັບ ຢູ​ເຄຣນນັ້ນ​ ສະ​ແດງ ໃຫ້​ເຫັນ​ເຖິງ ຜົ​ລ​ກະ​ທົບທີ່​ເປັນ​ຕ່ອງ​ໂສ້ ຢູ່​ໃນກອງ​ປະ​ຊຸມທາງ​ດ້ານ​ເສ​ຖ​ກິຈ​ໂລກ ຫຼື World Economic Forum ຢູ່​ເມືອງ ດາ​ວອດ​ສ໌ ປະ​ເທດ​ວີ​ສ​ເຊີ​ແລນດ໌ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ໃນ​ຂ​ະ​ນະ​ທີ່ ຜູ້​ນຳ​ຫຼາຍ​ປະ​ເທດ ວິ​ຈານ​ ຣັສ​ເຊັຽ ທີ່ໃຊ້​ກຳ​ລັງ​ທະ​ຫານ ​ບຸກ​ຢູ​ເຄຣນ.

ໃນ​ການ​ປາ​ໄສ ຕໍ່​ບັນ​ກຸ່ມ​ນັກ​ການ​ເມືອງ ແລະ ຜູ້​ບໍ​ຣິ​ຫານ​ລະ​ດັບ​ສູງ, ພົນ​ເອງ ເຈັນສ໌ ສະໂຕລຕັນເບິຣ໌ກ (Jens Stoltenberg) ເລ​ຂາ​ທິ​ການ ອົງ​ການ​ສົນ​ທິ​ສັນ​ຍາ ປົກ​ປ້ອງແອັດ​ແລນ​ຕິກເໜືອ ຫຼື NATO ກ່າວ ວ່າ: "ມັນ​ເປັນ ໂຕ​ປ່ຽນ​ເກມ ໃນ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ ຂອງ ຢູ​ໂຣບ ແລະ ລະ​ບຽບ​ໂລກ​ທີ່​ກວ້າງ​ຂຶ້ນກວ່າ​ເກົ່າ."

ນ​ອກ​ຈາກນີ້, ທ່ານ ຍັງ​ກ່າວ ຕຳ​ນິຜູ້​ນຳ​ຣັສ​ເຊັຽ ວ່າ: “ເປັນ​ຄວາມ​ຜິດ​ພາດ​ໃຫຍ່ ຂອງ Vladimir Putin ຜູ້​ນຳ​ຣັສ​ເຊັຍ​ ທີ່​ໃຊ້​ກຳ​ລັງ​ທະ​ຫານ ຮຸກ​ຮານ ຢູ​ເຄຼນ”.