ລາຄາ ຢາງພາຣາ ຕົກຕ່ຳ, ບໍ່ເປັນເອກພາບ ໃນຫຼາຍແຂວງ
ຊາວສວນຢາງພາຣາ ໃນຫຼາຍແຂວງ ທາງພາກເໜືອ ຂອງປະເທດລາວ ຍັງປະສົບບັນຫາ ລາຄາຢາງພາຣາ ຕົກຕໍ່າ ແລະລາຄາບໍ່ເປັນເອກພາບກັນ ຕາມທີ່ສະມາຄົມ ຢາງພາຣາ ໄດ້ນໍານົດໄວ້, ແຕ່ພໍ່ຄ້າ, ແມ່ຄ້າຄົນກາງ ຊື້ໃນລາຄາ ປະມານ 8,000 ກີບຕໍ່ກິໂລກຣາມ ຊຶ່ງຖືກກົດລາຄາລົງ.
-
ສຸພັດຕາ
2022-10-21 -
-
-
Your browser doesn’t support HTML5 audio
ປັດຈຸບັນ ຊາວສວນຢາງພາຣາ ໃນຫຼາຍແຂວງ ໂດຍສະເພາະ ເຂດທາງພາກເໜືອ ຂອງປະເທດລາວ ຍັງປະສົບບັນຫາ ລາຄາຢາງພາຣາຕົກຕໍ່າ ແລະລາຄາບໍ່ເປັນເອກພາບ ຕາມທີ່ສະມາຄົມ ຢາງພາຣາ ໄດ້ນໍານົດໄວ້ວ່າ ການຮັບຊື້ຢາງພາຣາ ບໍ່ໃຫ້ຕໍ່າກວ່າ 10,000 ກີບຕໍ່ກິໂລກຣາມ ແລະຊາວສວນຢາງພາຣາ ຍັງຖືກພໍ່ຄ້າ, ແມ່ຄ້າຄົນກາງ ກົດລາຄາຕໍ່າສຸດ ຢູ່ທີ່ປະມານ 8,000 ກີບຕໍ່ກິໂລກຣາມ ກໍມີນໍ້າດ້ວຍ ເປັນຕົ້ນ ໃນແຂວງຫຼວງນໍ້າທາ ຢູ່ບາງທ້ອງຖິ່ນກໍມີພໍ່ຄ້າ, ແມ່ຄ້າ ມາຮັບຊື້ນໍ້າຢາງພາຣາ ລາຄາປະມານ 9,500 ກີບຕໍ່ກິໂລກຣາມ ເຊິ່ງເປັນລາຄາ ທີ່ຕໍ່າກວ່າ ສະມາຄົມຢາງພາຣາ ກໍານົດ. ບັນຫາດັ່ງກ່າວນີ້ ຊາວສວນຢາງພາຣາ ຫຼາຍຄົນ ກໍຢາກໃຫ້ທາງການ ແກ້ໄຂໃຫ້ເປັນເອກພາບ ເພາະໄລຍະນີ້ ເງິນກີບ ກໍອ່ອນຄ່າລົງຫຼາຍ.
ດັ່ງຊາວສວນຢາງພາຣາ ໃນແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 21 ຕຸລາ ນີ້ວ່າ:
“ຢູ່ແຂວງເຮົາ ກໍລາຄາຕໍ່າຫຼາຍ ນໍ້າຢາງຫັ້ນນ່າ ເຂົາບໍ່ໃຫ້ລາຄາສູງຫັ້ນນ່າ ແບບວ່າ ມີບໍຣິສັດເກັບຊື້ຫັ້ນເນາະ ມາຊື້ສ່ວນໂຕ ກະມີຫຼາຍຄົນຢູ່ເດ້ ປະມານ 9,500 ເນາະ ປາດຢາງກໍບໍ່ແມ່ນງ່າຍເນາະ ມັນຍາກເນາະ ກະເມື່ອຍຢູ່ ລາຄາກໍບໍ່ຖືກໃຈປານໃດ ກໍຢາກໃຫ້ລາຄາສູງຫັ້ນນ່າ ເພາະວ່າເງິນລາວເຮົາ ກໍຕໍ່າຫຼາຍຫັ້ນນ່າ ຂຶ້ນກັບຜູ້ເປັນເຈົ້າເປັນນາຍຫັ້ນເນາະ.”
