ຊາວສວນຢາງປ່ຽນປູກພືດ ອື່ນແທນ

ໄມຊູລີ
2016.01.20
F-Rubber ຕົວຢ່າງຂອງສວນຢາງພາຣາ ຖືກດຸດຖິ້ມ ແລ້ວໃຊ້ພື້ນທີ່ ປູກພືດອື່ນແທນ
RFA/VD

ເຈົ້າໜ້າທີ່ ຜແນກປ່າໄມ້ ແຂວງ ສວັນນະເຂດ ເປິດເຜີຍຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 19 ມົກກະຣາ ນີ້ວ່າ ປັຈຈຸບັນນີ້ ຊາວສວນ ຢາງພາຣາ ໃນຫຼາຍແຂວງ ຂອງລາວ ເຊົາປູກ ຢາງພາຣາ ແລ້ວ ໄປປູກພືດ ອື່ນແທນ ຕາມ ຄໍາແນະນໍາ ຂອງ ເຈົ້າໜ້າທີ່ ປ່າໄມ້ ເນື່ອງຈາກ ຣາຄາ ຢາງພາຣາ ຕົກຕໍ່າ ເຮັດໃຫ້ຄອບຄົວ ຂອງເຂົາເຈົ້າ ໄດ້ຮັບ ຄວາມລໍາບາກ ໄປຕາມໆກັນ ທ່ານວ່າ:

“ປັຈຈຸບັນ ນີ້ກໍບໍ່ໄດ້ມີ ຜູ້ປູກແລ້ວ ດຽວນີ້ ເຂົາເຊົາແລ້ວ ຈໍານວນນຶ່ງ ມັນ ກໍບໍ່ດີແລ້ວ ເຂົາ ກໍເຊົາເອງ ເຂົາ ກໍຢຸດກິຈ ຢຸດຫຍັງນີ້ລະ ມັນຣາຄາ ຕົກຕໍ່າ ເຂົາບໍ່ໄດ້ ສືບຕໍ່ນະ ອາຊີບຫລັກ ເຂົາກໍເຮັດນາ ເຮັດໃຮ່ ເຂົາກໍໄປຫາ ແນວໃໝ່ ເກັບຢາງບໍ່ໄດ້ ກໍໄປຫາ ແນວອື່ນ”.

ຣາຍງານວ່າ ຂອງທາງການ ຣະບຸວ່າ ປັຈຈຸບັນ ຣາຄາ ຢາງພາຣາ ໃນລາວ ຢູ່ ໃນຣະຫວ່າງ 3,000 ຫາ 3,500 ກີບ ຕໍ່ກິໂລກຣາມ ຊຶ່ງ ຫລຸດຈາກ ປີກາຍນີ້ ປະມານ 1 ພັນກີບ ຊຶ່ງ ທາງການລາວ ກໍ ບໍ່ສາມາດ ປັບຣາຄາໃຫ້ ສູງຂຶ້ນໄດ້ ແລະ ບໍ່ມີ ນະໂຍບາຍ ໃຫ້ເງິນ ອຸດໜູນ ແກ່ຊາວສວນ ຢາງພາຣາ ແຕ່ຢ່າງໃດ. ດັ່ງ ເຈົ້າໜ້າທີ່ ຜແນກປ່າໄມ້ ແຂວງບໍ່ແກ້ວ ກ່າວວ່າ:

“ເຣື້ອງຣາຄາ ຢາງ ຕົກຕໍ່າ ມັນກໍອິງຕາມ ທ້ອງຕລາດ ເນີ້ ຕລາດສາກົນ ເພິ່ນຊື້ຂາຍ ແນວໃດ ກໍແມ່ນຂາຍ ຕາມຕລາດຊື້ ເພາະວ່າ ຢູ່ເມືອງລາວ ມັນມີໂຮງງານ ຜລິດ ຢາງພາຣາ ຢ່າງຫຼວງຫຼາຍ”.

ຢ່າງໃດ ກໍຕາມ ຜົນຈາກ ຣາຄາ ຢາງພາຣາ ຕົກຕໍ່າ ຈົນເຮັດໃຫ້ ຊາວສວນ ຢາງພາຣາ ຫັນໄປປູກຜຶດ ອື່ນທົດແທນ ແລະ ບໍ່ໄດ້ສຶບຕໍ່ ການປູກ ຢາງພາຣາ ເຊັ່ນນີ້ ຈຶ່ງສົ່ງຜົນ ເຮັດໃຫ້ ພຶ້ນທີ່ ການປູກ ຢາງພາຣາ ທົ່ວ ປະເທດລາວ ຫລຸດລົງ ນອກຈາກນັ້ນ ຍັງ ສົ່ງຜົນໃຫ້ ພັກຣັຖ ໂຈະ ນະໂຍບາຍ ໃຫ້ ສັມປະທານ ທີ່ດິນເພື່ອ ປູກຢາງພາຣາ ໃຫ້ ກັບຫຼາຍ ບໍຣິສັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.