ລຸງ ທິດໄພ ຖືກລະເມີດ ສິດທິ: ກຸ່ມສິດທິມະນຸດ

ໄມຊູລີ
2019.11.12
F-Thidphay ທິດໄພ ທໍາມະວົງ ຖືກຈັບ ຢູ່ກອງບັນຊາການ ປກສ ເມືອງປາກກະດິງ ຍ້ອນບໍ່​ຍອມ​ ເຊັນ​ມອບ​ດິນ ໃຫ້​ໂຄງ​ການ​ ສ້າງ​ສ​ຸ​ຂ​ສາ​ລາ ຂອງ​ບໍ​ຣິ​ສັດ ຢ່າງ​ພາ​ຣາ​ວຽດ​ນາມ.
ພາບ​ຈາກ: ປະ​ຊາ​ຊົນ ບ້ານ​ເລົ່າ​ໃນ ຫຼື ວຽງ​ຄໍ​າ

ການຈັບ ລຸງທິດໄພ ອາຍຸ 69 ປີ ເຣື່ອງຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານເລົ່າໃນ ຫລື ບ້ານວຽງຄຳ ເມືອງປາກກະດິງ ແຂວງບໍລິຄຳໄຊ ໃນວັນ 16 ກັນຍາ ທີ່ຜ່ານມານັ້ນ ເປັນການລະເມີດສິດທິມະນຸດ ແລະເຮັດໃຫ້ອົງການສິດທິທະນຸດ ວິຈານຣັຖບານລາວ. ທ່ານ ຟິວ ໂຣເບີດເຊິນ ຮອງ ຜູ້ອຳນວນການ ອົງການສິ້ງຊອມ ດ້ານສິດທິມະນຸດ ປະຈຳເອເຊັຽ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັທີ 12 ພຶສຈິກາ ວ່າ:

"ທຸກຄັ້ງທີ່ຈະຍຶດທີ່ຢູ່ ຢູ່ປະເທດລາວ ຕ້ອງມີຊາວບ້ານຕິດຄຸກ ຢູ່ ອັນນີ້ເຫັນໄດ້ຊັດເຈນວ່າ ຣັຖບານລາວມັກລະເມີດສິດທິດມະນຸດ ໂດຍການ ຜັກດັນປະຊາຊົນອອກໄປຈາກທີ່ ຕາມທີ່ຣັຖບານຕ້ອງການເວົ້າກົງໆ ຣັຖບານລາວ ບໍ່ເຄີຍສົນໃຈເຣື່ອງ ສິດທິມະນຸດ."

ທ່ານກ່າວຕື່ມອີກ ວ່າມີບັນຫາ ເຈົ້າໜ້າທີ່ລາວ ຫລາຍຄົນໄປຢຶດທີ່ດິນ ຂອງປະຊາຊົນ ເພື່ອປໂຍດຕົວເອງ ຈະມີບັນຫາແບບນີ້ ຕລອດເວລາ ແລະຣັຖບານບໍ່ມີຄວາມຮັບຜິດຊອບ ກໍເລີຍເອົາທີ່ດິນ ແບບບໍ່ຖືກຕ້ອງ ແລະລະເມີດສິດທິ ຂອງປະຊາຊົນ ທີ່ ເປັນເຈົ້າຂອງທີ່ດິນ ຄືກັບວ່າ ເຈົ້າໜ້າທີ່ ເປັນພະເຈົ້າ ແລະ ປະຊາຊົນເປັນທາດ ຄື ມັນເປັນການລະເມີດສິດທິ ຢ່າງຊັດເຈນ.

ກ່ຽວກັບເຣື່ອງນີ້ ຄອບຄົວຂອງ ລຸງ ທິດໄພ ໄດ້ຍື່ນຄຳຮ້ອງທຸກ ຫາສະພາແຫ່ງຊາດ ເພື່ອໃຫ້ແກ້ໄຂບັນຫາ ດັ່ງກ່າວ,ແຕ່ຈົນເຖິງປັດຈຸບັນ ກໍຍັງບໍ່ມີຄວາມຄືບໜ້າຫຍັງ ໃນການແກ້ໄຂ ຂໍ້ຂັດແຍ່ງທີ່ວ່ານີ້. ເຈົ້າໜ້າທີ່ ຫ້ອງການ ຂາອອກ-ຂາເຂົ້າ ຂອງສະພາ ແຫ່ງຊາດ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 12 ພຶສຈິກາ ວ່າ:

”ແມ່ນຄຳຮອງທຸກ ຂອງຊາວບ້ານ ຢູ່ໃນສະພາແຫ່ງຊາດແລ້ວ ແຕ່ຍັງບໍ່ທັນມີການແກ້ໄຂ ແບບໃດ ອອກໄປຫັ້ນນ່າ."

ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ຕຳຣວດ ແຂວງບໍລິຄຳໄຊ ເພື່ອ ຂໍຖາມຂໍ້ມູນເພີ້ມເຕີມ, ແຕ່ບໍ່ສາມາດຕິດຕໍ່ໄດ້. ເຈົ້າໜ້າທີ່ ຕຳຣວດ ແລະ ອຳນາດການປົກຄອງ ເມືອງປາກກະດິງ ໄດ້ ອອກຖແລງການກ່າວ ອ້າງວ່າ: ລຸງ ທິດໄພ ໄດ້ໄປບຸກລຸກ ທີ່ດິນເຂດສງວນ ຂອງຣັຖ ເພື່ອວ່າທີ່ດິນເຂດດັ່ງກ່າວ ເຈົ້າແຂວງ ໄດ້ອະນຸມັດ ໃຫ້ວຽດນາມ ມາສ້າງໂຮງໝໍແລ້ວ.

ແຕ່ ອຳນາດການປົກຄອງບ້ານເລົ່າໃນ ຢັ້ງຢືນວ່າ ທີ່ດິນຕອນດັ່ງກ່າວ ເປັນທີ່ດິນ ສືບທອດມູນມໍຣະດົກ ຈາກ ພໍ່ແລະແມ່ ຂອງ ລຸງທິດໄພ ໃນຊຸມປີ 1960 ກ່ອນທີ່ ເຈົ້າໜ້າທີີ່ ຈະປະກາດວ່າ ທີ່ດິນເຂດດັ່ງກ່າວ ເປັນດິນສງວນ ຂອງຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.