ຂະນະທີ່ ຊາວສວນຢາງພາຣາ ໃນແຂວງໄຊຍະບູຣີ ທ່ານນຶ່ງໄດ້ກ່າວວ່າ ບາງທ້ອງຖິ່ນ ກໍມີພໍ່ຄ້າ, ແມ່ຄ້າຄົນກາງ ໄປຮັບຊື້ນໍ້າຢາງຕໍ່າສຸດ ໃນລາຄາປະມານ 8,000 ກີບຕໍ່ກິໂລກຣາມ ໂດຍເຂົາເຈົ້າ ໃຫ້ເຫດຜົລວ່າ ເປັນເຂດຫ່າງໄກສອກຫຼີກ ຕ້ອງໄດ້ຄິດໄລ່ ຄ່າຂົນສົ່ງ ແລະນໍ້າມັນເຊື້ອເພີງ:
“ມັນກໍແລ້ວແຕ່ເຂດເນາະ ມັນກໍມີ 8,000 ກີບ 10,000 ດຽວນນີ້ຖືກສຸດ ຈະຢູ່ປະມານ 8,000 ມັນຈະມີພໍ່ຄ້າຄົນກາງເນາະ ໄປເລາະເກັບຊື້ ນໍາແຕ່ລະເຂດຊຸມຊົນນ່າ ແລ້ວກະເອົາໄປສົ່ງໂຮງງານ ເຂົາເຈົ້າໄລ່ຫັກຂົນສົ່ງໄກ ຈາກໂຮງງານເດ້ ບ່ອນໃດທີ່ວ່າ ມັນໄກສອກຫຼີກຫຼາຍ ຄ່າສີ້ນເປືອງຫຼາຍ ເຂົາເຈົ້າກະຊິຊື້ຖືກລົງ.”
ຜູ້ຮັບຊື້ຢາງພາຣາ ທ່ານນຶ່ງກ່າວວ່າ ການຮັບຊື້ນໍ້າຢາງ ຂຶ້ນຢູ່ກັບແຕ່ລະເຂດ ບໍ່ມີການເປັນເອກພາບຢູ່ແລ້ວ ສ່ວນນຶ່ງ ກໍຄິດໄລ່ຄ່າຂົນສົ່ງ ເຊິ່ງບາງເທື່ອທີ່ຮັບຊື້ຢາງພາຣາ ໃນລາຄາຕໍ່າ ປະມານ 7,000-8,000 ກີບຕໍ່ກິໂລກຣາມນັ້ນ ກໍຍ້ອນວ່າ ຄຸນນະພາບຂອງຢາງບໍ່ເຕັມຮ້ອຍ:
“ອັນນີ້ມັນເຂດໃຜ ເຂດມັນເດີ້ ຢາງໂລ ລາຄາ 7,000-8,000 ເພາະວ່າ ເປັນຢາງຄຸນນະພາບ ບໍ່ເຕັມຮ້ອຍ ມັນມີຂີ້ເຫຍື້ອ ຫຼືວ່າອັນເປິະເປື້ອນຢູ່ທາງໃນຫັ້ນນ່າ.”
ນອກຈາກນີ້ ໃນແຂວງບໍ່ແກ້ວ ບາງບ່ອນກໍມີພໍ່ຄ້າ, ແມ່ຄ້າຄົນກາງ ໄປຮັບຊື້ນໍ້າຢາງພາຣາ ໃນລາຄາ 8,500 ກີບຕໍ່ກິໂລກຣາມ ແລະລາຄາກໍບໍ່ເກີນ 9,000 ກີບຕໍ່ກິໂລກຣາມ ຖືວ່າລາຄາກໍຍັງຕໍ່າກວ່າເກນ ທີ່ທາງສະມາຄົມ ຢາງພາຣາລາວກໍານົດ.
ສ່ວນແຂວງອຸດົມໄຊ ແລະ ແຂວງຫຼວງພຣະບາງ ກໍຍັງຖືວ່າມີບາງເຂດ ລາຄາຂອງຢາງພາຣາ ກໍຍັງຢູ່ຕາມເກນ ທີ່ທາງສະມາຄົມຢາງພາຣາລາວ ກໍານົດຢູ່ ຄື ປະມານ 10,000 ກີບຕໍ່ກິໂລກຣາມ.
ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງຫຼວງນໍ້າທາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ ປັດຈຸບັນ ບໍຣິສັດຂອງຄົນຈີນ ໄດ້ຮັບຊື້ຢາງພາຣາ ມີລາຄາປະມານ 9,800 ກີບຕໍ່ກິໂລກຣາມ ກໍຖືວ່າລາຄາຖືກ ລາວເອງ ມີພຽງແຕ່ສົ່ງເສີມດ້ານເທັກນິກໃນການປູກ ສ່ວນບັນຫາເຣື່ອງລາຄາຕົກຕໍ່ານີ້ ທາງເຈົ້າໜ້າທີ່ດ້ານການຄ້າ ແລະສະມາຄົມຢາງພາຣາຂອງລາວ ຈະເປັນຜູ້ສົ່ງເສີມແກ້ໄຂ ເຊິ່ງໃນຄວາມຄິດເຫັນຂອງທ່ານ ກໍຢາກໃຫ້ຢາງພາຣາ ມີລາຄາສູງຂຶ້ນເຖິງ 20,000 ກີບຕໍ່ກິໂລກຣາມ.
“ລາຄາ 9,800 ຜູ້ກໍານົດລາຄາ ແມ່ນການຄ້າຫັ້ນນ່າ ພວກເຮົານີ້ ມີແຕ່ສົ່ງເສີມເທັກນິກ ການປູກ ການລ້ຽງ ເຮັດຫຍັງບໍ່ໄດ້ແລ້ວ ພວກເຮົານີ້ ຢາກໃຫ້ມັນຂຶ້ນ ກິໂລ 20,000 ພຸ້ນແລ້ວ ຈໍາເປັນເຂົາກະຂາຍ ບໍ່ຈໍາເປັນ ເຂົາກະປະໄວ້ຊັ້ນແລ້ວ.”
ທ່ານກ່າວຕື່ມວ່າ ພາຍໃນແຂວງຫຼວງນໍ້າທາ ມີການປູກຢາງພາຣາ ທັງໝົດ 40,000 ເຮັກຕ້າຣ໌ ໃນນັ້ນ ຂອງປະຊາຊົນ ປະມານ 70% ຂອງບໍຣິສັດຕ່າງໆ ປະມານ 30%.
ທາງດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງຊຽງຮ່ອນ ແຂວງໄຊຍະບູຣີ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ ປັດຈຸບັນ ການຮັບຊື້ກ້ອນຢາງພາຣາ ໃນແຂວງໄຊຍະບູຣີ ມີລາຄາປະມານ 8,200 ກີບຕໍ່ກິໂລກຣາມ ຖືວ່າຕໍ່າລົງ ເພາະກ່ອນໜ້ານີ້ ແມ່ນປະມານ 9,000-10,000 ກີບຕໍ່ກິໂລກຣາມ ເຊິ່ງແຕ່ລະທ້ອງຖິ່ນ ໃນແຂວງໄຊຍະບູຣີ ກໍບໍ່ໄດ້ຫ່າງກັນ ຫຼາຍພໍເທົ່າໃດ ສາເຫດຄິດວ່າ ອາຈເປັນຍ້ອນຄ່າ ຂົນສົ່ງນໍາດ້ວຍ ແລະຕລາດກໍບໍ່ໄດ້ກວ້າງຫຼາຍ:
“ຊ່ວງນີ້ລາຄາຢາງລົງອີກ ເຫຼືອຢູ່ 8,200 ແຕ່ກ່ອນນີ້ ລາຄາຈະໄດ້ຢູ່ທີ່ ປະມານ 9,000 ປາຍ 10,000 ແຕ່ລະທ້ອງຖິ່ນ ລາຄາກໍບໍ່ໂຕນກັນຫຼາຍ ຫຼຸດລື່ນກັນໜ້ອຍນຶ່ງ ຄ່າຂົນສົ່ງມັນຈະແພງກວ່າກັນ ທາງກໍເປັນພູດອຍ ບາດນີ້ເຮົາກະບໍ່ມີຕລາດ ທີ່ວ່າຈະເປີດກວ້າງ.”
