ດິນຊາວບ້ານຖືກສໍາປະທານ ປູກຢາງ

ຈໍາປາທອງ
2017.08.31
F-Rubber ພື້ນທີ່ດິນ ທີ່ປູກຢາງພາຣາ ແລ້ວດຸດຖິ້ມ ຍ້ອນຣາຄາຢາງຕົກຕໍ່າ ປ່ຽນເປັນສວນປູກກ້ວຍ ແລະ ປະຈຸບັນກໍມີຄໍາສັ່ງ ຫ້າມປູກກ້ວຍ
RFA/VD

ຫຼາຍປີຜ່ານມານີ້ ຣັຖບາລລາວ ອະນຸມັດໃຫ້ ຈີນແລະວຽດນາມ ສຳປະທານດິນ ຫຼາຍພັນເຮັກຕາ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ເພື່ອປູກຢາງພາຣາ ຊຶ່ງໃນນັ້ນດິນສ່ວນໃຫຍ່ ເປັນດິນຂອງປະຊາຊົນ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ແຂວງສະຫວັນນະເຂດ ຜູ້ຂໍສງວນຊື່ ໃນວັນທີ 30 ສິງຫາ ນີ້:

"ສ່ວນຫລາຍ ບໍຣິສັດຈີນ ເຂົ້າມາກັບວຽດນາມ ຫລາຍເຫັກຕາເຕີບ ຫັ້ນແຫລະ ເປັນພັນ ພຸ້ນແຫລະ ບໍຣິສັດດວງຕາເວັນ ນີ້ກໍ 2-3 ພັນ ເຮັກຕາ ພຸ້ນແຫລະ ຍົງຊຽງນີ້ ບໍຣິສັດ ຍຸຍບາວ ນີ້ຢາງພາຣາ ນີ້ນະ ມີຜົລກະທົບຫລາຍ ອັນນີ້ ກໍແກ້ໄຂບັນຫາ ເລື້ອຍໆນີ້ແຫລະ ທີ່ຜ່ານ ມາຫັ້ນນະ ໄດ້ແກ້ໄຂບັນຫາ ຫລາຍ ຕົວໃດມັນ ກວມດິນຊາວບ້ານ ກໍເຮົາກໍໄດ້ ຈົ່ງໃຫ້ຊາວບ້ານ ທໍາການຜລິດຄືເກົ່າ ແລ້ວກໍຊົດເຊີຍໃຫ້ ເຂົາບາງເຂດ ຫັ້ນນະ".

ທ່ານເວົ້າວ່າ ບໍຣິສັດທີ່ວ່ານັ້ນ ມີທັງໝົດປະມານ 10 ບໍຣິສັດ ທີ່ໄດ້ຮັບການສຳປະທານ ຈາກທາງການລາວ ໃນກຳນົດ ບໍ່ຕ່ຳກວ່າ 20 ປີ ແລະສຳປະທານ ຕັ້ງແຕ່ ຫລາຍຮ້ອຍເຮັກຕາ ໄປຈົນເຖິງ ຫລາຍພັນເຮັກຕາ ເຮັດໃຫ້ເຈົ້າໜ້າທີ່ ຈາກສູນກາງທີ່ໄປເກັບກຳ ຂໍ້ມູນກ່ຽວກັບ ເນື້ອທີ່ ໃຫ້ສຳປະທານ ປູກຢາງພາຣາ ທີ່ກວມເອົາດິນ ຂອງປະຊາຊົນນັ້ນ ມັກຜິດພາດ. ດັ່ງທີ່ ທ່ານກ່າວວ່າ:

"ເວລາທາງກະຊວງ ມາຈັບຈີພີແອສ ແລ້ວກໍອອກແຜນທີ່ ມັນສໍາຣວດ ຍັງບໍ່ລະອຽດນະ ຂະເຈົ້າກໍແຕ້ມແຜນທີ່ ອອກມາແລ້ວ ບາດລົງບຸກ ເບີກຕົວຈິງ ແລ້ວແມ່ນດິນ ຂອງ ປະຊາຊົນ ຖືກຫລາຍຫັ້ນແຫລະ ຜ່ານມາ ກໍບາງບໍຣິສັດ ກໍປະຫັ້ນແຫລະ ຕົວໃດມັນ ຖືກ ບາງບໍຣິສັດ ກໍໄດ້ຊົດເຊີຍ ນັ້ນແຫລະ ສົມມຸດ ຖືກນາເຂົາເຈົ້າ ກໍເອົາຂໍ້ມູນ ຕົວຈິງວ່າເທົ່າໃດ ເຂົ້າປີນຶ່ງ ຣາຍຮັບໃນຫັ້ນ ໄດ້ຫລາຍປານໃດ ເຂົາກໍໄລ່ ຕາມຕົວຈິງ ຫັ້ນແຫລະນໍ".

ສຳລັບຄ່າຊົດເຊີຍ ຄວາມເສັຍຫາຍ ທີ່ປະຊາຊົນເສັຍດິນໄປນັ້ນ ທາງການ ສປປລາວ ແກ້ໄຂໄປຫລາຍສົມຄວນ ແຕ່ໃຫ້ແຕ່ຜູ້ ທີ່ມີໃບຕາດິນ ຖາວອນເທົ່ານັ້ນ. ສ່ວນວ່າຜູ້ບຸກເບີກ ທີ່ດິນ ເພື່ອທຳການຜລິດ ນັ້ນແມ່ນບໍ່ໄດ້ ຍັງຢູ່ໃນການ ພິຈາຣະນາ ຂອງທາງສູນກາງ ຢູ່. ດັ່ງເຈົ້າໜ້າ ທີ່ ກະຊວງຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ເວົ້າວ່າ:

"ບໍ່ມີໃບຕາດິນເຮົາກໍບໍ່ມີສິດ ໃບຕາດິນນັ້ນເປັນໃບ ເຮົາເປັນເຈົ້າຂອງດິນຕອນນີ້ ເຮົາສາມາດເຮັດ ອິຫຍັງກັບມັນກໍໄດ້ ຖ້າເຮົາບໍ່ມີນໍ ແມ້ແຕ່ ເປັນໃບນໍາໃຊ້ ຖ້າເປັນ ໃບນໍາໃຊ້ ຣັຖສາມາດ ຈະເອົາຄືນໄດ້ທຸກເມື່ອ ໃນເວລາທີ່ ຣັຖ ມີຄວາມຕ້ອງການ ດິນທີ່ເຮົາໃຊ້ ຢູ່ຫັ້ນເນາະ ເຈົ້າ ບໍ່ແມ່ນເຈົ້າຂອງ ແຄ້ມີສິດ ໄປນໍາໃຊ້ມັນຊື່ໆ".

ພື້ນທີ່ທາງການ ໃຫ້ສຳປະທານ ທີ່ກວມເອົາດິນ ຂອງປະຊາຊົນນັ້ນ ແມ່ນຢູ່ໃນເຂດບ້ານສະເວດ ແລະບ້ານລາດ ຍັງບໍ່ສາມາດ ແກ້ໄຂໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.