ທາງໄຊຍະບູຣີຫຼວງພຣະບາງ

ມະນີຈັນ
2015.08.19
F-road ເສັ້ນທາງ ເມືອງຫົງສາ ແຂວງ ໄຊຍະບູຣີ ຊຶ່ງ ເປັນ ເສັ້ນທາງ ຈະສ້າງ ເຊື່ອມຕໍ່ ໄປແຂວງ ຫຼວງພຣະບາງ
RFA/NY

ຈາກ ກໍຣະນີ ທີ່ມີຄົນ ເວົ້າວ່າ ການ ປະມູນ ກໍ່ສ້າງ ເສັ້ນທາງ ແຕ່ ເມືອງ ຫົງສາ ແຂວງ ໄຊຍະບູຣີ ໄປຫາ ເມືອງ ຈອມເພັດ ແຂວງ ຫຼວງພຣະບາງ, ມີ ຄວາມຍາວ 114 ກິໂລແມັດ ກວ້າງ ປະມານ 8 ແມັດ, ໂດຍ ຈະປູຢາງ 2 ຊັ້ນ, ມູນຄ່າ ໂຄງການ ທັງໝົດ ເກືອບ 2 ຕື້ບາດ (ສະກຸນ ເງິນໄທ) ຊຶ່ງ ເປັນເງິນ ກູ້ຢືມ ແລະ ເງິນຊ່ວຍ ເຫຼືອລ້າ ຈາກ ຣັຖບານ ແຫ່ງ ຣາຊອານາຈັກ ໄທ, ກໍຄື ສໍານັກງານ ຄວາມ ຮ່ວມມື ທາງດ້ານ ເສຖກິດ ກັບ ປະເທດ ເພື່ອນບ້ານ ຫລື NEDA.

ສິ່ງ ດັ່ງກ່າວ ເຮັດໃຫ້ ຫຼາຍຄົນ ສົງໄສ ວ່າ, ມູນຄ່າ ການກໍ່ສ້າງ ຂ້ອນຂ້າງ ສູງ, ແລະ ຍັງບໍ່ຮູ້ວ່າ ຂັ້ນຕອນ ການປະມູນ ນັ້ນ, ມີຄວາມ ໂປ່ງໄສ ຂນາດໃດ. ກ່ຽວກັບ ເຣື້ອງ ນີ້ ເຈົ້າໜ້າທີ່ ຂັ້ນສູງ ຂອງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ທ່ານນຶ່ງ, ຜູ້ທີ່ຂໍ ສງວນຊື່ ກໍໃຫ້ ເຫດຜົນວ່າ, ຂັ້ນຕອນ ປະມູນ ກໍເປັນໄປ ຕາມ ຫລັກຖານ ດັ່ງ ທ່ານ ກ່າວ ຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ:

"ຣາຄາ ປະມູນ ໄດ້ ປະມູນ ໄດ້ ເທົ່າໃດ ກະແມ່ນ ເອົາ ເທົ່ານັ້ນ, ຣາຄາ ທີ່ ສົມເຫດ ສົມຜົນ ຫັ້ນແຫຼະ ຣາຄາ ປະມູນ ຄັກແນ່ເດ້ ກະ ຫຼາຍເຕີບໄດ໋ ບໍຣິສັດ ໄທ ໄດ້ ເງື່ອນໄຂ ເຂົາເຈົ້າ ຕ້ອງເອົາ ບໍຣິສັດ ໄທ ໄດ໊ ແມ່ນລະ ເງິນກູ້ ເງິນ ຊ່ອຍ ເຫຼືອ ລ້າ ຕ້ອງແມ່ນ ບໍຣິສັດ ຂອງໄທ ຊື້ ສິນຄ້າ ກະຕ້ອງ 50 ເປີເຊັນ ມາຈາກ ໄທ".

ນອກຈາກ ນີ້ ຣາຄາ ປະມູນ ແລະ ກໍ່ສ້າງ ກໍຢູ່ໃນ ລາວ ປົກກະຕິ. ດັ່ງ ທ່ານ ກ່າວ ອີກວ່າ:

"ກວດນໍາ ເນດາກະ ໄດ້ ນີດາ ເພີ່ມຮັບຜິດ ຊອບເດ້ ເລື້ອງນີ້ ເລື້ອງ ອາຈ ຂຶ້ນກັບ ກະຊວງ ການ ເງິນ ຂອງໄທ ຄວາມ ໂປ່ງໄສ ກະຕາມ ນັ້ນແຫລະ, ເອົາ ກິໂລແມັດ ມາ ຫານ ໃຫ້ເບິ່ງ ຣາຄາ ຊໍ່ານັ້ນ ແຫລະກະ 300,000 ຫາ.400,000 ໂດລາ ຕໍ່ ກິໂລ ແມັດ  ກະ ໂອເຄ".

ສ່ວນ ມູນຄ່າ ຂອງ ໂຄງການ ກໍ່ສ້າງ ປະມານ 2 ຕື້ບາດ ນັ້ນ, ລວມມີ ເງິນ ກູ້ຢືມ ປະມານ 1.6 ຕື້ບາດ ແລະ ເງິນ ຊ່ວຍເຫຼືອ ລ້າ ປະມານ 400 ບາດ .ອີງຕາມ ຂໍ້ມູນ ຈາກ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ.

ພິທີ ເຊັນ ສັນຍາ ໂຄງການ ກໍ່ສ້າງ ເສັ້ນທາງ ດັ່ງກ່າວ ໄດ້ມີຂຶ້ນ, ໃນ ວັນທີ 13 ສິງຫາ ຢູ່ແຂວງ ຫຼວງພຣະບາງ ຊຶ່ງ ບໍຣິສັດ ທີ່ໄດ້ຮັບ ການປະມູນ ໃນ ຄັ້ງນີ້ ແມ່ນ ບໍຣິສັດ ຊໍທະວີ ຄອນສະຕຣັກຊັ້ນ ຈໍາກັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.