ພ້ອມດຽວກັນນີ້ ເຈົ້າໜ້າທີ່ ສະມາຄົມຢາງພາລາ ໃນລາວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວກ່ຽວກັບ ເຣື່ອງດັ່ງກ່າວນີ້ວ່າ ທາງການໄດ້ກໍານົດ ລາຄາຮັບຊື້ຢາງພາຣາ ເປັນເອກພາບແລ້ວ ບໍ່ໃຫ້ຕໍ່າກວ່າ 10,000 ກີບຕໍ່ກິໂລກຣາມ ສ່ວນເຣື່ອງພໍ່ຄ້າ, ແມ່ຄ້າຄົນກາງ ທີ່ກົດລາຄາຮັບຊື້ ຢາງພາຣານັ້ນ ກໍກໍາລັງແກ້ໄຂຢູ່ຢ່າງຕໍ່ເນື່ອງ ແລະຖ້າຫາກຜູ້ໃດ ຕ້ອງການຮັບຊື້ຢາງພາຣາ ກໍຕ້ອງເຮັດໜັງສືໃຫ້ຖືກຕ້ອງ ກ່ອນຈະໄປຮັບຊື້ຢາງພາຣາ:
“ດຽວນີ້ ລາຄາຢາງພາຣາຢູ່ລາວ ກໍບໍ່ຫຼຸດ 10,000 ກີບເດ້ ບາງບ່ອນກໍຂາຍໄດ້ 11,000 ປາຍ ອັນນີ້ ກໍມີຈໍານວນນຶ່ງແລ້ວ ກໍປັ່ນປ່ວນ ບໍ່ວ່າຢູ່ໃສດອກ ເຣື່ອງລາຄາ ເຣື່ອງແກ່ງແຍ່ງກັນນີ້ ແກ້ຕລອດມານີ້ນ່າ ດຽວນີ້ພວກເຮົາ ກໍມີມາຕການເດັດຂາດລະ ຜູ້ທີ່ຮັບອະນຸຍາດໃຫ້ຊື້ ຕ້ອງແມ່ນກວດກາຄັກແນ່.”
ໃນວັນທີ 10 ມີນາ 2021 ທີ່ຜ່ານມາ, ທ່ານ ພົງສະຫວັນນ ສິດທິວົງ ເຈົ້າແຂວງ ແຂວງໄຊຍະບູຣີ ກໍຣາຍງານວ່າ ທົ່ວເມືອງຊຽງຮ່ອນ ແຂວງໄຊຍະບູຣີ ມີເນື້ອທີ່ປູກຢາງພາຣາ ປະມານ 5,000 ເຮັກຕ້າຣ໌, ໃນນັ້ນ ສາມາດປາດນໍ້າ ເອົາຢາງໄດ້ແລ້ວ 3,560 ເຮັກຕ້າຣ໌ ແລະເນື້ອທີ່ປູກໃໝ່ ໃນປີ 2020-2021 ນີ້ ປະມານ 220 ເຮັກຕ້າຣ໌.
ອີງຕາມການຣາຍງານ ຂອງ ສູນວິຈັຍ ກະເສຕນານາຊາຕ ອອສເຕຣເລັຽ ຫຼື Australian Center for International Agricultural Research (ACIAR) ຂະບວນການ ເພາະປູກ ສວນຢາງພາຣາ ໃນປະເທດລາວວ່າ ເນື້ອທີ່ປູກຢາງພາຣາ ໃນປະເທດລາວ ປີ 2020. ສໍາລັບປະເທດລາວ ມີການປູກຢາງພາຣາ ຄອບຄຸມເນື້ອທີ່ ປະມານ 275,000 ເຮັກຕ້າຣ໌ ຫຼື ຄິດເປັນ 58% ຂອງພື້ນທີ່ ປ່າຜລິຕທັງໝົດ. ໃນນີ້ ເປັນເນື້ອທີ່ ສັມປະທານ ຈາກຣັຖບານລາວ ປະມານ 210,700 ເຮັກຕ້າຣ໌ ໂດຍເຮັດເປັນສັນຍາ ລະຫວ່າງ ຊາວກະສິກອນ ກັບບໍຣິສັດຕ່າງໆ ແລະຢູ່ພາຍໃຕ້ການສັມປະທານ ຈາກຣັຖບານ.