ຄະດີລັກຊັພຢູ່ວຽງຈັນ ເພີ້ມຂຶ້ນ
2014.02.27
ຄະດີລັກຊັບຕາມບ້ານເຮືອນປະຊາຊົນ ໃນເມືອງໃຫຍ່ຕ່າງໆຂອງລາວ ມີຫລາຍກວ່າຄະດີອື່ນໆໃນປີ 2013 ຜ່ານມາໃນຂະນະດຽວກັນ ຢູ່ນະຄອນຫລວງວຽງຈັນກໍມີການງັດແງະ ເຂົ້າໄປບໍຣິສັດຕ່າງໆເພື່ອລັກເອົາເງິນຄໍາທີ່ຢູ່ໃນຕູ້ເຊຟເຮັດໃຫ້ເຈົ້າໜ້າທີ່ຕ້ອງເຮັດວຽກໜັກ ຂຶ້ນກວ່າເກົ່າ.ຕາມຄໍາເວົ້າຂອງເຈົ້າໜ້າທີ່ ປ້ອງກັນຄວາມສງົບ ທ່ານນຶ່ງໃນວັນທີ 26 ກຸມພາ 2014:
"ເຂົ້າງັດເຮືອນແດ່ນ່າ ງັດບັນດາບໍຣິສັດ ງັດຕູ້ເຊຟ ງັດຕູ້ເອົາເງິນເອົາຄໍາ ນີ້ລະ".
ການລັກຊັບຕາມບ້ານເຮືອນປະຊາຊົນແລະໃນບໍຣິສັດນັ້ນ ທ່ານວ່າເຈົ້າຂອງເຮືອນຫລືເຈົ້າຂອງບໍຣິສັດຕ້ອງເພີ່ມຄວາມຣະມັດລະວັງ ໃຫ້ຫລາຍຂຶ້ນເປັນພິເສດເພາະສ່ວນໃຫຍ່ ເກີດຂຶ້ນຍ້ອນຄົນຮ້າຍໄດ້ຄອຍຕິດຕາມການເຂົ້າອອກຂອງຜູ້ເປັນເຈົ້າຂອງກ່ອນທີ່ຈະລົງມື ກໍ່ເຫດ,ເມື່ອເຈົ້າຂອງບໍ່ຢູ່.
ໜັງສືພິມລາວພັທນາຣາຍງານວ່າເຫດງັດແງະຕູ້ເຊຟຄັ້ງຫລ້າສຸດເກີດຂຶ້ນເມື່ອວັນທີ 17 ກຸມພາ 2014 ຢູ່ບໍຣິສັດແຫ່ງນຶ່ງໃນບ້ານ ໜອງດ້ວງເມືອງສີໂຄດຕະບອງນະຄອນຫລວງວຽງຈັນ,ຄົນຮ້າຍໄດ້ເງິນໄປ 6 ລ້ານກີບປຶ້ມເຊັກເງິນ 18 ຫົວແລະໃບຕາດິນທີ່ລູກຄ້າ ເອົາມາຈໍານຶ່ງຊຸດ.ຕາມຂໍ້ມູລຂອງກະຊວງປ້ອງກັນຄວາມສງົບວ່າໃນປີ 2013 ທົ່ວປະເທດລາວມີທັງໝົດ 2892 ຄະດີ.ໃນນັ້ນຫຼາຍ ກວ່າເຄິ່ງນຶ່ງເປັນຄະດີລັກຊັພປະຊາຊົນ.ຊັພສິນທີ່ຄົນຮ້າຍໄດ້ໄປສ່ວນໃຫຍ່ແມ່ນເງິນ.ນອກຈາກເງິນແລ້ວກໍແມ່ນຣົດຈັກຊຶ່ງໃນເດືອນ ກຸມພານີ້ສະເພາະຢູ່ນະຄອນຫລວງວຽງຈັນ ເຈົ້າໜ້າທີ່ສາມາດຍຶດຣົດຈັກຄືນມາໄດ້38ຄັນແລະຈັບຄົນຮ້າຍໄດ້4ຄົນແຕ່ລະຄົນເຄີຍ ເຮັດວຽກເປັນກັມກອນກໍ່ສ້າງໃນໂຄງການຕ່າງໆ.