ພົບສາງໄມ້ຂະຍຸງຢູ່ພາກເໜືອ

ສິດນີ
2015.06.25
F-Logs ສາງໄມ້ຂະຍຸງ ຢູ່ ພາກເໜືອ ຂອງ ສປປ ລາວ
RFA/NY

ປະຊາຊົນ ທີ່ ບ້ານ ນາເຕີຍ ເມືອງ ຫລວງນ້ຳທາ ແຂວງ ຫລວງນ້ຳທາ, ໄດ້ ຣາຍງານ ຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ, ມີການ ທ້ອນໂຮມ ໄມ້ ຂະຍຸງ ຢ່າງ ຫຼວງຫຼາຍ ເພື່ອ ຕຣຽມ ຂົນສົ່ງ ໄປ ຈີນ. ທ່ານ ວ່າ ໃນປີ 2014 ຜ່ານມາ ການ ຄ້າຂາຍ ໄມ້ ຂະຍຸງ ອອກໄປ ຈີນ ມີ ຈຳນວນ ໂດຍ ສະເລັ່ຽ ເຖິງ 2 ພັນ ຕັນ. ໄມ້ ທັງໝົດ ແມ່ນ ມາຈາກ ຫຼາຍ ແຂວງ ຮວມກັນ, ສ່ວນໃຫຽ່ ຈະ ມາຈາກ ແຂວງ ພາກໃຕ້ ແລະ ບາງສ່ວນ ມາຈາກ ປະເທດ ໄທ.

ກຸ່ມ ພໍ່ຄ້າ ໄດ້ ຊື້ໄມ້, ແລ້ວ ເອົາມາໂຮມ ກັນໄວ້ ໃນ ກຸດັງ ຫລື ສາງ, ກ່ອນຈະ ທະຍອຍ ສົ່ງອອກ ໄປ ຈີນ. ດັ່ງ ສາງ ກຸດັງ ທີ່ ບ້ານ ດອນໜູນແລ, ຊຳເຄ້ ແລະ ຫລັກ 8. ການ ຂົນໄມ້ ຂະຍຸງ ຕ້ອງໄດ້ ໃຊ້ເງິນ ຄັ້ງລະ 10 ພັນ ໂດລາ. ການ ຜ່ານດ່ານ ແຕ່ລະ ຈຸດ ຕ້ອງໄດ້ ຈ່າຍ ໃຫ້ ເຈົ້າໜ້າທີ່, ບາງຄັ້ງ ຣົດ ຂົນສົ່ງ ໄມ້ ຕ້ອງ ຊອກ ບ່ອນຈອດ ຣະຫວ່າງ ທາງ ເພື່ອ ຫີຼກ ດ່ານກວດ ສຳຄັນ ແລ້ວ ຈຶ່ງ ເດີນທາງ ຕໍ່ໄປ.

ແຫລ່ງຂ່າວ ແຈ້ງວ່າ ໄມ້ ຂະຍຸງ ທີ່ ຕົກ ຣາຄາ ແມ່ນຄ້າງ ຢູ່ ສາງ ກຸດັງ ນາເຕີຍ. ມີ ສາງ ໃຫຽ່ ຫຼາຍ ສາງ ຢູ່ ເມືອງ ບໍ່ຫານ, ດັ່ງ ສາງ ຈັງເອີ ສາງ ນົກຍຸງ ສາງ ຈິງຈີ, ສາງ ຕາເຫວີຍ, ສາງ ຊັງຢອງ, ຊິປູ. ໃນ ປັດຈຸບັນ ມີ ໄມ້ຂະຍຸງ ປະມານ 9 ແສນ ທ່ອນ ຍັງ ຄ້າງຢູ່ ສາງ ບໍ່ຫານ, ໂດຍ ເສັຽຄ່າ ຝາກ ຫຼາຍແສນ ໂດລາ. ໄມ້ ດັ່ງກ່າວ ເປັນ ຂອງ ລູກຊາຍ ການນຳ ຣະດັບ ກົມການເມືອງ ສູນກາງ ພັກ ທ່ານນຶ່ງ.

ນັກ ຂ່າວ ເອເຊັຽ ເສຣີ ໄດ້ ສອບຖາມ ໄປຍັງ ເຈົ້າໜ້າທີ່ ກ່ຽວຂ້ອງ ປະຈຳ ແຂວງ, ແຕ່ທ່ານ ຕອບວ່າ ບໍ່ຮູ້ ເຣື້ອງ ນີ້. ທ່ານ ເວົ້າວ່າ:

"ອັນນີ້ ເຮົາຊິ ບໍ່ຮູ້ນຳ ກອງ ກວດກາ ປ່າໄມ້ ນ່າ ພວກເຮົາ ເຣື້ອງ ການ ຄຸ້ມຄອງ ອັນນັ້ນ ແມ່ນເວົ້າ ເຣື້ອງ ການ ກວດກາ ມັນ ຊິແມ່ນ ພວກ ພາສີ ພວກ ກອງ ກວດກາ ປ່າໄມ້".

ໃນ ຂນະ ດຽວກັນ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ສອບຖາມ ທ່ານ ຄຳພຸດ ພັນດານຸວົງ ຫົວໜ້າ ກົມ ກວດກາ ປ່າໄມ້, ແຕ່ ທ່ານ ຕອບວ່າ ບໍ່ທັນມີ ຂໍ້ມູນ ໃນ ເຣື້ອງ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.