ຂ.ບໍ່ແກ້ວ ຕໍ່ສັນຍາເຊົ່າດິນ ປູກ ຢາງພາຣາ
2020.01.14
ແຂວງບໍ່ແກ້ວ ອະນຸຍາດໃຫ້ ບໍຣິສັດ ເອກກະຊົນຈີນ ສັມປະທານ ທີ່ດິນຂອງຣັຖ 2 ໂຄງການ ປູກຢາງພາຣາ ຢູ່ເມືອງເມິງ ມູນຄ່າລົງທຶນ 3 ລ້ານ 5 ແສນ ດອນລາ ສະຫະຣັຖ ໃນເນື້ອທີ່ ທັງໝົດ 780 ກວ່າ ເຮັກຕາ ໂດຍມີອາຍຸ 30 ປີ ເປັນຂອງຄົນຈີນ ເຂົ້າມາລົງທຶນໄດ້ ຫລາຍສິບປີແລ້ວ ຈິ່ງຂໍ ສັມປະທານຕໍ່ ອິງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ແຜນການ ແລະ ການລົງທຶນ ແຂວງບໍ່ແກ້ວ ທ່ານນື່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 14 ມົກຣານີ້:
“ໂຕນີ້ມັນເປັນໂຄງການ ທີ່ເຂົາເຈົ້າໄດ້ເຮັດມາກ່ອນແລ້ວ ໄດ້ລົງທຶນມາກ່ອນແລ້ວ ແຕ່ວ່າມັນບໍ່ສອດຂ່ອງກັບກົດໝາຍ ລາວເຮົາ ໃຫ້ມາ ປັບປຸງການຕັດແກ້ ສັນຍາຄືນໃໝ່ ເລີຍຫັນເຂົ້າມາເປັນງົບສັມປະທານ ກັບໂຄງການຮ່ວມມື ເປັນການຮ່ວມມື ຂອງຣັຖບານລາວ ກັບ ຣັຖບານຈີນ ເທົ່ານີ້ ເຂົາເຮັດນໍາເຮົາປະມານ 700-800 ເຮັກຕາ ນີ້ຫລະ.”
ທ່ານເວົ້າວ່າ ສອງໂຄງການ ທີ່ເຂົ້າມາ ລົງທຶນນີ້ ໂຄງການ ທີ່ 1 ຢູ່ ບ້ານຫ້ວຍຮໍ້ ມີ ເນື້ອທີ່ 320 ກ່ວາ ເຮັກຕ່າ, ໂຄງການ ທີ່ ສອງ ຢູ່ ກຸ່ມບ້ານເຜົາດໍາ ບ້ານຜາຂາວ ບ້ານດອນມູນ ບ້ານຫ້ວຍສ້ານ ບ້ານຈອມແຈ້ງ ແລະ ບ້ານປຸງເລາະ ມີເນື້ອທີ່ 460 ກ່ວາ ເຮັກຕ່າ ແລະວ່າ ການໃຫ້ສັມປະທານແກ່ ບໍຣິສັດດັ່ງກ່າວນີ້ ເປັນໂຄງການນື່ງ ທີ່ຈະສ້າງວຽກເຮັດ ງານທໍາ ໃຫ້ແກ່ ປະຊາຊົນໃນເຂດ ດັ່ງກ່າວ, ແຕ່ປັຈຈຸບັນ ຣາຄາຢາງພາຣາ ຢູ່ແຂວງບໍ່ແກ້ວ ຢູ່ຂັ້ນຕໍ່າ ຄື ກິໂລນື່ງ ປະມານ 4,500 ຫາ 5,500ກິບ:
“ຢູ່ໃນສັນຍາ ເຮົາໄດ້ດັດແກ້ ຄືນໃໝ່ໝົດ ເມື່ອກ່ອນ ມັນເວົ້າແຕ່ ໃນຣາຄາກາງ ກັບຣາຄາສູງ ພວກເຮົາກໍໄດ້ເວົ້າ ເຣື້ອງ ຣາຄາຕໍ່າ ກໍານົດຣາຄາ ຕໍ່າສຸດກໍຢູ່ ໃນຣະຫວ່າງ 3 ພັນ ຫ 3 ພັນປາຍ, ຣາຄາສູງສຸດ ກໍຢູ່ຣະຫວ່າງ 7 ພັນປາຍກີບ ຕໍ່ກິໂລ. ປັຈຈຸບັນ ຣາຄາ ຢາງພາລະ ມັນຢູ່ໃນຣະຫວ່າງ ຫ້າພັນ ຫ້າ ສີ່ພັນປາຍ ຣາຄານີ້ ຣາຄາຫລຸດແລ້ວ ຣາຄາຕໍ່າ.”
ແຕ່ກ່ອນ ໃນທົ່ວປະເທດ ມີພື້ນທີ່ປູກຢາງ ພາຣາ ເຖິງ 2 ແສນ ເຮັກຕ່າຣ໌, ໂດຍສະເພາະ ແຂວງບໍ່ແກ້ວ ມີປະມານ 7,000 ເຮັກຕ່າ ຊື່ງໃນພາກເໜືອ ສ່ວນຫລາຍ ກໍເປັນການລົງທຶນ ຂອງຈີນ ແຕ່ປັຈຈຸບັນ ການປູກຢາວພາຣາ ໄດ້ຫລຸດລົງ ຫລາຍ ຍ້ອນຣາຄາຕົກຕໍ່າ.